关于规定青年劳动者轻活与危险活的决定

ຂໍ້ຕົກລົງວ່າດ້ວຍ ການກຳນົດວຽກເບົາ ແລະ ວຽກທີ່ເປັນອັນຕະລາຍ ສຳລັບແຮງງານໄວໜຸ່ມ

条文

第ມາດຕາ 1条

第1条 轻活和危险活
轻活是指对身心健康无害、不影响身体、智力、心理发展和教育的工作,允许使用年龄低于14岁但不低于12岁的青年劳动力。
危险活是指所有类型的工作,根据其性质和工作条件,对青年劳动力的身体健康、智力、心理、道德和安全存在风险。

ພາສາລາວ (老挝语原文)

ມາດຕາ 1 ວຽກເບົາ ແລະ ວຽກອັນຕະລາຍ
ວຽກເບົາ ໝາຍເຖິງ ວຽກທີ່ບໍ່ເປັນອັນຕະລາຍຕໍ່ສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈ, ບໍ່ສົ່ງຜົນກະທົບຕໍ່ການພັດທະນາທາງດ້ານຮ່າງກາຍ, ມັນສະໝອງ, ຈິດໃຈ ແລະ ການສຶກສາ ເຊິ່ງອະນຸຍາດໃຫ້ນຳໃຊ້ແຮງງານໄວໜຸ່ມ ທີ່ມີອາຍຸຕ່ຳກວ່າ 14 ປີ ແຕ່ບໍ່ຫຼຸດ 12 ປີ.
ວຽກອັນຕະລາຍ ໝາຍເຖິງ ວຽກທຸກປະເພດ ເຊິ່ງຕາມລັກສະນະ ແລະ ສະພາບຂອງວຽກນັ້ນ ມີຄວາມສ່ຽງໃນການເປັນອັນຕະລາຍຕໍ່ສຸຂະພາບທາງດ້ານຮ່າງກາຍ, ມັນສະໝອງ, ຈິດໃຈ, ສິນລະທຳ ແລະ ຄວາມປອດໄພຂອງແຮງງານໄວໜຸ່ມ.

第ມາດຕາ 2条

第2条 术语解释

1. 非正规就业劳动者 指在劳动单位以外工作的劳动者,包括自雇劳动者。

2. 雇主 指使用未成年劳动者为其工作并支付工资或劳动报酬作为工作报酬的个人、法人或组织。

3. 未成年劳动者 指年龄在12周岁至18周岁以下的劳动者。

4. 正规就业劳动者 指在依法注册的劳动单位内工作的劳动者。

5. 家政劳动者 指为家庭雇主工作,基于劳动合同获得工资或劳动报酬作为报酬的人,例如:清洁、烹饪、洗衣、园艺、驾驶、看家、照看宠物,包括照看儿童、老人、病人和残疾人。

ພາສາລາວ (老挝语原文)

ມາດຕາ 2 ອະທິບາຍຄໍາສັບ

1. ແຮງງານນອກລະບົບ ໝາຍເຖິງ ຜູ້ອອກແຮງງານ ທີ່ເຮັດວຽກຢູ່ນອກຫົວໜ່ວຍແຮງງານ ລວມທັງຜູ້ເຮັດວຽກແບບອິດສະລະ

2. ຜູ້ໃຊ້ແຮງງານ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນໍາໃຊ້ຜູ້ອອກແຮງງານໄວໜຸ່ມ ເຮັດວຽກໃຫ້ຕົນ ໂດຍຈ່າຍເງິນເດືອນ ຫຼື ຄ່າແຮງງານ ເປັນຄ່າຕອບແທນໃນການເຮັດວຽກ

3. ຜູ້ອອກແຮງງານໄວໜຸ່ມ ໝາຍເຖິງ ຜູ້ອອກແຮງງານ ທີ່ມີອາຍຸແຕ່ 12 ປີ ຫາ ຕໍ່າກວ່າ 18 ປີ

4. ແຮງງານໃນລະບົບ ໝາຍເຖິງ ຜູ້ອອກແຮງງານ ທີ່ເຮັດວຽກຢູ່ໃນຫົວໜ່ວຍແຮງງານ ຊຶ່ງໄດ້ຂຶ້ນທະບຽນຕາມກົດໝາຍ

5. ແຮງງານໃນຄົວເຮືອນ ໝາຍເຖິງ ຜູ້ທີ່ເຮັດວຽກໃຫ້ກັບຜູ້ນໍາໃຊ້ແຮງງານໃນຄົວເຮືອນ ໂດຍໄດ້ຮັບເງິນເດືອນ ຫຼື ຄ່າແຮງງານ ເປັນຄ່າຕອບແທນ ບົນພື້ນຖານສັນຍາແຮງງານ ເຊັ່ນ: ເຮັດວຽກອະນາໄມ, ປຸງແຕ່ງອາຫານ, ຊັກລີດ, ວຽກສວນຄົວ, ຂັບລົດ, ເຝົ້າເຮືອນ, ເບິ່ງແຍງສັດລ້ຽງ, ລວມທັງການເບິ່ງແຍງເດັກນ້ອຍ, ຜູ້ອາຍຸສູງ, ຄົນເຈັບ ແລະ ຄົນພິການ

第ມາດຕາ 3条

第3条 适用范围
本决定适用于用人单位和青年劳动者,包括正规和非正规劳动单位的劳动者,以及家庭劳动者,在全国范围内。

ພາສາລາວ (老挝语原文)

ມາດຕາ 3 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໄວໜຸ່ມ ໃນລະບົບ ແລະ ນອກລະບົບຫົວໜ່ວຍແຮງງານ ລວມທັງແຮງງານໃນຄົວເຮືອນ ໃນຂອບເຂດທົ່ວປະເທດ.

