25 ກົດໝາຍ ອາຍາ

刑法

Penal Law

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດວ່າ, ການກະທຳໃດທີ່ມີຜົນເສຍຫາຍຕໍ່ສັງຄົມລ້ວນແຕ່ເປັນຄະດີອາຍາ, ແລະກຳນົດໂທດຕໍ່ຜູ້ກະທຳຜິດ. ກົດໝາຍສະບັບນີ້ມີຈຸດປະສົງເພື່ອປົກປ້ອງລະບອບການເມືອງ, ເສດຖະກິດ ແລະ ສັງຄົມຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປົກປ້ອງຊັບສິນຂອງລັດ, ການລວບລວມ ແລະ ບຸກຄົນ, ຄຸ້ມຄອງຊີວິດ, ສຸຂະພາບ, ສິດ ແລະ ເສລີພາບຂອງພົນລະເມືອງ, ຮັກສາຄວາມສະຫງົບຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ຄວາມຮັບຜິດຊອບທາງອາຍາແມ່ນອີງໃສ່ການກະທຳໂດຍເຈຕະນາ ຫຼື ປະມາດທີ່ຖືກກຳນົດໂທດຢ່າງຊັດເຈນໃນກົດໝາຍ ແລະ ຜ່ານຄຳຕັດສິນຂອງສານ. ກົດໝາຍສະບັບນີ້ໃຊ້ບັງຄັບທົ່ວປະເທດລາວ, ແຕ່ຜູ້ທີ່ມີສິດທິພິເສດທາງການທູດທີ່ກະທຳຜິດຈະຖືກແກ້ໄຂຜ່ານທາງການທູດ.

ມາດຕາ

ມາດຕາ 1

ມາດຕາ 1.
ໜ້າທີ່ຂອງກົດໝາຍອາຍາ
ກົດໝາຍອາຍາ ມີໜ້າທີ່ປົກປັກຮັກລະບອບການເມືອງ, ເສດຖະກິດ ແລະ ສັງຄົມຂອງ-
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ກຳມະສິດຂອງລັດ, ຂອງລວມໝູ່ ແລະ ຂອງ-
ບຸກຄົນ, ຊີວິດ, ສຸຂະພາບ, ສິດ- ແລະ -ເສລີພາບຂອງພົນລະເມືອງ, ຄວາມສະຫງົບຂອງຊາດ
ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຕ້ານ- ແລະກັນການກະທຳຜິດ ແລະ ສຶກສາອົບ-
ຮົມພົນລະເມືອງທຸກຄົນໃຫ້ມີຄວາມຕື່ນຕົວເຄົາລົບກົດໝາຍ.
ເພື່ອປະຕິບັດໜ້າທີ່ດັ່ງກ່າວ ກົດໝາຍສະບັບນີ້ ໄດ້ກຳນົດວ່າ ການກະທຳອັນໃດທີ່ເປັນ-
ອັນຕະລາຍຕໍ່ສັງຄົມ ແມ່ນເປັນການກະທຳຜິດທາງອາຍາ ແລ້ວຈຶ່ງໄດ້ກຳນົດໂທດໃສ່ຜູ້ກະທຳ-
ຜິດ.

ມາດຕາ 2

ມາດຕາ 2(ໃໝ່). ພື້ນຖານຂອງຄວາມຮັບຜິດຊອບທາງອາຍາ
ບຸກຄົນຜູ້ໃດຈະມີຄວາມຮັບຜິດຊອບທາງອາຍາ- ແລະ ຈະຖືກລົງໂທດທາງອາຍາໄດ້ກໍຕໍ່-
ເມື່ອບຸກຄົນຜູ້ນັ້ນຫາກມີການກະທຳໂດຍເຈດຕະນາ
ຫລື
ດ້ວຍຄວາມບໍ່ລະມັດລະວັງທີ່ເປັນ-
ອັນຕະ ລາຍຕໍ່ສັງຄົມ ຊຶ່ງໄດ້ກຳນົດໄວ້ໃນກົດໝາຍອາຍາ ຫລືກົດໝາຍອື່ນ ຂອງ ສປປ ລາວ
ທີ່ໄດ້ກຳນົດ ໂທດທາງອາຍາ ແລະ- ໃນເມື່ອມີຄຳຕັດສິນຂອງສານເທົ່ານັ້ນ.

ມາດຕາ 3

ມາດຕາ 3(ໃໝ່). ການນຳໃຊ້ກົດໝາຍອາຍາໃນດິນແດນສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ກົດໝາຍອາຍາສະບັບນີ້ມີຜົນສັກສິດໃນທົ່ວ ສປປ ລາວ. ບຸກຄົນຜູ້ໃດຫາກໄດ້ກະທຳ
ຜິດທາງອາຍາຢູ່ໃນດິນແດນ ສປປ ລາວ ກໍຈະໄດ້ຮັບຜິດຊອບຕາມກົດໝາຍອາຍາ ຫລືກົດ
ໝາຍອື່ນ ຂອງ ສປປ ລາວ ທີ່ໄດ້ກຳນົດໂທດທາງອາຍາ.
ຜູ້ຕາງໜ້າທາງການທູດ ຫລືບຸກຄົນທີ່ໄດ້ຮັບອະພິສິດທາງການທູດຕາມສັນຍາລະຫວ່າງ
ຊາດ ຊຶ່ງໄດ້ກະທຳຜິດໃນດິນແດນ ສປປ ລາວ ກໍຈະໄດ້ຮັບການແກ້ໄຂທາງການທູດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 179 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