肥料法令
ດຳລັດວ່າດ້ວຍ ຝຸ່ນ
Fertilizer Act
简介
该法规调整老挝境内肥料的生产、经营与使用,核心内容为定义肥料种类、禁止假劣及不合格肥料,并规定国家政策与贷款原则。
Summary
This regulation governs the production, trade, and use of fertilizers in Laos, defining fertilizer types, prohibiting counterfeit, substandard, and不合格 fertilizers, and stipulating state policies and loan principles.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການຜະລິດ, ການຄ້າ ແລະ ການນຳໃຊ້ປຸ໋ຍໃນປະເທດລາວ, ເນື້ອໃນຫຼັກແມ່ນກຳນົດປະເພດປຸ໋ຍ, ຫ້າມປຸ໋ຍປອມ, ບໍ່ມີຄຸນນະພາບ ແລະ ບໍ່ໄດ້ມາດຕະຖານ, ພ້ອມທັງກຳນົດນະໂຍບາຍແຫ່ງຊາດ ແລະ ຫຼັກການກູ້ຢືມ.
条文
第ມາດຕາ 1条
第2条 肥料
肥料是指含有植物生长和增产所必需的化学成分的物质,包括两大类主要肥料:有机肥料或有机肥和无机肥料或化肥。
ພາສາລາວ (老挝语原文)
ມາດຕາ 2 ຝຸ່ນ
ຝຸ່ນ ແມ່ນ ວັດຖຸ ທີ່ມີສ່ວນປະກອບ ທາງເຄມີ ທີ່ຈຳເປັນສຳລັບ ການຈະເລີນເຕີບໂຕ ແລະ ເພີ່ມຜົນຜະລິດ ຂອງພືດ ຊຶ່ງລວມມີ ສອງ ກຸ່ມຝຸ່ນຫຼັກ ຄື ຝຸ່ນອົງຄະທາດ ຫຼື ຝຸ່ນອິນຊີ ແລະ ຝຸ່ນອະນົງຄະທາດ ຫຼື ຝຸ່ນເຄມີ.
第ມາດຕາ 2条
第2条 词语解释
本法令中使用的词语具有以下含义:
1. 假肥料 指使用与注册成分不符的其他物质、仿制真品或贴有误导使用者误信的标签或商标的肥料;
2. 劣质肥料 指过期、含有有毒物质混杂以及丧失特性的肥料;
3. 不合格肥料 指营养成分低于或高于、含有杂质或其他特性不符合注册标准的肥料产品;
4. 公制系统 指使用数字为基数的国际测量系统,如长度、重量和体积;
5. 良好生产规范 指在肥料生产的各个阶段控制生产的方法和措施,以确保生产的肥料达到标准、质量和安全。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ
ຄຳສັບທີນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ຝຸ່ນປອມ ໝາຍເຖິງ ຝຸ່ນ ທີ່ໃຊ້ວັດຖຸອື່ນ ທີ່ບໍ່ກົງກັບທີ່ໄດ້ຂຶ້ນທະບຽນໄວ້ເປັນສ່ວນປະກອບ ຫຼື ຜະລິດຄ້າຍຄືຂອງແທ້ ຫຼື ຝຸ່ນທີ່ຕິດສະຫຼາກ ຫຼື ເຄື່ອງໝາຍການຄ້າຫຼອກລວງຜູ້ນຳໃຊ້ໃຫ້ຫຼົງເຊື່ອ;
2. ຝຸ່ນເສື່ອມຄຸນນະພາບ ໝາຍເຖິງ ຝຸ່ນທີ່ໝົດອາຍຸ, ມີວັດຖຸເປັນພິດເຈືອປົນ ລວມທັງຝຸ່ນທີ່ເສຍຄຸນລັກສະນະ;