第ມາດຕາ 4条

第4条 轻工类型

允许使用14岁但不低于12岁劳动力的轻工类型如下:

1. 服务领域
1.1. 分发信件、报纸、书籍、杂志或合法广告单的工作;
1.2. 与体育服务相关的工作,如:捡球、捡网球、捡羽毛球;
1.3. 正式组织的比赛类工作,包括电视、广播节目、文学艺术表演;
1.4. 提供不含酒精的食品和饮料的工作。

2. 工业和手工业领域
2.1. 包装、分拣、拆解或组装轻质物品的工作;
2.2. 抓取、装袋或包装盒子的工作;
2.3. 整理和分类待洗熨的衣物的工作;
2.4. 清点商品的工作;
2.5. 捣米、刻布纹、纺线、缫丝、染丝、编织的工作;
2.6. 各类手工艺编织的工作;
2.7. 雕刻、捏塑、铸造、镂刻、绘画等促进和体现民族特色的手工工作,且不使用机器或化学品;
2.8. 串制和销售花环及其他工作。

3. 农业领域
3.1. 使用对健康和环境友好的农家肥或有机肥的种植工作;
3.2. 维护树苗、树木、水果和蔬菜的工作;
3.3. 采摘和销售花卉、水果和蔬菜的工作;
3.4. 饲养动物、清扫畜栏和照料无危险的养殖动物的工作;
3.5. 饲养无危险的水生动物,如:养鱼、青蛙、鳗鱼等;
3.6. 插秧、收割稻谷和拔秧的工作。

其他未在本协议中规定的轻工类型,应按照本协议第6条规定的劳动条件执行。

ພາສາລາວ (老挝语原文)

ມາດຕາ 4 ປະເພດວຽກເບົາ

ປະເພດວຽກເບົາທີ່ອະນຸຍາດໃຫ້ນຳໃຊ້ແຮງງານທີ່ມີອາຍຸ 14 ປີ ແຕ່ບໍ່ຫຼຸດ 12 ປີ ມີດັ່ງນີ້:

1. ຂົງເຂດບໍລິການ
1.1. ວຽກແຈກຢາຍຈົດໝາຍ, ໜັງສືພິມ, ປຶ້ມ, ວາລະສານ ຫຼື ໃບໂຄສະນາຕ່າງໆ ທີ່ຖືກຕ້ອງຕາມກົດໝາຍ;
1.2. ວຽກກ່ຽວກັບການຮັບໃຊ້ການຫຼິ້ນກິລາເຊັ່ນ: ເກັບບານ, ເກັບລູກເທັນນິດ, ເກັບດອກປິກໄກ່;
1.3. ວຽກປະເພດເກມການແຂ່ງຂັນທີ່ຈັດຂຶ້ນຢ່າງເປັນທາງການລວມທັງລາຍການທາງໂທລະພາບ, ວິທະຍຸ, ການສະແດງສິນລະປະວັນນະຄະດີ;
1.4. ວຽກເສີບອາຫານ ແລະ ເຄື່ອງດື່ມທີ່ບໍ່ມີທາດມຶນເມົາ.

2. ຂົງເຂດອຸດສາຫະກຳ ແລະ ຫັດຖະກຳ
2.1. ວຽກຫຸ້ມຫໍ່, ຄັດເລືອກ, ແກະອອກ ຫຼື ປະກອບເຂົ້າກັນສຳລັບສິ່ງຂອງປະເພດເບົາ;
2.2. ວຽກຈັບ, ເກັບເຄື່ອງໃສ່ຖົງ ຫຼື ຫຸ້ມຫໍ່ແກັດເຄື່ອງ;
2.3. ວຽກຈັດ ແລະ ແຍກເຄື່ອງນຸ່ງຫົ່ມສຳລັບຊັກລີດ;
2.4. ວຽກກວດນັບສິນຄ້າ;
2.5. ວຽກຕຳຫຼກ, ແກະລາຍຜ້າ, ປັ່ນເສັ້ນດ້າຍ, ສາວໄໝ, ຍ້ອມໄໝ, ທັກແສ່ວ;
2.6. ວຽກຈັກສານເຄື່ອງຫັດຖະກຳທຸກປະເພດ;
2.7. ວຽກແກະສະຫຼັກ, ປັ້ນ, ຫຼໍ່, ຄວັດ, ແຕ້ມທີ່ສົ່ງເສີມ ແລະ ເປັນເອກະລັກຂອງຊາດທີ່ເຮັດດ້ວຍມື ໂດຍທີ່ບໍ່ໄດ້ນຳໃຊ້ເຄື່ອງຈັກ ຫຼື ທາດເຄມີ;
2.8. ວຽກຮ້ອຍ ແລະ ຂາຍພວງມະໄລ ແລະ ອື່ນໆ.

