大米营养强化协议
ຂໍ້ຕົກລົງວ່າດ້ວຍ ການເພີ່ມຈຸລະສານອາຫານໃສ່ເຂົ້າສານ
Rice Nutrient Fortification Agreement
简介
该协议调整老挝境内大米营养强化活动,规定强化大米中微量营养素(铁、叶酸等)的添加比例与含量标准,并明确国家政策与适用范围。
Summary
This agreement regulates rice fortification activities in Laos, specifying the addition ratios and content standards of micronutrients (iron, folic acid, etc.) in fortified rice, and clarifying national policies and scope of application.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງກິດຈະກຳການເສີມທາດອາຫານເຂົ້າສານໃນ ສປປ ລາວ, ກຳນົດອັດຕາສ່ວນ ແລະ ມາດຕະຖານປະລິມານຂອງທາດຈຸລິນຊີ (ທາດເຫຼັກ, ກົດໂຟລິກ ແລະ ອື່ນໆ) ໃນເຂົ້າສານທີ່ເສີມທາດ, ພ້ອມທັງກຳນົດນະໂຍບາຍແຫ່ງຊາດ ແລະ ຂອບເຂດການນຳໃຊ້.
条文
第ມາດຕາ 1条
第2条 大米营养强化
大米营养强化是指向大米中添加必要的营养素(如维生素和矿物质)以改善其营养价值的过程。
ພາສາລາວ (老挝语原文)
ມາດຕາ 2 ການເພີ່ມຈຸລະສານອາຫານໃສເຂົ້າສານ
ການເພີ່ມຈຸລະສານອາຫານໃສເຂົ້າສານ ແມ່ນຂະບວນການເພີ່ມສານອາຫານທີ່ຈຳເປັນ ເຊັ່ນ ວິຕາມິນ ແລະ ແຮ່ທາດ ໃສເຂົ້າສານ ເພື່ອປັບປຸງຄຸນຄ່າທາງດ້ານໂພຊະນາການ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. 微量营养素 指分子量小的营养素,对身体生长和智力发育至关重要且必需;
2. 微量营养素混合米粒 指由米粉和微量营养素混合而成、形状与大米粒相同的颗粒;
3. 强化微量营养素大米 指通过混合微量营养素混合米粒和大米而制成的大米;
4. 大米 指糯米和粳米等各种品种,例如:小粒米、黑米、香米;
5. 营养不良风险群体 指孕妇、儿童、老年人、营养不良患者;
6. 强化微量营养素大米经营者 指依法获得许可从事相关业务(如碾米厂)的个人或法人。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບ ທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຈຸລະສານອາຫານ ໝາຍເຖິງ ສານອາຫານທີ່ມີໂມເລກຸນຂະໜາດນ້ອຍ ຊຶ່ງມີຄວາມສຳຄັນ ແລະ ຈຳເປັນ ຕໍ່ການຈະເລີນເຕີບໂຕຂອງຮ່າງກາຍ ແລະ ພັດທະນາການທາງສະຕິປັນຍາ;
2. ເມັດປະສົມຈຸລະສານອາຫານ ໝາຍເຖິງ ເມັດທີ່ປະສົມແປ້ງເຂົ້າ ແລະ ຈຸລະສານອາຫານ ຊຶ່ງມີຮູບຮ່າງຄືກັນກັບເມັດເຂົ້າສານ;
3. ເຂົ້າເພີ່ມຈຸລະສານອາຫານ ໝາຍເຖິງ ເຂົ້າສານທີ່ຜ່ານການປະສົມລະຫວ່າງ ເມັດປະສົມຈຸລະສານອາຫານ ແລະ ເຂົ້າສານ;
4. ເຂົ້າສານ ໝາຍເຖິງ ເຂົ້າສານໜຽວ ແລະ ເຂົ້າສານຈ້າວ ຕາມແຕ່ລະຊະນິດ ເປັນຕົ້ນ ເຂົ້າໄກ່ນ້ອຍ, ເຂົ້າກຳ, ເຂົ້າຫອມມະລິ;
5. ກຸ່ມທີ່ມີຄວາມສ່ຽງຕໍ່ການຂາດສານອາຫານ ໝາຍເຖິງ ແມ່ຍິງຖືພາ, ເດັກນ້ອຍ, ຜູ້ອາຍຸສູງ, ຄົນເຈັບທີ່ຂາດສານອາຫານ;
6. ຜູ້ປະກອບການເຂົ້າເພີ່ມຈຸລະສານອາຫານ ໝາຍເຖິງ ບຸກຄົນ, ນິຕິບຸກຄົນ ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເປັນຕົ້ນ ໂຮງສີເຂົ້າ.