3. ຝຸ່ນທີ່ບໍ່ໄດ້ມາດຕະຖານ ໝາຍເຖິງ ຜະລິດຕະພັນຝຸ່ນ ທີ່ມີທາດອາຫານ ໜ້ອຍ ຫຼື ຫຼາຍກວ່າ, ມີສິ່ງເຈືອປົນ ຫຼື ຄຸນລັກສະນະອື່ນ ທີ່ບໍ່ຖືກຕ້ອງຕາມມາດຕະຖານທີ່ໄດ້ຂຶ້ນທະບຽນໄວ້;
4. ລະບົບເມຕຣິກ (Metric System) ໝາຍເຖິງ ລະບົບການວັດແທກສາກົນ ທີ່ໃຊ້ຕົວເລກເປັນຖານວັດແທກຕ່າງໆ ເຊັ່ນ ຄວາມຍາວ, ນ້ຳໜັກ ແລະ ປະລິມານ;
5. ມາດຕະຖານການຜະລິດທີ່ດີ ໝາຍເຖິງ ວິທີການ ແລະ ມາດຕະການຄວບຄຸມ ການຜະລິດຝຸ່ນໃນທຸກຂັ້ນຕອນ ເພື່ອຮັບປະກັນໃຫ້ຝຸ່ນທີ່ຜະລິດອອກມາໄດ້ ມາດຕະຖານ, ຄຸນນະພາບ ແລະ ມີຄວາມປອດໄພ.
第ມາດຕາ 3条
第4条 国家关于肥料工作的政策
国家重视肥料工作,通过培养、建设人才,研究、试验、开发以及转让肥料方面的技术知识给个人、法人及组织,包括建设基础设施、技术物资,以确保上述工作有效进行。
国家鼓励和促进国内外的个人、法人或组织参与和投资于肥料开发及肥料经营业务,使其具有质量和效率,基于科学原则、基础设施建设、技术物资、现代化技术,并使用对环境友好的技术,以确保对人、动物、植物、财产、环境及社会的安全。
ພາສາລາວ (老挝语原文)
ມາດຕາ 4 ນະໂຍບາຍຂອງລັດ ກ່ຽວກັບວຽກງານຝຸ່ນ
ລັດ ເອົາໃຈໃສ່ຕໍ່ວຽກງານຝຸ່ນ ດ້ວຍການບຳລຸງ, ສ້າງ ບຸກຄະລາກອນ, ຄົ້ນຄວ້າ, ທົດລອງ, ພັດທະນາ ແລະ ຖ່າຍທອດເຕັກນິກວິຊາການ ກ່ຽວກັບຝຸ່ນ ໃຫ້ແກ່ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລວມທັງການກໍ່ສ້າງ ໂຄງລ່າງພື້ນຖານ, ວັດຖຸເຕັກນິກ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວມີປະສິດທິຜົນ.
ລັດ ຊຸກຍູ້ ແລະ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນ ແລະ ລົງທຶນ ເຂົ້າໃນການພັດທະນາຝຸ່ນ ແລະ ການດຳເນີນທຸລະກິດ ກ່ຽວກັບຝຸ່ນ ໃຫ້ມີຄຸນນະພາບ ແລະ ປະສິດທິພາບ, ບົນພື້ນຖານຫຼັກການທາງວິທະຍາສາດ, ການກໍ່ສ້າງໂຄງລ່າງພື້ນຖານວັດຖຸເຕັກນິກ, ເຕັກໂນໂລຊີ ທີ່ ທັນສະໄໝ ແລະ ນຳໃຊ້ເຕັກໂນໂລຊີທີ່ເປັນມິດຕໍ່ສິ່ງແວດລ້ອມ ເພື່ອຮັບປະກັນຄວາມປອດໄພ ຕໍ່ ຄົນ, ສັດ, ພືດ, ຊັບສິນ, ສິ່ງແວດລ້ອມ ແລະ ສັງຄົມ.