3. ຂົງເຂດກະສິກຳ
3.1. ວຽກປູກຝັງທີ່ນຳໃຊ້ຝຸ່ນຄອກ ຫຼື ຝຸ່ນຊີວະພາບທີ່ເປັນມິດຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ;
3.2. ວຽກບຳລຸງຮັກສາເບ້ຍໄມ້, ຕົ້ນໄມ້, ໝາກໄມ້ ແລະ ຜັກ;
3.3. ວຽກເກັບ ແລະ ຂາຍດອກໄມ້, ໝາກໄມ້ ແລະ ຜັກ;
3.4. ວຽກລ້ຽງສັດ, ກວາດຕ້ອນ ແລະ ວຽກດູແລສັດລ້ຽງທີ່ບໍ່ເປັນອັນຕະລາຍ;
3.5. ວຽກລ້ຽງສັດນ້ຳທີ່ບໍ່ເປັນອັນຕະລາຍເຊັ່ນ: ລ້ຽງປາ, ກົບ, ອ່ຽນ ເປັນຕົ້ນ;
3.6. ວຽກດຳນາ, ກ່ຽວເຂົ້າ ແລະ ຫຼົກກ້າ.

ປະເພດວຽກເບົາອື່ນ ທີ່ບໍ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້ ແມ່ນໃຫ້ປະຕິບັດຕາມເງື່ອນໄຂໃນການເຮັດວຽກທີ່ໄດ້ລະບຸໄວ້ໃນມາດຕາ 6 ຂອງຂໍ້ຕົກລົງສະບັບນີ້.

第ມາດຕາ 5条

第5条 使用条件
雇主可以使用年龄低于14岁但不低于12岁的未成年劳动者从事本协议第5条规定的轻活,基于以下条件:
- 涉及提、扛、背、拖、拉或推的工作,重量不超过8公斤;
- 上学期间(课余时间)每天工作时间不超过2小时;
- 假期期间每天工作时间不超过6小时。

ພາສາລາວ (老挝语原文)

ມາດຕາ 5 ເງື່ອນໄຂໃນການນຳໃຊ້
ຜູ້ໃຊ້ແຮງງານສາມາດນຳໃຊ້ຜູ້ອອກແຮງງານໄວໜຸ່ມທີ່ມີອາຍຸຕໍ່າກວ່າ 14 ປີ ແຕ່ບໍ່ໃຫ້ຫຼຸດ 12 ປີ ເຮັດວຽກເບົາ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 5 ຂອງຂໍ້ຕົກລົງສະບັບນີ້ ບົນພື້ນຖານເງື່ອນໄຂ ດັ່ງນີ້:
- ວຽກທີ່ມີການຍົກ, ແບກ, ຫາບ, ລາກແກ່, ດຶງ ຫຼື ຍູ້ ທີ່ມີນ້ຳໜັກບໍ່ເກີນ 08 ກິໂລກາມ;
- ຊົ່ວໂມງເຮັດວຽກບໍ່ເກີນ 02 ຊົ່ວໂມງຕໍ່ວັນ ສຳລັບໄລຍະເປີດຮຽນ (ເປັນເວລານອກໂມງຮຽນ);
- ຊົ່ວໂມງເຮັດວຽກບໍ່ເກີນ 06 ຊົ່ວໂມງຕໍ່ວັນ ສຳລັບໄລຍະປິດສົກຮຽນ.

第ມາດຕາ 6条

第6条 危险工作类型
禁止使用未满18周岁的未成年工人从事的危险工作类型如下:
1. 所有涉及生产、运输或接触、触碰化学品、有毒物质以及致癌物质、电离辐射或放射性粉尘的工作,例如:
1.1. 石棉;
1.2. 苯;
1.3. 镉;
1.4. 汞;
1.5. 铅、锌、白铅、油漆中的铅;
1.6. 放射性物质和各种发光物质;
1.7. 红外线、紫外线、激光;
2. 所有涉及导致传染病的毒物的工作;
3. 所有在实验室中负责分析各种病原体的工作;
4. 所有在拘留场所和精神病医院内的工作;
5. 所有照顾传染病患者的工作,艾滋病除外;
6. 所有在医疗中心清洁医疗器械和洗涤病人衣物、洗涤含有危险化学品的物品的工作;
7. 所有收集、运输和处置来自医疗器械和已使用药品的废弃物的工作;
8. 所有在太平间或停尸房的工作,殡葬服务工作;
9. 所有整理尸体或挖墓穴的工作;
10. 所有涉及清洁污物的工作;
11. 操作或协助操作所有有运动和振动的机械;
12. 所有在离地面两米以上高处进行的工作;
13. 所有涉及高温的工作;
14. 操作或在高压电站工作;
15. 所有涉及矿物的工作;
16. 所有涉及水下爆炸物和易燃物的危险工作,包括炸药、易燃物、氧气、气体、武器、烟花以及其他可能引起爆炸和火灾的物品;
17. 所有在地下进行的工作,深度超过一米的挖掘;
18. 所有在未爆炸物场所进行的工作;
19. 所有农业领域接触危险化学品的工作,例如:杀虫剂、除草剂等;
20. 所有涉及锋利物品的工作;
21. 水下工作,包括潜水或水中救援;
22. 所有涉及屠宰动物的工作;
23. 所有在娱乐场所、洗浴按摩场所、致醉物品服务场所和各种赌博场所的工作;
24. 在垃圾堆和金属废料堆的工作,收集垃圾和回收垃圾;
25. 所有涉及猛兽或有毒动物的工作,例如:驯兽、在动物园饲养动物、兽医医院、马戏团;
26. 搬运、背负、拖拉、牵引物品的工作如下:
- 年龄在15岁至未满16岁者,偶尔不超过十二公斤,若连续工作超过一小时,重量不超过八公斤;
- 年龄在16岁至未满18岁者,偶尔不超过二十五公斤,若连续工作超过一小时,重量不超过十五公斤;
27. 需要连续站立超过4小时的工作;
28. 在照明不足的环境中的工作;
29. 所有接触烟雾、灰尘、气体和其他有毒物质的工作;
30. 所有在烟草和酒精工业生产中的工作;
31. 所有噪音或振动水平可能对未成年工人造成危险的工作;
32. 在修订后的《劳动法》第101条第5款和第102条规定的工作。

