关于国内销售木材产品的决定

ຂໍ້ຕົກລົງວ່າດ້ວຍ ຜະລິດຕະພັນໄມ້ເພື່ອຈຳໜ່າຍພາຍໃນ

Decision on Wood Products for Domestic Sale

简介

该法规规定了老挝国内销售的锯材、半成品和成品木制品的种类、尺寸与加工标准,旨在推动木材加工工业化并确保产品质量。

Summary

This regulation specifies the types, dimensions, and processing standards for sawn timber, semi-finished, and finished wood products sold domestically in Laos, aiming to promote industrialization of wood processing and ensure product quality.

ບົດສະຫຼຸບ

ກົດໝາຍນີ້ກຳນົດມາດຕະຖານຊະນິດ, ຂະໜາດ ແລະ ການປຸງແຕ່ງໄມ້ແປຮູບ, ໄມ້ກຶ່ງສຳເລັດຮູບ ແລະ ຜະລິດຕະພັນໄມ້ສຳເລັດຮູບທີ່ຈຳໜ່າຍພາຍໃນປະເທດລາວ ເພື່ອສົ່ງເສີມອຸດສາຫະກຳປຸງແຕ່ງໄມ້ ແລະ ຮັບປະກັນຄຸນນະພາບຜະລິດຕະພັນ.

条文

第ມາດຕາ 1条

第1条 宗旨
本协议规定木制品的种类、形式和尺寸,以促进和鼓励木材加工朝着工业化、现代化方向发展,为国内产品创造附加值,并作为依法正确管理和监督执行工作的依据,旨在确保木制品符合标准,为国家经济-社会发展做出贡献。

ພາສາລາວ (老挝语原文)

ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກໍານົດ ປະເພດ, ຮູບແບບ ແລະ ຂະຫນາດ ຂອງຜະລິດຕະພັນໄມ້ ເພື່ອຊຸກຍູ້, ສົ່ງເສີມ ການປຸງແຕ່ງໄມ້ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄຫມ ທີ່ສ້າງມູນຄ່າເພີ່ມ ໃຫ້ແກ່ຜະລິດຕະພັນພາຍໃນ ແລະ ເປັນບ່ອນອີງໃນການຄຸ້ມຄອງ, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ແນໃສ່ຮັບປະກັນຜະລິດຕະພັນໄມ້ໃຫ້ໄດ້ຕາມມາດຕະຖານ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.

第ມາດຕາ 2条

第2条 内销木制品
内销木制品是指将木材原料经过加工过程,变成锯材、半成品和成品木制品,以满足国内消费需求,按照木制品的种类和规格。

ພາສາລາວ (老挝语原文)

ມາດຕາ 2 ຜະລິດຕະພັນໄມ້ເພື່ອຈຳໜ່າຍພາຍໃນ
ຜະລິດຕະພັນໄມ້ເພື່ອຈຳໜ່າຍພາຍໃນ ແມ່ນ ຜະລິດຕະພັນ ທີ່ໄດ້ມາຈາກ ການນຳເອົາວັດຖຸດິບໄມ້ ໄປຜ່ານຂະບວນການປຸງແຕ່ງ ເພື່ອໃຫ້ກາຍເປັນຜະລິດຕະພັນໄມ້ ເລື່ອຍແປຮູບ, ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ເພື່ອຕອບສະໜອງໃຫ້ແກ່ການຊົມໃຊ້ພາຍໃນ ຕາມປະເພດ ແລະ ຂະໜາດ ຂອງຜະລິດຕະພັນໄມ້.