第ມາດຕາ 3条
第4条 国家关于大米强化工作的政策
国家注重提供信息、宣传、传播、指导,以促进安全、优质、有营养价值的强化大米的消费,广泛而全面地覆盖,特别是偏远和贫困地区、面临营养不良风险的群体、受灾害影响的人群、以及学校午餐项目目标学生。
国家鼓励、促进个人、法人和组织,包括国内和国外的,投资于大米强化活动,以满足国内消费需求。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງລັດກ່ຽວກັບວຽກງານເພີ່ມຈຸລະສານອາຫານໃສ່ເຂົ້າສານ
ລັດ ເອົາໃຈໃສ່ສະໜອງຂໍ້ມູນ ຂ່າວສານ, ໂຄສະນາ ເຜີຍແຜ່, ແນະນຳ ເພື່ອສົ່ງເສີມການບໍລິໂພກເຂົ້າເພີ່ມຈຸລະສານອາຫານ ທີ່ມີຄວາມປອດໄພ, ມີຄຸນນະພາບ, ມີຄຸນຄ່າທາງດ້ານໂພຊະນາການ ຢ່າງກວ້າງຂວາງ ແລະ ທົ່ວເຖິງ ໂດຍສະເພາະ ເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານ, ກຸ່ມທີ່ມີຄວາມສ່ຽງຕໍ່ການຂາດສານອາຫານ, ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ, ນັກຮຽນທີ່ຢູ່ໃນເປົ້າໝາຍໂຄງການອາຫານທ່ຽງໃນໂຮງຮຽນ.
ລັດ ຊຸກຍູ້, ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນໃສ່ກິດຈະການການເພີ່ມຈຸລະສານອາຫານໃສ່ເຂົ້າສານ ເພື່ອຕອບສະໜອງການບໍລິໂພກພາຍໃນໃຫ້ພຽງພໍ.
第ມາດຕາ 4条
第4条 适用范围
本协议适用于在老挝人民民主共和国境内从事和涉及强化大米工作的个人、法人和组织,包括国内和国外的。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບວຽກງານເພີ່ມຈຸລະສານອາຫານໃສ່ເຂົ້າສານ ຢູ່ ສປປ ລາວ.
第ມາດຕາ 5条
第5条 添加微量营养素大米的比例
添加微量营养素大米的混合,是指将本协议第7条规定的微量营养素预混料与大米混合,使其均匀且全面,比例为1粒微量营养素预混料对99粒大米(1:99),或1千克微量营养素预混料对99千克大米。
ພາສາລາວ (老挝语原文)
ມາດຕາ 5 ອັດຕາສ່ວນເຂົ້າເພີ່ມຈຸລະສານອາຫານ
ການປະສົມເຂົ້າເພີ່ມຈຸລະສານອາຫານ ແມ່ນການເອົາເມັດປະສົມຈຸລະສານອາຫານຕາມທີ່ກຳນົດໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ມາປະສົມກັບເຂົ້າສານໃຫ້ສະໝໍ່າສະເໝີ ແລະ ທົ່ວເຖິງ ຕາມອັດຕາສ່ວນ 1 ເມັດປະສົມຈຸລະສານອາຫານ ຕໍ່ເຂົ້າສານ 99 ເມັດ (1:99) ຫຼື ເມັດປະສົມຈຸລະສານອາຫານ 1 ກິໂລກຣາມ ຕໍ່ເຂົ້າສານ 99 ກິໂລກຣາມ.