第ມາດຕາ 4条
第4条 关于贷款工作的原则
贷款工作必须遵循以下原则:
1. 符合相关法律、法规和技术标准;
2. 在全国范围内集中统一管理;
3. 确保适合高质量和安全的种植;
4. 确保透明、公正和可核查。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການກ່ຽວກັບວຽກງານຜູ້ນ
ວຽກງານຜູ້ນ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບກົດໝາຍ, ລະບຽບການ ແລະ ມາດຕະຖານເຕັກນິກ ທີ່ກ່ຽວຂ້ອງ;
2. ລວມສູນກາງ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຮັບປະກັນ ຄວາມເໝາະສົມ ສຳລັບ ການປູກຝັງຢ່າງມີຄຸນນະພາບ ແລະ ປອດໄພ;
4. ຮັບປະກັນ ຄວາມໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້.
第ມາດຕາ 5条
第5条 适用范围
本令适用于在老挝人民民主共和国境内从事与肥料相关活动的个人、法人和组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນ ກັບວຽກງານຝຸ່ນ ຢູ່ ສປປ ລາວ.
第ມາດຕາ 6条
第6条 肥料种类
肥料分为以下3种:
1. 有机肥料(Organic Fertilizer)是指来源于植物、动物、有机土壤或农业废弃物、牲畜粪便、蝙蝠粪便,经过堆肥、沤制或其他技术方法处理,包括生物肥料;
2. 生物肥料(Bio-fertilizer)是指一种有机肥料,其中混合了一种或多种微生物菌种或细菌,根据使用者的需要,旨在促进或刺激肥料对植物的效益,并防止植物根部感染;
3. 无机肥料或化学肥料(Inorganic Fertilizer)是指通过化学合成过程获得的肥料,其中规定了植物的主要养分,如氮(N)、磷(P)、钾(K)。
ພາສາລາວ (老挝语原文)
ມາດຕາ 6 ປະເພດຝຸ່ນ
ຝຸ່ນແບ່ງອອກເປັນ 3 ປະເພດ ດັ່ງນີ້:
1. ຝຸ່ນອົງຄະທາດ ຫຼື ຝຸ່ນອິນຊີ (Organic Fertilizer) ແມ່ນ ຝຸ່ນທີ່ໄດ້ຈາກສິ່ງເສດເຫຼືອຂອງພືດ, ສັດ, ດິນອິນຊີ ຫຼື ສິ່ງເສດເຫຼືອຈາກກະສິກຳ, ມູນສັດລ້ຽງ, ມູນເຈຍ ທີ່ໄດ້ນຳມາຜ່ານຂະບວນການບົ່ມ, ພັກ ຫຼື ວິທີການອື່ນ ຕາມຫຼັກວິຊາການ ລວມທັງຝຸ່ນຊີວະພາບ;
2. ຝຸ່ນຊີວະພາບ (Bio-fertilizer) ແມ່ນ ຝຸ່ນອົງຄະທາດປະເພດໜຶ່ງ ທີ່ມີການປະສົມຫົວເຊື້ອຈຸລິນຊີ ຫຼື ແບັກທີເຣຍ ຊະນິດໃດໜຶ່ງ ຫຼື ຫຼາຍຊະນິດ ຕາມຄວາມຕ້ອງການຂອງຜູ້ນຳໃຊ້ ຊຶ່ງມີເປົ້າໝາຍ ສົ່ງເສີມ ຫຼື ກະຕຸ້ນການເປັນປະໂຫຍດຂອງຝຸ່ນ ຕໍ່ພືດຫຼາຍຂຶ້ນ ແລະ ປ້ອງກັນການຕິດເຊື້ອຂອງຮາກພືດ;
3. ຝຸ່ນອະນົງຄະທາດ ຫຼື ຝຸ່ນເຄມີ (Inorganic Fertilizer) ແມ່ນ ຝຸ່ນທີ່ໄດ້ຈາກຂະບວນການສັງເຄາະທາງເຄມີ ທີ່ມີການກຳນົດ ທາດອາຫານຫຼັກຂອງພືດ ເປັນຕົ້ນ ທາດໄນໂຕຣເຈນ (N), ຟົດສະຟໍຣັດ (P), ໂພແຕສຊຽມ (K).