第ມາດຕາ 3条

第3条 国内销售的木材产品类型
国内销售的木材产品包括以下三种类型:
1. 锯材产品;
2. 半成品木材产品;
3. 成品木材产品。

ພາສາລາວ (老挝语原文)

ມາດຕາ 3 ປະເພດຜະລິດຕະພັນໄມ້ເພື່ອຈຳໜ່າຍພາຍໃນ
ຜະລິດຕະພັນໄມ້ເພື່ອຈຳໜ່າຍພາຍໃນ ປະກອບມີ ສາມ ປະເພດ ດັ່ງນີ້:
1. ຜະລິດຕະພັນ ໄມ້ເລື່ອຍແປຮູບ;
2. ຜະລິດຕະພັນ ໄມ້ເຄິ່ງສຳເລັດຮູບ;
3. ຜະລິດຕະພັນ ໄມ້ສຳເລັດຮູບ.

第ມາດຕາ 4条

第4条 锯材产品
锯材产品是指通过将原木锯解成锯材的过程而得到的产品,包括方木、板材和薄板,其厚度、宽度和长度按照本协议表01规定的锯材产品标准。

表01:锯材产品
锯材产品目录 尺寸(毫米)
序号 老挝语名称 厚 宽 长
1. 方木(大尺寸锯材) >20 >20 >100
2. 板材
2.1 4x8材 4 8 <800
2.2 5x10材 5 10 <800
2.3 5x12材 5 12 <800
2.4 5x15材 5 15 <800
2.5 6x12材 6 12 <800
2.6 6x18材 6 18 <800
2.7 6x20材 6 20 <800
2.8 2x30材 2 30 <800
2.9 3x30材 3 30 <800
3. 薄板
3.1 1x2材 1 2 -
3.2 2x2材 2 2 -
3.3 3x3材 3 3 -
3.4 3x5材 3 5 -
3.5 3x6材 3 6 -
3.6 3x7材 3 7 -
3.7 3x8材 3 8 -
3.8 4x4材 4 4 -
3.9 5x5材 5 5 -

ພາສາລາວ (老挝语原文)

ມາດຕາ 4 ຜະລິດຕະພັນໄມ້ເລືອຍແປຮູບ
ຜະລິດຕະພັນໄມ້ເລືອຍແປຮູບ ແມ່ນ ຜະລິດຕະພັນ ທີ່ຜ່ານຂະບວນການນຳເອົາໄມ້ທ່ອນມາເລືອຍ ເປັນໄມ້ເລືອຍແປຮູບ ຊຶ່ງປະກອບດ້ວຍ ໄມ້ຕີຕັບ, ໄມ້ແປຮູບ ແລະ ໄມ້ຊອຍ ທີ່ມີຂະໜາດຄວາມໜາ, ກວ້າງ ແລະ ຍາວ ຕາມມາດຕະຖານຜະລິດຕະພັນໄມ້ເລືອຍແປຮູບ ທີ່ກຳນົດໄວ້ ໃນຕາຕະລາງ 01 ຂອງ ຂໍ້ຕົກລົງສະບັບນີ້.

ຕາຕະລາງ 01: ຜະລິດຕະພັນໄມ້ເລືອຍແປຮູບ
ລາຍການຜະລິດຕະພັນ ໄມ້ເລືອຍແປຮູບ ຂະໜາດ (ມມ)
ລຳດັບ ຊື່ເປັນພາສາລາວ ໜາ ກວ້າງ ຍາວ
1. ໄມ້ຕີຕັບ (ໄມ້ເລືອຍຂະໜາດໃຫຍ່) >20 >20 >100
2. ໄມ້ແປຮູບ
2.1 ໄມ້ 4x8 4 8 <800
2.2 ໄມ້ 5x10 5 10 <800
2.3 ໄມ້ 5x12 5 12 <800
2.4 ໄມ້ 5x15 5 15 <800
2.5 ໄມ້ 6x12 6 12 <800
2.6 ໄມ້ 6x18 6 18 <800
2.7 ໄມ້ 6x20 6 20 <800
2.8 ໄມ້ 2x30 2 30 <800
2.9 ໄມ້ 3x30 3 30 <800
3. ໄມ້ຊອຍ
3.1 ໄມ້ 1x2 1 2 -
3.2 ໄມ້ 2x2 2 2 -
3.3 ໄມ້ 3x3 3 3 -
3.4 ໄມ້ 3x5 3 5 -
3.5 ໄມ້ 3x6 3 6 -
3.6 ໄມ້ 3x7 3 7 -
3.7 ໄມ້ 3x8 3 8 -
3.8 ໄມ້ 4x4 4 4 -
3.9 ໄມ້ 5x5 5 5 -

