关于木材加工业工厂管理的决定
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງໄມ້
Decision on the Management of Wood-Processing Industry Factories
简介
该法规调整老挝境内木材加工厂的设立、经营及产品管理,旨在推动行业现代化、提高加工质量并促进绿色可持续发展。
Summary
This regulation governs the establishment, operation, and product management of wood processing factories in Laos, aiming to modernize the industry, improve processing quality, and promote green and sustainable development.
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການສ້າງຕັ້ງ, ການດຳເນີນທຸລະກິດ ແລະ ການຈັດການຜະລິດຕະພັນຂອງໂຮງງານປຸງແຕ່ງໄມ້ພາຍໃນປະເທດລາວ, ເພື່ອສົ່ງເສີມການພັດທະນາທັນສະໄໝ, ຍົກລະດັບຄຸນນະພາບການປຸງແຕ່ງ ແລະ ຊຸກຍູ້ການພັດທະນາແບບຂຽວ ແລະ ຍືນຍົງ.
条文
第ມາດຕາ 1条
第1条 目的
本协议确定关于木材加工工业工厂管理和促进木材加工工业朝着现代化方向发展的原则、规章和措施,以使木材加工工业工作的组织实施具有效率和效果,旨在提高木材加工生产的质量达到标准,创造附加值,并为国家按照绿色和可持续方向的经济社会发展做出贡献。
ພາສາລາວ (老挝语原文)
ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງໂຮງງານອຸດສາຫະກໍາປຸງແຕ່ງໄມ້ ແລະ ການສົ່ງເສີມອຸດສາຫະກໍາປຸງແຕ່ງໄມ້ ຕາມທິດຫັນເປັນທັນສະໄໝ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານອຸດສາຫະກໍາປຸງແຕ່ງໄມ້ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຍົກສະມັດຖະພາບການຜະລິດປຸງແຕ່ງໄມ້ ໃຫ້ໄດ້ມາດຕະຖານ, ສ້າງມູນຄ່າເພີ່ມ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ.
第ມາດຕາ 2条
第2条 木材加工厂的管理
木材加工厂的管理是指对木材加工厂的设立、扩建、搬迁和经营活动的管理,包括对木材进出库、木材担保和木材产品的管理,使其符合相关法律法规的规定。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງໄມ້
ການຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງໄມ້ ແມ່ນ ການຄຸ້ມຄອງການສ້າງຕັ້ງ, ຂະຫຍາຍ, ຍົກຍ້າຍ ແລະ ການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ລວມທັງການຄຸ້ມຄອງໄມ້ສັ້ນເຂົ້າ ແລະ ສິ້ນອອກ, ສາມາດຄຳປະກັນໄມ້ ແລະ ຜະລິດຕະພັນໄມ້ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
第ມາດຕາ 3条
第3条 词语解释
本协议中使用的词语定义如下:
1. 木材加工工业厂是指以木材为原料,通过加工过程将原木转变为锯材、成型材、板条、半成品和成品木材产品,使用机器和人工在工厂内进行加工的场所;
2. 木材加工工业厂经营许可证是指颁发给获准经营木材加工工业厂活动的法律证明文件;
3. 进料木材是指进入木材加工工业厂进行加工生产的木材;
4. 出料木材是指从木材加工工业厂运出的木材;
