所得税法(修订版)
ກົດໝາຍວ່າດ້ວຍ ອາກອນລາຍໄດ້ (ສະບັບປັບປຸງ)
Law on Income Tax (Amended)
简介
该法规调整老挝境内个人、法人及其他组织的所得税征管,核心内容为明确纳税义务、税率规则及征管原则,旨在保障预算收入并促进经济发展。
Summary
This regulation governs the administration of income tax for individuals, legal persons, and other organizations in Laos, with core content clarifying tax obligations, rate rules, and collection principles, aiming to safeguard budget revenue and promote economic development.
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການເກັບພາສີລາຍໄດ້ຂອງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງອື່ນໆ ພາຍໃນປະເທດລາວ, ເນື້ອໃນຫຼັກແມ່ນການກຳນົດພັນທະພາສີ, ອັດຕາພາສີ ແລະ ຫຼັກການຄຸ້ມຄອງ, ເພື່ອຮັບປະກັນລາຍຮັບງົບປະມານ ແລະ ສົ່ງເສີມການພັດທະນາເສດຖະກິດ.
条文
第ມາດຕາ 1条
第1条(修订)宗旨
本法规定关于管理和监督所得税工作的原则、规章、方法和措施,以使该工作具有效率和效果,旨在推动、促进有收入者履行其对国家的义务,经营业务、创新得以可持续发展,调节社会收入,保障国家预算收入准确、完整、透明、公正,能够与区域和国际接轨,为国家经济-社会发展做出贡献。
ພາສາລາວ (老挝语原文)
ມາດຕາ 1 (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານອາກອນລາຍໄດ້ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ, ແນໃສ່ຊຸກຍູ້, ສົ່ງເສີມ ໃຫ້ຜູ້ມີລາຍໄດ້ ຕ້ອງປະຕິບັດພັນທະຂອງຕົນຕໍ່ລັດ, ການດຳເນີນທຸລະກິດ, ນະວັດຕະກຳ ໃຫ້ມີການຂະຫຍາຍຕົວໄປຕາມທິດຍືນຍົງ, ດັດສົມລາຍໄດ້ໃນສັງຄົມ ຮັບປະກັນການເກັບລາຍຮັບເຂົ້າ ງົບປະມານແຫ່ງລັດ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ໂປ່ງໃສ ແລະ ຍຸຕິທຳ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
第ມາດຕາ 2条
第2条(修订) 所得税
所得税是对有收入的个人、法人和其他组织征收的金钱义务,包括利润税以及个人、法人和其他组织的所得税。
ພາສາລາວ (老挝语原文)
ມາດຕາ 2 (ປັບປຸງ) ອາກອນລາຍໄດ້
ອາກອນລາຍໄດ້ ແມ່ນ ພັນທະເງິນ ທີ່ເກັບຈາກ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີລາຍໄດ້ ຊຶ່ງປະກອບດ້ວຍ ອາກອນກຳໄລ ແລະ ອາກອນລາຍໄດ້ຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ.
