清洁农业法令
ດຳລັດວ່າດ້ວຍ ກະສິກຳສະອາດ
Clean Agriculture Act
简介
该法令调整老挝境内清洁农业的生产、经营与监管活动,核心是确保植物产品安全、环境友好,并遵循统一管理、国际合作等原则。
Summary
This decree regulates the production, operation, and supervision of clean agriculture in Laos, focusing on ensuring plant product safety, environmental friendliness, and adherence to principles of unified management and international cooperation.
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການຜະລິດ, ການດຳເນີນທຸລະກິດ ແລະ ການຕິດຕາມກວດກາກະສິກຳສະອາດຢູ່ໃນລາວ, ໂດຍມີຈຸດໃຈກາງແມ່ນຮັບປະກັນຄວາມປອດໄພຂອງຜະລິດຕະພັນພືດ, ເປັນມິດກັບສິ່ງແວດລ້ອມ ແລະ ປະຕິບັດຕາມຫຼັກການຄຸ້ມຄອງແບບເປັນເອກະພາບ ແລະ ການຮ່ວມມືສາກົນ.
条文
第ມາດຕາ 1条
第1条 目的
本法令规定关于清洁农业管理和监督的原则、规章和措施,以使该工作高效和有效,旨在确保植物和植物产品具有质量、清洁、对人体和动物健康与生命安全、环境友好,能够与区域和国际接轨,为国家经济-社会发展做出贡献,按照清洁、绿色和可持续的方向。
ພາສາລາວ (老挝语原文)
ມາດຕາ 1 ຈຸດປະສົງ
ດຳລັດສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານກະສິກຳສະອາດ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ ຮັບປະກັນໃຫ້ພືດ ແລະ ຜະລິດຕະພັນພືດ ມີຄຸນນະພາບ, ສະອາດ, ປອດໄພ ຕໍ່ສຸຂະພາບ, ຊີວິດ ຂອງຄົນ ແລະ ສັດ, ເປັນມິດກັບສິ່ງແວດລ້ອມ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ ຕາມທິດສະອາດ, ສີຂຽວ ແລະ ຍືນຍົງ.
第ມາດຕາ 2条
第2条 清洁农业
清洁农业是指经过认证的农业生产系统和从自然界采集产品的系统,其质量、清洁度、安全性得到保证,对生产者、消费者安全,并且对环境友好。
ພາສາລາວ (老挝语原文)
ມາດຕາ 2 ກະສິກຳສະອາດ
ກະສິກຳສະອາດ ແມ່ນ ລະບົບການຜະລິດກະສິກຳ ແລະ ການເກັບກ່ຽວຜົນຜະລິດຈາກທຳມະຊາດ ທີ່ມີການຢັ້ງຢືນ ຄຸນນະພາບ, ຄວາມສະອາດ, ມີຄວາມປອດໄພ ຕໍ່ຜູ້ຜະລິດ, ຜູ້ບໍລິໂພກ ແລະ ເປັນມິດຕໍ່ສິ່ງແວດລ້ອມ.
第ມາດຕາ 3条
第3条 词语解释
本法令中使用的词语具有以下含义:
1. 清洁农业生产 指从生产、加工到服务的清洁农业经营活动;
2. 经营者 指从事农业生产、收获、加工和销售农产品、批发零售、收购、出口、进口和生产生产资料的人,包括从事清洁农业相关业务的人;
3. 基因修饰 指通过使用技术和同种系细胞融合,由切割、创造新基因特性而产生的生物体;
4. 微生物 指病毒、细菌、真菌、寄生虫和肉眼无法看见的活病原体;
5. 异物 指不希望混入产品或产品周围区域,可能影响产品安全或质量的物质,例如玻璃、金属、木材、石块、泥土、树叶、橡胶布或塑料袋和草籽;
6. 人类废弃物 指粪便、尿液、人类使用产生的废水、骨粉、头发等;
