关于规定土地登记簿和土地证印制内容与格式的决定
ຂໍ້ຕົກລົງວ່າດ້ວຍ ການກຳນົດເນື້ອໃນແບບພິມ ແລະ ການພິມຕາມແບບພິມ ໃບທະບຽນທີ່ດິນ ແລະ ໃບຕາດິນ
条文
第ມາດຕາ 1条
第1条 土地登记簿和土地证
土地登记簿是按顺序记录土地证登记信息的文件,由县、市农业和环境办公室主任签字盖章。对于向承租人、特许权人或购买国有划拨土地有期限使用权的人发放国有土地登记簿,由万象首都、省农业和环境厅厅长签字盖章。
土地证是唯一的主要证据文件,涉及土地使用权,是从土地登记簿正确复制而来,仅向土地使用权人发放一份,作为长期证据,直至根据法律规定的条件进行变更。土地证有两种类型:国有土地证和自然人、法人或社会组织土地证。
ພາສາລາວ (老挝语原文)
ມາດຕາ 1 ໃບທະບຽນທີດິນ ແລະ ໃບຕາດິນ
ໃບທະບຽນທີດິນ ແມ່ນ ເອກະສານທີ່ບັນທຶກຂໍ້ມູນຈາກການຂຶ້ນທະບຽນອອກໃບຕາດິນ ຕາມເລກລຳດັບ ໂດຍມີລາຍເຊັນ ແລະ ຕາປະທັບຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ. ສຳລັບການອອກໃບທະບຽນທີດິນລັດໃຫ້ແກ່ຜູ້ເຊົ່າ ຫຼື ສຳປະທານ ຫຼື ຜູ້ຊື້ສິດນຳໃຊ້ທີດິນຈັດສັນຂອງລັດແບບມີກຳນົດ ໂດຍມີລາຍເຊັນ ແລະ ຕາປະທັບ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ.
ໃບຕາດິນ ແມ່ນ ເອກະສານທີ່ເປັນຫຼັກຖານຕົ້ນຕໍອັນໜຶ່ງອັນດຽວ ກ່ຽວກັບສິດນຳໃຊ້ທີດິນ ຊຶ່ງໄດ້ຄັດສຳເນົາ ຢ່າງຖືກຕ້ອງຈາກໃບທະບຽນທີດິນ ເພື່ອມອບໃຫ້ແກ່ຜູ້ເປັນເຈົ້າຂອງສິດນຳໃຊ້ທີດິນພຽງໃບດຽວນຳໃຊ້ເປັນຫຼັກຖານຢ່າງຍາວນານ ຈົນກວ່າຈະມີການປ່ຽນແປງໃໝ່ ຕາມເງື່ອນໄຂທີ່ກຳນົດໄວ້ໃນກົດໝາຍ. ໃບຕາດິນ ມີສອງແບບ ຄື ໃບຕາດິນລັດ ແລະ ໃບຕາດິນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງສັງຄົມ.