ພາສາລາວ (老挝语原文)

ມາດຕາ 6 ປະເພດວຽກອັນຕະລາຍ
ປະເພດວຽກອັນຕະລາຍທີ່ຫ້າມນຳໃຊ້ແຮງງານໄວໜຸ່ມທີ່ມີອາຍຸຕຳກວ່າ 18 ປີ ມີດັ່ງນີ້:
1. ວຽກທຸກປະເພດທີ່ກ່ຽວຂ້ອງກັບການຜະລິດ, ຂົນຍ້າຍ ຫຼື ສຳພັດ, ແຕະຕ້ອງກັບສານເຄມີ ແລະ ສານພິດ ແລະ ສານທີ່ກໍ່ໃຫ້ເກີດເປັນພະຍາດມະເຮັງ, ລັງສີຂອງໄຟຟ້າ ຫຼື ຝຸ່ນລະອອງ ເຊັ່ນ:
1.1. ສານໄຍຫີນ (Asbestos);
1.2. ສານເບນຊິນ (Benzene);
1.3. ແຄດມີອອມ (Cadmium);
1.4. ທາດແມັກກຸຣິນ ຫຼື ສານບາຫຼອດ (Mercury);
1.5. ສານກົ່ວ, ສານສັງກະສີ, ສານກົ່ວສີຂາວ, ສານກົ່ວໃນນ້ຳສີ;
1.6. ສານແຜ່ກຳມັນຕະພາບລັງສີ ແລະ ສານເຮືອງແສງຕ່າງໆ;
1.7. ລັງສີອິນຟາເຣດ, ລັງສີອຸນຕຣາໄວໂອເລດ, ແສງເລເຊີ;
2. ວຽກທຸກປະເພດທີ່ກ່ຽວຂ້ອງກັບສານພິດທີ່ພາໃຫ້ເກີດພະຍາດຕິດຕໍ່;
3. ວຽກທຸກປະເພດໃນຫ້ອງທົດລອງທີ່ເຮັດໜ້າທີ່ວິເຄາະຫາເຊື້ອພະຍາດຕ່າງໆ;
4. ວຽກທຸກປະເພດພາຍໃນສະຖານທີ່ກັກຂັງ ແລະ ໂຮງໝໍໂລກຈິດ;
5. ວຽກທຸກປະເພດທີ່ເບິ່ງແຍງ ດູແລຄົນເຈັບທີ່ເປັນພະຍາດຕິດຕໍ່ ເວັ້ນໂລກເອດ;
6. ວຽກທຸກປະເພດທີ່ອະນາໄມເຄື່ອງມືການແພດ ແລະ ຊັກເຄື່ອງນຸ່ງຫົ່ມຂອງຄົນເຈັບຢູ່ໃນສູນປິ່ນປົວສຸຂະພາບ, ຊັກເຄື່ອງທີ່ມີສານເຄມີອັນຕະລາຍ;
7. ວຽກທຸກປະເພດທີ່ເກັບ, ຂົນຍ້າຍ ແລະ ທຳລາຍສິ່ງເສດເຫຼືອຈາກເຄື່ອງມືການແພດ ແລະ ຢາປົວພະຍາດທີ່ໃຊ້ແລ້ວ;
8. ວຽກທຸກປະເພດໃນໂຮງເຢັນ ຫຼື ຫ້ອງເກັບມ້ຽນຄົນຕາຍ, ວຽກບໍລິການນູ້ຊີບ;
9. ວຽກທຸກປະເພດຈັດມ້ຽນຊາກສົບຄົນຕາຍ ຫຼື ວຽກຂຸດຂຸມຝັງສົບ;
10. ວຽກທຸກປະເພດທີ່ກ່ຽວຂ້ອງກັບການອະນາໄມສິ່ງເປິເປື້ອນ;
11. ບັນຊາ ຫຼື ເປັນຜູ້ຊ່ວຍບັນຊາເຄື່ອງກົນຈັກທຸກປະເພດ ທີ່ມີການເຄື່ອນເໜັງ ແລະ ສັ່ນສະເທືອນ;
12. ວຽກທຸກປະເພດ ທີ່ເຮັດຢູ່ບ່ອນສູງກວ່າ ສອງແມັດ ຈາກພື້ນ;
13. ວຽກທຸກປະເພດທີ່ເຮັດກັບຄວາມຮ້ອນ;
14. ການບັນຊາ ຫຼື ເຮັດວຽກໃນສະຖານີທີ່ມີໄຟຟ້າແຮງສູງ;
15. ວຽກທຸກປະເພດ ທີ່ກ່ຽວຂ້ອງກັບແຮ່ທາດ;