7. ISO/IEC 指制定技术、科学、技术和经济领域国际标准及相关活动的国际标准化组织,用于商品和服务交换、发展与国际合作;
8. 国际标准 ISO/IEC 17011 指关于管理体系认证机构通用要求的认证体系质量标准,用于认证检查机构和认证机构;
9. 国际标准 ISO/IEC 17065 指认证机构的质量管理体系标准;
10. 国际标准 ISO/IEC 17025 指实验室关于测试、试验和研究条件要求的质量管理体系标准;
11. 植物商品 指用于交换、买卖的植物产品或制品;
12. 建筑物 指用作房屋、生产、储存、加工和包装产品的建筑结构。
ພາສາລາວ (老挝语原文)
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ການຜະລິດກະສິກຳສະອາດ ໝາຍເຖິງ ການດຳເນີນກິດຈະການກະສິກຳສະອາດ ເລີ່ມແຕ່ຂັ້ນຕອນການຜະລິດ, ການປຸງແຕ່ງ ຈົນເຖິງການບໍລິການ;
2. ຜູ້ປະກອບການ ໝາຍເຖິງ ຜູ້ດຳເນີນການຜະລິດກະສິກຳ, ເກັບກ່ຽວ, ປຸງແຕ່ງ ແລະ ຈຳໜ່າຍ ຜົນຜະລິດກະສິກຳ, ຂາຍສົ່ງ-ຂາຍຍ່ອຍ, ເກັບຊື້, ສົ່ງອອກ, ນຳເຂົ້າ ແລະ ຜະລິດ ປັດໄຈການຜະລິດ ລວມທັງ ຜູ້ດຳເນີນທຸລະກິດກ່ຽວກັບກະສິກຳສະອາດ;
3. ການຕັດແຕ່ງພັນທຸກຳ ໝາຍເຖິງ ສິ່ງທີ່ມີຊີວິດ ທີ່ເກີດຈາກການຕັດຕໍ່, ສ້າງຄຸນລັກສະນະດ້ານພັນທຸກຳອັນໃໝ່ ດ້ວຍການນຳໃຊ້ເຕັກນິກ ແລະ ການເຊື່ອມຕໍ່ຈຸລັງໃນສາຍພັນດຽວກັນ;
4. ເຊື້ອຈຸລິນຊີ ໝາຍເຖິງ ໄວຣັດ, ແບັກທີເຣຍ, ເຫັດລາ, ກາຝາກ ແລະ ເຊື້ອພະຍາດທີ່ມີຊີວິດ ທີ່ບໍ່ສາມາດເບິ່ງດ້ວຍຕາເປົ່າໄດ້;
5. ສິ່ງແປກປອມ ໝາຍເຖິງ ສິ່ງທີ່ບໍ່ຕ້ອງການ ປະປົນຢູ່ກັບຜະລິດຕະພັນ ຫຼື ບໍລິເວນອ້ອມຮອບຜະລິດຕະພັນ ຊຶ່ງອາດກໍ່ໃຫ້ເກີດຜົນກະທົບຕໍ່ຄວາມປອດໄພ ຫຼື ຄຸນນະພາບຂອງຜົນຜະລິດ ເປັນຕົ້ນ ແກ້ວ, ໂລຫະ, ໄມ້, ກ້ອນຫີນ, ດິນ, ໃບໄມ້, ຜ້າຢາງ ຫຼື ຖົງຢາງ ແລະ ແກນຫຍ້າ;
6. ສິ່ງເສດເຫຼືອຈາກຄົນ ໝາຍເຖິງ ອາຈົມ, ປັດສະວະ, ນ້ຳເສຍຈາກການນຳໃຊ້ຂອງຄົນ, ຝຸ່ນກະດູກ, ເສັ້ນຜົມ ແລະ ອື່ນໆ;
7. ໄອເອສໂອ/ໄອອີຊີ ໝາຍເຖິງ ອົງການມາດຕະຖານສາກົນ ທີ່ກຳນົດມາດຕະຖານ ແລະ ກິດຈະກຳ ທີ່ກ່ຽວຂ້ອງ ສຳລັບ ແລກປ່ຽນສິນຄ້າ ແລະ ການບໍລິການໃນການພັດທະນາ ແລະ ການຮ່ວມມືສາກົນ ທາງດ້ານວິຊາການ ວິທະຍາສາດ, ເຕັກໂນໂລຊີ ແລະ ເສດຖະກິດ;
8. ມາດຕະຖານສາກົນ ໄອເອສໂອ/ໄອອີຊີ 17011 ໝາຍເຖິງ ມາດຕະຖານລະບົບຄຸນນະພາບ ຂອງການຮັບຮອງ ກ່ຽວກັບຂໍ້ກຳນົດທົ່ວໄປ ສຳລັບ ໜ່ວຍງານຮັບຮອງລະບົບບໍລິຫານ ເພື່ອຮັບຮອງໜ່ວຍງານກວດກາ ແລະ ຢັ້ງຢືນ;
9. ມາດຕະຖານສາກົນ ໄອເອສໂອ/ໄອອີຊີ 17065 ໝາຍເຖິງ ມາດຕະຖານລະບົບຄວບຄຸມຄຸນນະພາບ ຂອງໜ່ວຍງານຢັ້ງຢືນ;