5. 木材利用率是指从加工生产中实际测量的木材体积与进料木材体积之比;
6. 木材产品是指经过木材原料、木材废料加工,在木材加工工业厂内经过生产工序,并得到省农业和环境部门使用表格ບຢຜມ 20认证的成品和半成品木材产品;
7. 专业技术人员是指毕业于或接受过与木材加工活动或相关技术领域专业培训的人员;
8. 木材经营者是指从事木材加工工业厂经营活动的人。
ພາສາລາວ (老挝语原文)
ມາດຕາ 3 ການອະທິບາຍຄໍາສັບ
ຄໍາສັບ ທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ໂຮງງານອຸດສາຫະກໍາປຸງແຕ່ງໄມ້ ໝາຍເຖິງ ສະຖານທີ່ປຸງແຕ່ງທີ່ນໍາໃຊ້ໄມ້ເປັນວັດຖຸດິບ ເຂົ້າສູ່ຂະບວນການປຸງແຕ່ງ ປ່ຽນຈາກໄມ້ທ່ອນ ມາເປັນ ໄມ້ແປຮູບ, ໄມ້ຊອຍ, ຜະລິດຕະພັນ ໄມ້ເຄິ່ງສໍາເລັດຮູບ ແລະ ສໍາເລັດຮູບ ດ້ວຍການນໍາໃຊ້ເຄື່ອງຈັກ ແລະ ແຮງງານຄົນ ຢູ່ພາຍໃນ ໂຮງງານ;
2. ໃບຢັ້ງຢືນດໍາເນີນກິດຈະການໂຮງງານອຸດສາຫະກໍາປຸງແຕ່ງໄມ້ ໝາຍເຖິງ ເອກະສານຢັ້ງຢືນທາງດ້ານກົດໝາຍ ທີ່ອອກໃຫ້ແກ່ຜູ້ໄດ້ຮັບອະນຸຍາດດໍາເນີນກິດຈະການໂຮງງານອຸດສາຫະກໍາປຸງແຕ່ງໄມ້;
3. ໄມ້ສິ້ນເຂົ້າ ໝາຍເຖິງ ໄມ້ທີ່ນໍາເຂົ້າມາຜະລິດປຸງແຕ່ງ ຢູ່ພາຍໃນໂຮງງານອຸດສາຫະກໍາປຸງແຕ່ງໄມ້;
4. ໄມ້ສິ້ນອອກ ໝາຍເຖິງ ໄມ້ທີ່ນໍາອອກຈາກໂຮງງານອຸດສາຫະກໍາປຸງແຕ່ງໄມ້;
5. ອັດຕາການນໍາໃຊ້ໄມ້ ໝາຍເຖິງ ບໍລິມາດໄມ້ ທີ່ວັດແທກໄດ້ຕົວຈິງຈາກການຜະລິດປຸງແຕ່ງ ໂດຍທຽບໃສ່ ບໍລິມາດໄມ້ສິ້ນເຂົ້າ;
6. ຜະລິດຕະພັນໄມ້ ໝາຍເຖິງ ຜະລິດຕະພັນໄມ້ ສໍາເລັດຮູບ ແລະ ເຄິ່ງສໍາເລັດຮູບ ທີ່ຜ່ານການປຸງແຕ່ງຈາກວັດຖຸດິບໄມ້, ເຫຍື່ອໄມ້ ໂດຍຜ່ານຂັ້ນຕອນການຜະລິດພາຍໃນໂຮງງານອຸດສາຫະກໍາປຸງແຕ່ງໄມ້ ແລະ ໄດ້ຮັບການຢັ້ງຢືນຈາກພະແນກກະສິກໍາ ແລະ ສິ່ງແວດລ້ອມຂັ້ນແຂວງ ໂດຍນໍາໃຊ້ແບບພິມ ບຢຜມ 20;
7. ວິຊາການສະເພາະດ້ານ ໝາຍເຖິງ ຜູ້ທີ່ໄດ້ຮຽນຈົບ ຫຼື ຜ່ານການຝຶກອົບຮົມວິຊາສະເພາະດ້ານໃດໜຶ່ງ ທີ່ກ່ຽວຂ້ອງກັບກິດຈະການປຸງແຕ່ງໄມ້ ຫຼື ຂະແໜງວິຊາການທີ່ກ່ຽວຂ້ອງ;
8. ຜູ້ດໍາເນີນທຸລະກິດໄມ້ ໝາຍເຖິງ ຜູ້ທີ່ດໍາເນີນກິດຈະການໂຮງງານອຸດສາຫະກໍາປຸງແຕ່ງໄມ້.
第ມາດຕາ 4条
第4条 适用范围
本协议适用于在老挝人民民主共和国境内从事和涉及木材加工工业工厂管理工作的个人、法人及组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບວຽກງານຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງໄມ້ ຢູ່ ສປປ ລາວ.
第ມາດຕາ 5条
第5条 木材加工工业工厂的类型
木材加工工业工厂分为以下三种类型:
1. 锯木厂;
2. 木材加工厂;
3. 木制家具厂。
ພາສາລາວ (老挝语原文)
ມາດຕາ 5 ປະເພດໂຮງງານອຸດສາຫະກໍາປຸງແຕງໄມ້
ໂຮງງານອຸດສາຫະກໍາປຸງແຕງໄມ້ ໄດ້ແບ່ງອອກເປັນ ສາມ ປະເພດ ດັ່ງນີ້:
1. ໂຮງງານເລື່ອຍໄມ້;
2. ໂຮງງານປຸງແຕງໄມ້;
3. ໂຮງງານເຟີນີເຈີໄມ້.