16. ວຽກທຸກປະເພດກ່ຽວກັບ ວັດຖຸລະເບີດ ແລະ ໄວໄຟ ທີ່ເປັນອັນຕະລາຍໃນນ້ຳ, ລວມທັງທາດລະເບີດ, ວັດຖຸໄວໄຟ, ທາດອົກຊີ, ອາຍແກັສ, ອາວຸດ, ບັ້ງໄຟດອກ ແລະ ວັດຖຸອື່ນໆທີ່ຈະເປັນສາເຫດຂອງການເກີດລະເບີດ ແລະ ເກີດໄຟ;
17. ວຽກທຸກປະເພດທີ່ເຮັດວຽກຢູ່ໃຕ້ດິນ, ການຂຸດທີ່ເລິກກວ່າໜຶ່ງແມັດ;
18. ວຽກທຸກປະເພດທີ່ເຮັດຢູ່ໃນສະຖານທີ່ ທີ່ມີລະເບີດຍັງບໍ່ທັນແຕກ;
19. ວຽກທຸກປະເພດໃນຂົງເຂດກະສິກຳທີ່ສຳພັດກັບສານເຄມີອັນຕະລາຍ ເປັນຕົ້ນ: ຢາຂ້າແມງໄມ້, ຢາຂ້າຫຍ້າ ແລະ ອື່ນໆ;
20. ວຽກທຸກປະເພດທີ່ກ່ຽວຂ້ອງກັບ ຂອງມີຄົມ;
21. ວຽກພື້ນນ້ຳ ລວມທັງການດຳນ້ຳ ຫຼື ການກູ້ຊີບໃນນ້ຳ;
22. ວຽກທຸກປະເພດ ທີ່ກ່ຽວຂ້ອງກັບການຂ້າສັດ;
23. ວຽກທຸກປະເພດໃນສະຖານທີ່ບັນເທີງ, ອາບອົບນວດ, ບໍລິການສິ່ງມຶນເມົາ ແລະ ສະຖານທີ່ຫຼີ້ນການພະນັນທຸກຊະນິດ;
24. ວຽກໃນກອງຂີ້ເຫຍື້ອ ແລະ ກອງເສດໂລຫະ, ເກັບຂີ້ເຫຍື້ອ ແລະ ທ້ອນໂຮມຂີ້ເຫຍື້ອນຳໃຊ້ຄືນໃໝ່;
25. ວຽກທຸກປະເພດທີ່ເຮັດວຽກກ່ຽວກັບສັດຮ້າຍ ຫຼື ສັດມີພິດ ເຊັ່ນ: ການສອນສັດ, ລ້ຽງສັດໃນສວນສັດ, ໂຮງໝໍປົວສັດ, ໃນໂຮງລະຄອນສັດ;
26. ວຽກບົກ, ແບກ, ຫາບ, ລາກແກ່, ດຶງສິ່ງຂອງມີດັ່ງນີ້:
- ຜູ້ທີ່ມີອາຍຸແຕ່ 15 ປີ ຫາບໍ່ເຖິງ 16 ປີ ເປັນບາງຄັ້ງຄາວບໍ່ໃຫ້ເກີນ ສິບສອງ ກິໂລກຼາມ, ຖ້າເຮັດວຽກແບບຕໍ່ເນື່ອງເກີນກວ່າ ໜຶ່ງຊົ່ວໂມງ ນ້ຳໜັກບໍ່ໃຫ້ເກີນ ແປດ ກິໂລກາມ;
- ຜູ້ທີ່ມີອາຍຸແຕ່ 16 ປີ ຫາບໍ່ເຖິງ 18 ປີ ເປັນບາງຄັ້ງຄາວບໍ່ໃຫ້ເກີນ ຊາວຫ້າ ກິໂລກຼາມ, ຖ້າເຮັດວຽກແບບຕໍ່ເນື່ອງເກີນກວ່າ ໜຶ່ງຊົ່ວໂມງ ນ້ຳໜັກບໍ່ໃຫ້ເກີນ ສິບຫ້າ ກິໂລກຼາມ;
27. ວຽກທີ່ຕ້ອງຢືນ ຫຼາຍກວ່າ 4 ຊົ່ວໂມງຕິດຕໍ່ກັນ;
28. ວຽກໃນສະພາບແວດລ້ອມທີ່ມີແສງສະຫວ່າງບໍ່ພຽງພໍ;
29. ວຽກທຸກປະເພດທີ່ສຳຜັດກັບຄວັນ, ຂີ້ຝຸ່ນ, ອາຍແກັສ ແລະ ສານພິດອື່ນໆ;
30. ວຽກທຸກປະເພດ ໃນການຜະລິດອຸດສະຫະກຳຢາສູບ ແລະ ທາດເຫຼົ້າ;
31. ວຽກທຸກປະເພດ ທີ່ມີລະດັບສຽງດັງ ຫຼື ສັ່ນສະເທືອນທີ່ຈະເປັນອັນຕະລາຍຕໍ່ແຮງງານໄວໜຸ່ມ;
32. ວຽກທີ່ກຳນົດໄວ້ ໃນມາດຕາ 101 ວັກ 5 ແລະ ມາດຕາ 102 ຂອງກົດໝາຍວ່າດ້ວຍແຮງງານສະບັບປັບປຸງ.

