ດຳລັດວ່າດ້ວຍ ຝຸ່ນ
肥料法令
Fertilizer Act
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການຜະລິດ, ການຄ້າ ແລະ ການນຳໃຊ້ປຸ໋ຍໃນປະເທດລາວ, ເນື້ອໃນຫຼັກແມ່ນກຳນົດປະເພດປຸ໋ຍ, ຫ້າມປຸ໋ຍປອມ, ບໍ່ມີຄຸນນະພາບ ແລະ ບໍ່ໄດ້ມາດຕະຖານ, ພ້ອມທັງກຳນົດນະໂຍບາຍແຫ່ງຊາດ ແລະ ຫຼັກການກູ້ຢືມ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ຝຸ່ນ
ຝຸ່ນ ແມ່ນ ວັດຖຸ ທີ່ມີສ່ວນປະກອບ ທາງເຄມີ ທີ່ຈຳເປັນສຳລັບ ການຈະເລີນເຕີບໂຕ ແລະ ເພີ່ມຜົນຜະລິດ ຂອງພືດ ຊຶ່ງລວມມີ ສອງ ກຸ່ມຝຸ່ນຫຼັກ ຄື ຝຸ່ນອົງຄະທາດ ຫຼື ຝຸ່ນອິນຊີ ແລະ ຝຸ່ນອະນົງຄະທາດ ຫຼື ຝຸ່ນເຄມີ.
ມາດຕາ ມາດຕາ 2
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຝຸ່ນປອມ ໝາຍເຖິງ ຝຸ່ນ ທີ່ໃຊ້ວັດຖຸອື່ນ ທີ່ບໍ່ກົງກັບທີ່ໄດ້ຂຶ້ນທະບຽນໄວ້ເປັນສ່ວນປະກອບ ຫຼື ຜະລິດຄ້າຍຄືຂອງແທ້ ຫຼື ຝຸ່ນທີ່ຕິດສະຫຼາກ ຫຼື ເຄື່ອງໝາຍການຄ້າຫຼອກລວງຜູ້ນຳໃຊ້ໃຫ້ຫຼົງເຊື່ອ;
2. ຝຸ່ນເສື່ອມຄຸນນະພາບ ໝາຍເຖິງ ຝຸ່ນທີ່ໝົດອາຍຸ, ມີວັດຖຸເປັນພິດເຈືອປົນ ລວມທັງຝຸ່ນທີ່ເສຍຄຸນລັກສະນະ;
3. ຝຸ່ນທີ່ບໍ່ໄດ້ມາດຕະຖານ ໝາຍເຖິງ ຜະລິດຕະພັນຝຸ່ນ ທີ່ມີທາດອາຫານ ໜ້ອຍ ຫຼື ຫຼາຍກວ່າ, ມີສິ່ງເຈືອປົນ ຫຼື ຄຸນລັກສະນະອື່ນ ທີ່ບໍ່ຖືກຕ້ອງຕາມມາດຕະຖານທີ່ໄດ້ຂຶ້ນທະບຽນໄວ້;
4. ລະບົບເມຕຣິກ (Metric System) ໝາຍເຖິງ ລະບົບການວັດແທກສາກົນ ທີ່ໃຊ້ຕົວເລກເປັນຖານວັດແທກຕ່າງໆ ເຊັ່ນ ຄວາມຍາວ, ນ້ຳໜັກ ແລະ ປະລິມານ;
5. ມາດຕະຖານການຜະລິດທີ່ດີ ໝາຍເຖິງ ວິທີການ ແລະ ມາດຕະການຄວບຄຸມ ການຜະລິດຝຸ່ນໃນທຸກຂັ້ນຕອນ ເພື່ອຮັບປະກັນໃຫ້ຝຸ່ນທີ່ຜະລິດອອກມາໄດ້ ມາດຕະຖານ, ຄຸນນະພາບ ແລະ ມີຄວາມປອດໄພ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 64 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