第ມາດຕາ 5条

第5条 半成品木制品

半成品木制品是指经过烘干或晒干、切割、刨削、成型等加工工序,但无法按照设计组装成一个整体或一套,不能直接使用的产品。
半成品木制品有两种形式:一种是单元或套件形式,不能直接使用且无法组装;另一种是零件形式,不能直接使用。

半成品木制品包括:单板、薄木片、木屑、木块、建筑用材、建筑构件、车厢用材,以及其他尺寸和形状与任何成品木制品相似的半成品木制品,按照本协议附件02中规定的半成品木制品标准。

ພາສາລາວ (老挝语原文)

ມາດຕາ 5 ຜະລິດຕະພັນໄມ້ເຄິ່ງສຳເລັດຮູບ

ຜະລິດຕະພັນໄມ້ເຄິ່ງສຳເລັດຮູບ ແມ່ນ ຜະລິດຕະພັນ ທີ່ໄດ້ຜ່ານຂະບວນການປຸງແຕ່ງ ຈາກການ ອົບ ຫຼື ຕາກແດດ, ຕັດຂະໜາດ, ປາດໂຄ້ງ ແລະ ຂຶ້ນຮູບຕ່າງໆ ແຕ່ບໍ່ສາມາດປະກອບເຂົ້າກັນໄດ້ ຕາມການອອກແບບ ເປັນໜຶ່ງຊຸດ ຫຼື ໜຶ່ງຫຼັງ ບໍ່ສາມາດນຳໃຊ້ໄດ້ເລີຍ.
ຜະລິດຕະພັນໄມ້ເຄິ່ງສຳເລັດຮູບມີ ສອງ ຮູບແບບ ຄື: ຮູບແບບເປັນໜ່ວຍ ຫຼື ເປັນຊຸດ ທີ່ບໍ່ສາມາດ ນຳໃຊ້ໄດ້ເລີຍ ແລະ ບໍ່ສາມາດປະກອບເຂົ້າກັນໄດ້ ແລະ ຮູບແບບເປັນຊິ້ນສ່ວນ ທີ່ບໍ່ສາມາດນຳໃຊ້ໄດ້ເລີຍ.

ຜະລິດຕະພັນໄມ້ເຄິ່ງສຳເລັດຮູບ ປະກອບມີ ໄມ້ປອກ, ໄມ້ຝານ, ໄມ້ບົດ, ໄມ້ສັບ, ໄມ້ສຳລັບກໍ່ສ້າງ, ໄມ້ປະກອບໃນອາຄານ, ໄມ້ປະກອບຖັງລົດ, ຜະລິດຕະພັນ ໄມ້ເຄິ່ງສຳເລັດຮູບອື່ນໆ ທີ່ມີຂະໜາດ ແລະ ຮູບແບບ ຄ້າຍຄືກັບຜະລິດຕະພັນໄມ້ສຳເລັດຮູບໃດໜຶ່ງ ຕາມມາດຕະຖານຜະລິດຕະພັນໄມ້ເຄິ່ງສຳເລັດຮູບ ທີ່ກຳນົດໄວ້ ໃນຕາຕະລາງ 02 ຂອງຂໍ້ຕົກລົງສະບັບນີ້.

