ຂໍ້ຕົກລົງວ່າດ້ວຍ ການກຳນົດເນື້ອໃນແບບພິມ ແລະ ການພິມຕາມແບບພິມ ໃບທະບຽນທີ່ດິນ ແລະ ໃບຕາດິນ
关于规定土地登记簿和土地证印制内容与格式的决定
Decision on Determining Content Format and Printing of Land Registry Books and Land Certificates
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ໃບທະບຽນທີດິນ ແລະ ໃບຕາດິນ
ໃບທະບຽນທີດິນ ແມ່ນ ເອກະສານທີ່ບັນທຶກຂໍ້ມູນຈາກການຂຶ້ນທະບຽນອອກໃບຕາດິນ ຕາມເລກລຳດັບ ໂດຍມີລາຍເຊັນ ແລະ ຕາປະທັບຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ. ສຳລັບການອອກໃບທະບຽນທີດິນລັດໃຫ້ແກ່ຜູ້ເຊົ່າ ຫຼື ສຳປະທານ ຫຼື ຜູ້ຊື້ສິດນຳໃຊ້ທີດິນຈັດສັນຂອງລັດແບບມີກຳນົດ ໂດຍມີລາຍເຊັນ ແລະ ຕາປະທັບ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ.
ໃບຕາດິນ ແມ່ນ ເອກະສານທີ່ເປັນຫຼັກຖານຕົ້ນຕໍອັນໜຶ່ງອັນດຽວ ກ່ຽວກັບສິດນຳໃຊ້ທີດິນ ຊຶ່ງໄດ້ຄັດສຳເນົາ ຢ່າງຖືກຕ້ອງຈາກໃບທະບຽນທີດິນ ເພື່ອມອບໃຫ້ແກ່ຜູ້ເປັນເຈົ້າຂອງສິດນຳໃຊ້ທີດິນພຽງໃບດຽວນຳໃຊ້ເປັນຫຼັກຖານຢ່າງຍາວນານ ຈົນກວ່າຈະມີການປ່ຽນແປງໃໝ່ ຕາມເງື່ອນໄຂທີ່ກຳນົດໄວ້ໃນກົດໝາຍ. ໃບຕາດິນ ມີສອງແບບ ຄື ໃບຕາດິນລັດ ແລະ ໃບຕາດິນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງສັງຄົມ.
ໜ້ານີ້ສະແດງ 1 ມາດຕາທຳອິດ ຈາກທັງໝົດ 7 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