关于液化石油气业务协议
ຂໍ້ຕົກລົງວ່າດ້ວຍ ທຸລະກິດແກ໊ສຫຸງຕົ້ມ
Agreement on Liquefied Petroleum Gas Business
简介
该法规调整老挝境内液化石油气进口与销售业务,核心内容为规定经营条件、申请程序及企业注册资本等准入要求。
Summary
This regulation governs the import and sale of liquefied petroleum gas in Laos, with core content on business conditions, application procedures, and registered capital requirements for enterprises.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງທຸລະກິດການນຳເຂົ້າ ແລະ ຈຳໜ່າຍອາຍແກັສປິໂຕຣເລຍແຫຼວພາຍໃນປະເທດລາວ, ເນື້ອໃນຫຼັກແມ່ນກຳນົດເງື່ອນໄຂການດຳເນີນທຸລະກິດ, ຂັ້ນຕອນການຍື່ນຄຳຮ້ອງ ແລະ ທຶນຈົດທະບຽນຂອງວິສາຫະກິດ.
条文
第ມາດຕາ 1条
第2条 液化石油气经营
液化石油气经营是指进口和销售液化石油气的经营活动。
ພາສາລາວ (老挝语原文)
ມາດຕາ 2 ທຸລະກິດແກ໊ສຫຼຸງຕົມ
ທຸລະກິດແກ໊ສຫຼຸງຕົມ ແມ່ນການດຳເນີນທຸລະກິດ ນຳເຂົ້າ ແລະ ຈຳໜ່າຍ ແກ໊ສຫຼຸງຕົມ.
第ມາດຕາ 2条
第2条 词语定义
本协议中使用的词语定义如下:
1. 液化石油气 指一种成品燃料,适用于家庭和各类工业用途,按国家标准规定的种类区分;
2. 液化石油气储库 指按照技术标准设计和建造的特定场所,用于接收、储存、灌装和分销液化石油气,以供应社会;
3. 液化石油气钢瓶 指盛装液化石油气的容器,其灌装容量不超过48公斤/瓶;
4. 液化石油气钢瓶瓶阀 指在销售前用于封闭液化石油气钢瓶瓶口的配套装置;
5. 液化石油气钢瓶颜色 指液化石油气进口公司为区分其液化石油气钢瓶而确定的特定颜色;
6. 商标 指已注册的商标标识。
ພາສາລາວ (老挝语原文)
ມາດຕາ 2 ອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ແກັສຫຸງຕົ້ມ ໝາຍເຖິງ ເຊື້ອໄຟສຳເລັດຮູບປະເພດໜຶ່ງ ທີ່ໃຫ້ຄວາມຮ້ອນເໝາະແກ່ການນຳໃຊ້ໃນຄົວເຮືອນ ແລະ ອຸດສາຫະກຳຕ່າງໆ ໂດຍແຍກເປັນຊະນິດ ຕາມທີ່ກຳນົດໃນມາດຕະຖານແຫ່ງຊາດ;
2. ສາງແກັສຫຸງຕົ້ມ ໝາຍເຖິງ ສະຖານທີ່ສະເພາະທີ່ ຖືກອອກແບບ ແລະ ສ້າງຂຶ້ນຕາມມາດຕະຖານເຕັກນິກ ເພື່ອໃຊ້ສຳລັບການຮັບ, ເກັບຮັກສາ, ຖ່າຍເທໃສ່ຖັງ ແລະ ແຈກຢາຍອາຍແກັສຫຸງຕົ້ມ ເພື່ອສະໜອງໃຫ້ແກ່ສັງຄົມ;
3. ຖັງແກັສຫຸງຕົ້ມ ໝາຍເຖິງ ພາຊະນະບັນຈຸແກັສຫຸງຕົ້ມ ທີ່ມີຂະໜາດບັນຈຸບໍ່ເກີນ 48 ກິໂລກຣາມ/ຖັງ;
4. ດອນອັດຖັງແກັສຫຸງຕົ້ມ ໝາຍເຖິງ ອຸປະກອນປະກອບເຂົ້າໃນການປິດປາກຖັງແກັສຫຸງຕົ້ມ ກ່ອນການຈຳໜ່າຍ;
5. ສີຂອງຖັງແກັສຫຸງຕົ້ມ ໝາຍເຖິງ ສີສະເພາະໃດໜຶ່ງ ທີ່ບໍລິສັດນຳເຂົ້າແກັສຫຸງຕົ້ມກຳນົດຂຶ້ນມາ ເພື່ອນຳໃຊ້ຈຳແນກຖັງແກັສຫຸງຕົ້ມຂອງຕົນ;
6. ເຄື່ອງໝາຍການຄ້າ ໝາຍເຖິງ ສັນຍາລັກໃດໜຶ່ງທີ່ໄດ້ຈົດທະບຽນເຄື່ອງໝາຍການຄ້າ.
