6 ກົດໝາຍວ່າດວ້ຍ ອົງການໄອຍະການປະຊາຊົນ (ສະບັບປັບປຸງ)

人民检察院法(修订)

Law on the People's Prosecutor's Office (Amended)

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດການຈັດຕັ້ງ, ການເຄື່ອນໄຫວ ແລະ ຫຼັກການຕິດຕາມກວດກາຂອງອົງການໄອຍະການປະຊາຊົນ, ເພື່ອແນໃສ່ຮັບປະກັນການປະຕິບັດວຽກງານໄອຍະການໃຫ້ມີປະສິດທິພາບສູງ, ປົກປ້ອງຜົນປະໂຫຍດຂອງຊາດ, ສັງຄົມ ແລະ ສິດຜົນປະໂຫຍດອັນຊອບທຳຂອງພົນລະເມືອງ. ອົງການໄອຍະການປະຊາຊົນເປັນອົງການຂອງລັດ, ມີໜ້າທີ່ຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍ, ແລະ ດຳເນີນການຟ້ອງຮ້ອງຜູ້ຕ້ອງຫາຕໍ່ສານຕາມກົດໝາຍ. ກົດໝາຍສະບັບນີ້ກຳນົດໜ້າທີ່ຂອງພະນັກງານໄອຍະການປະຊາຊົນ ແລະ ຜູ້ຊ່ວຍວຽກງານຂອງເຂົາເຈົ້າຢ່າງຈະແຈ້ງ, ກຳນົດຄຳສັບຕ່າງໆ ເຊັ່ນ: ຜູ້ຕ້ອງສົງໄສ, ຜູ້ຖືກຫາ, ຜູ້ກະທຳຜິດ ແລະ ອື່ນໆ, ຄຸ້ມຄອງຂັ້ນຕອນການຟ້ອງຮ້ອງ ແລະ ການນຳໃຊ້ສະຖານທີ່ກັກຂັງ, ຄຸມຂັງ ແລະ ປັບປຸງພຶດຕິກຳທີ່ກ່ຽວຂ້ອງ.

ມາດຕາ

ມາດຕາ 1

ມາດຕາ 1. ຈຸດປະສົງ
ກົດຫມາຍ ວ່າດ້ວຍ ອົງການໄອຍະການປະຊາຊົນ ກຳນົດ- ຫລັກການ, ລະບຽບການ ແລະ ມາດຕະການ-
ກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຕິດຕາມກວດກາ ຂອງອົງການໄອຍະການປະຊາຊົນ -ເພື່ອຮັບປະກັນ-
ການປະຕິບັດຫນ້າທີ່ວຽກງານໄອຍະການ- ໃຫ້ມີປະສິດທິພາບສູງ, - -ປົກປ້ອງຜົນປະໂຫຍດຂອງລັດ, ສັງຄົມ, ສິດ -
ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ -ແນໃສ່ ເຮັດໃຫ້ສັງຄົມມີຄວາມສະຫງົບ -ແລະ ຄວາມເປັນ-
ລະບຽບຮຽບຮ້ອຍ-, -ເພີ່ມທະວີນິຕິທຳ, ສ້າງລັດແຫ່ງກົດຫມາຍເທື່ອລະກ້າວ, ປະກອບສ່ວນເຂົ້າໃນການປົກປັກຮັກ
ສາ -ແລະ -ພັດທະນາປະເທດຊາດ.

ມາດຕາ 2

ມາດຕາ 2 (-ໃຫມ່). ອົງການໄອຍະການປະຊາຊົນ

ອົງການໄອຍະການປະຊາຊົນ -ແມ່ນ -ອົງການລັດ ທີ່ເຮັດຫນ້າທີ່ຕິດຕາມກວດກາການເຄົາລົບ- ແລະ ປະຕິ
ບັດກົດຫມາຍ- -ໃນຂອບເຂດທົ່ວປະເທດ -ແລະ ສັ່ງຟ້ອງຜູ້ຖືກຫາ ຂຶ້ນສານຕາມກົດຫມາຍ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 70 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