10. ມາດຕະຖານສາກົນ ໄອເອສໂອ/ໄອອີຊີ 17025 ໝາຍເຖິງ ມາດຕະຖານລະບົບຄຸນນະພາບ ຂອງຫ້ອງວິໄຈ ກ່ຽວກັບຂໍ້ກຳນົດເງື່ອນໄຂ ຂອງຫ້ອງວິໄຈ ສຳລັບການທົດສອບ, ທົດລອງ ແລະ ວິໄຈ;
11. ສິນຄ້າພືດ ໝາຍເຖິງ ຜົນຜະລິດ ຫຼື ຜະລິດຕະພັນພືດ ສຳລັບແລກປ່ຽນ, ຊື້ ຂາຍ;
12. ເຄຫາສະຖານ ໝາຍເຖິງ ສິ່ງກໍ່ສ້າງທີ່ນຳໃຊ້ເປັນ ໂຮງເຮືອນ, ສະຖານທີ່ຜະລິດ, ເກັບມ້ຽນ, ປຸງແຕ່ງ ແລະ ຫຸ້ມຫໍ່ຜົນຜະລິດ.
第ມາດຕາ 4条
第4条 关于清洁农业工作的原则
清洁农业工作的开展应遵循以下原则:
1. 符合法律、法规、国家经济社会发展计划、老挝人民民主共和国作为缔约方的公约及相关国际条约;
2. 在全国范围内实行集中统一管理;
3. 确保质量、清洁、对人体和动物健康及生命安全无害、环境友好;
4. 确保公平、透明、快捷、公正和可核查;
5. 与相关部门、组织、地方行政机构及相关方面进行协调配合。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການ ກ່ຽວກັບວຽກງານກະສິກຳສະອາດ
ການເຄື່ອນໄຫວວຽກງານກະສິກຳສະອາດ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ກົດໝາຍ, ລະບຽບການ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນ ທີ່ກ່ຽວຂ້ອງ;
2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຮັບປະກັນຄຸນນະພາບ, ສະອາດ, ປອດໄພ ຕໍ່ສຸຂະພາບ, ຊີວິດ ຂອງຄົນ ແລະ ສັດ, ເປັນມິດກັບສິ່ງແວດລ້ອມ;
4. ຮັບປະກັນຄວາມສະເໝີພາບ, ຄວາມໂປ່ງໃສ, ວ່ອງໄວ, ຍຸຕິທຳ ແລະ ສາມາດກວດສອບໄດ້;
5. ມີການປະສານສົມທົບກັບຂະແໜງການ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນວົນ ທີ່ກ່ຽວຂ້ອງ.
第ມາດຕາ 5条
第5条 适用范围
本法令适用于在老挝人民民主共和国境内从事或涉及清洁农业工作的个人、法人及组织,无论是国内还是国外的。
本法令不适用于畜牧业和渔业。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບ ວຽກງານກະສິກຳສະອາດ ຢູ່ ສປປ ລາວ.
ດຳລັດສະບັບນີ້ ບໍ່ນຳໃຊ້ສຳລັບ ການລ້ຽງສັດ ແລະ ການປະມົງ.
第ມາດຕາ 6条
第6条 国际合作
国家促进与外国、地区和国际在清洁农业工作方面的合作关系,通过交流经验、信息、科学技术、技术、贸易、投资、人力资源开发、参与和执行老挝人民民主共和国为缔约方的相关公约和国际条约。
ພາສາລາວ (老挝语原文)
ມາດຕາ 6 ການຮ່ວມມືສາກົນ
ລັດ ສົ່ງເສີມການພົວພັນຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບ ວຽກງານກະສິກຳສະອາດ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ເຕັກນິກວິທະຍາສາດ, ເຕັກໂນໂລຊີ, ການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການເຂົ້າຮ່ວມ ແລະ ປະຕິບັດ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນ ທີ່ກ່ຽວຂ້ອງ.
