关于对违反企业法者处以罚款及采取其他措施协议
ຂໍ້ຕົກລົງວ່າດ້ວຍ ການປັບໃໝ ແລະ ການນຳໃຊ້ມາດຕະການອື່ນຕໍ່ຜູ້ລະເມິີດກົດໝາຍວ່າດ້ວຍ ວິສາຫະກິດ
Agreement on Fines and Other Measures for Violations of the Enterprise Law
简介
该协议针对老挝境内违反企业法的个人、法人及企业登记机关,规定罚款及教育、暂停使用登记证等附加措施,旨在规范企业运营。
Summary
This agreement imposes fines and additional measures such as education and suspension of registration certificates on individuals, legal persons, and business registration authorities violating the Enterprise Law in Laos, aiming to regulate business operations.
ບົດສະຫຼຸບ
ຂໍ້ຕົກລົງນີ້ກຳນົດມາດຕະການປັບໃໝ ແລະ ມາດຕະການເພີ່ມເຕີມ ເຊັ່ນ ການສຶກສາ ແລະ ການພັກໃຊ້ໃບທະບຽນ ຕໍ່ບຸກຄົນ, ນິຕິບຸກຄົນ ແລະ ຫ້ອງການຈົດທະບຽນວິສາຫະກິດ ທີ່ລະເມີດກົດໝາຍວ່າດ້ວຍວິສາຫະກິດ ພາຍໃນປະເທດລາວ ເພື່ອແນໃສ່ຄຸ້ມຄອງການດຳເນີນທຸລະກິດໃຫ້ເປັນລະບຽບຮຽບຮ້ອຍ.
条文
第ມາດຕາ 1条
第一条 目的
本协议规定了关于罚款和对违反企业法者采取其他措施的原则、规章和措施,为企业登记机关正确、严格、统一地在全国范围内对违法者实施措施提供依据,旨在使企业依法依规运营,保障国家和企业的合法权益,促进国家经济社会发展。
ພາສາລາວ (老挝语原文)
ມາດຕາ 1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍວ່າດ້ວຍວິສາຫະກິດ ເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ທະບຽນວິສາຫະກິດ ຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດຢ່າງຖືກຕ້ອງ, ເຂັມງວດ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ແນໃສ່ເຮັດໃຫ້ວິສາຫະກິດເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງລັດ ແລະ ວິສາຫະກິດ ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມຂອງຊາດ .
第ມາດຕາ 2条
第2条 罚款和其他措施的使用
罚款是针对企业行政违法行为(不构成刑事犯罪)所采取的财务措施。
其他措施的使用是指在罚款之外,针对企业行政违法行为(不构成刑事犯罪)所采取的附加措施,例如教育、警告、暂停使用企业登记证。
ພາສາລາວ (老挝语原文)
ມາດຕາ 2 ການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ
ການປັບໃໝ ແມ່ນມາດຕະການທາງດ້ານການເງິນ ທີ່ນຳໃຊ້ຕໍ່ຜູ້ລະເມີດທາງດ້ານບໍລິຫານ ຊຶ່ງບໍ່ເປັນ
ການກະທຳຜິດທາງອາຍາ ກ່ຽວກັບວິສາຫະກິດ.
ການນຳໃຊ້ມາດຕະການອື່ນ ແມ່ນການນຳໃຊ້ມາດຕະການເພີ່ມຈາກການປັບໃໝ ຕໍ່ຜູ້ລະເມີດທາງດ້ານ
ບໍລິຫານ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ກ່ຽວກັບວິສາຫະກິດ ເປັນຕົ້ນ ການສຶກສາອົບຮົມ, ກ່າວເຕືອນ,
ໂຈະການນຳໃຊ້ໃບທະບຽນວິສາຫະກິດ.