第ມາດຕາ 2条
第2条 国家土地登记簿和土地证印刷内容
国家土地登记簿和土地证的外部特征包括:A4纸尺寸(210 x 297毫米),正面为白色水印,国徽,中间为浅橙色老挝地图,地图上指向北方的箭头符号,红色边框带有黄色边纹,背面未印刷任何内容。
国家土地登记簿和土地证的内部特征包括:万象塔銮图像位于万象市地图点,两个土地标记点即地图右上角和左上角,土地登记簿和土地证的四角有“土地管理和开发局”字样。
国家土地登记簿和土地证内容相同,包括:
1. 万象市/省农业和环境厅;
2. 县/市农业和环境办公室;
3. 编号;
4. 签发次数;
5. 条形码;
6. 地块位置;
7. 万象市/省;
8. 县/市;
9. 区;
10. 村;
11. 类型;
12. 发给;
13. 国家土地使用权取得方式;
14. 使用目的;
15. 土地类型、区域;
16. 土地登记簿卷号、页号、地籍图号;
17. 地块编号、土地面积(平方米)、比例尺;
18. 地块图;
19. 签发地点、日期、月、年、县/市农业和环境办公室主任签名和印章,或在尚未授权给县的情况下,万象市/省农业和环境厅厅长签名和印章。
对于发给承租人、国家土地特许权人或购买有期限的国家分配土地使用权的国家土地登记簿和土地证,内容与上述相同,但右侧注明农业和林业部名称,左下方有万象市/省农业和环境厅厅长签名和印章。
ພາສາລາວ (老挝语原文)
ມາດຕາ 2 ເນື້ອໃນແບບພີມໃບທະບຽນທີ່ດິນ ແລະ ໃບຕາດິນລັດ
ລັກສະນະພາຍນອກ ຂອງໃບທະບຽນທີ່ດິນລັດ ແລະ ໃບຕາດິນລັດ ປະກອບມີ ຂະໜາດເຈ້ຍ A4 (210 x 297 ມິລີແມັດ), ດ້ານໜ້າເປັນສີຂາວລາຍນ້ຳ, ເຄື່ອງໝາຍຊາດ, ແຜນທີ່ປະເທດລາວຢູ່ທາງກາງເປັນສີສົ້ມອ່ອນ, ສັນຍາລັກລູກສອນຊີ້ບອກໄປທາງທິດເໜືອຂອງແຜນທີ່ປະເທດ, ຂອບເປັນສີແດງທີ່ມີລາຍຂອບເປັນສີເຫຼືອງ ແລະ ດ້ານຫຼັງ ແມ່ນບໍ່ໄດ້ພີມຫຍັງໃສ່.
ລັກສະນະພາຍໃນ ຂອງໃບທະບຽນທີ່ດິນລັດ ແລະ ໃບຕາດິນລັດ ປະກອບມີ ຮູບທາດຫຼວງວຽງຈັນ ຢູ່ຈຸດແຜນທີ່ນະຄອນຫຼວງວຽງຈັນ, ເຄື່ອງໝາຍທີ່ດິນສອງຈຸດ ຄື ເບື້ອງຂວາດ້ານເທິງ ແລະ ເບື້ອງຊ້າຍດ້ານເທິງຂອງແຜນທີ່ປະເທດລາວ, ມີຄຳວ່າ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ຢູ່ທັງສີ່ແຈຂອງໃບທະບຽນທີ່ດິນລັດ ແລະ ໃບຕາດິນລັດ.
ໃບທະບຽນທີ່ດິນລັດ ແລະ ໃບຕາດິນລັດ ມີເນື້ອໃນອັນດຽວກັນ ຊຶ່ງປະກອບມີ ດັ່ງນີ້:
1. ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ/ແຂວງ;
2. ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ/ນະຄອນ;
3. ເລກທີ;
4. ອອກຄັ້ງທີ;
5. ບາໂຄດ;
6. ທີ່ຕັ້ງຕອນດິນ;
7. ນະຄອນຫຼວງວຽງຈັນ/ແຂວງ;
8. ເມືອງ/ນະຄອນ;
9. ຕາແສງ;
10. ບ້ານ;
11. ປະເພດ;
12. ອອກໃຫ້ແກ່;
13. ການໄດ້ມາຂອງສິດນຳໃຊ້ທີ່ດິນຂອງລັດ;
14. ເປົ້າໝາຍການນຳໃຊ້;
15. ປະເພດທີ່ດິນ, ເຂດ;
16. ປຶ້ມທະບຽນທີ່ດິນເຫຼັ້ມທີ, ໃບທີ, ແຜນທີ່ຕາດິນເລກທີ;
17. ຕອນດິນເລກທີ, ເນື້ອທີ່ດິນ (ຕາແມັດ), ມາດຕາສ່ວນ;
18. ແຜນທີ່ຕອນດິນ;
19. ອອກໃຫ້ທີ່, ວັນທີ, ເດືອນ, ປີ, ລາຍເຊັນ ແລະ ຕາປະທັບ ຂອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ຫຼື ລາຍເຊັນ ແລະ ປະທັບຕາ ຂອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ໃນກໍລະນີຍັງບໍ່ທັນມອບສິດໃຫ້ຂຶ້ນເມືອງ.