第ມາດຕາ 3条
第3条 适用范围
本协议适用于在老挝人民民主共和国境内从事液化石油气业务的个人、法人和组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 3 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດແກ໊ສຫຸງຕົ້ມ ຢູ່ ສປປ ລາວ.
第ມາດຕາ 4条
第4条 液化石油气进口业务
液化石油气进口业务是指进口液化石油气,以便灌装到液化石油气钢瓶并批发给液化石油气零售企业或加工工业企业。
ພາສາລາວ (老挝语原文)
ມາດຕາ 4 ການດຳເນີນທຸລະກິດນຳເຂົ້າແກ໊ສຫຼຸງຕົ້ມ
ການດຳເນີນທຸລະກິດນຳເຂົ້າແກ໊ສຫຼຸງຕົ້ມ ແມ່ນການນຳເຂົ້າແກ໊ສຫຼຸງຕົ້ມ ເພື່ອຖ່າຍໃສ່ຖັງແກ໊ສຫຼຸງຕົ້ມ ແລະ ຂາຍຍົກ ໃຫ້ແກ່ທຸລະກິດຈຳໜ່າຍແກ໊ສຫຼຸງຕົ້ມ ຫຼື ໂຮງງານອຸດສາຫະກຳປຸງແຕ່ງ.
第ມາດຕາ 5条
第5条 申请经营液化石油气进口业务的条件
申请经营液化石油气进口业务,必须具备以下条件:
1. 以公司形式的企业注册证书;
2. 按每种投资形式的注册资本如下:
1) 老挝人企业必须拥有三十亿基普以上的企业注册资本;
2) 老挝人与外国人合资的企业必须拥有五十亿基普以上的企业注册资本,其中老挝人持股不得低于上述注册资本的百分之三十;
3) 外国人百分之百投资的企业必须拥有一百亿基普以上的企业注册资本。
3. 在老挝境内商业银行开立的、不低于企业注册资本百分之三十的保证金存款账户;
4. 能够储存一万五千公斤以上液化石油气的液化石油气仓库,符合经公共工程与运输部门批准的建造标准;
5. 已注册商标的自有商标;
6. 液化石油气钢瓶必须经国内贸易局认证其颜色使用、钢瓶封口及老挝语商品标签的粘贴;
7. 液化石油气钢瓶运输车辆必须符合技术标准并经公共工程与运输部门批准。
ພາສາລາວ (老挝语原文)
ມາດຕາ 5 ເງື່ອນໄຂການຂໍອະນຸຍາດດຳເນີນທຸລະກິດນຳເຂົ້າແກ໊ສຫຸງຕົ້ມ
ການຂໍອະນຸຍາດດຳເນີນທຸລະກິດນຳເຂົ້າແກ໊ສຫຸງຕົ້ມ ຕ້ອງມີເງື່ອນໄຂ ດັ່ງນີ້:
1. ໃບທະບຽນວິສາຫະກິດ ໃນຮູບແບບບໍລິສັດ;
2. ທຶນຈົດທະບຽນ ຕາມແຕ່ລະຮູບການ ການລົງທຶນ ຄື:
1) ວິສາຫະກິດຂອງຄົນລາວ ຕ້ອງມີທຶນຈົດທະບຽນວິສາຫະກິດ ສາມຕື້ກີບຂຶ້ນໄປ;
2) ວິສາຫະກິດຂອງຄົນລາວ ຮ່ວມທຶນກັບຄົນຕ່າງປະເທດ ຕ້ອງມີທຶນຈົດທະບຽນວິສາຫະກິດ ຫ້າຕື້ກີບຂຶ້ນໄປ, ໂດຍຄົນລາວຕ້ອງຖືຮຸ້ນ ບໍ່ຫຼຸດສາມສິບສ່ວນຮ້ອຍຂອງທຶນຈົດທະບຽນດັ່ງກ່າວ;
3) ວິສາຫະກິດຂອງຄົນຕ່າງປະເທດ ລົງທຶນຮ້ອຍສ່ວນຮ້ອຍ ຕ້ອງມີທຶນຈົດທະບຽນວິສາຫະກິດ ສິບຕື້ກີບຂຶ້ນໄປ.