第ມາດຕາ 6条

第6条 木制成品
木制成品是指经过加工工序的产品,包括刨、削、钻孔、打磨、抛光、上漆或不上漆以及组装,可直接使用或可拆卸或可组装。
木制成品有两种形式:成品件或成套成品,以及可组装后直接使用的部件形式。
木制成品包括:拼花地板或地板、胶合板、木制容器、木制工具、建筑用木制品、木制手工艺品、木制家具、锯末刨花板或锯末压块以及木炭产品,按照本协议附件03规定的木制成品标准。

ພາສາລາວ (老挝语原文)

ມາດຕາ 6 ຜະລິດຕະພັນໄມ້ສໍາເລັດຮູບ
ຜະລິດຕະພັນໄມ້ສໍາເລັດຮູບ ແມ່ນ ຜະລິດຕະພັນ ທີ່ຜ່ານຂະບວນການປຸງແຕ່ງ ຈາກການ ກົບ, ບາກ, ເຈາະຮູ, ແລນຮອງ, ປາດເດືອຍ, ຂັດເງົາ, ລົງສີ ຫຼື ບໍ່ລົງສີ ແລະ ຈັບນ໋ອດ ທີ່ສາມາດນໍາໃຊ້ໄດ້ເລີຍ ຫຼື ແຍກອອກ ຫຼື ປະກອບເຂົ້າກັນໄດ້.
ຜະລິດຕະພັນ ໄມ້ສໍາເລັດຮູບ ມີ ສອງ ຮູບແບບ ຄື: ຮູບແບບທີເປັນຫຟວຍ ຫຼື ເປັນຊຸດສໍາເລັດຮູບ ແລະ ຮູບແບບທີເປັນຊຶ້ນສ່ວນ ສາມາດປະກອບເຂົ້າກັນທີນໍາໃຊ້ໄດ້ເລີຍ.
ຜະລິດຕະພັນ ໄມ້ສໍາເລັດຮູບ ປະກອບມີ ຜະລິດຕະພັນ ໄມ້ປັກເກ ຫຼື ປູພື້ນ, ໄມ້ອັດ, ພາຊະນະບັນຈຸທີເຮັດດ້ວຍໄມ້, ເຄືອງໃຊ້ສອຍທີເຮັດດ້ວຍໄມ້, ຜະລິດຕະພັນໄມ້ປະກອບໃນອາຄານ, ເຄື່ອງຫັດຖະກໍາ ທີເຮັດດ້ວຍໄມ້, ເຄືອງເພີນີເຈີທີເຮັດດ້ວຍໄມ້, ຂີ່ເລືອຍ ອັດແທງ ຫຼື ອັດເມັດ ແລະ ຜະລິດຕະພັນຖານໄມ້ ຕາມມາດຕະຖານຜະລິດຕະພັນໄມ້ສໍາເລັດຮູບ ທີ່ກໍານົດໄວ້ ຕາຕະລາງ 03 ຂອງຂໍ້ຕົກລົງສະບັບນີ້.

第ມາດຕາ 7条

第7条 木材产品尺寸

木材产品尺寸是指确定每种木材产品的厚度、宽度和长度,以使加工符合目的、标准并公平对待消费者。每种木材产品的尺寸在本协议的第4条、第5条和第6条中规定。

对于尺寸与本协议规定不同的木材产品,木材加工工业企业经营者必须向农林部林业局提交,以便按照规定进行研究并审议。

ພາສາລາວ (老挝语原文)

ມາດຕາ 7 ຂະໜາດຜະລິດຕະພັນໄມ້

ຂະໜາດຜະລິດຕະພັນໄມ້ ແມ່ນ ການກຳນົດ ຄວາມໜາ, ກວ້າງ ແລະ ຍາວ ຂອງຜະລິດຕະພັນໄມ້ ແຕ່ລະປະເພດ ເພື່ອໃຫ້ການປຸງແຕ່ງ ຖືກຕ້ອງຕາມຈຸດປະສົງ, ມາດຕະຖານ ແລະ ມີຄວາມເປັນທຳໃຫ້ແກ່ ຜູ້ຊົມໃຊ້. ຂະໜາດຂອງແຕ່ລະປະເພດ ຜະລິດຕະພັນໄມ້ ແມ່ນໄດ້ກຳນົດຢູ່ໃນມາດຕາ 4, 5 ແລະ ມາດຕາ 6 ຂອງຂໍ້ຕົກລົງສະບັບນີ້.