第ມາດຕາ 3条
第三条 术语解释
本协议中使用的术语含义如下:
1. 教育指导 指行政措施,包括教育和警告,通过书面记录进行,以便违规者纠正其违规行为;
2. 暂停使用企业登记证 指对违反法律法规的企业采取的额外行政措施。
ພາສາລາວ (老挝语原文)
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:
1. ການສຶກສາອົບຮົມ ໝາຍເຖິງ ມາດຕະການທາງດ້ານບໍລິຫານ ເປັນຕົ້ນ ການສຶກສາອົບຮົມ ແລະ ກ່າວເຕືອນ ໂດຍການເຮັດບົດບັນທຶກ ເພື່ອໃຫ້ຜູ້ລະເມີດປັບປຸງແກ້ໄຂການລະເມີດຂອງຕົນ;
2. ການໂຈະການນຳໃຊ້ໃບທະບຽນວິສາຫະກິດ ໝາຍເຖິງ ມາດຕະການທາງດ້ານບໍລິຫານເພີ່ມ ທີ່ນຳໃຊ້ຕໍ່ວິສາຫະກິດ ທີ່ລະເມີດກົດໝາຍ ແລະ ລະບຽບການ.
第ມາດຕາ 4条
第四条 适用范围
本协议适用于已注册企业的业主、企业,包括个人、法人以及国内外组织,在老挝人民民主共和国违反企业法规定的行为。
本协议不适用于根据相关法律法规无需进行企业注册登记的业务。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ເຈົ້າຂອງທຸລະກິດທີ່ທະບຽນວິສາຫະກິດ, ວິສາຫະກິດ ລວມທັງ ບຸກຄົນ, ນິຕິບຸກຄົນ
ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ລະເມີດກົດໝາຍວ່າດ້ວຍວິສາຫະກິດ ຢູ່ ສປປ ລາວ.
ຂໍ້ຕົກລົງສະບັບນີ້ ບໍ່ນຳໃຊ້ສຳລັບ ທຸລະກິດທີ່ບໍ່ຈຳເປັນຕ້ອງແຈ້ງຂຶ້ນທະບຽນວິສາຫະກິດ ຕາມທີ່ກຳນົດໄວ້
ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.
第ມາດຕາ 5条
第5条 违反企业法的行为
违反企业法的行为如下:
一、个人、法人及企业的违法行为包括:
1. 未进行企业登记而开展经营活动;
2. 未获得经营许可而开展经营;
3. 将企业登记证交由他人使用;
4. 伪造企业登记证或使用伪造的企业登记证;
5. 申报不真实和/或不符法律规定的信息;
6. 未经通知企业登记机关而变更企业登记证内容;
7. 未经通知企业登记机关而解散企业;
8. 不悬挂企业名称牌;
9. 企业解散后不拆除企业名称牌;
10. 在根据相关部门建议被暂停使用企业登记证后仍继续使用;
11. 没有自身规章制度的合伙企业和公司;
12. 不召开股东大会的有限公司和大众公司;
13. 不发行股票的合伙企业的经理和公司的董事;
14. 不建立股东名册的有限公司;
15. 不建立董事名册的有限公司和大众公司;
16. 没有董事会和审计员的有限公司;
17. 未按规定设立储备金的有限公司。
二、企业登记机关的违法行为包括:
1. 出具不符合法律和规章的文件,或命令企业续期企业登记证;
2. 无正当理由拒绝办理登记、变更企业登记证内容和解散企业;
3. 要求提供额外文件,以及拖延办理登记、变更企业登记证内容和解散企业的文件;
4. 拒绝公开企业登记信息。
ພາສາລາວ (老挝语原文)
ມາດຕາ 5 ການລະເມີດກົດບນາຍວ່າດ້ວຍວິສາຫະກິດ
ພຶດຕິກຳ ທີ່ເປັນການລະເມີດກົດບນາຍວ່າດ້ວຍວິສາຫະກິດ ມີດັ່ງນີ້:
ກ. ພຶດຕິກຳ ທີເປັນການລະເມີດ ຂອງບຸກຄົນ, ນິຕິບຸກຄົນ ແລະ ວິສາຫະກິດ ຄື:
1. ການເຄື່ອນໄຫວທຸລະກິດ ໂດຍບໍ່ໄດ້ຂຶ້ນທະບຽນວິສາຫະກິດ;