3. ບັນຊີເງິນຝາກຢ່າງຫ້ອຍ ສາມສິບສ່ວນຮ້ອຍ ຂອງທຶນຈົດທະບຽນວິສາຫະກິດ ຢູ່ທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ;
4. ສາງແກ໊ສຫຸງຕົ້ມທີ່ສາມາດບັນຈຸແກ໊ສຫຸງຕົ້ມ ແຕ່ສິບຫ້າພັນ ກິໂລກຣາມຂຶ້ນໄປ ຕາມມາດຕະຖານການກໍ່ສ້າງ ທີ່ໄດ້ຮັບອະນຸຍາດຈາກຂະແໜງໂຍທາທິການ ແລະ ຂົນສົ່ງ;
5. ເຄື່ອງໝາຍການຄ້າເປັນຂອງຕົນເອງ ທີ່ໄດ້ຮັບການຈົດທະບຽນເຄື່ອງໝາຍການຄ້າ;
6. ຖັງແກ໊ສຫຸງຕົ້ມ ຕ້ອງໄດ້ຮັບການຢັ້ງຢືນການນຳໃຊ້ສີ, ດອນອັດຖັງແກ໊ສຫຸງຕົ້ມ ແລະ ການຕິດສະຫຼາກສິນຄ້າເປັນພາສາລາວ ຈາກກົມການຄ້າພາຍໃນ;
7. ລົດຂົນສົ່ງຖັງແກ໊ສ ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ໄດ້ຮັບອະນຸຍາດຈາກຂະແໜງໂຍທາທິການ ແລະ ຂົນສົ່ງ.
第ມາດຕາ 6条
第6条 申请经营液化石油气进口业务
有意经营液化石油气进口业务的个人、法人,应向工业和贸易部门提交申请,并附上以下文件:
1. 按照国内贸易司规定格式的申请书;
2. 企业登记证副本;
3. 与外国液化石油气供应商的购销合同;
4. 液化石油气储罐建设合格证明副本;
5. 防火标准认证副本;
6. 液化石油气钢瓶使用和阀门认证副本;
7. 老挝语商品标签内容认证副本;
8. 液化石油气钢瓶质量安全及容量检验认证副本;
9. 液化石油气储罐位置认证副本;
10. 商标注册证副本;
11. 资产负债表摘要。
ພາສາລາວ (老挝语原文)
ມາດຕາ 6 ການຂໍອະນຸຍາດດຳເນີນທຸລະກິດນຳເຂົ້າແກັສຫຸງຕົ້ມ
ບຸກຄົນ, ນິຕິບຸກຄົນ ທີ່ມີຈຸດປະສົງ ດຳເນີນທຸລະກິດນຳເຂົ້າແກັສຫຸງຕົ້ມ ໃຫ້ຍື່ນຄຳຮ້ອງຕໍ່ຂະແໜງອຸດສາຫະກຳ ແລະ ການຄ້າ, ຊຶ່ງຕ້ອງປະກອບເອກະສານ ດັ່ງນີ້:
1. ຄຳຮ້ອງ ຕາມແບບພິມຂອງກົມການຄ້າພາຍໃນ;
2. ສຳເນົາໃບທະບຽນວິສາຫະກິດ;
3. ສັນຍາຊື້-ຂາຍ ກັບຜູ້ສະໜອງແກັສຫຸງຕົ້ມຕ່າງປະເທດ;
4. ສຳເນົາໃບຢັ້ງຢືນຄວາມຖືກຕ້ອງການກໍ່ສ້າງສາງແກັສຫຸງຕົ້ມ;
5. ສຳເນົາໃບຢັ້ງຢືນມາດຕະຖານປ້ອງກັນອັກຄີໄພ;
6. ສຳເນົາໃບຢັ້ງຢືນການນຳໃຊ້ສື່ ແລະ ດອນອັດຖັງແກັສຫຸງຕົ້ມ;
7. ສຳເນົາໃບຢັ້ງຢືນເນື້ອໃນສະຫຼາກສິນຄ້າເປັນພາສາລາວ;
8. ສຳເນົາໃບຢັ້ງຢືນການກວດສອບຄຸນນະພາບຄວາມປອດໄພ ແລະ ບໍລິມາດຖັງແກັສຫຸງຕົ້ມ;
9. ສຳເນົາໃບຢັ້ງຢືນທີ່ຕັ້ງຂອງສາງແກັສຫຸງຕົ້ມ;
10. ສຳເນົາໃບຢັ້ງຢືນການຈົດທະບຽນເຄື່ອງໝາຍການຄ້າ;
11. ສະຫຼຸບບັນຊີຊັບສິນ.