第ມາດຕາ 3条
第3条(修订)术语定义
本法中使用的术语具有以下含义:
1. 纳税人 指在老挝人民民主共和国境内从事经常性或临时性经营活动或谋生,包括在老挝人民民主共和国有住所或经营场所但在国外从事经营活动或职业并取得收入或所得,从而依法对国家产生纳税义务的个人、法人或组织;
2. 扣缴义务人 指依法负有计算、征收和扣除税款并向国家缴纳和/或支付的个人、法人或组织;
3. 自由职业 指独立提供专业服务或从事某项活动,在劳动、身体和智力上独立自主,不依赖于他人,主要运用自身智力,包括科学、文化、艺术、教育、公共卫生和建筑维修服务等领域,例如教师、科学家、律师、工程师、医生、护士;
4. 税务官员 指被任命在特定地点或特定任务中开展工作和履行职责,并具有调查员身份的税务公务员;
5. 经营活动 指从事与生产、贸易和服务相关的活动;
6. 法人 指已注册的企业单位或依法合法设立的组织,具有名称、办公场所、自有财产、权利和义务;
7. 组织 指依法合法设立的国家组织和社会组织;
8. 企业 指个人或法人设立的企业组织,包括名称、资本、管理、办公场所,并依法注册;
9. 个人企业 指一种企业形式,由个人单独拥有所有权,并对企业全部债务承担无限责任,不具有法人资格;
10. 微型企业 指商品生产、贸易和服务行业中规模最小的企业,其劳动力、资产价值和年营业收入按各时期规定确定;
11. 居民 指在老挝人民民主共和国拥有住所的人;
12. 非居民 指在老挝人民民主共和国没有生活中心和/或没有永久住所和/或没有永久经营场所的人;
13. 市场价格 指在特定时间和地点,由市场因素控制和运行形成的商品和服务价格;
14. 转让价格 指通过关联方之间的交易,确定或不确定价格,与市场价格不同的商品买卖、服务提供或其他利益的定价;
15. 关联方 指:
15.1. 直接或间接参与任何企业的管理、控制或投资的个人、法人或组织,以及该相关企业;
15.2. 由同一个人、法人或组织直接或间接进行管理、控制或投资的企业;
15.3. 作为合伙人的个人、法人或组织;
15.4. 相互直接关联的个人。
16. 常设机构 指非居民在老挝人民民主共和国的固定营业场所,以及代表非居民在老挝人民民主共和国行事的非独立代理人;
17. 跨国公司 指在多个国家设有分支机构并控制至少一个国家的公司,以合资或非合资形式在老挝人民民主共和国或其他国家投资,完全拥有子公司,以本地公司名义或可能以合资公司形式运营;
18. 创新 指运用知识、能力、生产工艺以及科学和技术经验,进行研究、发明、服务、开发高质量产品和社会形式商品;
19. 净利息 指企业年度利息收入与利息支出之间的差额;
20. 最低利润税 指作为跨国公司成员的法人在国内按百分之十五(15%)的税率缴纳的利润税。
ພາສາລາວ (老挝语原文)
ມາດຕາ 3 (ປັບປຸງ) ການອະທິບາຍຄໍາສັບ
ຄໍາສັບທີນໍາໃຊ້ໃນກົດຫມາຍສະບັບນີ້ ມີຄວາມຫມາຍ ດັ່ງນີ້:
1. ຜູ້ເສຍອາກອນ ຫມາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີລາຍຮັບ ຫຼື ລາຍໄດ້ ຈາກການດໍາເນີນທຸລະກິດ ຫຼື ທໍາມາຫາກິນຖາວອນ ຫຼື ຊົ່ວຄາວ ຢູ່ ສປປ ລາວ ລວມທັງ ຜູ້ມີພູມລໍາເນົາ ຫຼື ສະຖານທີ່ດໍາເນີນທຸລະກິດ ຢູ່ ສປປ ລາວ ໄປເຄື່ອນໄຫວທຸລະກິດ ຫຼື ປະກອບອາຊີບຢູ່ຕ່າງປະເທດ ທີ່ມີລາຍຮັບ ຫຼື ລາຍໄດ້ ຊຶ່ງເກີດມີພັນທະອາກອນໃຫ້ລັດ ຕາມກົດຫມາຍ;