ສຳລັບໃບທະບຽນທີ່ດິນລັດ ແລະ ໃບຕາດິນລັດ ທີ່ອອກໃຫ້ແກ່ຜູ້ເຊົາ ຫຼື ສຳປະທານທີ່ດິນຂອງລັດ ຫຼື ຜູ້ຊື້ສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ແມ່ນ ມີເນື້ອໃນດຽວກັນຕາມຂ້າງເທິງນີ້ ແຕ່ຢູ່ເບື້ອງຂວາກຳນົດຊື່ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ສ່ວນຢູ່ເບື້ອງຊ້າຍດ້ານລຸ່ມ ແມ່ນມີລາຍເຊັນ ແລະ ປະທັບຕາຂອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ/ແຂວງ.
第ມາດຕາ 3条
第3条 土地登记表和地契的印刷格式内容 个人、法人或社会组织
土地登记表和地契的印刷格式的外部特征 个人、法人或社会组织包括:A4纸尺寸(210 x 297毫米),正面为象牙白底浅绿色花纹,国徽,老挝地图位于中央为浅绿色,箭头符号指示地图的北方,边框为黄色带红色边线,背面为土地使用权变动登记表。
土地登记表和地契的印刷格式的内部特征 个人、法人或社会组织包括:万象塔銮图位于万象市地图点,两个土地标志位于老挝地图的右上角和左上角,土地管理和开发局字样位于土地登记表和地契的四个角 个人、法人或组织。
个人、法人或社会组织的土地登记表正面内容相同,包括:
1. 万象市/省农业和环境厅;
2. 县/市农业和环境办公室;
3. 编号;
4. 签发次数;
5. 条形码;
6. 地块位置;
7. 万象市/省;
8. 县/市;
9. 乡;
10. 村;
11. 地块号;
12. 签发给;
13. 出生日期、国籍、职业;
14. 现住址 村、组、乡、县/市、万象市/省;
15. 丈夫或妻子的姓名和姓氏、出生日期;
16. 国籍、职业;
17. 土地使用权的取得;
18. 土地使用权人身份;
19. 土地类型、区域;
20. 土地登记簿卷号、页号、地籍图编号;
21. 地块编号、土地面积(平方米)、比例;
22. 地块图;
23. 签发地点、日期、月、年、签字和印章 县/市农业和环境办公室主任 或 签字和印章 万象市/省农业和环境厅厅长 在尚未授权下放至县的情况下。
对于签发给法人用于建设公寓的土地登记表和地契,内容与上述相同,但在右上角注明农业和环境部名称,左下角有万象市/省农业和环境厅厅长的签字和印章。
对于上述用于建设公寓的土地登记表和地契的登记,签发给该法人的内容与上述相同,但在右上角注明农业和环境部名称,左下角有万象市/省农业和环境厅厅长的签字和印章。
个人、法人或社会组织的土地登记表背面有土地使用权变动登记表,内容包括:
1. 土地使用权变动登记、日期、登记簿(卷号、编号);
2. 文件或合同类型;
3. 土地使用权人姓名和姓氏;
4. 合同对方姓名和姓氏;
5. 县、市农业和环境办公室(登记时);
6. 注销登记、日期、登记簿(卷号、编号);
7. 县、市农业和环境办公室(注销登记时)。
ພາສາລາວ (老挝语原文)
ມາດຕາ 3 ເນື້ອໃນແບບພິມໃບທະບຽນທີ່ດິນ ແລະ ໃບຕາດິນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງສັງຄົມ
ລັກສະນະພາຍນອກຂອງແບບພິມໃບທະບຽນທີ່ດິນ ແລະ ໃບຕາດິນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງສັງຄົມ ປະກອບມີ ຂະໜາດເຈ້ຍ A4 (210 x 297 ມິລີແມັດ), ດ້ານໜ້າເປັນສີຂາວງາຊ້າງລາຍຂຽວອ່ອນ, ເຄື່ອງໝາຍຊາດ, ແຜນທີ່ປະເທດລາວຢູ່ທາງກາງເປັນສີຂຽວອ່ອນ, ສັນຍາລັກເປັນລູກສອນຊີ້ບອກໄປທາງທິດເໜືອຂອງແຜນທີ່ປະເທດ, ຂອບເປັນສີເຫຼືອງທີ່ມີລາຍຂອບເປັນສີແດງ ແລະ ດ້ານຫຼັງເປັນຕາຕະລາງການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ.
