ດຳລັດວ່າດ້ວຍ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ

非政府国际组织法令

Non-Governmental International Organizations Act

ບົດສະຫຼຸບ

ຂໍ້ກຳນົດນີ້ຄຸ້ມຄອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານສາກົນທີ່ດຳເນີນກິດຈະກຳຢູ່ໃນ ສປປ ລາວ, ໂດຍສຸມໃສ່ກຳນົດຫຼັກການການຄຸ້ມຄອງ, ການຕິດຕາມ ແລະ ກວດກາ ເພື່ອຮັບປະກັນການພັດທະນາ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ຖືກຕ້ອງຕາມກົດໝາຍ ແລະ ມີປະສິດທິພາບ, ສົ່ງເສີມເປົ້າໝາຍເສດຖະກິດ-ສັງຄົມຂອງຊາດ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຢູ່ ສປປ ລາວ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີ ປະສິດທິພາບ ແລະ ປະສິດທິຜົນ ແນໃສ່ຮັບປະກັນ ສົ່ງເສີມ, ອຳນວຍຄວາມສະດວກ ໃນການຊ່ວຍເຫຼືອດ້ານການພັດທະນາ ແລະ ມະນຸດສະທຳ ໃຫ້ຖືກຕ້ອງຕາມ ກົດໝາຍ ແລະ ລະບຽບການ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ.

ມາດຕາ ມາດຕາ 2

ມາດຕາ 2 ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ
ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຂຽນເປັນຕົວອັກສອນຫຍໍ້ວ່າ “ອສບລ” ຂຽນເປັນພາສາອັງກິດວ່າ “INGO” ແມ່ນ ອົງການຈັດຕັ້ງທາງສັງຄົມ ທີ່ມີຖານະເປັນ
ນິຕິບຸກຄົນ ຂອງສາກົນ ຫຼື ຕ່າປະເທດ ທີ່ເຄື່ອນໄຫວໃຫ້ການຊ່ວຍເຫຼືອດ້ານ ການພັດທະນາ ແລະ ມະນຸດສະທຳ ໂດຍ
ບໍ່ຫວັງຜົນກຳໄລ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 87 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