23 ກົດໝາຍວ່າດວ້ຍ ການແກ້ໄຂຄຳຮ້ອງທຸກ
申诉处理法
Law on Resolution of Complaints
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆ ກ່ຽວກັບການຮ້ອງທຸກຂອງພົນລະເມືອງ ແລະ ການແກ້ໄຂຂໍ້ຮ້ອງທຸກ ເພື່ອແນໃສ່ສົ່ງເສີມສິດປະຊາທິປະໄຕ, ເພີ່ມທະວີກົດໝາຍ ແລະ ປົກປ້ອງຜົນປະໂຫຍດຂອງລັດ, ລວບລວມໝູ່ຄະນະ ແລະ ສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງ. ການຮ້ອງທຸກໝາຍເຖິງການທີ່ພົນລະເມືອງ ຫຼື ອົງການຈັດຕັ້ງສົ່ງເອກະສານໄປຍັງອົງການທີ່ກ່ຽວຂ້ອງ ເພື່ອຂໍໃຫ້ພິຈາລະນາກວດກາການກະທຳ ຫຼື ຄຳຕັດສິນທີ່ລະເມີດກົດໝາຍ ແລະ ລະບຽບການ, ເຊິ່ງແບ່ງອອກເປັນ 3 ປະເພດຄື: ໃບສະເໜີແນະທີ່ສົ່ງໃຫ້ອົງການປົກຄອງ, ໃບຟ້ອງຮ້ອງທີ່ສົ່ງໃຫ້ອົງການສືບສວນ ຫຼື ສານ, ແລະ ໃບຮ້ອງຂໍຄວາມເປັນທຳທີ່ສົ່ງໃຫ້ສະພາແຫ່ງຊາດ. ກຸ່ມເປົ້າໝາຍທີ່ນຳໃຊ້ລວມມີພົນລະເມືອງລາວ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ຄົນຕ່າງປະເທດທີ່ອາໄສຢູ່ໃນ ສປປ ລາວ.
ມາດຕາ
ມາດຕາ 1
ມາດຕາ 1.
ຈຸດປະສົງ
ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ກຳນົດຫລັກການ, ລະບຽບການ, ມາດຕະ-
ການກ່ຽວກັບການຮ້ອງທຸກ- ແລະ ການແກ້ໄຂຄຳຮ້ອງທຸກຂອງພົນລະເມືອງ, ການຈັດຕັ້ງ ໃຫ້ຖືກ
ຕ້ອງຕາມລະບຽບກົດຫມາຍ ແນໃສ່ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນ, ເພີ່ມທະ-
ວີນິຕິທຳຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປົກປັກຮັກສາຜົນປະໂຫຍດຂອງ-
ລັດ, ລວມໝູ່, -ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, -ເຮັດໃຫ້ສັງຄົມມີຄວາມ-
ສະຫງົບ, ຍຸຕິທຳ ແລະ ສີວິໄລ.
ມາດຕາ 2
ມາດຕາ 2.
ຄຳຮ້ອງທຸກ
ຄຳຮ້ອງທຸກ -ແມ່ນເອກະສານຂອງພົນລະເມືອງ ຫລືການຈັດຕັ້ງ ທີ່ຍື່ນຕໍ່ອົງການທີ່-
ກ່ຽວຂ້ອງ ເພື່ອພິຈາລະນາແກ້ໄຂກ່ຽວກັບການກະທຳ- ຫລື- ການຕົກລົງໃດໜຶ່ງຂອງການຈັດຕັ້ງ
ຫລື- ບຸກຄົນ ທີ່ຕົນເຫັນວ່າເປັນການລະເມີດລະບຽບກົດໝາຍ ແລະ- ແຕະຕ້ອງເຖິງຜົນປະໂຫຍດ
ຂອງລັດ, ລວມຫມູ່ຫລື- ສິດ ແລະ -ຜົນປະໂຫຍດອັນຊອບທຳຂອງຕົນ.
ຄຳຮ້ອງທຸກມີສາມ ປະເພດຄື:
- ຄຳຮ້ອງທຸກທີ່ຍື່ນຕໍ່ອົງການບໍລິຫານລັດ ເອີ້ນວ່າຄຳສະເໜີ ;
- ຄຳຮ້ອງທຸກທີ່ຍື່ນຕໍ່ອົງການສືບສວນ-ສອບສວນ, ອົງການໄອຍະການ ຫລືສານ
ເອີ້ນ ວ່າຄຳຮ້ອງຟ້ອງ;
- ຄຳຮ້ອງທຸກທີ່ຍື່ນຕໍ່ສະພາແຫ່ງຊາດ ເອີ້ນວ່າຄຳຮ້ອງຂໍຄວາມເປັນທຳ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 48 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