第ມາດຕາ 7条
第7条 有机农业生产
有机农业生产是指不使用合成化学物质进行农业生产的过程,具有维护可持续性、土壤肥力、生态系统平衡的生产体系,并对人类和动物健康有益,基于生态过程、生物多样性和适应当地条件的生产循环,替代可能产生负面影响的投入要素,是地方知识、技术和科学相结合的系统,以造福人类、动物、植物,并环境友好。
ພາສາລາວ (老挝语原文)
ມາດຕາ 7 ການຜະລິດກະສິກຳອິນຊີ
ການຜະລິດກະສິກຳອິນຊີ ແມ່ນ ຂະບວນການຜະລິດທີ່ບໍ່ນຳໃຊ້ສານເຄມີສັງເຄາະ ເຂົ້າໃນການຜະລິດກະສິກຳ, ມີລະບົບການຜະລິດ ທີ່ຮັກສາ ຄວາມຍືນຍົງ, ຄວາມອຸດົມສົມບູນຂອງດິນ, ຄວາມສົມດຸນ ຂອງລະບົບນິເວດວິທະຍາ ແລະ ມີຜົນດີຕໍ່ສຸຂະພາບຂອງຄົນ, ສັດ ໂດຍອີງໃສ່ຂະບວນການທາງນິເວດວິທະຍາ, ຄວາມຫຼາກຫຼາຍທາງຊີວະນານາພັນ ແລະ ຮອບວຽນການຜະລິດທີ່ປັບຕົວເຂົ້າກັບສະພາບເງື່ອນໄຂ ຂອງທ້ອງຖິ່ນ, ທົດແທນການນຳໃຊ້ປັດໄຈການຜະລິດ ທີ່ອາດເກີດມີຜົນກະທົບທາງລົບ, ເປັນລະບົບປະສົມປະສານລະຫວ່າງ ຄວາມຮູ້ພູມປັນຍາທ້ອງຖິ່ນ, ເຕັກນິກ ແລະ ວິທະຍາສາດ ເພື່ອໃຫ້ເກີດຜົນປະໂຫຍດ ໃຫ້ແກ່ ຄົນ, ສັດ, ພືດ ແລະ ເປັນມິດຕໍ່ສິ່ງແວດລ້ອມ.
第ມາດຕາ 8条
第8条 有机农业生产条件
有机农业生产条件如下:
1. 对于多年生植物有十八个月的转换期或过渡期,对于一年生植物有十二个月的转换期或过渡期;
2. 如果已获得认证的有机农业生产体系,不允许改为其他生产方式,若在该地块停止有机农业生产,则必须经过转换期或过渡期;
3. 在平行生产的情况下,将有机农业和非有机农业的生产和产品分开;
4. 在所有有机农业生产过程中,不得使用转基因产品、合成化学品及其他化学品的生产要素,采取预防措施,通过建立适当的屏障或防护带,在评估发现高风险污染时,必须进行调查和隔离;
5. 采取防止土壤流失和退化的措施,制定合理的水资源利用计划,使用有机物料制作绿肥和堆肥,不得焚烧植物,不得在有机农业生产区域使用人类废弃物;
6. 使用来自有机农业生产的优质种子和种苗,除非该种子或种苗在当地无法获得,且不得使用转基因品种;
7. 保持生物多样性、生物栖息地,不对保护区和遗产地产生负面影响;
8. 采用综合病虫害防治原则,如病虫害管理、伴生种植、选择适当品种以及增加生物多样性;
9. 收获后处理、加工、包装、储存和运输必须采取防止污染的措施,不得将有机农产品与非有机农产品在生产过程中混合,并遵循良好卫生规范、良好生产规范;
10. 获得认证的产品必须带有有机农业标志,已认证的产品必须粘贴有机农业标志和标签,处于转换期或过渡期的有机农产品和产品不得使用有机农业标志;
11. 从生产、加工到最终产品的所有环节,供应链必须有记录、透明且可追溯;
