ດຳລັດວ່າດ້ວຍ ກະສິກຳສະອາດ
清洁农业法令
Clean Agriculture Act
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການຜະລິດ, ການດຳເນີນທຸລະກິດ ແລະ ການຕິດຕາມກວດກາກະສິກຳສະອາດຢູ່ໃນລາວ, ໂດຍມີຈຸດໃຈກາງແມ່ນຮັບປະກັນຄວາມປອດໄພຂອງຜະລິດຕະພັນພືດ, ເປັນມິດກັບສິ່ງແວດລ້ອມ ແລະ ປະຕິບັດຕາມຫຼັກການຄຸ້ມຄອງແບບເປັນເອກະພາບ ແລະ ການຮ່ວມມືສາກົນ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານກະສິກຳສະອາດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ ຮັບປະກັນໃຫ້ພືດ ແລະ ຜະລິດຕະພັນພືດ ມີຄຸນນະພາບ, ສະອາດ, ປອດໄພ ຕໍ່ສຸຂະພາບ, ຊີວິດ ຂອງຄົນ ແລະ ສັດ, ເປັນມິດກັບສິ່ງແວດລ້ອມ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ ຕາມທິດສະອາດ, ສີຂຽວ ແລະ ຍືນຍົງ.
ມາດຕາ ມາດຕາ 2
ມາດຕາ 2 ກະສິກຳສະອາດ
ກະສິກຳສະອາດ ແມ່ນ ລະບົບການຜະລິດກະສິກຳ ແລະ ການເກັບກ່ຽວຜົນຜະລິດຈາກທຳມະຊາດ ທີ່ມີການຢັ້ງຢືນ ຄຸນນະພາບ, ຄວາມສະອາດ, ມີຄວາມປອດໄພ ຕໍ່ຜູ້ຜະລິດ, ຜູ້ບໍລິໂພກ ແລະ ເປັນມິດຕໍ່ສິ່ງແວດລ້ອມ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 78 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