2. ຜູ້ມອບອາກອນ ຫມາຍເຖິງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີພັນທະອາກອນ ໂດຍໃຫ້ຄິດໄລ່, ເກັບ ແລະ ຫັກ ອາກອນ ແລ້ວມອບ ແລະ/ຫຼື ເສຍ ໃຫ້ລັດ ຕາມກົດຫມາຍ;
3. ອາຊີບອິດສະລະ ຫມາຍເຖິງ ການໃຫ້ບໍລິການວິຊາຊີບ ຫຼື ກິດຈະການໃດຫນຶ່ງ ທີ່ເປັນເອກະລາດ ທາງດ້ານແຮງງານ, ຮ່າງກາຍ ແລະ ມັນສະຫມອງດ້ວຍຕົນເອງ ໂດຍບໍ່ຂຶ້ນກັບຜູ້ອື່ນ ຊຶ່ງນໍາໃຊ້ສະຕິປັນຍາຂອງຕົນ ເປັນຕົ້ນຕໍ ລວມທັງການເຄື່ອນໄຫວທາງດ້ານ ວິທະຍາສາດ, ວັດທະນະທໍາ, ສິລະປະກໍາ, ການສຶກສາ, ສາທາລະນະສຸກ ແລະ ການບໍລິການກໍ່ສ້າງ ສ້ອມແປງ ເປັນຕົ້ນ ຄູສອນ, ນັກວິທະຍາສາດ, ທະນາຍຄວາມ, ວິສະວະກອນ, ແພດ, ພະຍາບານ;
4. ເຈົ້າຫນ້າທີ່ສ່ວຍສາອາກອນ ຫມາຍເຖິງ ພະນັກງານ-ລັດຖະກອນສ່ວຍສາອາກອນທີ່ ຖືກແຕ່ງຕັ້ງໃຫ້ເຄື່ອນໄຫວ ແລະ ປະຕິບັດຫນ້າທີ່ຢູ່ສະຖານທີ່ສະເພາະ ຫຼື ວຽກງານສະເພາະກິດໃດຫນຶ່ງ ແລະ ມີຖານະ ເປັນເຈົ້າຫນ້າທີ່ສືບສວນ-ສອບສວນ;
5. ການດໍາເນີນທຸລະກິດ ຫມາຍເຖິງ ການດໍາເນີນກິດຈະການກ່ຽວກັບ ການຜະລິດ, ການຄ້າ ແລະ ການບໍລິການ;
6. ນິຕິບຸກຄົນ ຫມາຍເຖິງ ຫົວຫນ່ວຍທຸລະກິດທີ່ໄດ້ຂຶ້ນທະບຽນວິສາຫະກິດ ຫຼື ການຈັດຕັ້ງ ທີ່ສ້າງຕັ້ງຂຶ້ນຢ່າງຖືກຕ້ອງ ຊຶ່ງມີ ຊື່, ສະຖານທີ່ຕັ້ງສໍານັກງານ, ຊັບສົມບັດເປັນຂອງຕົນເອງ, ສິດ ແລະ ພັນທະ ຕາມທີ່ ໄດ້ກໍານົດໄວ້ໃນກົດຫມາຍ;
7. ການຈັດຕັ້ງ ຫມາຍເຖິງ ການຈັດຕັ້ງຂອງລັດ ແລະ ສັງຄົມ ທີ່ສ້າງຕັ້ງຂຶ້ນຢ່າງຖືກຕ້ອງຕາມກົດຫມາຍ;
8. ວິສາຫະກິດ ຫມາຍເຖິງ ການຈັດຕັ້ງທຸລະກິດຂອງ ບຸກຄົນ ຫຼື ນິຕິບຸກຄົນ ຊຶ່ງປະກອບດ້ວຍ ຊື່, ທຶນ, ການບໍລິຫານຈັດການ, ສໍານັກງານ ແລະ ໄດ້ຂຶ້ນທະບຽນ ຕາມກົດຫມາຍ;
9. ວິສາຫະກິດສ່ວນບຸກຄົນ ຫມາຍເຖິງ ຮູບການວິສາຫະກິດຫນຶ່ງ ຊຶ່ງບຸກຄົນຜູ້ດຽວເປັນເຈົ້າກໍາມະສິດ ແລະ ຮັບຜິດຊອບຕໍ່ຫນີ້ສິນທັງຫມົດຂອງວິສາຫະກິດໂດຍບໍ່ຈໍາກັດ ຊຶ່ງບໍ່ມີຖານະເປັນນິຕິບຸກຄົນ;
