植物保护法
ກົດໝາຍວ່າດ້ວຍ ການປ້ອງກັນພືດ
Plant Protection Law
简介
该法规调整植物及植物产品在运输、进出口中的检疫管理,核心是防止有害生物传播,保障植物卫生安全。
Summary
This regulation governs quarantine management of plants and plant products during transportation, import, and export, with the core aim of preventing the spread of harmful organisms and ensuring plant health safety.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການກັກກັນພືດ ແລະ ຜະລິດຕະພັນພືດໃນການຂົນສົ່ງ, ການນຳເຂົ້າ ແລະ ສົ່ງອອກ, ໂດຍມີຈຸດປະສົງຫຼັກເພື່ອປ້ອງກັນການແຜ່ລະບາດຂອງສັດຕູພືດ ແລະ ຮັບປະກັນຄວາມປອດໄພທາງດ້ານສຸຂະອະນາໄມພືດ.
条文
第ມາດຕາ 1条
第2条 植物保护
植物保护是指对植物、植物产品及其他物品在从一个地方转移到另一个地方时进行控制、检查,按照法律法规和专业技术正确执行,旨在限制和防止有害生物的传播,防止有害生物从国内一个地区传播到另一个地区,或传入国内及传出到其他国家。
ພາສາລາວ (老挝语原文)
ມາດຕາ 2. ການປ້ອງກັນພືດ
ການປ້ອງກັນພືດ ແມ່ນ ການຄວບຄຸມ, ການກວດກາ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ໃນເວລາເຄືອນຍ້າຍຈາກພື້ນທີ່ໜຶ່ງໄປຍັງອີກພື້ນທີ່ໜຶ່ງ ໂດຍປະຕິບັດ ຕາມລະບຽບກົດໝາຍ ແລະ ໃຫ້ຖືກຕ້ອງ ຕາມຫຼັກວິຊາການ ແນໃສ່ຈຳກັດ ແລະ ສະກັດກັນການລະບາດ ຂອງສັດຕູພືດ, ປ້ອງກັນບໍ່ໃຫ້ສັດຕູພືດລະບາດ ຈາກເຂດໜຶ່ງໄປຫາອີກເຂດໜຶ່ງ ພາຍໃນປະເທດ ຫຼື ແຜ່ລະບາດເຂົ້າມາໃນປະເທດ ແລະ ອອກໄປສູ່ປະເທດອື່ນ.
第ມາດຕາ 2条
第2条 词语解释
本法中使用的词语具有以下含义:
1. “植物”指有生命的植物及其各部分,包括果实、种子、孢子和自然发生或人工种植的植物品种;
2. “有害生物”指昆虫、有害植物,包括微生物如病毒、真菌、细菌、寄生虫及其他对植物和环境造成损害的病原体;
3. “有害植物”指无益的杂草和藤本植物,它们争夺养分和生产空间;
4. “植物产品”指未经或已经过加工过程的植物,如稻谷、玉米粒、咖啡豆、大米、小麦粉、木薯粉;
5. “其他物品”指用于植物试验的物品、植物废弃物、土壤、人造土壤,包括包装材料如容器、木制包装、垫木、袋子或麻袋、桶、篮子;
6. “病毒”指对植物、动物和人有害的微生物,需用电子显微镜才能看见;
7. “细菌”指多种对植物、人和动物有害的微生物,需用显微镜才能看见;
8. “寄生虫”指寄生于植物、人和动物的生物;
9. “孢子”指微小的真菌或病原体;
10. “公约”指老挝人民民主共和国于1955年2月28日加入并于2006年12月24日批准的国际植物保护公约;
11. “植物保护官员”指由植物保护管理机构正式任命的专业技术人员,负责在口岸或有害生物爆发地区便利和进行植物检查,依法执行;