12. 遵守农林环境部各时期颁布的其他条件。
ພາສາລາວ (老挝语原文)
ມາດຕາ 8 ເງື່ອນໄຂການຜະລິດກະສິກຳອິນຊີ
ເງື່ອນໄຂການຜະລິດກະສິກຳອິນຊີ ມີດັ່ງນີ້:
1. ມີໄລຍະປັບປ່ຽນ ຫຼື ໄລຍະຂ້າມຜ່ານ ສິບແປດເດືອນ ສຳລັບພືດຢືນຕົ້ນ ແລະ ສິບສອງເດືອນ ສຳລັບພືດລົ້ມລຸກ;
2. ຖ້າມີການຈັດການລະບົບການຜະລິດກະສິກຳອິນຊີທີ່ໄດ້ຮັບການຢັ້ງຢືນແລ້ວ ບໍ່ອະນຸຍາດໃຫ້ປ່ຽນໄປເຮັດການຜະລິດແບບອື່ນ, ໃນກໍລະນີຢຸດການຜະລິດກະສິກຳອິນຊີໃນພື້ນທີ່ນັ້ນ ກໍຕ້ອງຜ່ານໄລຍະປັບປ່ຽນ ຫຼື ໄລຍະຂ້າມຜ່ານ;
3. ແຍກການຜະລິດ ແລະ ຜົນຜະລິດ ກະສິກຳອິນຊີ ແລະ ບໍ່ແມ່ນກະສິກຳອິນຊີ ໃນກໍລະນີມີການຜະລິດແບບຄູ່ຂະໜານ;
4. ໃນທຸກຂະບວນການຜະລິດກະສິກຳອິນຊີ ບໍ່ໃຫ້ນຳໃຊ້ປັດໄຈການຜະລິດ ທີ່ເປັນຜະລິດຕະພັນຈາກການຕັດແຕ່ງພັນທຸກຳ, ສານເຄມີສັງເຄາະ ແລະ ສານເຄມີອື່ນ, ມີມາດຕະການປ້ອງກັນ ໂດຍການສ້າງແນວກັນ ຫຼື ແລວປ້ອງກັນໃຫ້ເໝາະສົມ, ໃນກໍລະນີປະເມີນພົບເຫັນການປົນເປື້ອນທີ່ມີຄວາມສ່ຽງສູງ ຕ້ອງມີການວິໄຈ ແລະ ແຍກອອກ;
5. ນຳໃຊ້ມາດຕະການປ້ອງກັນ ການສູນເສຍ ແລະ ການເສື່ອມໂຊມຂອງດິນ, ມີແຜນນຳໃຊ້ນ້ຳ ຢ່າງເໝາະສົມ, ນຳໃຊ້ວັດສະດຸອິນຊີ ເພື່ອເຮັດຝຸ່ນຂຽວ ແລະ ຝຸ່ນບົ່ມ, ບໍ່ໃຫ້ເຜົາພືດ ແລະ ບໍ່ໃຫ້ນຳໃຊ້ສິ່ງເສດເຫຼືອຈາກຄົນ ໃນພື້ນທີ່ການຜະລິດກະສິກຳອິນຊີ;
6. ນຳໃຊ້ ເມັດພັນ ແລະ ແນວພັນ ທີ່ມີຄຸນນະພາບຈາກການຜະລິດກະສິກຳອິນຊີ, ຍົກເວັ້ນ ໃນກໍລະນີເມັດພັນ ຫຼື ແນວພັນນັ້ນ ບໍ່ສາມາດຫາໄດ້ໃນທ້ອງຖິ່ນ ແລະ ບໍ່ໃຫ້ນຳໃຊ້ແນວພັນຕັດແຕ່ງພັນທຸກຳ;
7. ຮັກສາ ຄວາມຫຼາກຫຼາຍທາງດ້ານຊີວະນານາພັນ, ແຫຼ່ງທີ່ຢູ່ອາໄສຂອງສິ່ງທີ່ມີຊີວິດ ແລະ ບໍ່ສົ່ງຜົນກະທົບທາງລົບ ຕໍ່ພື້ນທີ່ອະນຸລັກ ແລະ ພື້ນທີ່ມໍລະດົກ;
8. ນຳໃຊ້ຫຼັກການປ້ອງກັນພືດແບບປະສົມປະສານ ເປັນຕົ້ນ ການຈັດການສັດຕູພືດ, ການປູກພືດອາໄສ, ການເລືອກແນວພັນທີ່ເໝາະສົມ ແລະ ເພີ່ມຄວາມຫຼາກຫຼາຍທາງດ້ານຊີວະນານາພັນ;