第ມາດຕາ 7条
第7条 液化石油气进口经营许可证的审批
在收到齐全且正确的文件后,工业和贸易部门必须在收到文件之日起十个工作日内审批颁发液化石油气进口经营许可证。
若文件不正确或不齐全,必须在收到文件之日起五个工作日内通知申请人以便修改完善。
若无法颁发液化石油气进口经营许可证,必须在收到文件之日起十个工作日内书面通知申请人原因。
ພາສາລາວ (老挝语原文)
ມາດຕາ 7 ການພິຈາລະນາອອກໃບອະນຸຍາດດຳເນີນທຸລະກິດນຳເຂົ້າແກັສຫຸງຕົ້ມ
ພາຍຫຼັງທີ່ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງແລ້ວ, ຂະແໜງອຸດສາຫະກຳ ແລະ ການຄ້າ ຕ້ອງພິຈາລະນາອອກໃບອະນຸຍາດດຳເນີນທຸລະກິດນຳເຂົ້າແກັສຫຸງຕົ້ມ ພາຍໃນ ສິບວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານເປັນຕົ້ນໄປ.
ກໍລະນີເອກະສານບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ຕ້ອງແຈ້ງໃຫ້ຜູ້ຍື່ນຄຳຮ້ອງຊາບ ພາຍໃນ ຫ້າວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານເປັນຕົ້ນໄປ ເພື່ອປັບປຸງແກ້ໄຂ.
ກໍລະນີບໍ່ສາມາດອອກໃບອະນຸຍາດດຳເນີນທຸລະກິດນຳເຂົ້າແກັສຫຸງຕົ້ມ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ຜູ້ຍື່ນຄຳຮ້ອງຊາບ ພາຍໃນ ສິບວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານເປັນຕົ້ນໄປ.
第ມາດຕາ 8条
第8条 液化石油气进口经营许可证有效期
液化石油气进口经营许可证有效期为三年,并可续期。
有意申请续期液化石油气进口经营许可证的液化石油气进口经营者,应在有效期届满前至少三十天向内贸司提交申请,并附上以下文件:
1. 按照内贸司规定格式的申请书;
2. 液化石油气进口经营许可证正本;
3. 年度纳税证明复印件;
4. 来自老挝中央银行或设在老挝境内的商业银行的财务状况证明文件,且该证明必须显示至少六个月的活跃交易;
5. 自获得液化石油气进口经营许可之日起至申请续期之日止的液化石油气进口和销售总结;
6. 资产负债表总结。
ພາສາລາວ (老挝语原文)
ມາດຕາ 8 ອາຍຸໃບອະນຸຍາດດຳເນີນທຸລະກິດນຳເຂົ້າແກັສຫຸງຕົ້ມ
ໃບອະນຸຍາດດຳເນີນທຸລະກິດນຳເຂົ້າແກັສຫຸງຕົ້ມ ມີອາຍຸການນຳໃຊ້ ສາມປີ ແລະ ສາມາດຕໍ່ໄດ້,
ຜູ້ດຳເນີນທຸລະກິດນຳເຂົ້າແກັສຫຸງຕົ້ມ ທີ່ມີຈຸດປະສົງຂໍຕໍ່ອາຍຸໃບອະນຸຍາດທຸລະກິດນຳເຂົ້າແກັສຫຸງຕົ້ມ
ໃຫ້ຍື່ນຄຳຮ້ອງຕໍ່ກົມການຄ້າພາຍໃນ ຢ່າງໜ້ອຍ ສາມສິບວັນ ກ່ອນວັນໝົດອາຍຸການນຳໃຊ້ ໂດຍປະກອບ
ເອກະສານ ດັ່ງນີ້:
1. ຄຳຮ້ອງ ຕາມແບບພິມຂອງກົມການຄ້າພາຍໃນ;
2. ໃບອະນຸຍາດດຳເນີນທຸລະກິດນຳເຂົ້າແກັສຫຸງຕົ້ມ ສະບັບຕົ້ນ;