12. “植物保护站”指植物保护官员的工作地点;
13. “植物卫生证书”证明出口或进口的植物、植物产品和其他物品无有害生物的文件;
14. “植物和植物产品原产地证书”证明植物、植物产品和其他物品的种植地、国家、地区、地方或特定原产地的文件;
15. “植物卫生”指使植物、植物产品和其他物品清洁、无害虫;
16. “经营者”指出口和进口植物、植物产品和其他物品的人,包括从事植物卫生业务的人;
17. “申诉权”指向行政机关提出建议的权利、向人民法院起诉的权利和向国会请求公正的权利。
ພາສາລາວ (老挝语原文)
ມາດຕາ 2. ການອະທິບາຍຄຳສັບ
ຄຳສັບຕ່າງໆ ທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ພືດ ໝາຍເຖິງ ພືດທີ່ມີຊີວິດ ແລະ ສ່ວນຕ່າງໆ ຂອງພືດ ລວມທັງ ໝາກ, ເມັດ, ສະປໍ ແລະ ແນວພັນພືດ ທີ່ເກີດຂຶ້ນຕາມທຳມະຊາດ ແລະ ຄົນເຮົາປູກຂຶ້ນມາ;
2. ສັດຕູພືດ ໝາຍເຖິງ ແມງໄມ້, ບັນດາ ພືດທີ່ເປັນອັນຕະລາຍ ລວມທັງ ເຊື້ອຈຸລິນຊີ ເຊັ່ນ: ໄວຣັດ, ເທັດລາ, ແບັກທີເຣັຍ, ກາຝາກ ແລະ ເຊື້ອພະຍາດອື່ນ ທີ່ສ້າງຄວາມເສຍຫາຍແກ່ພືດ ແລະ ສິ່ງແວດລ້ອມ;
3. ພືດທີ່ເປັນອັນຕະລາຍ ໝາຍເຖິງ ຫຍ້າ ແລະ ເຄືອໄມ້ ທີ່ບໍ່ເປັນປະໂຫຍດ ຊຶ່ງຍາດແຍ່ງອາຫານ ແລະ ພື້ນທີ່ການຜະລິດ;
4. ຜະລິດຕະພັນພືດ ໝາຍເຖິງ ພືດທີ່ຍັງບໍ່ໄດ້ຜ່ານ ແລະ ໄດ້ຜ່ານຂະບວນການແປຮູບແລ້ວ ເຊັ່ນ: ເຂົ້າເປືອກ, ໝາກສາລີ, ໝາກກາເຟ, ເຂົ້າສານ, ແປ້ງສາລີ, ແປ້ງມັນຕົ້ນ;
5. ວັດຖຸອື່ນ ໝາຍເຖິງ ສິ່ງທີ່ໃຊ້ໃນການທົດລອງກັບພືດ, ສິ່ງເສດເຫຼືອຂອງພືດ, ດິນ, ດິນທຽມ ລວມທັງວັດສະດຸຫຸ້ມຫໍ່ ເຊັ່ນ: ຕູ້ບັນຈຸ, ທີ່ບັນຈຸ ທີ່ເຮັດດ້ວຍໄມ້, ໄມ້ຮອງຮອງ, ຖົງ ຫຼື ກະສອບ, ກະບຸງ, ກະຕ່າ;
6. ເຊື້ອໄວຣັດ ໝາຍເຖິງ ເຊື້ອຈຸລະໂລກ ທີ່ເປັນອັນຕະລາຍຕໍ່ພືດ, ສັດ ແລະ ຄົນ ຊຶ່ງເບິ່ງເຫັນໄດ້ດ້ວຍກ້ອງຈຸລະທັດເອເລັກໂຕຣນິກ;
7. ເຊື້ອແບັກທີເຣັຍ ໝາຍເຖິງ ເຊື້ອຈຸລິນຊີ ຈຳພວກບ່ງ ຊຶ່ງມີຫຼາຍຕະກຸນ ທີ່ເປັນອັນຕະລາຍ ຕໍ່ພືດ, ຄົນ ແລະ ສັດ ຊຶ່ງເບິ່ງເຫັນໄດ້ດ້ວຍກ້ອງຈຸລະທັດ;
8. ເຊື້ອກາຝາກ ໝາຍເຖິງ ສິ່ງທີ່ມີຊີວິດ ທີ່ອາໄສເກາະກິນ ເໜືອພືດ, ຄົນ ແລະ ສັດ;
9. ສະປໍ ໝາຍເຖິງ ເຊື້ອພິດ ຫຼື ພະຍາດ ທີ່ທຸມທຳ ເປັນປໍນ້ອຍໆ;
10. ສົນທິສັນຍາ ໝາຍເຖິງ ສົນທິສັນຍາປ້ອງກັນພືດສາກົນ ຂອງ ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີ ໃນວັນທີ 28 ກຸມພາ 1955 ແລະ ໃຫ້ສັດຕະຍາບັນ ໃນວັນທີ 24 ທັນວາ 2006;