10. ຈຸນລະວິສາຫະກິດ ຫມາຍເຖິງ ວິສາຫະກິດຂະຫນາດນ້ອຍສຸດ ຂອງຂະແຫນງການຜະລິດສິນຄ້າ, ການຄ້າ ແລະ ການບໍລິການ ໂດຍມີແຮງງານ, ມູນຄ່າຊັບສິນ ແລະ ຍອດລາຍຮັບທຸລະກິດປະຈໍາປີ ຕາມທີ່ ໄດ້ກໍານົດໄວ້ໃນລະບຽບການໃນແຕ່ລະໄລຍະ;
11. ຜູ້ມີພູມລໍາເນົາ ຫມາຍເຖິງ ຜູ້ມີທີ່ຢູ່ຖາວອນ, ດໍາລົງຊີວິດ, ທໍາມາຫາກິນ ຫຼື ດໍາເນີນທຸລະກິດ ຢູ່ ສປປ ລາວ;
12. ຜູ້ບໍ່ມີພູມລໍາເນົາ ຫມາຍເຖິງ ຜູ້ທີ່ບໍ່ດໍາລົງຊີວິດ ແລະ/ຫຼື ບໍ່ມີທີ່ຢູ່ຖາວອນ ແລະ/ຫຼື ບໍ່ມີສະຖານທີ່ດໍາເນີນທຸລະກິດຖາວອນ ຢູ່ ສປປ ລາວ;
13. ລາຄາຕະຫຼາດ ຫມາຍເຖິງ ລາຄາສິນຄ້າ ແລະ ຄ່າບໍລິການ ທີ່ເກີດຂຶ້ນຈາກປັດໄຈ ທີ່ຄວບຄຸມ ແລະ ເຄື່ອນໄຫວຂອງຕະຫຼາດ ໃນໄລຍະເວລາ ແລະ ສະຖານທີ່ໃດຫນຶ່ງ;
14. ລາຄາໂອນ ຫມາຍເຖິງ ລາຄາຊື້ ຂາຍ ສິນຄ້າ ຫຼື ໃຫ້ບໍລິການ ຫຼື ຜົນປະໂຫຍດອື່ນ ໂດຍກໍານົດ ຫຼື ບໍ່ກໍານົດ ລາຄາ ທີ່ແຕກຕ່າງຈາກລາຄາຕະຫຼາດ ຜ່ານການເຮັດທຸລະກໍາ ລະຫວ່າງຄູ່ສັນຍາທີ່ກ່ຽວຂ້ອງ;
15. ພາກສ່ວນທີ່ກ່ຽວຂ້ອງ ຫມາຍເຖິງ:
15.1. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີສ່ວນຮ່ວມ ໂດຍກົງ ຫຼື ທາງອ້ອມ ໃນການບໍລິຫານ, ຄວບຄຸມ ຫຼື ປະກອບທຶນ ໃຫ້ແກ່ວິສາຫະກິດໃດຫນຶ່ງ ແລະ ວິສາຫະກິດທີ່ກ່ຽວຂ້ອງນັ້ນ;
15.2. ວິສາຫະກິດທີ່ມີການ ບໍລິຫານ, ຄວບຄຸມ ຫຼື ປະກອບທຶນ ໂດຍທາງກົງ ຫຼື ທາງອ້ອມ ຈາກ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງດຽວກັນ;
15.3. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເປັນຮຸ້ນສ່ວນຫນ້າກິນ;
15.4. ບຸກຄົນທີ່ກ່ຽວຂ້ອງ ຊຶ່ງກັນ ແລະ ກັນ ໂດຍກົງ;
16. ສະຖານທີ່ດໍາເນີນທຸລະກິດຖາວອນ ຫມາຍເຖິງ ສະຖານທີ່ປະຈໍາຂອງທຸລະກິດ ຂອງຜູ້ບໍ່ມີພູມລໍາເນົາ ຢູ່ ສປປ ລາວ ແລະ ຕົວແທນທີ່ບໍ່ເປັນເອກະລາດ ທີ່ຕາງຫນ້າໃຫ້ແກ່ຜູ້ບໍ່ມີພູມລໍາເນົາ ຢູ່ ສປປ ລາວ;
17. ບໍລິສັດຂ້າມຊາດ ຫມາຍເຖິງ ບໍລິສັດຕ່າງປະເທດຂະຫນາດໃຫຍ່ ທີ່ມີຫຼາຍສາຂາ ແລະ ຄວບຄຸມບໍລິສັດຢ່າງຫນ້ອຍຫນຶ່ງປະເທດ ທີ່ມາລົງທຶນຢູ່ ສປປ ລາວ ຫຼື ປະເທດອື່ນ ດ້ວຍຮູບການ ຮ່ວມທຶນ ຫຼື ບໍ່ຮ່ວມທຶນ ເປັນເຈົ້າຂອງບໍລິສັດລູກ ໂດຍສົມບູນ, ຊື່ບໍລິສັດ ໃນທ້ອງຖິ່ນ ຫຼື ອາດດໍາເນີນ ໃນລັກສະນະບໍລິສັດຮ່ວມທຶນ;