第ມາດຕາ 6条
第6条 强化大米标准
强化大米必须含有铁、叶酸、维生素B12和锌,每100克强化大米的最低和最高含量如下:
1. 铁 4 - 4.6毫克;
2. 叶酸 0.169 - 0.254毫克;
3. 维生素B12 0.0013 - 0.002毫克;
4. 锌 6 - 7.2毫克。
除上述规定成分外,还可添加单一或多种维生素,每100克强化大米的最低和最高含量如下:
1. 维生素B1 0.65 - 0.8975毫克;
2. 维生素B3 8.91 - 10.92毫克;
3. 维生素B6 0.78 - 1.17毫克。
强化预混料标准
强化预混料必须含有铁、叶酸、维生素B12和锌,其含量按以下表格规定:
营养素名称 | 每100克大米最低值 | 每100克大米最高值 | 推荐化合物或形式
铁 | 400毫克 | 480毫克 | 铁
叶酸 | 16.9毫克 | 25.4毫克 | 叶酸
维生素B12 | 0.15毫克 | 0.2毫克 | 维生素B12
锌 | 600毫克 | 720毫克 | 锌
除上述表格规定成分外,还可添加单一或多种维生素,按以下表格规定:
营养素名称 | 每100克大米最低值 | 每100克大米最高值 | 推荐化合物或形式
维生素B1 | 65毫克 | 97.5毫克 | 盐酸硫胺素
维生素B3 | 910毫克 | 1092毫克 | 烟酸
维生素B6 | 78毫克 | 117毫克 | 盐酸吡哆醇
用于强化过程的大米必须安全、符合质量和标准,按相关部门规定执行。
ພາສາລາວ (老挝语原文)
ມາດຕາ 6 ມາດຕະຖານເຂົ້າເພີ່ມຈຸລະສານອາຫານ
ເຂົ້າເພີ່ມຈຸລະສານອາຫານ ຕ້ອງປະກອບມີ ທາດເຫຼັກ, ໂຟລິກ ອາຊິດ, ວິຕາມິນ ບີ12 ແລະ ທາດສັງກະສີ ໃນປະລິມານຕໍ່າສຸດ ແລະ ສູງສຸດ ຕໍ່ ເຂົ້າເພີ່ມຈຸລະສານອາຫານ 100 ກຼາມ ດັ່ງນີ້:
1. ທາດເຫຼັກ 4 - 4.6 ມກ;
2. ທາດ ໂຟລິກ ອາຊິດ 0.169 - 0.254 ມກ;
3. ວິຕາມິນ ບີ12 0.0013 - 0.002 ມກ;
4. ທາດສັງກະສີ 6 - 7.2 ມກ.
ນອກຈາກສ່ວນປະກອບທີ່ໄດ້ກຳນົດຂ້າງເທິງນີ້ ຍັງສາມາດເພີ່ມ ວິຕາມິນ ທີເປັນທາດດຽວ ຫຼື ຫຼາຍທາດ ໃນປະລິມານຕໍ່າສຸດ ແລະ ສູງສຸດ ຕໍ່ ເຂົ້າເພີ່ມຈຸລະສານອາຫານ 100 ກຼາມ ດັ່ງນີ້:
1. ວິຕາມິນ ບີ1 0.65 - 0.8975 ມກ;
2. ວິຕາມິນ ບີ3 8.91 - 10.92 ມກ;
3. ວິຕາມິນ ບີ6 0.78 - 1.17 ມກ.