2. ການດຳເນີນທຸລະກິດ ໂດຍບໍ່ໄດ້ຮັບອະນຸຍາດດຳເນີນທຸລະກິດ;
3. ການນຳເອົາໃບທະບຽນວິສາຫະກິດ ໃຫ້ບຸກຄົນອື່ນນຳໃຊ້;
4. ການປອມແປງໃບທະບຽນວິສາຫະກິດ ຫຼື ນຳໃຊ້ໃບທະບຽນວິສາຫະກິດປອມແປງ;
5. ການແຈ້ງຂໍ້ມູນທີ່ບໍ່ຖືກຕ້ອງຕາມຄວາມຈິງ ແລະ/ຫຼື ບໍ່ຖືກຕ້ອງຕາມກົດບນາຍ;
6. ການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ໂດຍບໍ່ແຈ້ງເຈົ້າໜ້າທີ່ທະບຽນວິສາຫະກິດ;
7. ການຍຸບເລີກວິສາຫະກິດ ໂດຍບໍ່ແຈ້ງເຈົ້າໜ້າທີ່ທະບຽນວິສາຫະກິດ;
8. ການບໍ່ຕິດປ້າຍຊື່ວິສາຫະກິດ;
9. ການບໍ່ປົດປ້າຍຊື່ວິສາຫະກິດ ພາຍຫຼັງຍຸບເລີກວິສາຫະກິດ;
10. ການນຳໃຊ້ໃບທະບຽນວິສາຫະກິດ ພາຍຫຼັງຖືກໂຈະການນຳໃຊ້ ໃບທະບຽນວິສາຫະກິດ ຕາມການສະເໜີຂອງຂະແໜງການທີ່ກ່ຽວຂ້ອງ;
11. ວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ ທີ່ບໍ່ມີກົດລະບຽບຂອງຕົນ;
12. ບໍລິສັດຈຳກັດ ແລະ ບໍລິສັດມະຫາຊົນ ທີ່ບໍ່ເປີດກອງປະຊຸມສາມັນຂອງຜູ້ຖືຮຸ້ນ;
13. ຜູ້ຈັດການຂອງ ວິສາຫະກິດຮຸ້ນສ່ວນ ແລະ ຜູ້ອຳນວຍການຂອງບໍລິສັດ ທີ່ບໍ່ອອກໃບຮຸ້ນ;
14. ບໍລິສັດຈຳກັດ ທີ່ບໍ່ສ້າງບັນຊີທະບຽນຜູ້ຖືຮຸ້ນ;
15. ບໍລິສັດຈຳກັດ ແລະ ບໍລິສັດມະຫາຊົນ ທີ່ບໍ່ສ້າງບັນຊີທະບຽນຜູ້ອຳນວຍການ;
16. ບໍລິສັດຈຳກັດ ທີ່ບໍ່ມີສະພາບໍລິຫານ ແລະ ຜູ້ກວດສອບບັນຊີ;
17. ບໍລິສັດຈຳກັດ ທີ່ບໍ່ມີຄັງສຳຮອງຕາມລະບຽບການ.
ຂ. ພຶດຕິກຳ ທີ່ເປັນການລະເມີດ ຂອງເຈົ້າໜ້າທີ່ທະບຽນວິສາຫະກິດ ຄື:
1. ການອອກໜັງສື ທີ່ບໍ່ສອດຄ່ອງຕາມກົດບນາຍ ແລະ ລະບຽບການ ຫຼື ສັ່ງໃຫ້ວິສາຫະກິດຕໍ່ອາຍຸໃບທະບຽນວິສາຫະກິດ;
2. ການປະຕິເສດການແຈ້ງຂຶ້ນ, ປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ແລະ ຍຸບເລີກວິສາຫະກິດ ໂດຍບໍ່ມີເຫດຜົນ;
3. ການຮຽກເອົາເອກະສານເພີ່ມເຕີມ ແລະ ການກົດໜ່ວງຖ່ວງຕຶ້ງເອກະສານແຈ້ງຂຶ້ນ, ປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ແລະ ຍຸບເລີກວິສາຫະກິດ;
4. ການປະຕິເສດການເປີດເຜີຍຂໍ້ມູນທະບຽນວິສາຫະກິດ.
第ມາດຕາ 6条
本条将受到警告、教育、记录或解除企业登记负责人的职务。
ພາສາລາວ (老挝语原文)
ມາດຕານີ້ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ເຮັດບົດບັນທຶກ ຫຼື ປົດການເປັນເຈົ້າຫ້າທີ່ທະບຽນວິສາຫະກິດ.