11. ເຈົ້າໜ້າທີ່ປ້ອງກັນພືດ ໝາຍເຖິງ ພະນັກງານວິຊາການ ຊຶ່ງຖືກແຕ່ງຕັ້ງຢ່າງເປັນທາງການຈາກອົງການ ຄຸ້ມຄອງວຽກງານປ້ອງກັນພືດ ເພື່ອອຳນວຍຄວາມສະດວກ ແລະ ດຳເນີນ ການກວດກາພືດ ຢູ່ດ່ານ ຫຼື ພື້ນທີ່ທີ່ມີການລະບາດ ຂອງ ສັດຕູພືດ ຕາມລະບຽບກົດໝາຍ;
12. ດ່ານປ້ອງກັນພືດ ໝາຍເຖິງ ຈຸດ ທີ່ຕັ້ງ ບ່ອນເຮັດວຽກ ຂອງ ເຈົ້າໜ້າທີ່ປ້ອງກັນພືດ;
13. ໃບຢັ້ງຢືນສຸຂານາໄມພືດ ໝາຍເຖິງ ເອກະສານຢັ້ງຢືນ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ສົ່ງອອກ ຫຼື ນຳເຂົ້ານັ້ນ ບໍ່ມີສັດຕູພືດ;
14. ໃບຢັ້ງຢືນແຫຼ່ງກຳເນີດ ພືດ ແລະ ຜະລິດຕະພັນພືດ ໝາຍເຖິງ ເອກະສານຢັ້ງຢືນ ບ່ອນປູກ, ປະເທດ, ເຂດ, ທ້ອງຖິ່ນ ຫຼື ພື້ນທີ່ກຳເນີດສະເພາະ ຂອງ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ;
15. ສຸຂານາໄມພືດ ໝາຍເຖິງ ການເຮັດໃຫ້ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ມີຄວາມສະອາດ, ປອດໄພ ຈາກ ສັດຕູພືດ;
16. ຜູ້ປະກອບການ ໝາຍເຖິງ ຜູ້ສົ່ງອອກ ແລະ ນຳເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ລວມທັງ ຜູ້ດຳເນີນທຸລະກິດດ້ານສຸຂານາໄມພືດ;
17. ສິດຮ້ອງທຸກ ໝາຍເຖິງ ສິດສະເໜີຕໍ່ ອົງການບໍລິຫານ, ສິດຮ້ອງຟ້ອງ ຕໍ່ ສານປະຊາຊົນ ແລະ ສິດຮ້ອງຂໍຄວາມເປັນທຳ ຕໍ່ ສະພາແຫ່ງຊາດ.
第ມາດຕາ 3条
第4条 国家关于植物保护的政策
国家通过制定政策、法规、措施,如税收、关税、信贷、技术、科技等,鼓励、促进和加强植物保护,为家庭、组织以及国内外经营者提供便利、快捷和参与植物保护工作的机会,以满足国家经济社会发展计划的实施,在与国际接轨的条件下。
ພາສາລາວ (老挝语原文)
ມາດຕາ 4. ນະໂຍບາຍ ຂອງລັດ ກ່ຽວກັບ ການປ້ອງກັນພືດ
ລັດ ຊຸກຍູ້, ສົ່ງເສີມ ແລະ ປາບປາມການປ້ອງກັນພືດ ດ້ວຍການວາງ ນະໂຍບາຍ, ລະບຽບການ, ມາດຕະການຕ່າງໆ ເປັນຕົ້ນ ພາສີ, ອາກອນ, ສິນເຊື່ອ, ວິຊາການ, ເຕັກໂນໂລຊີ ໂດຍເອື້ອອໍານວຍໃຫ້ ຄອບຄົວ ແລະ ການຈັດຕັ້ງ ນັບທັງຜູ້ປະກອບການພາຍໃນ ແລະ ຕ່າງປະເທດ ໄດ້ຮັບຄວາມສະດວກ, ວ່ອງໄວ ແລະ ມີສ່ວນຮ່ວມ ເຂົ້າໃນວຽກງານປ້ອງກັນພືດ ເພື່ອຕອບສະໜອງ ການປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ ໃນເງື່ອນໄຂການເຊື່ອມໂຍງເຂົ້າກັບສາກົນ.