18. ນະວັດຕະກໍາ ຫມາຍເຖິງ ການນໍາໃຊ້ ຄວາມຮູ້, ຄວາມສາມາດ, ກໍາມະວິທີການຜະລິດ ແລະ ປະສົບການດ້ານ ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຄົ້ນຄວ້າ, ປະດິດສ້າງ, ບໍລິການ, ພັດທະນາຜະລິດຕະພັນ, ສິນຄ້າທີ່ມີຄຸນນະພາບສູງໃນຮູບແບບໃຫມ່ອອກສູ່ສັງຄົມ;
19. ດອກເບ້ຍສຸດທິ ຫມາຍເຖິງ ຜົນຕ່າງລະຫວ່າງດອກເບ້ຍຮັບ ແລະ ດອກເບ້ຍຈ່າຍ ຂອງທຸລະກິດ ປະຈໍາປີ;
20. ອາກອນກໍາໄລຂັ້ນຕໍ່າ ຫມາຍເຖິງ ອາກອນກໍາໄລຂອງນິຕິບຸກຄົນໃນກຸ່ມບໍລິສັດ ທີ່ເປັນສະມາຊິກຂອງບໍລິສັດຂ້າມຊາດ ຊຶ່ງຖືກເສຍເພີ່ມພາຍໃນປະເທດ ໃນອັດຕາສ່ວນຢ່າງຫນ້ອຍ ສິບຫ້າສ່ວນຮ້ອຍ (15%).
第ມາດຕາ 4条
第4条 国家关于所得税工作的政策
国家制定关于所得税的政策,以调节社会收入,促进企业经营发展、研究及运用创新。
国家创造条件并便利所得税工作的管理,通过政策、机制、措施及人员配备,提供预算、基础设施、车辆及服务设备,发展申报、缴纳及征收所得税的系统,使之便捷、快速、准确。
国家为经营者创造良好的所得税缴纳环境,包括技术指导、宣传并使其了解关于税收的法律法规,运用现代化工具进行申报、缴纳税款等。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງລັດ ກ່ຽວກັບວຽກງານອາກອນລາຍໄດ້
ລັດ ວາງນະໂຍບາຍ ກ່ຽວກັບອາກອນລາຍໄດ້ ເພື່ອດັດສົມລາຍໄດ້ຂອງສັງຄົມ, ຊຸກຍູ້ ການດຳເນີນທຸລະກິດ ໃຫ້ຂະຫຍາຍຕົວ ແລະ ການຄົ້ນຄວ້າ, ນຳໃຊ້ນະວັດຕະກຳ.
ລັດ ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການຄຸ້ມຄອງວຽກງານອາກອນລາຍໄດ້ ດ້ວຍນະໂຍບາຍ, ກົນໄກ, ມາດຕະການ ແລະ ການປະກອບບຸກຄະລາກອນ, ສະໜອງງົບປະມານ, ໂຄງລ່າງພື້ນຖານ, ພາຫະນະ ແລະ ອຸປະກອນຮັບໃຊ້, ພັດທະນາລະບົບ ການແຈ້ງເສຍ, ການມອບ ແລະ ການຈັດເກັບອາກອນລາຍໄດ້ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ຖືກຕ້ອງ.
ລັດ ສ້າງສະພາບແວດລ້ອມທີ່ດີ ໃຫ້ແກ່ຜູ້ດຳເນີນທຸລະກິດ ໃນການເສຍອາກອນລາຍໄດ້ ເປັນຕົ້ນ ແນະນຳທາງດ້ານວິຊາການ, ເຜີຍແຜ່ ແລະ ໃຫ້ເຂົ້າເຖິງ ກົດໝາຍ ແລະ ລະບຽບການ ກ່ຽວກັບການສ່ວຍສາອາກອນ, ນຳໃຊ້ເຄື່ອງມືທີ່ທັນສະໄໝ ເຂົ້າໃນການ ແຈ້ງເສຍ, ມອບອາກອນ ແລະ ອື່ນໆ.