第ມາດຕາ 6条
第6条 锯木厂
锯木厂是指将原木、方木和板皮进行锯解成板材、方材和木条,以供应木材加工厂和木制家具厂的工厂。
ພາສາລາວ (老挝语原文)
ມາດຕາ 6 ໂຮງງານເລືອຍໄມ້
ໂຮງງານເລືອຍໄມ້ ແມ່ນ ໂຮງງານທີ່ນຳເອົາ ໄມ້ທ່ອນ, ຕໍ່ ແລະ ປູດໄມ້ ເຂົ້າມາເລືອຍເປັນ ໄມ້ຕີຕັບ, ໄມ້ແປຮູບ ແລະ ໄມ້ຊອຍ ເພື່ອຕອບສະໜອງໃຫ້ແກ່ ໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີໄມ້.
第ມາດຕາ 7条
第7条 木材加工厂
木材加工厂是指将原木、方木、成型、切片、剥皮、刨光、粉碎、拼接、压合、接长和干燥等木材通过加工生产过程,制成半成品和成品木制品的工厂,例如:拼花地板、地板、墙裙和天花板、指接材、胶合板、胶合木、胶合板、木制容器、木制餐具、厨房用木制品、建筑用木制品。
ພາສາລາວ (老挝语原文)
ມາດຕາ 7 ໂຮງງານປຸງແຕ່ງໄມ້
ໂຮງງານປຸງແຕ່ງໄມ້ ແມ່ນ ໂຮງງານທີ່ນຳເອົາໄມ້ ທ່ອນ, ຕີຕັບ, ແປຮູບ, ຊອຍ, ປອກ, ຝານ, ບົດ, ສັບ, ອັດ, ຕໍ່ໄມ້ ແລະ ປູດໄມ້ ເຂົ້າຜ່ານຂະບວນການຜະລິດປຸງແຕ່ງ ໃຫ້ເປັນຜະລິດຕະພັນໄມ້ ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ເປັນຕົ້ນ ໄມ້ປັກເກ, ປູພື້ນ, ແອ້ມຟາ ແລະ ເພດານ, ໄມ້ຕໍ່ເປັນເສັ້ນ, ອັດເຊືອມຕໍ່ປະສານ, ໄມ້ອັດ, ພາຊະນະບັນຈຸທີ່ເຮັດດ້ວຍໄມ້, ເຄື່ອງໃຊ້ສອຍທີ່ເຮັດດ້ວຍໄມ້, ຜະລິດຕະພັນໄມ້ທີ່ໃຊ້ໃນເຮືອນຄົວ, ຜະລິດຕະພັນໄມ້ປະກອບໃນອາຄານ.
第ມາດຕາ 8条
第8条 木制家具厂
木制家具厂是指将原木、锯材、成型材、薄板、胶合板、拼接材和层压材等通过生产加工过程制成木制品的工厂,例如:镜框、球、桌子、椅子、柜子、床、沙发、画框、装饰品、雕刻品、镶嵌品、细木工制品、手工艺品。
ພາສາລາວ (老挝语原文)
ມາດຕາ 8 ໂຮງງານເຟີນີເຈີໄມ້
ໂຮງງານເຟີນີເຈີໄມ້ ແມ່ນ ໂຮງງານທີ່ນຳເອົາໄມ້ທ່ອນ, ຕີຕັບ, ແປຮູບ, ຊອຍ, ໄມ້ອັດ, ຕໍ່ໄມ້ ແລະ ປູດໄມ້ ເຂົ້າຜ່ານຂະບວນການຜະລິດປຸງແຕ່ງ ໃຫ້ເປັນຜະລິດຕະພັນໄມ້ ເປັນຕົ້ນ ວົງກົບ, ບານ, ໂຕະ, ຕັ່ງ, ຕູ້, ຕຽງ, ໂຊຟາ, ຂອບຮູບ, ເຄື່ອງຕົບແຕ່ງ, ແກະສະຫຼັກ, ປະດັບເອ້, ໃຊ້ສອຍ, ເຄື່ອງຫັດຖະກຳ.