第ມາດຕາ 4条
第4条 法律的适用范围
本法适用于对境内植物病虫害爆发的控制,以及对作为商品进口、过境和出口的所有类型植物的管理、检查,以确保植物、人和动物的安全与卫生。
植物保护化学品、植物中的残留物不属于本法的适用范围。
ພາສາລາວ (老挝语原文)
ມາດຕາ 4. ຂອບເຂດການນຳໃຊ້ກົດໝາຍ
ກົດໝາຍສະບັບນີ້ ນຳໃຊ້ສຳລັບ ການຄວບຄຸມການລະບາດສັດຕູພືດ ຢູ່ພາຍໃນ, ການຄຸ້ມຄອງ, ການກວດກາ ພືດ ທຸກປະເພດ ທີ່ເປັນສິນຄ້າ ນຳເຂົ້າ, ຜ່ານ ແລະ ສົ່ງອອກ ເພື່ອຮັບປະກັນຄວາມປອດໄພ ແລະ ສຸຂານາໄມ ຂອງ ພືດ, ຄົນ ແລະ ສັດ.
ສານເຄມີປ້ອງກັນພືດ, ສານຕົກຄ້າງໃນພືດ ບໍ່ຢູ່ໃນຂອບເຂດການນຳໃຊ້ ຂອງກົດໝາຍສະບັບນີ້.
第ມາດຕາ 5条
第5条 国际合作
国家促进与外国、地区和国际组织包括国际组织在改进老挝人民民主共和国植物保护体系方面的关系与合作,通过交流经验、信息、科学研究、技术、人力资源开发、参与执行老挝人民民主共和国为缔约国的国际条约和公约。
ພາສາລາວ (老挝语原文)
ມາດຕາ 5. ການຮ່ວມມືສາກົນ
ລັດ ສົ່ງເສີມ ການພົວພັນ, ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ລວມທັງ ອົງການຈັດຕັ້ງສາກົນ ໃນການປັບປຸງລະບົບ ປ້ອງກັນພືດ ຂອງ ສປປ ລາວ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ການພັດທະນາຊັບພະຍາກອນມະນຸດ, ການເຂົ້າຮ່ວມ ປະຕິບັດສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
第ມາດຕາ 6条
第6条 活动的目标
本法第9条规定的活动目标必须按照技术原则进行严格管理和检查,特别是进出口和过境。对于国内,必须控制疫区,包括移动。
ພາສາລາວ (老挝语原文)
ມາດຕາ 6. ເປົ້າໝາຍຂອງກິດຈະການ
ເປົ້າໝາຍຂອງກິດຈະການທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງກົດໝາຍສະບັບນີ້ ຕ້ອງໄດ້ຮັບການຄຸ້ມຄອງ, ກວດກາຕາມຫຼັກວິຊາການ ຢ່າງເຂັ້ມງວດ ເປັນຕົ້ນແມ່ນການ ສົ່ງອອກ-ນຳເຂົ້າ ແລະ ຜ່ານແດນ. ສຳລັບ ຢູ່ພາຍໃນປະເທດ ຕ້ອງມີການຄວບຄຸມ ພື້ນທີ່ ທີ່ມີການລະບາດ ລວມທັງ ການເຄື່ອນຍ້າຍ.
第ມາດຕາ 7条
第7条 植物保护活动和业务
植物保护活动如下:
- 国内植物保护;
- 进口植物检疫;
- 出口植物检疫;
- 过境植物检疫;
- 旅客随身携带或邮寄植物检疫;
- 运输工具检疫。
植物卫生业务。
ພາສາລາວ (老挝语原文)
ມາດຕາ 7. ກິດຈະການ ແລະ ທຸລະກິດ ການປ້ອງກັນພືດ
ກິດຈະການ ກ່ຽວກັບ ການປ້ອງກັນພືດ ມີ ດັ່ງນີ້:
- ການປ້ອງກັນພືດ ພາຍໃນປະເທດ;
- ການກວດກາພືດຂາເຂົ້າ;
- ການກວດກາພືດຂາອອກ;
- ການກວດກາພືດຜ່ານແດນ;
- ການກວດກາພືດ ຕິດຕົວຜູ້ໂດຍສານ ຫຼື ສົ່ງທາງໄປສະນີ;
- ການກວດກາພາຫະນະຂົນສົ່ງ.