3. ສຳເນົາໃບຢັ້ງຢືນການຊຳລະພັນທະອາກອນ ປະຈຳປີ;
4. ເອກະສານຢັ້ງຢືນຖານະການເງິນຈາກທະນາຄານແຫ່ງ ສປປ ລາວ ຫຼື ທະນາຄານທຸລະກິດ ທີ່ຕັ້ງຢູ່ ສປປ ລາວ ແລະ ການຢັ້ງຢືນດັ່ງກ່າວ ຕ້ອງມີການເຄື່ອນໄຫວຢ່າງໜ້ອຍ ຫົກເດືອນ;
5. ສະຫຼຸບການນຳເຂົ້າ ແລະ ການຈຳໜ່າຍແກັສຫຸງຕົ້ມ ແຕ່ວັນທີ່ໄດ້ຮັບອະນຸຍາດທຸລະກິດນຳເຂົ້າແກັສຫຸງຕົ້ມ ຈົນຮອດວັນຂໍຕໍ່ອາຍຸ;
6. ສະຫຼຸບບັນຊີຊັບສິນ.
第ມາດຕາ 9条
第9条 液化石油气批发业务
液化石油气批发业务是指从从事液化石油气进口业务的公司获得液化石油气供应,直接向消费者零售的行为。
ພາສາລາວ (老挝语原文)
ມາດຕາ 9 ການດຳເນີນທຸລະກິດຈຳໜ່າຍແກັສຫຸງຕົ້ມ
ການດຳເນີນທຸລະກິດຈຳໜ່າຍແກັສຫຸງຕົ້ມ ແມ່ນການຈຳໜ່າຍແກັສຫຸງຕົ້ມ ທີ່ໄດ້ຮັບການສະໜອງຈາກບໍລິສັດ ທີ່ດຳເນີນທຸລະກິດນຳເຂົ້າແກັສຫຸງຕົ້ມ ເພື່ອຂາຍຍ່ອຍໃຫ້ແກ່ຜູ້ຊົມໃຊ້ໂດຍກົງ.
第ມາດຕາ 10条
第10条 申请经营液化石油气零售业务的条件
经营液化石油气零售业务须具备以下条件:
1. 企业登记证符合企业法规定;
2. 注册资本按各投资形式如下:
1) 老挝人企业须有注册资本三亿基普以上;
2) 老挝人与外国人合资企业须有注册资本五亿基普以上,其中老挝人持股比例不低于上述注册资本的百分之三十;
3) 外国人独资企业须有注册资本十亿基普以上。
3. 在老挝境内商业银行开立存款账户,存款金额不低于注册资本的百分之三十;
4. 零售店选址如下:
1) 距其他建筑物六米以上的,每店可储存液化石油气钢瓶不超过1,500公斤;
2) 距其他建筑物不足六米的,每店可储存液化石油气钢瓶不超过700公斤,并须获得周边场地使用权所有人的同意;
3) 设备、消防系统和报警装置,用于在燃气泄漏时报警,须符合经公安消防部门批准的消防标准;
5. 有确保安全的液化石油气钢瓶运输车辆;
6. 投保火灾保险。
ພາສາລາວ (老挝语原文)
ມາດຕາ 10 ເງື່ອນໄຂການຂໍອະນຸຍາດດຳເນີນທຸລະກິດຈຳໜ່າຍແກັສຫຸງຕົ້ມ
ການດຳເນີນທຸລະກິດຈຳໜ່າຍແກັສຫຸງຕົ້ມ ຕ້ອງມີເງື່ອນໄຂດັ່ງນີ້:
1. ໃບທະບຽນວິສາຫະກິດ ຖືກຕ້ອງຕາມກົດໝາຍວ່າດ້ວຍວິສາຫະກິດ;
2. ທຶນຈົດທະບຽນ ຕາມແຕ່ລະຮູບການການລົງທຶນ ຄື:
1) ວິສາຫະກິດຂອງຄົນລາວ ຕ້ອງມີທຶນຈົດທະບຽນວິສາຫະກິດ ສາມຮ້ອຍລ້ານກີບຂຶ້ນໄປ;
2) ວິສາຫະກິດຂອງຄົນລາວ ຮ່ວມທຶນກັບຄົນຕ່າງປະເທດ ຕ້ອງມີທຶນຈົດທະບຽນວິສາຫະກິດ ຫ້າຮ້ອຍລ້ານກີບຂຶ້ນໄປ, ໂດຍຄົນລາວຕ້ອງຖືຮຸ້ນ ບໍ່ຕໍ່າກວ່າສາມສິບສ່ວນຮ້ອຍຂອງທຶນຈົດທະບຽນດັ່ງກ່າວ;
3) ວິສາຫະກິດຂອງຄົນຕ່າງປະເທດ ລົງທຶນຮ້ອຍສ່ວນຮ້ອຍ ຕ້ອງມີທຶນຈົດທະບຽນວິສາຫະກິດ ໜຶ່ງຕື້ກີບຂຶ້ນໄປ.
