5 ກົດໝາຍວ່າດວ້ຍ ອົງການປົກຄອງທ້ອງຖິ່ນ

地方行政机关法

Law on Local Administration

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດຫຼັກການພື້ນຖານກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ ແລະ ວິທີການເຮັດວຽກຂອງອົງການປົກຄອງທ້ອງຖິ່ນ, ເພື່ອແນໃສ່ສ້າງລະບົບການປົກຄອງທ້ອງຖິ່ນທີ່ໝັ້ນຄົງ, ໂປ່ງໃສ ແລະ ເປັນເອກະພາບ. ການປົກຄອງທ້ອງຖິ່ນແບ່ງອອກເປັນສາມລະດັບຄື: ລະດັບແຂວງ, ລະດັບເມືອງ ແລະ ລະດັບບ້ານ, ກວມເອົາແຂວງ, ນະຄອນຫຼວງ, ເມືອງ, ຕົວເມືອງ ແລະ ບ້ານ. ອົງການປົກຄອງທ້ອງຖິ່ນເປັນຜູ້ຕາງໜ້າຂອງລັດຖະບານ, ຮັບຜິດຊອບການຄຸ້ມຄອງດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ຊັບພະຍາກອນທຳມະຊາດໃນທ້ອງຖິ່ນຂອງຕົນ, ພ້ອມທັງຮັບຜິດຊອບດ້ານປ້ອງກັນຊາດ, ຮັກສາຄວາມສະຫງົບ ແລະ ການຕ່າງປະເທດ. ຫົວໜ້າອົງການປົກຄອງປະກອບດ້ວຍ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ, ເຈົ້າເມືອງ, ເຈົ້າຕົວເມືອງ ແລະ ນາຍບ້ານ.

ມາດຕາ

ມາດຕາ 1

ມາດຕາ 1.
ຈຸດປະສົງຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ
ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ວາງອອກເພື່ອກຳນົດຫຼັກການພື້ນຖານ ກ່ຽວກັບການຈັດ
ຕັ້ງ, ການເຄື່ອນໄຫວ ແລະລະບອບແບບແຜນວິທີເຮັດວຽກຂອງອົງການປົກຄອງທ້ອງຖິ່ນ; ແນໃສ່ປັບປຸງ
ແລະກໍ່ສ້າງອົງການປົກຄອງທ້ອງຖິ່ນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ໂປ່ງໃສ ແລະ ເປັນລະບົບເອກະ
ພາບໃນທົ່ວປະເທດ; ຮັບປະກັນການຈັດຕັ້ງປະຕິບັດລັດຖະທຳມະນູນ,
ກົດໝາຍ,
ແຜນພັດທະນາເສດ ຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດ; ປົກປ້ອງຜົນປະໂຫຍດຂອງລັດ,
ລວມໝູ່, ສິດ ແລະ ຜົນ ປະໂຫຍດອັນຊອບທຳຂອງປະຊາຊົນ.

ມາດຕາ 2

ມາດຕາ 2.
ການປົກຄອງທ້ອງຖິ່ນ
ການປົກຄອງທ້ອງຖິ່ນແມ່ນການຄຸ້ມຄອງບໍລິຫານລັດ ຊຶ່ງດຳເນີນໂດຍອົງການປົກຄອງທ້ອງຖິ່ນ. -ຢູ່
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແບ່ງການປົກຄອງທ້ອງຖິ່ນອອກເປັນ ສາມ ຂັ້ນຄື-: ຂັ້ນ
ແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ.
ຂັ້ນແຂວງມີ -ແຂວງ ແລະ ນະຄອນ; ໃນກໍລະນີຈຳເປັນກໍອາດສ້າງຕັ້ງເຂດພິເສດຂຶ້ນ;
ຂັ້ນເມືອງມີ ເມືອງ ແລະ ເທດສະບານ;

5
ຂັ້ນບ້ານມີບ້ານ.
ລັດຖະບານມອບຄວາມຮັບຜິດຊອບໃຫ້ອົງການປົກຄອງທ້ອງຖິ່ນ ເປັນຜູ້ຄຸ້ມຄອງດິນແດນ, ຊັບພະ
ຍາກອນທຳມະຊາດ ແລະ ປະຊາຊົນ- ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາທ້ອງຖິ່ນຂອງຕົນ ໃຫ້ມີ
ຄວາມຈະເລີນ, ຮັ່ງມີ ແລະ ຜາສຸກ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 62 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