ຜະລິດຕະພັນໄມ້ ທີ່ມີຂະໜາດແຕກຕ່າງຈາກຂໍ້ຕົກລົງສະບັບນີ້ ຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ຕ້ອງໄດ້ນຳສະເໜີ ຫາກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເພື່ອຄົ້ນຄວ້າ ແລະ ພິຈາລະນາ ຕາມລະບຽບການ.

第ມາດຕາ 8条

第8条 木材产品登记
木材加工工业企业经营者必须自行进行木材产品登记,然后每三个月向林业部门(省级农林环境厅)提交一次。木材产品登记必须根据产品的种类、形式、尺寸和特性如实进行。

ພາສາລາວ (老挝语原文)

ມາດຕາ 8 ການຂຶ້ນບັນຊີຜະລິດຕະພັນໄມ້
ຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ຕ້ອງຂຶ້ນບັນຊີຜະລິດຕະພັນໄມ້ ດ້ວຍຕົນເອງ ແລ້ວສົ່ງໃຫ້ຂະແໜງປ່າໄມ້ (ພະແນກກະສິກຳ ແລະ ສິ່ງແວດລ້ອມ ຂັ້ນແຂວງ) ທຸກໆ ສາມ ເດືອນ. ການຂຶ້ນບັນຊີຜະລິດຕະພັນໄມ້ ໃຫ້ຖືກຕ້ອງຕາມຄວາມເປັນຈິງ ຕາມປະເພດ, ຮູບແບບ, ຂະໜາດ ແລະ ລັກສະນະ ຂອງຜະລິດຕະພັນ.

第ມາດຕາ 9条

第9条 木材产品标准的认证
木材加工工业企业经营者,如有必要或市场需求,应向林业部门提出申请,以便按照规定颁发木材产品标准认证,基于省级农业和环境部门的认可和认证。

ພາສາລາວ (老挝语原文)

ມາດຕາ 9 ການຢັ້ງຢືນມາດຕະຖານຜະລິດຕະພັນໄມ້
ຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ຫາກມີຄວາມຈຳເປັນ ຫຼື ມີຄວາມຕ້ອງການຂອງຕະຫຼາດ ໃຫ້ສະເໜີຕໍ່ຂະແໜງປ່າໄມ້ ເພື່ອອອກໃບຢັ້ງຢືນມາດຕະຖານຜະລິດຕະພັນໄມ້ ຕາມລະບຽບການ ບົນພື້ນຖານການຮັບຮູ້ ແລະ ຢັ້ງຢືນຈາກພະແນກກະສິກຳ ແລະ ສິ່ງແວດລ້ອມ ຂັ້ນແຂວງ.

第ມາດຕາ 10条

第10条 组织实施
交由林业司、省农林与环境厅和县农林与环境办公室负责,主动与相关部门协调,宣传、推广、指导并严格执行本协议。

ພາສາລາວ (老挝语原文)

ມາດຕາ 10 ການຈັດຕັ້ງປະຕິບັດ
ມອບໃຫ້ ກົມປ່າໄມ້, ພະແນກກະສິກຳ ແລະ ສິ່ງແວດລ້ອມ ຂັ້ນແຂວງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ຂັ້ນເມືອງ ເປັນເຈົ້າການ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່, ແນະນຳ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ.

第ມາດຕາ 11条

第11条
效力自2026年7月29日起生效。

本文件取代2024年9月11日第4645/ກປ号关于木制品的协议。

ພາສາລາວ (老挝语原文)

ມາດຕາ 11
ຜົນສັກສິດ ນັບແຕ່ວັນທີ 29 ກໍລະກົດ 2026 ເປັນຕົ້ນໄປ.

ສະບັບນີ້ ປ່ຽນແທນ ຂໍ້ຕົກລົງ ວ່າດ້ວຍ ຜະລິດຕະພັນໄມ້ ສະບັບເລກທີ 4645/ກປ, ລົງວັນທີ 11 ກັນຍາ 2024.

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译