11 ກົດໝາຍວ່າດວ້ຍ-ອາຫານ

食品法

Law on Food

ບົດສະຫຼຸບ

ກົດໝາຍວ່າດ້ວຍອາຫານກຳນົດຫຼັກການ, ລະບຽບການ, ມາດຕະການ ແລະ ມາດຕະການຕ່າງໆ ເພື່ອຄຸ້ມຄອງ ແລະ ກວດກາກິດຈະກຳທີ່ກ່ຽວຂ້ອງກັບອາຫານ, ໂດຍມີຈຸດປະສົງເພື່ອຄວບຄຸມຄຸນນະພາບ, ມາດຕະຖານ, ໂດຍສະເພາະຄວາມປອດໄພດ້ານອາຫານ, ຮັບປະກັນທາດອາຫານ, ປົກປ້ອງສຸຂະພາບຂອງຜູ້ບໍລິໂພກ, ສົ່ງເສີມການຜະລິດ ແລະ ການຈຳໜ່າຍອາຫານ, ຊີ້ນຳໃຫ້ປະຊາຊົນຮັບຮູ້ ແລະ ຫັນໄປສູ່ການບໍລິໂພກອາຫານທີ່ປອດໄພ, ອະນາໄມ ແລະ ມີທາດອາຫານ. ກົດໝາຍສະບັບນີ້ກຳນົດຢ່າງຈະແຈ້ງວ່າ ອາຫານໝາຍເຖິງສານໃດໆທີ່ຄົນເຮົາກິນ ຫຼື ດື່ມ, ບໍ່ລວມເຖິງຢາ, ແລະ ອະທິບາຍເຖິງຜົນປະໂຫຍດ ແລະ ອັນຕະລາຍຂອງອາຫານ, ເນັ້ນໜັກວ່າອາຫານທີ່ບໍ່ປອດໄພ ຫຼື ເສື່ອມຄຸນນະພາບອາດເຮັດໃຫ້ເກີດພະຍາດ ຫຼື ເຖິງແກ່ຄວາມຕາຍໄດ້.

ມາດຕາ

ມາດຕາ 1

ມາດຕາ 1 ຈຸດປະສົງ
ກົດໝາຍວ່າດ້ວຍອາຫານ -ກຳນົດຫລັກການ, ລະບຽບການ, ວິທີການ ແລະມາດຕະການ-
ຕ່າງໆ ເພື່ອຄຸ້ມຄອງ, ກວດກາກິດຈະການກ່ຽວກັບອາຫານ ແນໃສ່ຄວບຄຸມຄຸນນະພາບ, ມາດຕະ
ຖານ ໂດຍສະເພາະຄວາມປອດໄພຂອງອາຫານ, ຮັບປະກັນທາງດ້ານໂພຊະນາການ, ປົກປ້ອງສຸ-
ຂະພາບຂອງຜູ້ບໍລິໂພກ, ສົ່ງເສີມການຜະລິດ -ແລະທຸລະກິດດ້ານອາຫານ, ແນະນຳພົນລະເມືອງ
ໃຫ້ຮູ້-, ເຂົ້າໃຈ ແລະຫັນມາບໍລິໂພກອາຫານທີ່ມີຄວາມປອດໄພ, ມີອະນາໄມ ແລະມີທາດບຳລຸງ-,
ຫລໍ່ລ້ຽງຮ່າງກາຍ ລວມທັງເຂົ້າໃຈກ່ຽວກັບຜົນປະໂຫຍດ ແລະຜົນຮ້າຍຂອງອາຫານ ເພື່ອໃຫ້ຮູ້
ຈັກຮັກສາສຸຂະພາບຂອງຕົນໃຫ້ແຂງແຮງ, -ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະພັດທະ-
ນາປະເທດຊາດ.

ມາດຕາ 2

ມາດຕາ 2 ອາຫານ
ອາຫານແມ່ນວັດຖຸໃດຫນຶ່ງ ທີ່ຄົນເຮົາກິນ, ດື່ມ ຊຶ່ງຢູ່ໃນຮູບແບບ ສົດ, ສຸກ, ດິບ ຫລືໄດ້
ຜ່ານ ການປຸງແຕ່ງແລ້ວ ຍົກເວັ້ນຢາປົວພະຍາດ.

ມາດຕາ 3

ມາດຕາ 3 ຄຸນປະໂຫຍດ ແລະຜົນຮ້າຍຂອງອາຫານ

ອາຫານມີຄວາມຈຳເປັນໃນການດຳລົງຊີວິດຂອງມະນຸດ,
ມີຄຸນປະໂຫຍດແກ່ຮ່າງ
ກາຍ ໃນ ການໃຫ້ພະລັງງານ, ເສີມສ້າງ ແລະເຮັດໃຫ້ຮ່າງກາຍມີຄວາມສົມດູນ.

ອາຫານທີ່ບໍ່ປອດໄພ, ປົນເປື້ອນ, ເສຍຄຸນນະພາບ ຫລືໝົດອາຍຸການບໍລິໂພກ ຈະ
ພາໃຫ້ຮ່າງກາຍເກີດພະຍາດ, ເຈັບເປັນເຊັ່ນ: ພະຍາດຖອກທ້ອງ, ອະຫິວາ, ອັກເສບຕັບ,
ມະເຮັງ ແລະ ອື່ນໆ ຊຶ່ງອາດຈະພາໄປເຖິງການເສຍຊີວິດໄດ້.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 54 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