第ມາດຕາ 7条

第7条 例外
雇主可以使用年龄低于18岁但不低于15岁的未成年工从事根据本协议第7条规定的危险工作,雇主必须向劳动管理机构提出申请,说明必要性、使用时间以及劳动者名单,在获得豁免之前,须基于以下条件和步骤:
1. 获得基层工会或单位内劳动者代表的同意;
2. 接受来自劳动管理机构、经劳动管理机构或其他相关部门许可的安全与健康服务机构的培训;
3. 接受来自相关机构关于使用个人防护用品的指导或培训;
4. 通过劳动监察员及其他相关方的评估和检查。

ພາສາລາວ (老挝语原文)

ມາດຕາ 7 ການຍົກເວັ້ນ
ຜູ້ໃຊ້ແຮງງານ ສາມາດນຳໃຊ້ແຮງງານໄວໜຸ່ມ ທີ່ມີອາຍຸຕຳ່ກວ່າ 18 ປີ ແຕ່ບໍ່ໃຫ້ຫຼຸດ 15 ປີ ເຮັດວຽກໃນວຽກທີ່ເປັນອັນຕະລາຍ ຕາມມາດຕາ 7 ຂອງຂໍ້ຕົກລົງສະບັບນີ້, ຜູ້ໃຊ້ແຮງງານຕ້ອງສະເໜີຕໍ່ອົງການຄຸ້ມຄອງແຮງງານ ໂດຍໃຫ້ບອກແຈ້ງເຖິງຄວາມຈຳເປັນ, ກຳນົດເວລາທີ່ຈະນຳໃຊ້ ແລະ ບັນຊີລາຍຊື່ຂອງຜູ້ອອກແຮງງານ ກ່ອນຈະໄດ້ຮັບການຍົກເວັ້ນ ບົນພື້ນຖານເງື່ອນໄຂ ແລະ ຂັ້ນຕອນ ດັ່ງນີ້:
1. ໄດ້ຮັບການເຫັນດີຈາກກຳມະບານຮາກຖານ ຫຼື ຜູ້ຕາງໜ້າຜູ້ອອກແຮງງານພາຍໃນຫົວໜ່ວຍແຮງງານ;
2. ໄດ້ຮັບການຝຶກອົບຮົມ ຈາກອົງການຄຸ້ມຄອງແຮງງານ, ໜ່ວຍງານບໍລິການວຽກງານດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ ທີ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງແຮງງານ ຫຼື ຂະແໜງການອື່ນທີ່ກ່ຽວຂ້ອງ;
3. ໄດ້ຮັບການແນະນຳ ຫຼື ຝຶກອົບຮົມ ກ່ຽວກັບການໃຊ້ເຄື່ອງປ້ອງກັນສ່ວນບຸກຄົນຈາກໜ່ວຍງານທີ່ກ່ຽວຂ້ອງ;
4. ຜ່ານການໄດ້ຮັບການປະເມີນ ແລະ ກວດກາ ຈາກເຈົ້າໜ້າທີ່ກວດກາແຮງງານ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ.

第ມາດຕາ 8条

第8条 对用人单位的禁止行为
用人单位不得有下列行为:
1. 雇用未满十二周岁的人工作;
2. 隐瞒、藏匿、伪造使用未成年劳动力的信息;
3. 未成年劳动力一日内工作两班;
4. 使用年满十二周岁但未满十四周岁的未成年劳动力在18:00至次日06:00期间工作,以及加班;
5. 使用年满十四周岁但未满十八周岁的未成年劳动力加班以及从事22:00至次日06:00期间的夜班工作;
6. 违反劳动合同和用人单位的内部规章制度;
7. 侵犯未成年劳动者在工作场所的个人权利;
8. 以任何形式直接或间接强迫使用未成年劳动力;
9. 直接或间接歧视未成年劳动力;
10. 有其他违反法律和规章的行为。

ພາສາລາວ (老挝语原文)