第ມາດຕາ 9条
第9条 木材加工工业企业规模
木材加工工业企业的规模,依据机器总马力或总劳动力数量,分为以下三种规模:
1. 小型企业:机器总马力从10马力到50马力,或劳动力数量从10人到50人;
2. 中型企业:机器总马力从51马力到200马力,或劳动力数量从51人到200人;
3. 大型企业:机器总马力从201马力以上,或劳动力数量从201人以上。
ພາສາລາວ (老挝语原文)
ມາດຕາ 9 ຂະໜາດໂຮງງານອຸດສາຫະກຳປຸງແຕ່ງໄມ້
ຂະໜາດໂຮງງານອຸດສາຫະກຳປຸງແຕ່ງໄມ້ ແມ່ນ ອີງໃສ່ກຳລັງແຮງລວມຂອງເຄື່ອງຈັກ ຫຼື ຈຳນວນແຮງງານລວມ ຊຶ່ງແບ່ງອອກເປັນ ສາມ ຂະໜາດ ດັ່ງນີ້:
1. ໂຮງງານຂະໜາດນ້ອຍ ປະກອບດ້ວຍ ກຳລັງແຮງລວມຂອງເຄື່ອງຈັກ ແຕ່ 10 ແຮງມ້າ ຫາ 50 ແຮງມ້າ ຫຼື ຈຳນວນແຮງງານ ແຕ່ 10 ຫາ 50 ຄົນ;
2. ໂຮງງານຂະໜາດກາງ ປະກອບດ້ວຍ ກຳລັງແຮງລວມຂອງເຄື່ອງຈັກ ແຕ່ 51 ແຮງມ້າ ຫາ 200 ແຮງມ້າ ຫຼື ຈຳນວນແຮງງານ ແຕ່ 51 ຫາ 200 ຄົນ;
3. ໂຮງງານຂະໜາດໃຫຍ່ ປະກອບດ້ວຍ ກຳລັງແຮງລວມຂອງເຄື່ອງຈັກ ແຕ່ 201 ແຮງມ້າຂຶ້ນໄປ ຫຼື ຈຳນວນແຮງງານ ແຕ່ 201 ຄົນຂຶ້ນໄປ.
第ມາດຕາ 10条
第10条 木材加工厂标准
木材加工厂标准包括以下内容:
1. 选址;
2. 建筑物和生产厂房;
3. 机械及安装;
4. 生产工艺;
5. 原材料使用;
6. 产品;
7. 管理;
8. 技术和工人;
9. 安全;
10. 卫生;
11. 环境。
ພາສາລາວ (老挝语原文)
ມາດຕາ 10 ມາດຕະຖານໂຮງງານອຸດສາຫະກຳປຸງແຕ່ງໄມ້
ມາດຕະຖານໂຮງງານອຸດສາຫະກຳປຸງແຕ່ງໄມ້ ປະກອບມີ ດັ່ງນີ້:
1. ສະຖານທີຕັ້ງ;
2. ສິ່ງປຸກສ້າງ ແລະ ອາຄານຜະລິດ;
3. ເຄື່ອງຈັກ ແລະ ການຕິດຕັ້ງ;
4. ຂະບວນການຜະລິດ;
5. ການນຳໃຊ້ວັດຖຸດິບ;
6. ຜະລິດຕະພັນ;
7. ການບໍລິຫານ;
8. ວິຊາການ ແລະ ກຳມະກອນ;
9. ຄວາມປອດໄພ;
10. ສຸຂານາໄມ;
11. ສິ່ງແວດລ້ອມ.