3. ບັນຊີເງິນຝາກຢ່າງໜ້ອຍ ສາມສິບສ່ວນຮ້ອຍ ຂອງທຶນຈົດທະບຽນວິສາຫະກິດ ຢູ່ທະນາຄານທຸລະກິດທີ່ຕັ້ງຢູ່ ສປປ ລາວ;
4. ສະຖານທີ່ຕັ້ງຂອງຮ້ານຈຳໜ່າຍ ຄື:
1) ສະຖານທີ່ຕັ້ງຫ່າງຈາກອາຄານອື່ນ ຫົກແມັດຂຶ້ນໄປ ສາມາດເກັບມ້ຽນຖັງແກັສຫຸງຕົ້ມໄດ້ບໍ່ໃຫ້ເກີນ 1,500 ກິໂລກຣາມ ຕໍ່ໜຶ່ງຮ້ານ;
2) ກໍລະນີ ສະຖານທີ່ຕັ້ງຫ່າງຈາກອາຄານອື່ນ ຫົກແມັດລົງມາ ສາມາດເກັບມ້ຽນຖັງແກັສຫຸງຕົ້ມໄດ້ບໍ່ໃຫ້ເກີນ 700 ກິໂລກຣາມ ຕໍ່ໜຶ່ງຮ້ານ ແລະ ໄດ້ຮັບການເຫັນດີຈາກເຈົ້າຂອງສິດນຳໃຊ້ສະຖານທີ່ອ້ອມຂ້າງ;
3) ອຸປະກອນ, ລະບົບປ້ອງກັນອັກຄີໄພ ແລະ ເຄື່ອງສັນຍານເຕືອນໄພ ເພື່ອໃຊ້ແຈ້ງເຕືອນໃນເວລາແກັສຮົ່ວໄຫຼ ຕາມມາດຕະຖານປ້ອງກັນອັກຄີໄພ ທີ່ໄດ້ຮັບອະນຸມັດຈາກຂະແໜງການປ້ອງກັນຄວາມສະຫງົບ;
5. ມີລົດຂົນສົ່ງຖັງແກັສຫຸງຕົ້ມ ທີ່ຮັບປະກັນຄວາມປອດໄພ;
6. ປະກັນໄພຄຸ້ມຄອງອັກຄີໄພ.