ທຸລະກິດ ດ້ານສຸຂານາໄມພືດ.
第ມາດຕາ 8条
第10条 国内植物检疫
国内植物检疫必须通过检查、限制和预防植物病虫害从一个地区传播到另一个地区,按照技术原则和法律法规进行。
ພາສາລາວ (老挝语原文)
ມາດຕາ 10. ການຄວບຄຸມພືດ ພາຍໃນປະເທດ
ການຄວບຄຸມພືດ ພາຍໃນປະເທດ ຕ້ອງດຳເນີນ ດ້ວຍ ການກວດກາ, ການຈຳກັດ ແລະ ສະກັດກັ້ນ ການແຜ່ລະບາດ ຂອງສັດຕູພືດ ຈາກເຂດໜຶ່ງ ໄປຍັງອີກເຂດໜຶ່ງ ຕາມຫຼັກວິຊາການ ແລະ ລະບຽບກົດໝາຍ.
第ມາດຕາ 9条
第9条 关于害虫的报告
个人、家庭或组织在任何区域发现害虫破坏或爆发的情况,必须立即向农业和林业部门或相关地方行政机构报告。
ພາສາລາວ (老挝语原文)
ມາດຕາ 9. ການລາຍງານ ກ່ຽວກັບ ສັດຕູພືດ
ບຸກຄົນ, ຄອບຄົວ ຫຼື ການຈັດຕັ້ງ ທີ່ພົບເຫັນປາກົດການ ການທຳລາຍ ຫຼື ການລະບາດ ຂອງ ສັດຕູພືດ ຢູ່ພື້ນທີ່ໃດໜຶ່ງ ຕ້ອງລາຍງານ ຕໍ່ ຂະແໜງການ ກະສິກຳ ແລະ ປ່າໄມ້ ຫຼື ອົງການປົກຄອງ ທ້ອງຖິ່ນ ທີ່ກ່ຽວຂ້ອງ ຢ່າງຮີບດ່ວນ.
第ມາດຕາ 10条
第12条 宣布植物病虫害疫区
政府或地方行政机关根据植物保护工作管理机构的建议宣布植物病虫害疫区,并按下列情形执行:
1. 如果植物病虫害发生在某个县、市范围内,则由该县县长、市长宣布;
2. 如果植物病虫害发生在超过一个县、市但仍在某个省、直辖市范围内,则由该省省长、直辖市市长宣布;
3. 如果植物病虫害发生在超过一个省、直辖市,则由总理宣布。
ພາສາລາວ (老挝语原文)
ມາດຕາ 12. ການປະກາດເຂດສັດຕູພືດລະບາດ
ລັດຖະບານ ຫຼື ອົງການປົກຄອງທ້ອງຖິ່ນ ເປັນຜູ້ປະກາດເຂດສັດຕູພືດລະບາດ ຕາມການສະເໜີຂອງອົງການຄຸ້ມຄອງວຽກງານປ້ອງກັນພືດ ໂດຍໃຫ້ປະຕິບັດຕາມກໍລະນີ ດັ່ງນີ້:
1. ຖ້າຫາກສັດຕູພືດລະບາດເກີດຂຶ້ນໃນຂອບເຂດເມືອງ, ເທດສະບານໃດໜຶ່ງ ແມ່ນ ເຈົ້າເມືອງ, ເຈົ້າບ້ານເທດສະບານນັ້ນ ເປັນຜູ້ປະກາດ;
2. ຖ້າຫາກສັດຕູພືດລະບາດ ເກີດຂຶ້ນຫຼາຍກວ່າເມືອງໜຶ່ງ, ເທດສະບານໜຶ່ງ ແຕ່ຢູ່ໃນຂອບເຂດແຂວງ, ນະຄອນໜຶ່ງ ແມ່ນ ເຈົ້າແຂວງ, ເຈົ້າຄອງນະຄອນນັ້ນ ເປັນຜູ້ປະກາດ;
3. ຖ້າຫາກສັດຕູພືດລະບາດ ເກີດຂຶ້ນຫຼາຍກວ່າແຂວງ, ນະຄອນ ແມ່ນນາຍົກລັດຖະມົນຕີ ເປັນຜູ້ປະກາດ.
