ຂໍ້ຕົກລົງວ່າດ້ວຍ ການກຳນົດວຽກເບົາ ແລະ ວຽກທີ່ເປັນອັນຕະລາຍ ສຳລັບແຮງງານໄວໜຸ່ມ

关于规定青年劳动者轻活与危险活的决定

Decision on Determining Light Work and Hazardous Work for Young Workers

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ວຽກເບົາ ແລະ ວຽກອັນຕະລາຍ
ວຽກເບົາ ໝາຍເຖິງ ວຽກທີ່ບໍ່ເປັນອັນຕະລາຍຕໍ່ສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈ, ບໍ່ສົ່ງຜົນກະທົບຕໍ່ການພັດທະນາທາງດ້ານຮ່າງກາຍ, ມັນສະໝອງ, ຈິດໃຈ ແລະ ການສຶກສາ ເຊິ່ງອະນຸຍາດໃຫ້ນຳໃຊ້ແຮງງານໄວໜຸ່ມ ທີ່ມີອາຍຸຕ່ຳກວ່າ 14 ປີ ແຕ່ບໍ່ຫຼຸດ 12 ປີ.
ວຽກອັນຕະລາຍ ໝາຍເຖິງ ວຽກທຸກປະເພດ ເຊິ່ງຕາມລັກສະນະ ແລະ ສະພາບຂອງວຽກນັ້ນ ມີຄວາມສ່ຽງໃນການເປັນອັນຕະລາຍຕໍ່ສຸຂະພາບທາງດ້ານຮ່າງກາຍ, ມັນສະໝອງ, ຈິດໃຈ, ສິນລະທຳ ແລະ ຄວາມປອດໄພຂອງແຮງງານໄວໜຸ່ມ.

ມາດຕາ ມາດຕາ 2

ມາດຕາ 2 ອະທິບາຍຄຳສັບ

1. ແຮງງານນອກລະບົບ ໝາຍເຖິງ ຜູ້ອອກແຮງງານ ທີ່ເຮັດວຽກຢູ່ນອກຫົວໜ່ວຍແຮງງານ ລວມທັງຜູ້ເຮັດວຽກແບບອິດສະລະ

2. ຜູ້ໃຊ້ແຮງງານ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນຳໃຊ້ຜູ້ອອກແຮງງານໄວໜຸ່ມ ເຮັດວຽກໃຫ້ຕົນ ໂດຍຈ່າຍເງິນເດືອນ ຫຼື ຄ່າແຮງງານ ເປັນຄ່າຕອບແທນໃນການເຮັດວຽກ

3. ຜູ້ອອກແຮງງານໄວໜຸ່ມ ໝາຍເຖິງ ຜູ້ອອກແຮງງານ ທີ່ມີອາຍຸແຕ່ 12 ປີ ຫາ ຕໍ່າກວ່າ 18 ປີ

4. ແຮງງານໃນລະບົບ ໝາຍເຖິງ ຜູ້ອອກແຮງງານ ທີ່ເຮັດວຽກຢູ່ໃນຫົວໜ່ວຍແຮງງານ ຊຶ່ງໄດ້ຂຶ້ນທະບຽນຕາມກົດໝາຍ

5. ແຮງງານໃນຄົວເຮືອນ ໝາຍເຖິງ ຜູ້ທີ່ເຮັດວຽກໃຫ້ກັບຜູ້ນຳໃຊ້ແຮງງານໃນຄົວເຮືອນ ໂດຍໄດ້ຮັບເງິນເດືອນ ຫຼື ຄ່າແຮງງານ ເປັນຄ່າຕອບແທນ ບົນພື້ນຖານສັນຍາແຮງງານ ເຊັ່ນ: ເຮັດວຽກອະນາໄມ, ປຸງແຕ່ງອາຫານ, ຊັກລີດ, ວຽກສວນຄົວ, ຂັບລົດ, ເຝົ້າເຮືອນ, ເບິ່ງແຍງສັດລ້ຽງ, ລວມທັງການເບິ່ງແຍງເດັກນ້ອຍ, ຜູ້ອາຍຸສູງ, ຄົນເຈັບ ແລະ ຄົນພິການ

ມາດຕາ ມາດຕາ 3

ມາດຕາ 3 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໄວໜຸ່ມ ໃນລະບົບ ແລະ ນອກລະບົບຫົວໜ່ວຍແຮງງານ ລວມທັງແຮງງານໃນຄົວເຮືອນ ໃນຂອບເຂດທົ່ວປະເທດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 20 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