9 ກົດໝາຍວ່າດວ້ຍ ນາຍທະຫານກອງທັບປະຊາຊົນລາວ

老挝人民军军官法

Law on Officers of the Lao People's Army

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດກ່ຽວກັບຖານະ, ໜ້າທີ່, ສິດ, ພັນທະ, ຄວາມຮັບຜິດຊອບ, ການຮ່ວມມືສາກົນ, ມາດຕະຖານ, ຂັ້ນ, ຊັ້ນສູງ, ແລະ ໜ້າທີ່ວຽກງານຂອງນາຍທະຫານກອງທັບປະຊາຊົນລາວ, ພ້ອມທັງການຄຸ້ມຄອງ, ນະໂຍບາຍ, ຂໍ້ຫ້າມ, ການຍ້ອງຍໍ ແລະ ການລົງໂທດທາງວິໄນຕໍ່ນາຍທະຫານຂອງລັດ. ນາຍທະຫານແມ່ນພະນັກງານຂອງພັກ ແລະ ລັດ, ມີຊັ້ນສູງແຕ່ຊັ້ນນາຍຮ້ອຍຕີ ຫາ ຊັ້ນນາຍພົນ, ປະດັບເຄື່ອງໝາຍ ແລະ ເຄື່ອງແບບຕາມກຳນົດ, ມີໜ້າທີ່ຫຼັກໃນການບັນຊາ, ນຳພາ, ຄຸ້ມຄອງ ແລະ ກໍ່ສ້າງກຳລັງທະຫານ ເພື່ອປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ບູລິມະສິດແຫ່ງດິນແດນ.

ມາດຕາ

ມາດຕາ 1

ມາດຕາ 1.
ຈຸດປະສົງ-
ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວກຳນົດທີ່ຕັ້ງ,
-ພາລະບົດ-
ບາດ, ສິດ-, ໜ້າທີ່, -ຄວາມຮັບຜິດຊອບ, ພັນທະ, ການພົວພັນຮ່ວມມືສາກົນ, ມາດຕະ-
ຖານ-, - ຂັ້ນ, ຊັ້ນ ແລະ ຕຳແໜ່ງຂອງນາຍທະຫານ; ກຳນົດການຄຸ້ມຄອງຂອງລັດ,
ນະໂຍບາຍ, ຂໍ້ຫ້າມ, ການຍ້ອງຍໍ ແລະ ການປະຕິບັດວິໄນ ຕໍ່ນາຍທະຫານໃນກອງທັບ-
ປະຊາຊົນລາວ, ເຮັດໃຫ້ນາຍທະຫານມີຄວາມໜັກແໜ້ນທາງດ້ານການເມືອງ, ແນວຄິດ,
ເຂັ້ມແຂງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນທັນສະໄໝ ແລະເຮັດ-
ສຳເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນ.

ມາດຕາ 2

ມາດຕາ 2. -
ນາຍທະຫານກອງທັບປະຊາຊົນລາວ
ນາຍທະຫານກອງທັບປະຊາຊົນລາວແມ່ນພະນັກງານຂອງພັກ ແລະລັດ ແຫ່ງສາ
ທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຊັ້ນ ແຕ່ຊັ້ນຮ້ອຍຕີ ເຖິງຊັ້ນພົນເອກ
ຊຶ່ງມີເຄື່ອງໝາຍຊັ້ນ, ທຽບຊັ້ນ, ເຄື່ອງໝາຍເຫລົ່າຮົບ, ເຫລົ່າທັບ ແລະເຄື່ອງແບບສະ-
ເພາະ ໂດຍແມ່ນລັດຖະບານເປັນຜູ້ກຳນົດ.

ມາດຕາ 3

ມາດຕາ 3.
ທີ່ຕັ້ງ-, ພາລະບົດບາດຂອງນາຍທະຫານ

ນາຍທະຫານເປັນກຳລັງຫລັກແຫລ່ງຂອງກອງທັບປະຊາຊົນລາວ.

ນາຍທະຫານມີພາລະບົດບາດ ຊີ້ນຳ, ນຳພາ, ບັນຊາ ແລະກໍ່ສ້າງກຳລັງ, ສຶກ-
ສາອົບຮົມ-, ຝຶກແອບຮ່ຳຮຽນ, ກຽມພ້ອມສູ້ຮົບ, ສູ້ຮົບ, -ຄຸ້ມຄອງ, ລ້ຽງດູທັບ ແລະປະ

ຕິບັດໜ້າທີ່ອື່ນໆ ເພື່ອປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ, ຜືນ
ແຜ່ນດິນອັນຄົບຖ້ວນ ແລະສ້າງສາພັດທະນາປະເທດຊາດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 33 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