第ມາດຕາ 11条
第11条 植物病虫害传播控制措施
农林部会同地方行政当局及时宣布采取控制植物病虫害传播的措施,视情况如下:
1. 采用适当和有效的方法控制植物病虫害;
2. 在某一区域或全国范围内采取必要措施,以防止、控制和根除任何植物病虫害的传播,阻止病虫害广泛蔓延;
3. 按照规定时间和程序,销毁和清除染病、污染或携带病原体的植物病虫害、植物、植物产品及其他物品;
4. 监测和检查受植物病虫害破坏的生产区域或怀疑发生植物病虫害传播的地点。
ພາສາລາວ (老挝语原文)
ມາດຕາ 11. ມາດຕະການຄວບຄຸມ ການແຜ່ລະບາດຂອງສັດຕູພືດ
ກະຊວງ ກະສິກຳ ແລະ ປ່າໄມ້ ໂດຍສົມທົບກັບ ອົງການປົກຄອງທ້ອງຖິ່ນ ແຈ້ງການປະກາດ ໃຊ້ມາດຕະການຄວບຄຸມ ການແຜ່ລະບາດ ຂອງສັດຕູພືດ ໃຫ້ທັນເວລາ ຕາມແຕ່ກໍລະນີ ດັ່ງນີ້:
1. ນຳໃຊ້ວິທີການ ທີ່ເໝາະສົມ ແລະ ມີປະສິດທິຜົນ ໃນການຄວບຄຸມສັດຕູພືດ;
2. ນຳໃຊ້ມາດຕະການ ທີ່ຈຳເປັນ ໃນຂອບເຂດ ບໍລິເວນໃດໜຶ່ງ ຫຼື ທົ່ວປະເທດ ເພື່ອກັນ, ຄວບຄຸມ, ກຳຈັດ ການແຜ່ລະບາດ ຂອງສັດຕູພືດໃດໜຶ່ງ ເພື່ອສະກັດກັ້ນ ບໍ່ໃຫ້ສັດຕູພືດ ແຜ່ລາມອອກໄປ ຢ່າງກວ້າງຂວາງ;
3. ກຳຈັດ ແລະ ທຳລາຍ ສັດຕູພືດ, ພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ທີ່ຕິດພະຍາດ, ປົນເປື້ອນ ຫຼື ນຳເຊື້ອພະຍາດ ຕາມກຳນົດເວລາ ແລະ ລະບຽບການ;
4. ຕິດຕາມ ແລະ ກວດກາ ພື້ນທີ່ການຜະລິດ ທີ່ມີສັດຕູພືດທຳລາຍ ຫຼື ບ່ອນທີ່ສົງໄສ ວ່າເກີດມີການແຜ່ລະບາດ ຂອງສັດຕູພືດ.
第ມາດຕາ 12条
第12条 植物进口
进口植物、植物产品及其他物品的个人或组织,包括从国外购买或援助,必须遵守老挝人民民主共和国的政策、法律法规、条约和公约,老挝人民民主共和国为缔约方。
ພາສາລາວ (老挝语原文)
ມາດຕາ 12. ການນຳເຂົ້າພືດ
ບຸກຄົນ ຫຼື ການຈັດຕັ້ງ ທີ່ນຳເຂົ້າພືດ, ຜະລິດຕະພັນພືດ ແລະ ວັດຖຸອື່ນ ນັບທັງ ການຊື້ ຫຼື ການຊ່ວຍເຫຼືອຈາກຕ່າງປະເທດ ຕ້ອງປະຕິບັດຕາມ ນະໂຍບາຍ ແລະ ລະບຽບກົດໝາຍ ຂອງ ສປປ ລາວ, ສັນຍາ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.
本页展示前 12 条,全文共 57 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读