ມາດຕາ 8 ຂໍ້ຫ້າມ ສຳລັບຜູ້ໃຊ້ແຮງງານ
ຜູ້ໃຊ້ແຮງງານ ມີ ພຶດຕິກຳ ດັ່ງນີ້:
1. ຮັບເອົາຜູ້ທີ່ມີອາຍຸ ຕ່ຳກວ່າ ສິບສອງປີ ເຂົ້າ ເຮັດວຽກ;
2. ປິດບັງ, ເຊື່ອງອຳ, ປອມແປງ ຂໍ້ມູນ ໃນການນຳໃຊ້ແຮງງານໄວໜຸ່ມ;
3. ແຮງງານໄວໜຸ່ມ ເຮັດວຽກ ສອງຜຽນ ໃນໜຶ່ງວັນ;
4. ນຳໃຊ້ແຮງງານໄວໜຸ່ມ ອາຍຸຕ່ຳກວ່າ 14 ປີ ແຕ່ບໍ່ຫຼຸດ 12 ປີ ເຮັດວຽກແຕ່ເວລາ 18:00 ໂມງຫາ 06:00 ໂມງເຊົ້າຂອງມື້ໃໝ່ ແລະ ເຮັດວຽກເພີ່ມໂມງ;
5. ນຳໃຊ້ແຮງງານໄວໜຸ່ມ ອາຍຸຕ່ຳກວ່າ 18 ປີ ແຕ່ບໍ່ຫຼຸດ 14 ປີ ເຮັດວຽກເພີ່ມໂມງ ແລະ ວຽກກາງຄືນ ແຕ່ເວລາ 22:00 ໂມງຫາ 06:00 ໂມງເຊົ້າຂອງມື້ໃໝ່;
6. ລະເມີດສັນຍາແຮງງານ ແລະ ກົດລະບຽບພາຍໃນ ຂອງຫົວໜ່ວຍແຮງງານ;
7. ລະເມີດສິດສ່ວນບຸກຄົນ ຂອງຜູ້ອອກແຮງງານໄວໜຸ່ມໃນສະຖານທີ່ເຮັດວຽກ;
8. ນຳໃຊ້ແຮງງານໄວໜຸ່ມດ້ວຍການບັງຄັບ ໃນທຸກຮູບແບບ ບໍ່ວ່າທາງກົງ ຫຼື ທາງອ້ອມ;
9. ຈຳແນກໂດຍທາງກົງ ຫຼື ທາງອ້ອມຕໍ່ ແຮງງານໄວໜຸ່ມ;
10. ມີພຶດຕິກຳອື່ນ ທີ່ເປັນການລະເມີດ ກົດໝາຍ ແລະ ລະບຽບການ.

第ມາດຕາ 9条

第9条 青年劳动者的禁止行为
禁止青年劳动者有以下行为:
1. 无故擅自放弃职责或停止工作,且未经雇主许可;
2. 拒绝使用雇主提供的设备或个人防护用品;
3. 违反劳动合同和用人单位的内部规章制度;
4. 在工作场所侵犯他人个人权利;
5. 向雇主和相关国家工作人员隐瞒、藏匿、伪造自身信息;
6. 有其他违反法律法规的行为。

ພາສາລາວ (老挝语原文)

ມາດຕາ 9 ຂໍ້ຫ້າມ ສຳລັບຜູ້ອອກແຮງງານໄວໜຸ່ມ
ຫ້າມ ຜູ້ອອກແຮງງານໄວໜຸ່ມ ມີ ພຶດຕິກຳ ດັ່ງນີ້:

1. ປະລະໜ້າທີ່ ຫຼື ຢຸດເຊົາວຽກ ໂດຍບໍ່ມີເຫດຜົນ ແລະ ບໍ່ໄດ້ຮັບອະນຸຍາດຈາກຜູ້ໃຊ້ແຮງງານ;
2. ປະຕິເສດໃນການໃສ່ອຸປະກອນ ຫຼື ເຄື່ອງປ້ອງກັນສ່ວນບຸກຄົນທີ່ຜູ້ໃຊ້ແຮງງານສະໜອງໃຫ້;
3. ລະເມີດສັນຍາແຮງງານ ແລະ ກົດລະບຽບພາຍໃນ ຂອງຫົວໜ່ວຍແຮງງານ;
4. ລະເມີດສິດສ່ວນບຸກຄົນ ຂອງຄົນອື່ນໃນສະຖານທີ່ເຮັດວຽກ;
5. ປິດບັງ, ເຊື່ອງອຳ, ປອມແປງ ຂໍ້ມູນ ຂອງຕົນ ຕໍ່ຜູ້ໃຊ້ແຮງງານ ແລະ ເຈົ້າໜ້າທີ່ລັດທີ່ກ່ຽວຂ້ອງ;
6. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

第ມາດຕາ 10条

第10条 禁止个人、法人或其他组织有下列行为:

(一)隐瞒、藏匿、伪造文件,虚增儿童年龄以便就业;

(二)宣传、寻找、招募、威胁、恐吓、强迫、使用暴力、滥用职权、收买、引诱、欺骗、唆使、介绍、劝诱在校学生辍学或退学以便就业或使用或雇用学生;

(三)宣传、寻找、招募青年劳动力到国外工作;

(四)有其他违反法律法规的行为。

ພາສາລາວ (老挝语原文)

ມາດຕາ 10 ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ ມີ ພຶດຕິກຳ ດັ່ງນີ້:

ກ. ປິດບັງ, ເຊື່ອງອຳ, ປອມແປງເອກະສານ ເພີ່ມອາຍຸຂອງເດັກເພື່ອການເຂົ້າເຮັດວຽກ;