第ມາດຕາ 5条
第5条(修订) 关于所得税工作的原则
所得税工作的开展应遵循以下原则:
1. 符合路线、政策、宪法、法律、国家经济社会发展计划及金融部门发展计划;
2. 确保国家预算收入集中统一征收,并在全国范围内统一;
3. 确保促进和鼓励企业经营、投资实现增长,并调节社会收入;
4. 公正、准确、完整、及时、透明、可核查;
5. 为纳税人提供平等便利;
6. 与相关部委、机构、其他部门及地方行政机关协调配合。
ພາສາລາວ (老挝语原文)
ມາດຕາ 5 (ປັບປຸງ) ຫຼັກການ ກ່ຽວກັບວຽກງານອາກອນລາຍໄດ້
ການເຄື່ອນໄຫວວຽກງານອາກອນລາຍໄດ້ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄອງກັບ ແນວທາງ, ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາຂະແໜງການການເງິນ;
2. ຮັບປະກັນການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ;
3. ຮັບປະກັນການ ຊຸກຍູ້, ສົ່ງເສີມ ການດຳເນີນທຸລະກິດ, ການລົງທຶນ ໃຫ້ມີການຂະຫຍາຍຕົວ ແລະ ດັດສົມລາຍໄດ້ໃນສັງຄົມ;
4. ມີຄວາມຍຸຕິທຳ, ຖືກຕ້ອງ, ຄົບຖ້ວນ, ທັນສະໄໝ, ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້;
5. ອຳນວຍຄວາມສະດວກ ໃຫ້ຜູ້ເສຍອາກອນລາຍໄດ້ ຢ່າງສະເໝີພາບ;
6. ປະສານສົມທົບກັບ ກະຊວງ, ອົງການ, ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.
第ມາດຕາ 5条
第5条(修订) 所得税义务
个人、法人以及组织,其从经营活动取得的收入、从职业活动取得的收入以及其他应缴纳所得税的收入,均负有本法规定的所得税义务,必须拥有纳税人识别号以及按照税法管理法律规定出具的纳税义务证明。
个人、法人在将资金、收入或利润汇出老挝人民民主共和国境外之前,必须正确、完整地履行纳税义务,并取得老挝人民民主共和国中央银行的许可。
ພາສາລາວ (老挝语原文)
ມາດຕາ 5 (ປັບປຸງ) ພັນທະອາກອນລາຍໄດ້
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີລາຍຮັບຈາກການດຳເນີນທຸລະກິດ, ມີລາຍໄດ້ຈາກການປະກອບອາຊີບ ແລະ ລາຍໄດ້ອື່ນ ທີ່ຖືກເສຍອາກອນລາຍໄດ້ ລ້ວນແຕ່ມີພັນທະອາກອນລາຍໄດ້ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້, ຕ້ອງມີ ເລກປະຈຳຕົວຜູ້ເສຍອາກອນ ແລະ ໃບຢັ້ງຢືນການມອບພັນທະອາກອນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ.
ບຸກຄົນ, ນິຕິບຸກຄົນ ກ່ອນນຳເງິນ ລາຍໄດ້ ຫຼື ກຳໄລ ອອກນອກ ສປປ ລາວ ຕ້ອງປະຕິບັດພັນທະອາກອນ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ.
第ມາດຕາ 6条
第6条 法律的适用范围
本法适用于在本法规定的范围内有收入或所得的个人、法人和其他组织。
ພາສາລາວ (老挝语原文)
ມາດຕາ 6 ຂອບເຂດການນຳໃຊ້ກົດໝາຍ
ກົດໝາຍສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີລາຍຮັບ ຫຼື ລາຍໄດ້ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.
第ມາດຕາ 7条
第7条 国际合作
国家促进与外国、地区和国际在所得税工作方面的关系与合作,通过交流技术、学术、信息、人力资源开发及其他方面的经验,以发展上述工作,执行老挝人民民主共和国为缔约方的公约及相关国际条约。
ພາສາລາວ (老挝语原文)
ມາດຕາ 7 ການຮ່ວມມືສາກົນ
ລັດ ສົ່ງເສີມ ການພົວພັນ ຮ່ວມມືກັບ ຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານອາກອນລາຍໄດ້ ດ້ວຍການແລກປ່ຽນ ບົດຮຽນທາງດ້ານ ເຕັກນິກ, ວິຊາການ, ຂໍ້ມູນ ຂ່າວສານ, ພັດທະນາຊັບພະຍາກອນມະນຸດ ແລະ ດ້ານອື່ນໆ ເພື່ອພັດທະນາວຽກງານດັ່ງກ່າວ, ປະຕິບັດ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ.