9. ການຈັດການ ຫຼັງການເກັບກ່ຽວ, ການປຸງແຕ່ງ, ການຫຸ້ມຫໍ່, ການເກັບຮັກສາ ແລະ ການຂົນສົ່ງ ຕ້ອງມີມາດຕະການປ້ອງກັນການປົນເປື້ອນ ແລະ ບໍ່ໃຫ້ປົນກັນ ລະຫວ່າງ ຜົນຜະລິດກະສິກຳອິນຊີ ກັບຜົນຜະລິດ ທີ່ບໍ່ແມ່ນກະສິກຳອິນຊີ ຢູ່ໃນຂະບວນການຜະລິດ ແລະ ປະຕິບັດຕາມມາດຕະຖານສຸຂານາໄມທີ່ດີ, ມາດຕະຖານການຜະລິດທີ່ດີ;
10. ຜົນຜະລິດ ທີ່ໄດ້ຮັບການຢັ້ງຢືນ ຕ້ອງມີເຄື່ອງໝາຍກະສິກຳອິນຊີ, ຜະລິດຕະພັນທີ່ໄດ້ຮັບການຢັ້ງຢືນແລ້ວ ຕ້ອງຕິດປ້າຍເຄື່ອງໝາຍກະສິກຳອິນຊີ ແລະ ຕິດສະຫຼາກກຳກັບ, ສ່ວນຜົນຜະລິດ ແລະ ຜະລິດຕະພັນ ກະສິກຳອິນຊີຢູ່ໃນໄລຍະການປັບປ່ຽນ ຫຼື ໄລຍະຂ້າມຜ່ານ ບໍ່ອະນຸຍາດໃຫ້ນຳໃຊ້ເຄື່ອງໝາຍກະສິກຳອິນຊີ;
11. ທຸກຂັ້ນຕອນ ການຜະລິດ, ການປຸງແຕ່ງ ຈົນຮອດຜະລິດຕະພັນສຳເລັດຮູບ, ຕ່ອງໂສ້ການສະໜອງ ຕ້ອງມີການບັນທຶກ, ມີຄວາມໂປ່ງໃສ ແລະ ສາມາດກວດສອບຄືນຫຼັງໄດ້;
12. ປະຕິບັດຕາມເງື່ອນໄຂອື່ນ ທີ່ກະຊວງກະສິກຳ ແລະ ສິ່ງແວດລ້ອມ ປະກາດໃຊ້ໃນແຕ່ລະໄລຍະ.
第ມາດຕາ 9条
第9条 按照有机农业标准采集天然产品
按照有机农业标准采集天然产品,必须执行如下:
1. 以可持续和保育的方式进行采集;
2. 仅在指定区域内采集,在采集产品的区域内,至少三年未用于生产或未使用禁用物质;
3. 必须是村内成员,并得到相关村管理机构的认证;
4. 遵守相关法律法规。
ພາສາລາວ (老挝语原文)
ມາດຕາ 9 ການເກັບກ່ຽວຜົນຜະລິດຈາກທຳມະຊາດ ຕາມມາດຕະຖານກະສິກຳອິນຊີ
ການເກັບກ່ຽວຜົນຜະລິດຈາກທຳມະຊາດ ຕາມມາດຕະຖານກະສິກຳອິນຊີ ຕ້ອງປະຕິບັດ ດັ່ງນີ້:
1. ເກັບກ່ຽວແບບ ຍືນຍົງ ແລະ ອະນຸລັກ;
2. ເກັບກ່ຽວໃນບໍລິເວນທີ່ກຳນົດໃຫ້ ເທົ່ານັ້ນ, ໃນພື້ນທີ່ເກັບກ່ຽວຜົນຜະລິດ ບໍ່ໄດ້ນຳໃຊ້ເຮັດການຜະລິດ ຫຼື ບໍ່ໄດ້ນຳໃຊ້ສານຕ້ອງຫ້າມ ຢ່າງໜ້ອຍ ສາມປີ;
3. ຕ້ອງເປັນສະມາຊິກພາຍໃນບ້ານ ແລະ ໄດ້ຮັບການຢັ້ງຢືນຈາກອົງການປົກຄອງບ້ານທີ່ກ່ຽວຂ້ອງ;
4. ປະຕິບັດຕາມ ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.
