ຂໍ້ຕົກລົງວ່າດ້ວຍ ທຸລະກິດແກ໊ສຫຸງຕົ້ມ
关于液化石油气业务协议
Agreement on Liquefied Petroleum Gas Business
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງທຸລະກິດການນຳເຂົ້າ ແລະ ຈຳໜ່າຍອາຍແກັສປິໂຕຣເລຍແຫຼວພາຍໃນປະເທດລາວ, ເນື້ອໃນຫຼັກແມ່ນກຳນົດເງື່ອນໄຂການດຳເນີນທຸລະກິດ, ຂັ້ນຕອນການຍື່ນຄຳຮ້ອງ ແລະ ທຶນຈົດທະບຽນຂອງວິສາຫະກິດ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ທຸລະກິດແກ໊ສຫຼຸງຕົມ
ທຸລະກິດແກ໊ສຫຼຸງຕົມ ແມ່ນການດຳເນີນທຸລະກິດ ນຳເຂົ້າ ແລະ ຈຳໜ່າຍ ແກ໊ສຫຼຸງຕົມ.
ມາດຕາ ມາດຕາ 2
ມາດຕາ 2 ອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ແກັສຫຸງຕົ້ມ ໝາຍເຖິງ ເຊື້ອໄຟສຳເລັດຮູບປະເພດໜຶ່ງ ທີ່ໃຫ້ຄວາມຮ້ອນເໝາະແກ່ການນຳໃຊ້ໃນຄົວເຮືອນ ແລະ ອຸດສາຫະກຳຕ່າງໆ ໂດຍແຍກເປັນຊະນິດ ຕາມທີ່ກຳນົດໃນມາດຕະຖານແຫ່ງຊາດ;
2. ສາງແກັສຫຸງຕົ້ມ ໝາຍເຖິງ ສະຖານທີ່ສະເພາະທີ່ ຖືກອອກແບບ ແລະ ສ້າງຂຶ້ນຕາມມາດຕະຖານເຕັກນິກ ເພື່ອໃຊ້ສຳລັບການຮັບ, ເກັບຮັກສາ, ຖ່າຍເທໃສ່ຖັງ ແລະ ແຈກຢາຍອາຍແກັສຫຸງຕົ້ມ ເພື່ອສະໜອງໃຫ້ແກ່ສັງຄົມ;
3. ຖັງແກັສຫຸງຕົ້ມ ໝາຍເຖິງ ພາຊະນະບັນຈຸແກັສຫຸງຕົ້ມ ທີ່ມີຂະໜາດບັນຈຸບໍ່ເກີນ 48 ກິໂລກຣາມ/ຖັງ;
4. ດອນອັດຖັງແກັສຫຸງຕົ້ມ ໝາຍເຖິງ ອຸປະກອນປະກອບເຂົ້າໃນການປິດປາກຖັງແກັສຫຸງຕົ້ມ ກ່ອນການຈຳໜ່າຍ;
5. ສີຂອງຖັງແກັສຫຸງຕົ້ມ ໝາຍເຖິງ ສີສະເພາະໃດໜຶ່ງ ທີ່ບໍລິສັດນຳເຂົ້າແກັສຫຸງຕົ້ມກຳນົດຂຶ້ນມາ ເພື່ອນຳໃຊ້ຈຳແນກຖັງແກັສຫຸງຕົ້ມຂອງຕົນ;
6. ເຄື່ອງໝາຍການຄ້າ ໝາຍເຖິງ ສັນຍາລັກໃດໜຶ່ງທີ່ໄດ້ຈົດທະບຽນເຄື່ອງໝາຍການຄ້າ.
ມາດຕາ ມາດຕາ 3
ມາດຕາ 3 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດແກ໊ສຫຸງຕົ້ມ ຢູ່ ສປປ ລາວ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 35 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