第ມາດຕາ 11条
第11条 选址标准
木材加工厂的选址标准如下:
1. 位于工业区或工业园、属于个人、法人或组织的土地所有权区域;
2. 远离社区、学校、医院、寺庙、文化场所、国防-安全保护区、自然保护区、防护林、水源保护区、生物多样性保护区以及国家禁止经营活动的其他禁区;
3. 有便利的进出道路,并有适合工厂经营活动的面积。
ພາສາລາວ (老挝语原文)
ມາດຕາ 11 ມາດຕະຖານສະຖານທີ່ຕັ້ງ
ມາດຕະຖານສະຖານທີ່ຕັ້ງ ຂອງໂຮງງານອຸດສາຫະກໍາປຸງແຕ່ງໄມ້ ມີ ດັ່ງນີ້:
1. ຕັ້ງຢູ່ເຂດອຸດສາຫະກໍາ ຫຼື ນິຄົມອຸດສາຫະກໍາ, ເຂດທີດິນທີເປັນກໍາມະສິດຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ;
2. ຕັ້ງຢູ່ທາງໄກຈາກ ຊຸມຊົນ, ໂຮງຮຽນ, ໂຮງໝໍ, ວັດ, ແຫຼ່ງວັດທະນະທໍາ, ເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປ່າສະຫງວນ, ປ່າປ້ອງກັນ, ເຂດປົກປັກຮັກສາແຫຼ່ງນໍ້າ, ເຂດອະນຸລັກຊີວະນາໆພັນ ແລະ ເຂດຫວງຫ້າມອື່ນ ທີ່ລັດບໍ່ອະນຸຍາດໃຫ້ດໍາເນີນກິດຈະການ;
3. ມີເສັ້ນທາງເຂົ້າອອກສະດວກ ແລະ ມີເນື້ອທີ່ ທີ່ເໝາະສົມກັບການດໍາເນີນກິດຈະການ ໂຮງງານ.
第ມາດຕາ 12条
第12条 建筑和厂房标准
建筑和厂房标准如下:
1. 设有用于行政管理的建筑、食堂、休息区、停车场、卫生间、吸烟区,有污水处理系统和清除其他废弃物系统以及其他建筑;
2. 设有生产厂房,如用于生产的建筑、仓库或存放原材料、存放产品的场所,以及用于木材加工业的其他建筑;
3. 建筑结构和建筑物必须坚固且适合经营活动,建筑施工规划必须获得相关技术部门的施工技术认证;
4. 安装电气系统、通风系统、除尘系统,确保安全;
5. 张贴工厂名称牌、警示牌、指令牌、禁止牌以及指示各种工作地点的标牌。
ພາສາລາວ (老挝语原文)
ມາດຕາ 12 ມາດຕະຖານສິ່ງປຸກສ້າງ ແລະ ອາຄານຜະລິດ
ມາດຕະຖານສິ່ງປຸກສ້າງ ແລະ ອາຄານຜະລິດ ມີ ດັ່ງນີ້:
1. ມີ ສິ່ງປຸກສ້າງສໍາລັບການຄຸ້ມຄອງບໍລິຫານ, ອາຄານຫ້ອງອາຫານ, ບ່ອນ ພັກຜ່ອນ, ຈອດລົດ, ຫ້ອງນ້ຳ, ສູບຢາ, ມີລະບົບບຳບັດນ້ຳເປື້ອນ ແລະ ກຳຈັດສິ່ງເສດເຫຼືອອື່ນ ແລະ ສິ່ງປຸກສ້າງອື່ນ;
2. ມີ ອາຄານຜະລິດ ເຊັ່ນ ອາຄານສໍາລັບການຜະລິດ, ສາງ ຫຼື ບ່ອນ ເກັບມ້ຽນວັດຖຸດິບ, ເກັບມ້ຽນຜະລິດຕະພັນ ແລະ ອາຄານອື່ນ ທີ່ນຳໃຊ້ເຂົ້າໃນວຽກງານອຸດສາຫະກຳປຸງແຕ່ງໄມ້;
3. ໂຄງສ້າງອາຄານ ແລະ ສິ່ງປຸກສ້າງ ຕ້ອງແໜ້ນໜາ ແລະ ເໝາະສົມກັບການດຳເນີນກິດຈະການ, ແຜນຜັງການກໍ່ສ້າງອາຄານ ຕ້ອງໄດ້ຮັບການຢັ້ງຢືນດ້ານເຕັກນິກການກໍ່ສ້າງ ຈາກຂະແໜງການທີ່ກ່ຽວຂ້ອງ;
4. ຕິດຕັ້ງລະບົບໄຟຟ້າ, ລະບົບລະບາຍອາກາດ, ລະບົບດູດຝຸ່ນ ທີ່ຮັບປະກັນຄວາມປອດໄພ;
5. ຕິດປ້າຍຊື່ໂຮງງານ, ປ້າຍເຕືອນ, ບັງຄັບ, ເກືອດຫ້າມ ແລະ ປ້າຍຊີ້ບອກສະຖານທີ່ເຮັດວຽກຕ່າງໆ.
本页展示前 12 条,全文共 69 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读