第ມາດຕາ 11条
第11条 申请经营液化石油气批发店
有意经营液化石油气批发业务的个人、法人,应向工业和贸易厅提交申请,并附上以下文件:
1. 按照内贸司表格填写的申请书;
2. 企业登记证副本;
3. 购销合同和代理合同副本(如为代理),从液化石油气进口经营者处批发液化石油气;
4. 公安部门出具的消防安全标准证明副本;
5. 液化石油气批发企业经营场所位置证明副本,该场所距离其他建筑物六米以上;
6. 场地使用权证明及周边场地使用权人同意证明副本,适用于场所距离其他建筑物六米以下的情况;
7. 第三方火灾责任保险单副本;
8. 工程与运输部门出具的液化石油气批发店建筑合规证明副本。
ພາສາລາວ (老挝语原文)
ມາດຕາ 11 ການຂໍອະນຸຍາດດຳເນີນທຸລະກິດຮ້ານຈຳໜ່າຍແກ໊ສຫຸງຕົ້ມ
ບຸກຄົນ, ນິຕິບຸກຄົນ ທີ່ມີຈຸດປະສົງດຳເນີນທຸລະກິດຈຳໜ່າຍແກ໊ສຫຸງຕົ້ມ ໃຫ້ຍື່ນຄຳຮ້ອງຕໍ່ຂະແໜງອຸດສາຫະກຳ ແລະ ການຄ້າ, ຊຶ່ງຕ້ອງປະກອບເອກະສານ ດັ່ງນີ້:
1. ຄຳຮ້ອງ ຕາມແບບພິມຂອງກົມການຄ້າພາຍໃນ;
2. ສຳເນົາໃບທະບຽນວິສາຫະກິດ;
3. ສຳເນົາ ສັນຍາຊື້-ຂາຍ ແລະ ສັນຍາເປັນຕົວແທນ (ໃນກໍລະນີເປັນຕົວແທນ) ຈຳໜ່າຍແກ໊ສຫຸງຕົ້ມ ຈາກຜູ້ດຳເນີນທຸລະກິດນຳເຂົ້າແກ໊ສຫຸງຕົ້ມ;
4. ສຳເນົາໃບຢັ້ງຢືນ ມາດຕະຖານປ້ອງກັນອັກຄີໄພ ຈາກຂະແໜງປ້ອງກັນຄວາມສະຫງົບ;
5. ສຳເນົາໃບຢັ້ງຢືນທີ່ຕັ້ງວິສາຫະກິດຈຳໜ່າຍແກ໊ສຫຸງຕົ້ມ ສຳລັບສະຖານທີ່ຕັ້ງຫ່າງຈາກອາຄານອື່ນ ຫົກແມັດຂຶ້ນໄປ;
6. ສຳເນົາເອກະສານຢັ້ງຢືນສິດນຳໃຊ້ສະຖານທີ່ ແລະ ເອກະສານຢັ້ງຢືນການເຫັນດີຈາກເຈົ້າຂອງສິດນຳໃຊ້ສະຖານທີ່ອ້ອມຂ້າງ ສຳລັບສະຖານທີ່ຕັ້ງຫ່າງຈາກອາຄານອື່ນ ຫົກແມັດລົງມາ;
7. ສຳເນົາໃບປະກັນຄຸ້ມຄອງອັກຄີໄພ ສຳລັບບຸກຄົນທີສາມ;
8. ສຳເນົາໃບຢັ້ງຢືນຄວາມຖືກຕ້ອງປຸກສ້າງຮ້ານຈຳໜ່າຍແກ໊ສຫຸງຕົ້ມ ຈາກຂະແໜງໂຍທາທິການ ແລະ ຂົນສົງ.
第ມາດຕາ 12条
第12条 审议颁发蒸馏酒批发经营许可证
在收到齐全且正确的文件后,工业和贸易部门必须在收到文件之日起十个工作日内审议颁发蒸馏酒批发经营许可证。
若文件不正确或不齐全,必须在收到文件之日起五个工作日内通知申请人以便修改完善。
若无法颁发蒸馏酒批发经营许可证,必须在收到文件之日起十个工作日内书面通知申请人理由。
ພາສາລາວ (老挝语原文)
ມາດຕາ 12 ການພິຈາລະນາອອກໃບອະນຸຍາດດຳເນີນທຸລະກິດຈຳໜ່າຍແກ້ສຫຸງຕົ່ມ
ພາຍຫຼັງທີ່ໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງແລ້ວ, ຂະແໜງອຸດສາຫະກຳ ແລະ ການຄ້າຕ້ອງພິຈາລະນາອອກໃບອະນຸຍາດດຳເນີນທຸລະກິດຈຳໜ່າຍແກ້ສຫຸງຕົ່ມ ພາຍໃນ ສິບວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານເປັນຕົ້ນໄປ.
ກໍລະນີເອກະສານບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ຕ້ອງແຈ້ງໃຫ້ຜູ້ຍືນຄຳຮ້ອງຊາບ ພາຍໃນ ຫ້າວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານເປັນຕົ້ນໄປເພື່ອປັບປຸງແກ້ໄຂ.
ກໍລະນີບໍ່ສາມາດອອກໃບອະນຸຍາດດຳເນີນທຸລະກິດຈຳໜ່າຍແກ້ສຫຸງຕົ່ມ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ຍືນຄຳຮ້ອງຊາບ ພາຍໃນ ສິບວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານເປັນຕົ້ນໄປ.
本页展示前 12 条,全文共 35 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读