第ມາດຕາ 8条
第8条(修订)利润税
利润税是对企业和微型企业在国内和/或国外经营业务的净利润征收的税。
ພາສາລາວ (老挝语原文)
ມາດຕາ 8 (ປັບປຸງ) ອາກອນກຳໄລ
ອາກອນກຳໄລ ແມ່ນ ອາກອນທີ່ເກັບຈາກກຳໄລສຸດທິຂອງວິສາຫະກິດ ແລະ ຂອງຈຸນລະວິສາຫະກິດ ທີ່ດຳເນີນທຸລະກິດຢູ່ ພາຍໃນ ແລະ/ຫຼື ຕ່າງປະເທດ.
第ມາດຕາ 9条
第9条(修订)利润税种类
利润税种类如下:
1. 企业利润税;
2. 微型企业利润税。
ພາສາລາວ (老挝语原文)
ມາດຕາ 9 (ປັບປຸງ) ປະເພດອາກອນກໍາໄລ
ປະເພດອາກອນກໍາໄລ ມີ ດັ່ງນີ້:
1. ອາກອນກໍາໄລຂອງວິສາຫະກິດ;
2. ອາກອນກໍາໄລຂອງຈຸນລະວິສາຫະກິດ.
第ມາດຕາ 10条
第10条(修订)企业利润税
企业利润税是指根据本法规定,对在境内和/或境外经营业务的企业(包括个体经营者)的净利润征收的税款。
ພາສາລາວ (老挝语原文)
ມາດຕາ 10 (ປັບປຸງ) ອາກອນກຳໄລຂອງວິສາຫະກິດ
ອາກອນກຳໄລຂອງວິສາຫະກິດ ແມ່ນ ອາກອນທີ່ເກັບຈາກກຳໄລສຸດທິຂອງວິສາຫະກິດ ລວມທັງຜູ້ປະກອບອາຊີບອິດສະລະ ທີ່ດຳເນີນທຸລະກິດຢູ່ ພາຍໃນ ແລະ/ຫຼື ຕ່າງປະເທດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.
第ມາດຕາ 12条
第12条(修订)利润纳税人
利润纳税人如下:
1. 在老挝人民民主共和国依法设立企业的经营者,无论是否有住所;
2. 在老挝人民民主共和国没有设立企业但在老挝人民民主共和国境内开展活动取得收入的非居民;
3. 位于老挝人民民主共和国的集团公司中的法人实体,其为跨国公司的成员,且年收入符合经济合作与发展组织条件的,须额外缴纳国内最低利润税。
ພາສາລາວ (老挝语原文)
ມາດຕາ 12 (ປັບປຸງ) ຜູ້ເສຍອາກອນກຳໄລ
ຜູ້ເສຍອາກອນກຳໄລ ມີ ດັ່ງນີ້:
1. ຜູ້ດຳເນີນທຸລະກິດ ທີ່ມີພູມລຳເນົາ ແລະ ບໍ່ມີພູມລຳເນົາ ທີ່ສ້າງຕັ້ງວິສາຫະກິດ ຕາມກົດໝາຍຂອງ ສປປ ລາວ;
2. ຜູ້ບໍ່ມີພູມລຳເນົາ ທີ່ບໍ່ສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ແຕ່ເຄື່ອນໄຫວມີລາຍຮັບ ຢູ່ ສປປ ລາວ;
3. ນິຕິບຸກຄົນໃນກຸ່ມບໍລິສັດ ຢູ່ ສປປ ລາວ ທີ່ເປັນສະມາຊິກຂອງບໍລິສັດຂ້າມຊາດ ຊຶ່ງມີລາຍຮັບປະຈຳປີ ຕາມເງື່ອນໄຂຂອງ ອົງການເພື່ອການຮ່ວມມື ແລະ ພັດທະນາເສດຖະກິດ ຕ້ອງເສຍອາກອນກຳໄລ ຂັ້ນຕຳ່ພາຍໃນປະເທດ ເພີ່ມອີກ.
本页展示前 12 条,全文共 75 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读