ລັກສະນະພາຍໃນຂອງແບບພິມໃບທະບຽນທີ່ດິນ ແລະ ໃບຕາດິນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງສັງຄົມ ປະກອບມີ ຮູບທາດຫຼວງວຽງຈັນ ຢູ່ຈຸດແຜນທີ່ນະຄອນຫຼວງວຽງຈັນ, ເຄື່ອງໝາຍທີ່ດິນ ສອງ ຈຸດຄື ເບື້ອງຂວາດ້ານເທິງ ແລະ ເບື້ອງຊ້າຍດ້ານເທິງຂອງແຜນທີ່ປະເທດລາວ, ມີຄຳວ່າ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ຢູ່ທັງ ສີ່ ແຈຂອງໃບທະບຽນທີ່ດິນ ແລະ ໃບຕາດິນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ.
ດ້ານໜ້າໃບທະບຽນທີ່ດິນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງສັງຄົມ ມີເນື້ອໃນອັນດຽວກັນ ຊຶ່ງປະກອບມີ ດັ່ງນີ້:
1. ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ/ແຂວງ;
2. ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ/ນະຄອນ;
3. ເລກທີ;
4. ອອກຄັ້ງທີ;
5. ບາໂຄດ;
6. ທີ່ຕັ້ງຕອນດິນ;
7. ນະຄອນຫຼວງວຽງຈັນ/ແຂວງ;
8. ເມືອງ/ນະຄອນ;
9. ຕາແສງ;
10. ບ້ານ;
11. ບົວນັດ;
12. ອອກໃຫ້ແກ່;
13. ວັນເດືອນປີເກີດ, ສັນຊາດ, ອາຊີບ;
14. ທີ່ຢູ່ປັດຈຸບັນ ບ້ານ, ໝູ່ບ້ານ, ຕາແສງ, ເມືອງ/ນະຄອນ, ນະຄອນຫຼວງວຽງຈັນ/ແຂວງ;
15. ຊື່ ແລະ ນາມສະກຸນ ຜົວ ຫຼື ເມຍ, ວັນເດືອນປີເກີດ;
16. ສັນຊາດ, ອາຊີບ;
17. ການໄດ້ມາຂອງສິດນຳໃຊ້ທີ່ດິນ;
18. ຖານະເປັນເຈົ້າຂອງສິດນຳໃຊ້ທີ່ດິນ;
19. ປະເພດທີ່ດິນ, ເຂດ;
20. ປຶ້ມທະບຽນທີ່ດິນເຫຼັ້ມທີ, ໃບທີ, ແຜນທີ່ຕາດິນເລກທີ;
21. ຕອນດິນເລກທີ, ເນື້ອທີ່ດິນ (ຕາແມັດ), ມາດຕາສ່ວນ;
22. ແຜນທີ່ຕອນດິນ;
23. ອອກໃຫ້ທີ່, ວັນທີ, ເດືອນ, ປີ, ລາຍເຊັນ ແລະ ຕາປະທັບ ຂອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ຫຼື ລາຍເຊັນ ແລະ ປະທັບຕາ ຂອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ໃນກໍລະນີຍັງບໍ່ທັນມອບສິດໃຫ້ຂຶ້ນເມືອງ.
ສຳລັບໃບທະບຽນທີ່ດິນ ແລະ ໃບຕາດິນ ທີ່ອອກໃຫ້ແກ່ນິຕິບຸກຄົນ ເພື່ອປຸກສ້າງຄອນໂດມີນຽມ ແມ່ນມີເນື້ອໃນດຽວກັນຕາມເທິງນີ້ ແຕ່ຢູ່ເທິງເບື້ອງຂວາກຳນົດຊື່ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ສ່ວນຢູ່ເບື້ອງຊ້າຍດ້ານລຸ່ມ ແມ່ນມີປອນເຊັນ ແລະ ປະທັບຕາຂອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ/ແຂວງ.