ມາດຕະຖານເມັດປະສົມຈຸລະສານອາຫານ
ເມັດປະສົມຈຸລະສານອາຫານ ຕ້ອງປະກອບມີ ທາດເຫຼັກ, ໂຟລິກ ອາຊິດ, ວິຕາມິນ ບີ12 ແລະ ທາດສັງກະສີ ໃນປະລິມານທີ່ກຳນົດໄວ້ໃນຕາຕະລາງ ດັ່ງນີ້:
ຊື່ຈຸລະສານອາຫານ | ຄ່າຕໍ່າສຸດ/100ກ ຂອງເຂົ້າ | ຄ່າສູງສຸດ/100ກ ຂອງເຂົ້າ | ທາດປະສົມທີ່ແນະນຳ ຫຼື ຮູບແບບ
ທາດເຫຼັກ | 400ມກ | 480ມກ | ທາດເຫຼັກ
ທາດ ໂຟລິກ ອາຊິດ | 16.9ມກ | 25.4ມກ | ໂຟລິກ ອາຊິດ
ວິຕາມິນ ບີ12 | 0.15ມກ | 0.2ມກ | ວິຕາມິນ ບີ12
ທາດສັງກະສີ | 600ມກ | 720ມກ | ທາດສັງກະສີ
ນອກຈາກສ່ວນປະກອບທີ່ໄດ້ກຳນົດໃນຕາຕະລາງເທິງນີ້ ຍັງສາມາດເພີ່ມ ວິຕາມິນ ທີເປັນທາດດຽວ ຫຼື ຫຼາຍທາດ ຕາມທີ່ໄດ້ກຳນົດໄວ້ໃນຕາຕະລາງ ດັ່ງນີ້:
ຊື່ຈຸລະສານອາຫານ | ຄ່າຕໍ່າສຸດ/100ກ ຂອງເຂົ້າ | ຄ່າສູງສຸດ/100ກ ຂອງເຂົ້າ | ທາດປະສົມທີ່ແນະນຳ ຫຼື ຮູບແບບ
ວິຕາມິນ ບີ1 | 65ມກ | 97.5ມກ | ໄທອາມິນ ໄຮໂດຣຄລໍຣິດ
ວິຕາມິນ ບີ3 | 910ມກ | 1092ມກ | ໄນອາຊິນ
ວິຕາມິນ ບີ6 | 78ມກ | 117ມກ | ໄພຣິດອກຊິນ ໄຮໂດຣຄລໍຣິດ
ສຳລັບເຂົ້າສານ ທີ່ນຳໃຊ້ເຂົ້າໃນຂະບວນການເພີ່ມຈຸລະສານອາຫານ ຕ້ອງມີຄວາມປອດໄພ, ໄດ້ຄຸນນະພາບ ແລະ ມາດຕະຖານ ຕາມລະບຽບການທີ່ຂະແໜງການກ່ຽວຂ້ອງກຳນົດ.
第ມາດຕາ 7条
第7条 包装和封装
食品添加剂的包装必须使用专门用于食品添加剂的材料,并在生产过程后立即包装,遵循卫生原则和良好生产规范,以确保食品添加剂的质量和安全,并避免污染。
食品添加剂的封装必须使用清洁、耐用且对消费者安全的材料,按照食品法的规定进行。
ພາສາລາວ (老挝语原文)
ມາດຕາ 7 ການບັນຈຸ ແລະ ການຫຸ້ມຫໍ່
ການບັນຈຸເຂົ້າເພີ່ມຈຸລະສານອາຫານ ຕ້ອງນຳໃຊ້ວັດສະດຸສະເພາະກັບເຂົ້າເພີ່ມຈຸລະສານອາຫານ ແລະ ບັນຈຸທັນທີຫຼັງຈາກຂະບວນການຜະລິດ, ປະຕິບັດຕາມຫຼັກການອະນາໄມ ແລະ ການຜະລິດທີ່ດີ ເພື່ອຮັບປະກັນຄຸນນະພາບ, ຄວາມປອດໄພ ຂອງເຂົ້າເພີ່ມຈຸລະສານອາຫານ ແລະ ຫຼີກລ່ຽງການປົນເປື້ອນ.