第ມາດຕາ 7条
第6条 未登记注册企业而开展经营活动
个人或法人未登记注册企业而开展经营活动的,将受到以下措施:
1. 第一次,将被处以5,000,000基普罚款,同时受到警告、教育并制作记录;
2. 第二次,将被处以10,000,000基普罚款,同时制作记录;
3. 第三次及以上,每次将被处以20,000,000基普罚款,同时制作记录。
个人或法人必须在自制作记录之日起十个工作日内完成企业登记注册。
ພາສາລາວ (老挝语原文)
ມາດຕາ 6 ການເຄື່ອນໄຫວທຸລະກິດ ໂດຍບໍ່ໄດ້ຂຶ້ນທະບຽນວິສາຫະກິດ
ບຸກຄົນ ຫຼື ນິຕິບຸກຄົນ ທີ່ເຄື່ອນໄຫວດຳເນີນທຸລະກິດ ໂດຍບໍ່ໄດ້ຂຶ້ນທະບຽນວິສາຫະກິດ ຈະຖືກນຳໃຊ້ມາດຕະການ ດັ່ງນີ້:
1. ຄັ້ງທີໜຶ່ງ ຈະຖືກປັບໃໝ 5,000,000 ກີບ ພ້ອມທັງຈະຖືກກ່າວເຕືອນ, ສຶກສາອົບຮົມ ແລະ ເຮັດບົດບັນທຶກ;
2. ຄັ້ງທີສອງ ຈະຖືກປັບໃໝ 10,000,000 ກີບ ພ້ອມທັງເຮັດບົດບັນທຶກ;
3. ຄັ້ງທີສາມຂຶ້ນໄປ ຈະຖືກປັບໃໝ 20,000,000 ກີບຕໍ່ຄັ້ງ ພ້ອມທັງເຮັດບົດບັນທຶກ.
ບຸກຄົນ ຫຼື ນິຕິບຸກຄົນ ຕ້ອງຂຶ້ນທະບຽນວິສາຫະກິດ ພາຍໃນ ສິບວັນ ລັດຖະການນັບແຕ່ວັນທີເຮັດບົດບັນທຶກເປັນຕົ້ນໄປ.
第ມາດຕາ 8条
第七条 未经许可经营业务
在依法需要申请经营许可的业务活动中,未经相关主管部门许可而经营业务的,将被警告、教育、记录并与相关主管部门协调,以依法采取法律和法规规定的措施。
ພາສາລາວ (老挝语原文)
ມາດຕາ 7 ການດຳເນີນທຸລະກິດ ໂດຍບໍ່ໄດ້ຮັບອະນຸຍາດດຳເນີນທຸລະກິດ
ການດຳເນີນທຸລະກິດ ໂດຍບໍ່ໄດ້ຮັບອະນຸຍາດດຳເນີນທຸລະກິດຈາກຂະແໜງການກ່ຽວຂ້ອງ ໃນກິດຈະການທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ເຮັດບົດບັນທຶກ ແລະ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອນຳໃຊ້ມາດຕະການຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.
第ມາດຕາ 9条
第八条 将企业登记证提供给他人使用
将企业登记证提供给他人使用的,将采取以下措施:
1. 第一次,将被罚款10,000,000基普,同时受到警告、教育并制作记录;
2. 第二次,将被罚款20,000,000基普,同时制作记录,并暂停使用企业登记证;
3. 第三次及以上,每次将被罚款50,000,000基普,同时制作记录。
使用其他企业登记证的人,视为未经登记从事经营活动,将按照本协议第六条规定的措施处理。
ພາສາລາວ (老挝语原文)
ມາດຕາ 8 ການນຳເອົາໃບທະບຽນວິສາຫະກິດ ໃຫ້ບຸກຄົນອື່ນນຳໃຊ້
ການນຳເອົາໃບທະບຽນວິສາຫະກິດ ໃຫ້ບຸກຄົນອື່ນນຳໃຊ້ ຈະຖືກນຳໃຊ້ມາດຕະການ ດັ່ງນີ້:
1. ຄັ້ງທີໜຶ່ງ ຈະຖືກປັບໃໝ 10,000,000 ກີບ ພ້ອມທັງຈະຖືກກ່າວເຕືອນ, ສຶກສາອົບຮົມ ແລະ ເຮັດບົດບັນທຶກ;
2. ຄັ້ງທີສອງ ຈະຖືກປັບໃໝ 20,000,000 ກີບ ພ້ອມທັງເຮັດບົດບັນທຶກ ແລະ ຈະຖືກໂຈະການນຳໃຊ້ໃບທະບຽນວິສາຫະກິດ;
3. ຄັ້ງທີສາມຂຶ້ນໄປ ຈະຖືກປັບໃໝ 50,000,000 ກີບຕໍ່ຄັ້ງ ພ້ອມທັງເຮັດບົດບັນທຶກ.
