ຂໍ້ຕົກລົງວ່າດ້ວຍ ການປັບໃໝ ແລະ ການນຳໃຊ້ມາດຕະການອື່ນຕໍ່ຜູ້ລະເມິີດກົດໝາຍວ່າດ້ວຍ ວິສາຫະກິດ

关于对违反企业法者处以罚款及采取其他措施协议

Agreement on Fines and Other Measures for Violations of the Enterprise Law

ບົດສະຫຼຸບ

ຂໍ້ຕົກລົງນີ້ກຳນົດມາດຕະການປັບໃໝ ແລະ ມາດຕະການເພີ່ມເຕີມ ເຊັ່ນ ການສຶກສາ ແລະ ການພັກໃຊ້ໃບທະບຽນ ຕໍ່ບຸກຄົນ, ນິຕິບຸກຄົນ ແລະ ຫ້ອງການຈົດທະບຽນວິສາຫະກິດ ທີ່ລະເມີດກົດໝາຍວ່າດ້ວຍວິສາຫະກິດ ພາຍໃນປະເທດລາວ ເພື່ອແນໃສ່ຄຸ້ມຄອງການດຳເນີນທຸລະກິດໃຫ້ເປັນລະບຽບຮຽບຮ້ອຍ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍວ່າດ້ວຍວິສາຫະກິດ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ທະບຽນວິສາຫະກິດ ຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດຢ່າງຖືກຕ້ອງ, ເຂັມງວດ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ແນໃສ່ເຮັດໃຫ້ວິສາຫະກິດເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງລັດ ແລະ ວິສາຫະກິດ ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງຊາດ .

ມາດຕາ ມາດຕາ 2

ມາດຕາ 2 ການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ
ການປັບໃໝ ແມ່ນມາດຕະການທາງດ້ານການເງິນ ທີ່ນຳໃຊ້ຕໍ່ຜູ້ລະເມີດທາງດ້ານບໍລິຫານ ຊຶ່ງບໍ່ເປັນ
ການກະທຳຜິດທາງອາຍາ ກ່ຽວກັບວິສາຫະກິດ.
ການນຳໃຊ້ມາດຕະການອື່ນ ແມ່ນການນຳໃຊ້ມາດຕະການເພີ່ມຈາກການປັບໃໝ ຕໍ່ຜູ້ລະເມີດທາງດ້ານ
ບໍລິຫານ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ກ່ຽວກັບວິສາຫະກິດ ເປັນຕົ້ນ ການສຶກສາອົບຮົມ, ກ່າວເຕືອນ,
ໂຈະການນຳໃຊ້ໃບທະບຽນວິສາຫະກິດ.

ມາດຕາ ມາດຕາ 3

ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ການສຶກສາອົບຮົມ ໝາຍເຖິງ ມາດຕະການທາງດ້ານບໍລິຫານ ເປັນຕົ້ນ ການສຶກສາອົບຮົມ ແລະ ກ່າວເຕືອນ ໂດຍການເຮັດບົດບັນທຶກ ເພື່ອໃຫ້ຜູ້ລະເມີດປັບປຸງແກ້ໄຂການລະເມີດຂອງຕົນ;
2. ການໂຈະການນຳໃຊ້ໃບທະບຽນວິສາຫະກິດ ໝາຍເຖິງ ມາດຕະການທາງດ້ານບໍລິຫານເພີ່ມ ທີ່ນຳໃຊ້ຕໍ່ວິສາຫະກິດ ທີ່ລະເມີດກົດໝາຍ ແລະ ລະບຽບການ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 30 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