ການຫຸ້ມຫໍ່ເຂົ້າເພີ່ມຈຸລະສານອາຫານ ຕ້ອງນຳໃຊ້ວັດສະດຸທີ່ມີຄວາມສະອາດ, ທົນທານ ແລະ ມີຄວາມປອດໄພສຳລັບຜູ້ບໍລິໂພກ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍອາຫານ.
第ມາດຕາ 8条
第8条 标签
装入包装容器内的强化食品,必须贴有老挝语标签,内容正确、清晰易见且耐久,规定如下:
1. 产品名称和地址,并注明“强化食品”字样;
2. 混合的微量营养素成分及其含量,按照规定的比例
ພາສາລາວ (老挝语原文)
ມາດຕາ 8 ສະຫຼາກ
ເຂົ້າເພີມຈຸລະສານອາຫານ ທີ່ບັນຈຸໃນພາຊະນະຫຸ້ມຫໍ່ ຕ້ອງຕິດສະຫຼາກເປັນພາສາລາວ ທີ່ມີເນື້ອໃນຖືກຕ້ອງ ເຫັນໄດ້ງ່າຍ, ຈະແຈ້ງດີ ແລະ ທົນທານ ຕາມການກຳນົດ ດັ່ງນີ້:
1. ຊື່ ແລະ ທີ່ຢູ່ຂອງຜະລິດຕະພັນ ພ້ອມທັງລະບຸຄຳວ່າ “ເຂົ້າເພີມຈຸລະສານອາຫານ”;
2. ສ່ວນປະກອບ ແລະ ປະລິມານ ຂອງຈຸລະສານອາຫານທີ່ໄດ້ປະສົມຕາມອັດຕາສ່ວນ ທີ່ໄດ້ກຳນົດໄວ້ໃນ
第ມາດຕາ 9条
第9条 食品微生物产品标签必须包含的信息
食品微生物产品的标签必须包含以下信息:
1. 产品名称;
2. 成分;
3. 净重或包装规格;
4. 经营者的姓名、地址和联系方式;
5. 储存和食用说明;
6. 保质期至某年某月某日(食品微生物的保质期确定应以食品微生物菌种的生产日期加上6个月为准);
7. 批号、生产年、月、日;
8. 食品药品监督管理局颁发的产品注册号。
ພາສາລາວ (老挝语原文)
ມາດຕາ 9 ຂໍ້ມູນທີ່ຕ້ອງມີໃນປ້າຍກຳກັບຜະລິດຕະພັນຈຸລະສານອາຫານ
ປ້າຍກຳກັບຜະລິດຕະພັນຈຸລະສານອາຫານ ຕ້ອງມີຂໍ້ມູນດັ່ງນີ້:
1. ຊື່ຜະລິດຕະພັນ;
2. ສ່ວນປະກອບ;
3. ນ້ຳໜັກສຸດທິ ຫຼື ຂະໜາດບັນຈຸ;
4. ຊື່, ທີ່ຢູ່ ແລະ ຂໍ້ມູນຕິດຕໍ່ ຂອງຜູ້ປະກອບການ;
5. ຄຳແນະນຳ ໃນການເກັບຮັກສາ ແລະ ການບໍລິໂພກ;
6. ຄວນບໍລິໂພກກ່ອນວັນທີ, ເດືອນ, ປີ (ການກຳນົດວັນທີ, ເດືອນ, ປີ ຄວນບໍລິໂພກຂອງຈຸລະສານອາຫານ ໃຫ້ອີງໃສ່ວັນທີ, ເດືອນ, ປີ ຜະລິດຂອງເມັດປະສົມຈຸລະສານອາຫານ ບວກເພີ່ມອີກ 6 ເດືອນ);
7. ຊຸດຜະລິດ, ວັນ, ເດືອນ, ປີ ຜະລິດ;
8. ເລກທີຂຶ້ນທະບຽນຜະລິດຕະພັນ ຈາກກົມອາຫານ ແລະ ຢາ.