第ມາດຕາ 7条
第7条 肥料形态
肥料的形态按颜色和特征分为:颗粒状(直径1-5毫米)、粉末状(直径0.1-1毫米)、液态(直径0.01-0.1毫米)以及片状或薄片状(直径0.5-2毫米)。
ພາສາລາວ (老挝语原文)
ມາດຕາ 7 ຮູບປະພັນ
ຮູບປະພັນຂອງຝຸ່ນ ແບ່ງອອກເປັນ ສີ ລັກສະນະ ຄື ເປັນເມັດ (ຂະໜາດ 1-5 ມິນລີແມັດ), ເປັນແປ້ງ (ຂະໜາດ 0.1-1 ມິນລີແມັດ), ເປັນນ້ຳ (ຂະໜາດ 0.01-0.1 ມິນລີແມັດ) ແລະ ເປັນເກັດ ຫຼື ເປັນແຜ່ນ (ຂະໜາດ 0.5-2 ມິນລີແມັດ).
第ມາດຕາ 8条
第8条 肥料名录
肥料名录是指已登记并获准生产、进口、出口、销售以及过境老挝人民民主共和国的成品肥料、半成品肥料、肥料成分的清单。
农林与环境部负责制定和审查肥料名录,作为登记的基础。
ພາສາລາວ (老挝语原文)
ມາດຕາ 8 ບັນຊີຝຸ່ນ
ບັນຊີຝຸ່ນ ແມ່ນ ລາຍການຝຸ່ນສຳເລັດຮູບ, ເຄິ່ງສຳເລັດຮູບ, ວັດຖຸທີ່ເປັນສ່ວນປະກອບຂອງຝຸ່ນ ທີ່ນຳມາຂຶ້ນທະບຽນ ແລະ ອະນຸຍາດໃຫ້ ຜະລິດ, ນຳເຂົ້າ, ສົ່ງອອກ, ຈຳໜ່າຍ ລວມທັງສົ່ງຜ່ານ ສປປ ລາວ.
ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນຜູ້ກຳນົດ ແລະ ທົບທວນ ບັນຊີຝຸ່ນ ເພື່ອເປັນພື້ນຖານໃຫ້ແກ່ການຂຶ້ນທະບຽນ.
第ມາດຕາ 9条
第9条 肥料登记
肥料登记是记录和确认肥料信息的过程,包括通用名称、商品名称、商标、肥料种类、肥料颜色特征、包装规格、使用信息,按照农林环境部的规定。
有意生产、进口肥料用于使用、分销和出口的,必须向农林环境部种植司提交申请及全套文件,申请肥料登记。
ພາສາລາວ (老挝语原文)
ມາດຕາ 9 ການຂຶ້ນທະບຽນຝຸ່ນ
ການຂຶ້ນທະບຽນຝຸ່ນ ແມ່ນ ຂະບວນການ ບັນທຶກ ແລະ ຢັ້ງຢືນ ຂໍ້ມູນ ກ່ຽວກັບຝຸ່ນ ເປັນຕົ້ນ ຊື່ສາມັນ, ຊື່ທາງການຄ້າ, ເຄື່ອງໝາຍການຄ້າ, ຊະນິດຂອງຝຸ່ນ, ລັກສະນະສີຂອງຝຸ່ນ, ຂະໜາດບັນຈຸ, ຂໍ້ມູນການນຳໃຊ້ ຕາມການກຳນົດ ຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ.