ສຳລັບການຂຶ້ນທະບຽນທີ່ດິນປຸກສ້າງຄອນໂດມີນຽມໃບທະບຽນທີ່ດິນ ແລະ ໃບຕາດິນດັ່ງກ່າວ ທີ່ອອກໃຫ້ແກ່ນິຕິບຸກຄົນນັ້ນ ແມ່ນມີເນື້ອໃນດຽວກັນຕາມເທິງນີ້ ແຕ່ຢູ່ເທິງເບື້ອງຂວາກຳນົດຊື່ກະຊວງກະສິກຳ ແລະ ສິ່ງແວດລ້ອມ. ສ່ວນຢູ່ເບື້ອງຊ້າຍດ້ານລຸ່ມ ແມ່ນມີປອນເຊັນ ແລະ ປະທັບຕາຂອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ/ແຂວງ.
ດ້ານຫຼັງໃບທະບຽນທີ່ດິນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງສັງຄົມ ມີຕາຕະລາງການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ ປະກອບມີເນື້ອໃນ ດັ່ງນີ້:
1. ການຈົດທະບຽນການເຄື່ອນໄຫວສິດນຳໃຊ້ທີ່ດິນ, ວັນທີ, ປຶ້ມຈົດທະບຽນ (ເຫຼັ້ມທີ, ເລກທີ);
2. ປະເພດເອກະສານ ຫຼື ສັນຍາ;
3. ຊື່ ແລະ ນາມສະກຸນ ເຈົ້າຂອງສິດນຳໃຊ້ທີ່ດິນ;
4. ຊື່ ແລະ ນາມສະກຸນ ຄູ່ສັນຍາ;
5. ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ (ໃນເວລາການຈົດທະບຽນ);
6. ການຈົດທະບຽນການລົບລ້າງ, ວັນທີ, ປຶ້ມຈົດທະບຽນ (ເຫຼັ້ມທີ, ເລກທີ);
7. ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ (ໃນເວລາລົບລ້າງການຈົດທະບຽນ).
第ມາດຕາ 4条
第4条 土地登记表和地契表格的印制
土地管理和开发司直接负责印制国有土地登记表和地契、个人、法人或社会组织的土地登记表和地契,然后送交万象首都、各省的农业和环境厅,以便转交各县、市的农业和环境办公室,按照本协议第3条和第4条的规定,在土地登记数据库程序中为每种表格打印详细内容。
万象首都、各省的农业和环境厅应通知其辖区内所有各方知晓关于按照本协议使用土地登记表和地契表格的事宜。
ພາສາລາວ (老挝语原文)
ມາດຕາ 4 ການຈັດພິມແບບພິມໃບທະບຽນທີດິນ ແລະ ໃບຕາດິນ
ກົມຄຸ້ມຄອງ ແລະ ພັດທະນາທີດິນ ເປັນຜູ້ຮັບຜິດຊອບໂດຍກົງໃນການຈັດພິມແບບພິມໃບທະບຽນທີດິນ ແລະ ໃບຕາດິນລັດ, ໃບທະບຽນທີດິນ ແລະ ໃບຕາດິນ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງສັງຄົມ ແລ້ວ ຈັດສົ່ງໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ, ເພື່ອນຳສົ່ງໃຫ້ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ພິມເນື້ອໃນລະອຽດຕາມທີ່ກຳນົດໄວ້ໃນມາດຕາ 3 ແລະ 4 ຂອງຂໍ້ຕົກລົງສະບັບນີ້ ທີ່ໄດ້ກຳນົດໄວ້ໃນໂປຣແກຣມຖານຂໍ້ມູນທະບຽນທີດິນ ໃສ່ແຕ່ລະແບບພິມ.
ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ, ອອກແຈ້ງການໃຫ້ທຸກພາກສ່ວນພາຍໃນທ້ອງຖິ່ນຂອງຕົນໄດ້ຮັບຊາບ ກ່ຽວກັບການນຳໃຊ້ແບບພິມ ໃບທະບຽນທີດິນ ແລະ ໃບຕາດິນ ຕາມຂໍ້ຕົກລົງສະບັບນີ້.