ຜູ້ທີ່ນຳໃຊ້ໃບທະບຽນວິສາຫະກິດ ຂອງວິສາຫະກິດອື່ນ ຖືວ່າເປັນການເຄື່ອນໄຫວທຸລະກິດ ໂດຍບໍ່ໄດ້ຂຶ້ນທະບຽນວິສາຫະກິດ ຈະຖືກປະຕິບັດມາດຕະການ ຕາມທີ່ກຳນົດໄວ້ໃນມາດຕາ 6 ຂອງຂໍ້ຕົກລົງສະບັບນີ້.
第ມາດຕາ 10条
第九条 伪造企业登记证或使用伪造的企业登记证
个人、法人或企业,如果伪造企业登记证、企业登记官员的签名、印章,或者剪裁、增加企业登记证的内容,将被处以每次20,000,000基普的罚款,同时将被警告、教育并制作记录。
使用伪造的企业登记证者,将被处以每次20,000,000基普的罚款,同时将被警告、教育并制作记录。
ພາສາລາວ (老挝语原文)
ມາດຕາ 9 ການປອມແປງໃບທະບຽນວິສາຫະກິດ ຫຼື ນຳໃຊ້ໃບທະບຽນວິສາຫະກິດປອມແປງ
ບຸກຄົນ, ນິຕິບຸກຄົນ ຫຼື ວິສາຫະກິດ ຫາກໄດ້ປອມແປງໃບທະບຽນວິສາຫະກິດ, ລາຍເຊັນ, ຕາປະທັບ ຂອງເຈົ້າໜ້າທີ່ທະບຽນວິສາຫະກິດ, ໄດ້ຕັດ, ເພີ່ມຂໍ້ຄວາມໃນໃບທະບຽນວິສາຫະກິດ ຈະຖືກປັບໃໝ 20,000,000 ກີບຕໍ່ຄັ້ງ ພ້ອມທັງຈະຖືກກ່າວເຕືອນ, ສຶກສາອົບຮົມ ແລະ ເຮັດບົດບັນທຶກ.
ຜູ້ທີ່ນຳໃຊ້ໃບທະບຽນວິສາຫະກິດປອມແປງ ຈະຖືກປັບໃໝ 20,000,000 ກີບຕໍ່ຄັ້ງ ພ້ອມທັງຈະຖືກກ່າວເຕືອນ, ສຶກສາອົບຮົມ ແລະ ເຮັດບົດບັນທຶກ.
第ມາດຕາ 11条
第十条 提供虚假信息和/或违法信息
个人或法人如向企业登记机关提供关于登记、变更企业登记证内容及注销企业的不真实和/或违法的信息,将被处以每次10,000,000基普的罚款,同时将受到警告、教育并制作记录。
若企业主、股东或企业登记证上列明的持股人并非实际出资人或从经营中实际受益者,经相关机关查实,将被处以每次20,000,000基普的罚款,同时将受到警告、教育并制作记录。
ພາສາລາວ (老挝语原文)
ມາດຕາ 10 ການແຈ້ງຂໍ້ມູນບໍ່ຖືກຕ້ອງຕາມຄວາມຈິງ ແລະ/ຫຼື ບໍ່ຖືກຕ້ອງຕາມກົດໝາຍ
ບຸກຄົນ ຫຼື ນິຕິບຸກຄົນ ຫາກໄດ້ແຈ້ງຂໍ້ມູນໃຫ້ ເຈົ້າໜ້າທີ່ທະບຽນວິສາຫະກິດ ກ່ຽວກັບ ການແຈ້ງຂຶ້ນ, ປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ແລະ ຍຸບເລີກວິສາຫະກິດ ທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງ ແລະ/ຫຼື ບໍ່ຖືກຕ້ອງຕາມກົດໝາຍ ຈະຖືກປັບໃໝ 10,000,000 ກີບຕໍ່ຄັ້ງ ພ້ອມທັງ ຈະຖືກກ່າວເຕືອນ, ສຶກສາອົບຮົມ ແລະ ເຮັດບົດບັນທຶກ.