ຂ. ໂຄສະນາ, ຊອກຫາ, ຂົນຂວາຍ, ນາບຂູ່, ຂົ່ມເຫັງ, ບັງຄັບ, ໃຊ້ກຳລັງ, ສວຍໃຊ້ອຳນາດ, ຊື້ຈ້າງ, ຈອບອອຍ, ຕົວະຍົວະຫຼອກລວງ, ຍຸຍົງ, ແນະນຳ, ຊັກຊວນ ນັກຮຽນທີ່ກຳລັງຮຽນ ໃຫ້ຂາດຮຽນ ຫຼື ອອກໂຮງຮຽນ ເພື່ອເຂົ້າເຮັດວຽກ ຫຼື ໃຫ້ມີການນຳໃຊ້ ຫຼື ຈ້າງງານນັກຮຽນ;

ຄ. ໂຄສະນາ, ຊອກຫາ, ຂົນຂວາຍ ແຮງງານໄວໜຸ່ມໄປເຮັດວຽກຢູ່ຕ່າງປະເທດ;

ງ. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

第ມາດຕາ 11条

第11条 青年劳工管理
劳工管理机构直接负责管理和检查青年劳工的使用,包括:
1. 劳动和社会福利部;
2. 省级劳动和社会福利厅;
3. 县级劳动和社会福利办公室;
4. 村级劳动和社会福利单位。

ພາສາລາວ (老挝语原文)

ມາດຕາ 11 ການຄຸ້ມຄອງແຮງງານໄວຫຸ່ມ
ອົງການຄຸ້ມຄອງແຮງງານ ເປັນຜູ້ຮັບຜິດຊອບໂດຍກົງ ໃນການຄຸ້ມຄອງ ແລະ ກວດກາ ການນຳໃຊ້ແຮງງານໄວຫຸ່ມ ຊຶ່ງປະກອບດ້ວຍ:
1. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ;
2. ພະແນກແຮງງານ ແລະ ສະຫວັດດີການສັງຄົມ ຂັ້ນແຂວງ;
3. ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ຂັ້ນເມືອງ;
4. ໜ່ວຍງານແຮງງານ ແລະ ສະຫວັດດີການສັງຄົມ ຂັ້ນບ້ານ.

第ມາດຕາ 12条

第12条 劳动和社会福利部的权利和义务
劳动和社会福利部有以下权利和义务:
1. 研究、制定、完善关于管理和保护青年劳动的政策、战略、法律、法规、指南和各种出版物;
2. 宣传和普及关于青年劳动轻工作和危险工作的政策、战略、法律和法规;
3. 制定计划和项目,以定期监督、检查、促进管理和使用青年劳动工作的实施;
4. 对全国劳动监察员进行关于管理和检查使用青年劳动工作的培训和提升;
5. 提供咨询并审议解决关于青年劳动的问题;
6. 与各部委、组织和地方政府协调关于青年劳动的管理;
7. 与外国、地区和国际就管理和检查使用青年劳动工作进行联系与合作;
8. 总结并报告管理和检查使用青年劳动工作的实施情况;
9. 行使法律规定的其他权利和履行其他义务。

ພາສາລາວ (老挝语原文)

ມາດຕາ 12 ສິດ ແລະ ຫ້າທີ່ຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີສິດ ແລະ ຫ້າທີ່ ດັ່ງນີ້:
1. ຄົ້ນຄວ້າ ສ້າງ, ປັບປຸງນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ລະບຽບ, ຄູ່ມື ແລະ ສື່ສິ່ງພິມຕ່າງໆ ກ່ຽວກັບການຄຸ້ມຄອງ ແລະ ປົກປ້ອງແຮງງານໄວໜຸ່ມ;
2. ໂຄສະນາ, ເຜີຍແຜ່ ນະໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບ ວຽກເບົາ ແລະ ວຽກອັນຕະລາຍ ສຳລັບແຮງງານໄວໜຸ່ມ;
3. ສ້າງແຜນງານ, ໂຄງການ ເພື່ອລົງຕິດຕາມ, ກວດກາ, ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ແລະ ການນຳໃຊ້ແຮງງານໄວໜຸ່ມ ໃນແຕ່ລະໄລຍະ;
4. ຝຶກອົບຮົມ ແລະ ຍົກລະດັບວຽກງານການຄຸ້ມຄອງ ແລະ ກວດກາ ການນຳໃຊ້ແຮງງານໄວໜຸ່ມ ໃຫ້ເຈົ້າໜ້າທີ່ກວດກາແຮງງານ ທົ່ວປະເທດ;
5. ໃຫ້ຄຳປຶກສາ ແລະ ພິຈາລະນາແກ້ໄຂບັນຫາ ກ່ຽວກັບແຮງງານໄວໜຸ່ມ;
6. ປະສານສົມທົບກັບ ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ກ່ຽວກັບການຄຸ້ມຄອງແຮງງານໄວໜຸ່ມ;
7. ພົວພັນ, ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານການຄຸ້ມຄອງ ແລະ ກວດກາ ການນຳໃຊ້ແຮງງານໄວໜຸ່ມ;
8. ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ແລະ ກວດກາ ການນຳໃຊ້ແຮງງານໄວໜຸ່ມ;
9. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

本页展示前 12 条,全文共 20 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LaoPaniti 首页:老挝法律AI问答 · 合同起草 · 中老翻译