ຂໍ້ຕົກລົງວ່າດ້ວຍ ຜະລິດຕະພັນໄມ້ເພື່ອຈຳໜ່າຍພາຍໃນ
关于国内销售木材产品的决定
Decision on Wood Products for Domestic Sale
ບົດສະຫຼຸບ
ກົດໝາຍນີ້ກຳນົດມາດຕະຖານຊະນິດ, ຂະໜາດ ແລະ ການປຸງແຕ່ງໄມ້ແປຮູບ, ໄມ້ກຶ່ງສຳເລັດຮູບ ແລະ ຜະລິດຕະພັນໄມ້ສຳເລັດຮູບທີ່ຈຳໜ່າຍພາຍໃນປະເທດລາວ ເພື່ອສົ່ງເສີມອຸດສາຫະກຳປຸງແຕ່ງໄມ້ ແລະ ຮັບປະກັນຄຸນນະພາບຜະລິດຕະພັນ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກຳນົດ ປະເພດ, ຮູບແບບ ແລະ ຂະຫນາດ ຂອງຜະລິດຕະພັນໄມ້ ເພື່ອຊຸກຍູ້, ສົ່ງເສີມ ການປຸງແຕ່ງໄມ້ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄຫມ ທີ່ສ້າງມູນຄ່າເພີ່ມ ໃຫ້ແກ່ຜະລິດຕະພັນພາຍໃນ ແລະ ເປັນບ່ອນອີງໃນການຄຸ້ມຄອງ, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແນໃສ່ຮັບປະກັນຜະລິດຕະພັນໄມ້ໃຫ້ໄດ້ຕາມມາດຕະຖານ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ມາດຕາ ມາດຕາ 2
ມາດຕາ 2 ຜະລິດຕະພັນໄມ້ເພື່ອຈຳໜ່າຍພາຍໃນ
ຜະລິດຕະພັນໄມ້ເພື່ອຈຳໜ່າຍພາຍໃນ ແມ່ນ ຜະລິດຕະພັນ ທີ່ໄດ້ມາຈາກ ການນຳເອົາວັດຖຸດິບໄມ້ ໄປຜ່ານຂະບວນການປຸງແຕ່ງ ເພື່ອໃຫ້ກາຍເປັນຜະລິດຕະພັນໄມ້ ເລື່ອຍແປຮູບ, ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ເພື່ອຕອບສະໜອງໃຫ້ແກ່ການຊົມໃຊ້ພາຍໃນ ຕາມປະເພດ ແລະ ຂະໜາດ ຂອງຜະລິດຕະພັນໄມ້.
ມາດຕາ ມາດຕາ 3
ມາດຕາ 3 ປະເພດຜະລິດຕະພັນໄມ້ເພື່ອຈຳໜ່າຍພາຍໃນ
ຜະລິດຕະພັນໄມ້ເພື່ອຈຳໜ່າຍພາຍໃນ ປະກອບມີ ສາມ ປະເພດ ດັ່ງນີ້:
1. ຜະລິດຕະພັນ ໄມ້ເລື່ອຍແປຮູບ;
2. ຜະລິດຕະພັນ ໄມ້ເຄິ່ງສຳເລັດຮູບ;
3. ຜະລິດຕະພັນ ໄມ້ສຳເລັດຮູບ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 11 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