ກໍລະນີ ເຈົ້າຂອງວິສາຫະກິດ, ຜູ້ຖືຮຸ້ນ ຫຼື ຜູ້ຖືຮຸ້ນ ທີ່ລະບຸໄວ້ໃນໃບທະບຽນວິສາຫະກິດ ບໍ່ແມ່ນຜູ້ປະກອບທຶນ ຫຼື ຜູ້ທີ່ໄດ້ຮັບຜົນປະໂຫຍດທີ່ແທ້ຈິງຈາກການດຳເນີນທຸລະກິດ ຫາກເຈົ້າໜ້າທີ່ກ່ຽວຂ້ອງກວດພົບ ຈະຖືກ ປັບໃໝ 20,000,000 ກີບຕໍ່ຄັ້ງ ພ້ອມທັງຈະຖືກກ່າວເຕືອນ, ສຶກສາອົບຮົມ ແລະ ເຮັດບົດບັນທຶກ.
第ມາດຕາ 12条
第十一条 未经通知企业登记机关而变更企业登记证内容
企业已决定变更企业登记证内容,如办公地址、企业电话号码、注册资本、企业名称、董事、经理、企业主、合伙人、股东及分支机构,但未在决定变更之日起三十天内通知原发证的企业登记机关的,将被处以每次2,000,000基普罚款,并受到警告、教育及制作笔录。
对于公众公司,若其不再符合条件或无通过资本市场融资的目的,或终止作为在老挝证券交易所注册公司的状态,而未通知原发证的企业登记机关以变更企业登记证中关于公司形式变更或解散及清算的内容的,将被处以每次5,000,000基普罚款,并受到警告、教育及制作笔录。
ພາສາລາວ (老挝语原文)
ມາດຕາ 11 ການປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ໂດຍບໍ່ແຈ້ງເຈົ້າໜ້າທີ່ທະບຽນວິສາຫະກິດ
ວິສາຫະກິດ ທີ່ມີການຕົກລົງປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ເປັນຕົ້ນ ທີ່ຕັ້ງສຳນັກງານ, ເບີໂທລະສັບຂອງວິສາຫະກິດ, ທຶນຈົດທະບຽນວິສາຫະກິດ, ຊື່ວິສາຫະກິດ, ຜູ້ອຳນວຍການ, ຜູ້ຈັດການ, ເຈົ້າຂອງວິສາຫະກິດ, ຄູ່ຮ່ວມງານ, ຜູ້ຖືຮຸ້ນ ແລະ ສາຂາວິສາຫະກິດ ໂດຍບໍ່ແຈ້ງເຈົ້າໜ້າທີ່ທະບຽນວິສາຫະກິດບ່ອນທີ່ໄດ້ອອກໃບທະບຽນວິສາຫະກິດໃຫ້ ພາຍໃນ ສາມສິບວັນ ນັບແຕ່ວັນທີມີການຕົກລົງປ່ຽນແປງເປັນຕົ້ນໄປ ຈະຖືກປັບໃໝ 2.000.000 ກີບຕໍ່ຄັ້ງ ພ້ອມທັງຈະຖືກກ່າວເຕືອນ, ສຶກສາອົບຮົມ ແລະ ເຮັດບົດບັນທຶກ.
ກໍລະນີບໍລິສັດມະຫາຊົນ ທີ່ບໍ່ໄດ້ເງື່ອນໄຂ ຫຼື ບໍ່ມີຈຸດປະສົງລະດົມທຶນຜ່ານຕະຫຼາດທຶນ ຫຼື ສິ້ນສຸດສະຖານະການເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ ໂດຍບໍ່ແຈ້ງເຈົ້າໜ້າທີ່ທະບຽນວິສາຫະກິດບ່ອນທີ່ໄດ້ອອກໃບທະບຽນວິສາຫະກິດໃຫ້ ເພື່ອປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ກ່ຽວກັບການປ່ຽນແປງຮູບແບບບໍລິສັດ ຫຼື ຍຸບເລີກ ແລະ ດຳເນີນການຊຳລະສະສາງ ຈະຖືກປັບໃໝ 5,000.000 ກີບຕໍ່ຄັ້ງ ພ້ອມທັງ ຈະຖືກກ່າວເຕືອນ, ສຶກສາອົບຮົມ ແລະ ເຮັດບົດບັນທຶກ.
本页展示前 12 条,全文共 30 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读