第ມາດຕາ 10条
第10条 标签
添加营养素的食品必须按照卫生部制定的规定粘贴标签,包括添加维生素和矿物质的食品和饮料。
ພາສາລາວ (老挝语原文)
ມາດຕາ 10 ກາບນາຍ
ຜະລິດຕະພັນເຂົາເພີມຈຸລະສານອາຫານ ຕ້ອງຕິດກາບນາຍ ອາຫານ ແລະ ເຄື່ອງດື່ມທີ່ເພີ່ມວິຕາມິນ ແລະ ແຮ່ທາດ ຕາມລະບຽບການທີ່ກະຊວງສາທາລະນະສຸກວາງອອກ.
第ມາດຕາ 11条
第11条 运输
运输进口预包装食品必须使用清洁的运输车辆和运输工具,有遮盖物,防止产品污染和损坏。
ພາສາລາວ (老挝语原文)
ມາດຕາ 11 ການຂົນສົ່ງ
ການຂົນສົ່ງເຂົ້າເປີ້ມຈຸລະສານອາຫານ ຕ້ອງນຳໃຊ້ຍານພາຫະນະ ແລະ ພາຫະນະຂົນສົ່ງທີ່ສະອາດ, ມີສິ່ງປົກປິດ, ປ້ອງກັນບໍ່ໃຫ້ຜະລິດຕະພັນເປີເປືອນ ແລະ ເສຍຫາຍ.
第ມາດຕາ 12条
第12条 储存
强化营养素大米和营养素预混料的储存应遵守以下规定:
1. 储存在干燥、清洁、避免阳光直射、符合卫生要求、通风良好且温度适宜的地方。对于营养素预混料的储存,应在25摄氏度或更低的温度下储存;
2. 放置在托盘或其他合适的材料上,与地面和墙壁保持距离,以防止潮湿、污染和作为病媒的动物。对于木制托盘,必须耐用并能防止虫害;
3. 与杀虫剂、化肥和其他化学品分开并远离存放。
ພາສາລາວ (老挝语原文)
ມາດຕາ 12 ການເກັບຮັກສາ
ການເກັບຮັກສາ ເຂົ້າເພີ້ມຈຸລະສານອາຫານ ແລະ ເມັດປະສົມຈຸລະສານອາຫານ ໃຫ້ປະຕິບັດ ດັ່ງນີ້:
1. ເກັບໃນສະຖານທີ່ແຫ້ງ, ສະອາດ, ບໍ່ຖືກແສງແດດໂດຍກົງ, ຖືກຫຼັກອະນາໄມ, ມີການລະບາຍອາກາດທີ່ປອດໂປ່ງດີ ແລະ ອຸນຫະພູມທີ່ເໝາະສົມ. ສຳລັບການເກັບຮັກສາເມັດປະສົມຈຸລະສານອາຫານ ໃຫ້ເກັບຮັກສາໃນອຸນຫະພູມ 25 ອົງສາ ຫຼື ຕ່ຳກວ່າ;
2. ຈັດວາງເທິງຖ້ານຮອງ (ພາເລດ) ຫຼື ວັດສະດຸອື່ນທີ່ເໝາະສົມ ຊຶ່ງຫ່າງຈາກພື້ນ ແລະ ຝາ ເພື່ອປ້ອງກັນການປຽກຊຸ່ມ, ເປິເປື້ອນ ແລະ ສັດທີ່ເປັນພາຫະນຳເຊື້ອ. ສຳລັບຖ້ານຮອງ (ພາເລດ) ທີ່ເປັນໄມ້ ຕ້ອງມີຄວາມທົນທານ ແລະ ສາມາດປ້ອງກັນແມງໄມ້ມາທຳລາຍ;
3. ເກັບແຍກ ແລະ ຫ່າງຈາກຢາຂ້າແມງໄມ້, ປຸ໋ຍ ແລະ ສານເຄມີອື່ນ.
本页展示前 12 条,全文共 33 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读