第ມາດຕາ 5条
第5条 条形码和盖章
土地登记簿和地契必须附有条形码,条形码应置于土地登记簿和地契的地块位置编号信息上方。
盖章必须盖在县/市农业环境办公室主任或万象市/省农业环境厅厅长的签名上。盖章应在土地登记簿和地契上清晰、端正地盖印,覆盖签名左侧的三分之一部分,不得遮挡或覆盖签名人的职务。不得在未签名的土地登记簿和地契上盖章。签名人的姓名应限制大小并与签名人的职务垂直对齐。姓名应限制为签名人的姓名。
ພາສາລາວ (老挝语原文)
ມາດຕາ 5 ການໃສ່ບາໂຄດ ແລະ ການປະທັບຕາ
ໃບທະບຽນທີ່ດິນ ແລະ ໃບຕາດິນ ຕ້ອງໃສ່ບາໂຄດ ໂດຍໃຫ້ໃສ່ເບື້ອງເທິງຂໍ້ມູນຕົວເລກກ່ຽວກັບທີ່ຕັ້ງຕອນດິນ ຂອງໃບທະບຽນທີ່ດິນ ແລະ ໃບຕາດິນ.
ການປະທັບຕາ ຕ້ອງປະທັບຕາໃສ່ລາຍເຊັນ ຂອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ/ນະຄອນ ຫຼື ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ/ແຂວງ. ການປະທັບຕາ ໃຫ້ປະທັບໃສ່ໃບທະບຽນທີ່ດິນ ແລະ ໃບຕາດິນ ຢ່າງຊັດເຈນ ແລະ ຊື່ຕົງ, ກວມເອົາຫົວສ່ວນສາມຂອງລາຍເຊັນ ມາທາງເບື້ອງຊ້າຍ ໂດຍບໍ່ໃຫ້ທັບ ຫຼື ກວມເອົາຕຳແໜ່ງຂອງຜູ້ລົງລາຍເຊັນ ບໍ່ໃຫ້ປະທັບຕາກ່ອນລົງລາຍເຊັນ ໃສ່ໃບທະບຽນທີ່ດິນ ແລະ ໃບຕາດິນ ທີ່ບໍ່ມີລາຍເຊັນ. ຊື່ ແລະ ນາມສະກຸນ ຂອງຜູ້ເຊັນ ໃຫ້ຈຳກັດຂະໜານ ແລະ ຕັ້ງສາກກັບຕຳແໜ່ງຜູ້ເຊັນ. ຊື່ ແລະ ນາມສະກຸນ ໃຫ້ຈຳກັດຊື່ຂອງຜູ້ລົງລາຍເຊັນ.
第ມາດຕາ 6条
第6条 组织实施
委托土地管理和开发司、农林与环境部(万象首都、省、县、市农林与环境办公室)作为牵头单位,与中央和地方相关部门协调,宣传、指导并组织实施本协议,确保其有效性。
个人、法人或组织应知悉并严格执行本协议。
ພາສາລາວ (老挝语原文)
ມາດຕາ 6 ການຈັດຕັ້ງປະຕິບັດ
ມອບໃຫ້ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໂຄສະນາເຜີຍແຜ່, ແນະນຳ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ໃຫ້ມີປະສິດທິພາບ.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.
第ມາດຕາ 7条
第7条 效力
本法自2026年8月1日起生效。
取代关于规定印刷格式和按格式印刷的决定
本决定
印刷土地登记证和土地证,编号0672/ກຊສ,2022年2月19日
ພາສາລາວ (老挝语原文)
ມາດຕາ 7 ຜົນສັກສິດ
ກົດໝາຍສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີ 1 ສິງຫາ 2026 ເປັນຕົ້ນໄປ
ປ່ຽນແທນ ຂໍ້ຕົກລົງ ວ່າດ້ວຍການກຳນົດເນື້ອໃນແບບພິມ ແລະ ການພິມຕາມແບບ
ຂໍ້ຕົກລົງສະບັບນີ້
ພິມ ໃບທະບຽນທີ່ດິນ ແລະ ໃບຕາດິນ ສະບັບເລກທີ 0672/ກຊສ, ລົງວັນທີ 19 ກຸມພາ 2022