ຜູ້ທີ່ມີຈຸດປະສົງ ຜະລິດ ແລະ ນຳເຂົ້າ ຝຸ່ນ ເພື່ອນຳໃຊ້, ຈຳໜ່າຍ ແລະ ສົ່ງອອກ ຕ້ອງຍື່ນຄຳຮ້ອງ ພ້ອມເອກະສານຄົບຊຸດ ຂໍຂຶ້ນທະບຽນຝຸ່ນ ຕໍ່ ກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ.
第ມາດຕາ 10条
第10条 免于登记的肥料
1. 个人自产自用于自身或家庭种植且不以销售为目的的肥料;
2. 为研究、试验和技术研发目的进口的肥料,其进口质量和数量须按照测试计划执行;
3. 为展示、援助和在某政府项目内使用而进口的肥料。
上述肥料若以经营为目的,须按照本法令规定进行肥料登记。
ພາສາລາວ (老挝语原文)
ມາດຕາ 10 ຝຸ່ນທີ່ຍົກເວັ້ນການຂຶ້ນທະບຽນ
1. ຝຸ່ນທີ່ບຸກຄົນຜະລິດເອງ ເພື່ອນຳໃຊ້ເຂົ້າໃນການປູກຝັງຂອງຕົນເອງ ຫຼື ຄອບຄົວ ແລະ ບໍ່ມີຈຸດປະສົງເພື່ອຈຳໜ່າຍ;
2. ຝຸ່ນທີ່ນຳເຂົ້າ ເພື່ອຈຸດປະສົງນຳໃຊ້ເຂົ້າໃນການຄົ້ນຄວ້າ, ທົດລອງ ແລະ ວິໄຈທາງດ້ານວິຊາການ ສ່ວນຄຸນນະພາບ ແລະ ປະລິມານ ທີ່ນຳເຂົ້າຕ້ອງປະຕິບັດຕາມແຜນການທົດສອບ;
3. ຝຸ່ນທີ່ນຳເຂົ້າ ເພື່ອການວາງສະແດງ, ຊ່ວຍເຫຼືອ ແລະ ຮັບໃຊ້ພາຍໃນໂຄງການໃດໜຶ່ງ ທີ່ເປັນກິດຈະກຳຂອງລັດ.
ກໍລະນີຝຸ່ນທີ່ກ່າວມາຂ້າງເທິງນີ້ ມີຈຸດປະສົງເພື່ອດຳເນີນທຸລະກິດ ຕ້ອງໄດ້ຂຶ້ນທະບຽນຝຸ່ນ ຕາມທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້.
第ມາດຕາ 11条
第11条 肥料登记条件
肥料登记条件如下:
1. 是生产、进口用于使用、销售和出口的肥料;
2. 是经过测试或试用、质量与安全研究的肥料;
3. 进口的肥料必须有出口国的肥料登记证,但必须进口的肥料除外,但须获得政府特别许可。
ພາສາລາວ (老挝语原文)
ມາດຕາ 11 ເງື່ອນໄຂການຂຶ້ນທະບຽນຝຸ່ນ
ເງື່ອນໄຂການຂຶ້ນທະບຽນຝຸ່ນ ມີ ດັ່ງນີ້:
1. ເປັນຝຸ່ນທີ່ຜະລິດ ແລະ ນຳເຂົ້າ ເພື່ອນຳໃຊ້, ຈຳໜ່າຍ ແລະ ສົ່ງອອກ;
2. ເປັນຝຸ່ນທີ່ມີການທົດສອບ ຫຼື ທົດລອງນຳໃຊ້, ວິໄຈດ້ານຄຸນນະພາບ ແລະ ຄວາມປອດໄພແລ້ວ;
3. ຝຸ່ນທີ່ຈະນຳເຂົ້າ ຕ້ອງມີໃບທະບຽນຝຸ່ນ ຂອງປະເທດສົ່ງອອກ ເວັ້ນເສຍແຕ່ຝຸ່ນທີ່ມີຄວາມຈຳເປັນ ຕ້ອງນຳເຂົ້າ ແຕ່ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານສະເພາະ.