第ມາດຕາ 10条
第10条 有机农业投入品用于贸易
用于贸易的有机农业投入品是指经过生产和加工过程、用于商业目的的投入品,例如有机肥料、土壤改良剂、生长促进剂、植物保护剂,并按照有机农业标准和其他相关法规执行。对于在生产区域内生产的有机农业投入品,可用于生产和加工。对于进口的有机农业投入品,必须获得来自经国际标准ISO/IEC 17065认证的原产国认证机构的有机农业标准认证,并且还必须在农业与环境部注册,方可使用。
ພາສາລາວ (老挝语原文)
ມາດຕາ 10 ປັດໄຈການຜະລິດກະສິກຳອິນຊີເພື່ອການຄ້າ
ປັດໄຈການຜະລິດກະສິກຳອິນຊີເພື່ອການຄ້າ ແມ່ນ ປັດໄຈການຜະລິດທີ່ຜ່ານຂະບວນການຜະລິດ ແລະ ປຸງແຕ່ງ ເພື່ອຜົນປະໂຫຍດທາງການຄ້າ ເປັນຕົ້ນ ຜຸ່ນອົງຄະທາດ, ສານປັບປຸງດິນ, ສານເລັ່ງການຈະເລີນເຕີບໂຕ, ສັບປະນຽນໄພປ້ອງກັນພືດ ໂດຍປະຕິບັດຕາມ ມາດຕະຖານກະສິກຳອິນຊີ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ. ສຳລັບປັດໄຈການຜະລິດກະສິກຳອິນຊີ ທີ່ຜະລິດໃນພື້ນທີ່ການຜະລິດ ສາມາດນຳໃຊ້ ໃນການຜະລິດ ແລະ ປຸງແຕ່ງໄດ້. ສຳລັບປັດໄຈການຜະລິດກະສິກຳອິນຊີທີ່ນຳເຂົ້າ ຕ້ອງໄດ້ຮັບການຢັ້ງຢືນມາດຕະຖານກະສິກຳອິນຊີ ຈາກ ຫ້ອງງານທີ່ໄດ້ຮັບການຢັ້ງຢືນມາດຕະຖານສາກົນ ໄອເອສໂອ/ໄອອີຊີ 17065 ຂອງປະເທດຕົ້ນທາງ ແລະ ຍັງຕ້ອງຂຶ້ນທະບຽນນຳກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈຶ່ງສາມາດນຳໃຊ້ໄດ້.
第ມາດຕາ 11条
第11条 有机农产品管理
收获后管理、加工、包装、储存和运输的所有环节必须遵循良好卫生规范和良好生产规范,以保持产品的特性。
ພາສາລາວ (老挝语原文)
ມາດຕາ 11 ການຈັດການຜົນຜະລິດກະສິກຳອິນຊີ
ທຸກຂັ້ນຕອນ ການຈັດການຫຼັງການເກັບກ່ຽວ, ການປຸງແຕ່ງ, ການຫຸ້ມຫໍ່, ການເກັບຮັກສາ ແລະ ການຂົນສົ່ງ ຕ້ອງປະຕິບັດຕາມ ມາດຕະຖານສຸຂານາໄມທີ່ດີ ແລະ ມາດຕະຖານການຜະລິດທີ່ດີ ເພື່ອຮັກສາຄຸນລັກສະນະຂອງຜະລິດຕະພັນ.
第ມາດຕາ 12条
第12条 良好农业规范
良好农业规范是指采用方法和控制措施的生产体系,从生产、收获到收获后,旨在防止或减少对产品的危害风险,确保生产者和消费者的清洁和安全。
ພາສາລາວ (老挝语原文)
ມາດຕາ 12 ການຜະລິດກະສິກຳທີ່ດີ
ການຜະລິດກະສິກຳທີ່ດີ ແມ່ນ ລະບົບການຜະລິດ ທີ່ນຳໃຊ້ວິທີການ ແລະ ມາດຕະການຄວບຄຸມ ເລີ່ມແຕ່ການຜະລິດ, ການເກັບກ່ຽວ ແລະ ຫຼັງການເກັບກ່ຽວ ເພື່ອປ້ອງກັນ ຫຼື ຫຼຸດຜ່ອນຄວາມສ່ຽງທີ່ເປັນອັນຕະລາຍ ຕໍ່ຜົນຜະລິດ, ຮັບປະກັນຄວາມສະອາດ ແລະ ຄວາມປອດໄພ ໃຫ້ແກ່ຜູ້ຜະລິດ ແລະ ຜູ້ບໍລິໂພກ.
本页展示前 12 条,全文共 78 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读