第ມາດຕາ 12条
第12条 肥料文件和样品
申请注册的肥料文件和样品如下:
1. 按照农林环境部规定的格式的申请表;
2. 企业登记证和肥料经营许可证的副本;
3. 如果是进口肥料,出口国的肥料登记证副本;
4. 出口国生产商或经销商的授权书;
5. 出口国标准化实验室出具的有效期不超过六个月的肥料质量检测报告副本;
6. 老挝人民民主共和国出具的肥料质量检测报告,有效期不超过六个月;
7. 老挝语的肥料标签样本、包装规格、使用说明书和注意事项;
8. 省级农林环境办公室出具的进口计划证明;
9. 代理人的授权书、身份证或户口簿副本(如委托他人代办文件);
10. 每个配方至少一公斤或一升的肥料样品;
11. 农林环境部种植司要求认为必要的其他文件。
ພາສາລາວ (老挝语原文)
ມາດຕາ 12 ເອກະສານ ແລະ ຕົວຢ່າງຝຸ່ນ
ເອກະສານ ແລະ ຕົວຢ່າງຝຸ່ນ ທີ່ນຳມາຂໍຂຶ້ນທະບຽນ ມີ ດັ່ງນີ້:
1. ໃບຄຳຮ້ອງຕາມແບບພິມ ທີ່ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຳນົດ;
2. ສຳເນົາ ໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດຝຸ່ນ;
3. ສຳເນົາ ໃບທະບຽນຝຸ່ນ ຂອງປະເທດສົ່ງອອກ ຖ້າເປັນຝຸ່ນນຳເຂົ້າ;
4. ໃບມອບສິດ ຈາກບໍລິສັດຜູ້ຜະລິດ ຫຼື ຕົວແທນຈຳໜ່າຍ ຂອງປະເທດສົ່ງອອກ;
5. ສຳເນົາ ໃບຢັ້ງຢືນຜົນການວິໄຈຄຸນນະພາບຝຸ່ນ ຈາກຫ້ອງວິໄຈທີ່ໄດ້ມາດຕະຖານ ຂອງປະເທດສົ່ງອອກ ທີ່ມີອາຍຸການນຳໃຊ້ບໍ່ໃຫ້ເກີນ ຫົກເດືອນ;
6. ໃບຢັ້ງຢືນຜົນການວິໄຈຄຸນນະພາບຝຸ່ນ ຂອງ ສປປ ລາວ, ອາຍຸການນຳໃຊ້ບໍ່ໃຫ້ເກີນ ຫົກເດືອນ;
7. ຕົວຢ່າງສະຫຼາກຝຸ່ນ, ຂະໜາດບັນຈຸ, ຄູ່ມືການນຳໃຊ້ ແລະ ຂໍ້ຄວນລະວັງ ເປັນພາສາລາວ;
8. ໃບຢັ້ງຢືນແຜນການນຳເຂົ້າຈາກພະແນກກະສິກຳ ແລະ ສິ່ງແວດລ້ອມ ຂັ້ນແຂວງ;
9. ໃບມອບສິດຂອງຜູ້ຕາງໜ້າ, ສຳເນົາ ບັດປະຈຳຕົວ ຫຼື ສຳນະໂນຄົວ ໃນກໍລະນີທີ່ໃຫ້ຜູ້ອື່ນມາແລນ ເອກະສານແທນ;
10. ຕົວຢ່າງຝຸ່ນ ຢ່າງໜ້ອຍ ໜຶ່ງກິໂລກຣາມ ຫຼື ໜຶ່ງລິດ ຕໍ່ສູດ;
11. ເອກະສານອື່ນທີ່ເຫັນວ່າມີຄວາມຈຳເປັນ ຕາມການຮຽກຮ້ອງ ຂອງກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ.
本页展示前 12 条,全文共 64 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读