关于出口前矿产质量检验指南
ຄຳແນະນຳວ່າດ້ວຍ ການກວດກາຄຸນນະພາບແຮ່ທາດ ກ່ອນການສົ່ງອອກຢູ່ປາຍທາງ
Guidelines on Pre-Export Mineral Quality Inspection
简介
该法规规范老挝矿产出口前的质量检验程序,包括采样、检测、认证及文件提交,确保出口高效透明并保障国家利益。
Summary
This regulation governs quality inspection procedures for minerals before export in Laos, including sampling, testing, certification, and document submission, to ensure efficient and transparent exports and safeguard national interests.
ບົດສະຫຼຸບ
ກົດໝາຍນີ້ກຳນົດຂັ້ນຕອນການກວດສອບຄຸນນະພາບແຮ່ທາດກ່ອນການສົ່ງອອກຂອງລາວ, ລວມທັງການເກັບຕົວຢ່າງ, ການທົດສອບ, ການຮັບຮອງ ແລະ ການຍື່ນເອກະສານ, ເພື່ອຮັບປະກັນການສົ່ງອອກທີ່ມີປະສິດທິພາບ ແລະ ໂປ່ງໃສ ແລະ ປົກປ້ອງຜົນປະໂຫຍດຂອງຊາດ.
条文
第ມາດຕາ 1条
第2条 出口前在目的地的矿产质量检验
出口前在目的地的矿产质量检验是指矿产质量检验室在各类国际口岸和铁路货运站,使用现代化、标准化的工具设备和技术,对矿产质量进行复核检验,以认证矿产质量,通过比较在源头进行的研究所得的矿产浓度,以及目的地的矿产体积、重量和种类,并出具出口前矿产质量检验证书,以确保矿产出口高效、有效、准确、透明,并保障最大利益。
ພາສາລາວ (老挝语原文)
ມາດຕາ 2 ການກວດກາຄຸນນະພາບແຮ່ທາດ ກ່ອນການສົ່ງອອກຢູ່ປາຍທາງ
ການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ແມ່ນການດຳເນີນການກວດກາຄືນຄຸນນະພາບແຮ່ທາດ ຂອງຫ້ອງກວດກາຄຸນນະພາບແຮ່ທາດ ກ່ອນການສົ່ງອອກຢູ່ບັນດາດ່ານສາກົນ ແລະ ສະຖານີຂົນສົ່ງສິນຄ້າທາງລົດໄຟ ໂດຍການນຳໃຊ້ເຄື່ອງມືອຸປະກອນ, ເຕັກໂນໂລຊີທີ່ທັນສະໄໝ ແລະ ໄດ້ມາດຕະຖານ ເຂົ້າໃນການຢັ້ງຢືນຄຸນນະພາບແຮ່ທາດ ໂດຍມີການສົມທຽບຄວາມເຂັ້ມຂຸ້ນຂອງແຮ່ທາດທີ່ໄດ້ຮັບການວິໄຈຢູ່ຕົ້ນທາງ ລວມເຖິງບໍລິມາດ, ນ້ຳໜັກ ແລະ ຊະນິດຂອງແຮ່ທາດຢູ່ປາຍທາງ ພ້ອມທັງອອກໃບຢັ້ງຢືນຜົນການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກ ເພື່ອຮັບປະກັນການສົ່ງອອກແຮ່ທາດ ມີປະສິດທິພາບ, ປະສິດທິຜົນ, ຖືກຕ້ອງໂປ່ງໃສ ແລະ ຮັບປະກັນຜົນປະໂຫຍດສູງສຸດ.
第ມາດຕາ 2条
第2条 出口前矿产质量检验程序
出口前矿产质量检验程序如下:
1. 在矿场、运输车辆或集装箱中按照技术规范正确采集矿产样品,包括样品制备(破碎、筛分、干燥),使其处于适合用高技术仪器进行分析的适当形式,每种矿产类型;
2. 通过分类和明确矿产质量来准备用于采样的矿产,以使采样反映真实质量并符合国际原则;
3. 检查矿产的实际特性,如:湿度、粒度和密度;
4. 使用现代仪器,如:XRF、XRD、ICP-MS、AAS及其他仪器,用于详细分析矿产类型和矿产浓度;
5. 在工业和商业部地质矿产司与财政部出口前矿产质量检验和认证办公室之间进行比较检验结果和认证矿产质量;
6. 在目的地认可出口前矿产质量检验的认证结果;
7. 记录并将研究结果数据存储到系统中,以便与财政部的数据库连接。
ພາສາລາວ (老挝语原文)
ມາດຕາ 2 ຂັ້ນຕອນໃນດຳເນີນການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກ
ຂັ້ນຕອນດຳເນີນການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກ ມີດັ່ງນີ້:
1. ເກັບຕົວຢ່າງແຮ່ທາດຢູ່ລານແຮ່, ລົດຂົນສົ່ງແຮ່ ຫຼື ຢູ່ຕູ້ຄອນເທນເນີ ໃຫ້ຖືກຕ້ອງຕາມຫຼັກວິຊາການ ລວມທັງກະກຽມຕົວຢ່າງ (ບົດ, ຄັດແຍກ, ອົບແຫ້ງ) ໃຫ້ຢູ່ໃນຮູບແບບທີ່ເໝາະສົມ ສຳລັບການວິເຄາະດ້ວຍເຄື່ອງມືເຕັກນິກຂັ້ນສູງ ແຕ່ລະຊະນິດແຮ່ທາດ;
2. ກະກຽມແຮ່ທາດສຳລັບການເກັບຕົວຢ່າງດ້ວຍການແບກຊະນິດ ແລະ ຄຸນນະພາບແຮ່ທາດໃຫ້ຊັດເຈນ ເພື່ອໃຫ້ການເກັບຕົວຢ່າງສະທ້ອນຄຸນນະພາບທີ່ແທ້ຈິງ ແລະ ເປັນໄປຕາມຫຼັກການສາກົນ;
3. ກວດກາຄຸນລັກສະນະແຮ່ທາດຕົວຈິງ ເຊັ່ນ: ຄວາມຊຸ່ມ, ຂະໜາດ ແລະ ຄວາມໜາແໜ້ນ;
4. ນຳໃຊ້ເຄື່ອງມືທັນສະໄໝ ເຊັ່ນ: XRF, XRD, ICP-MS, AAS ແລະ ເຄື່ອງມືອື່ນໆ ສຳລັບການວິເຄາະຫາຊະນິດແຮ່ທາດ ແລະ ປະລິມານຄວາມເຂັ້ມຂຸ້ນຂອງແຮ່ທາດຢ່າງລະອຽດ;
5. ດຳເນີນການປຽບທຽບຜົນການກວດກາວິໄຈ ແລະ ຢັ້ງຢືນຄຸນນະພາບແຮ່ທາດລະຫວ່າງ ກົມທໍລະນີສາດ ແລະ ບໍ່ແຮ່ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຫ້ອງກວດກາວິໄຈ ແລະ ປັ້ງປືນຄຸນນະພາບແຮ່ທາດກ່ອນການສົ່ງອອກ ຂອງກະຊວງການເງິນ;
6. ຮັບຮອງຜົນການຢັ້ງຢືນການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ;
7. ບັນທຶກ ແລະ ຈັດເກັບຂໍ້ມູນຜົນວິໄຈເຂົ້າໃນລະບົບ ເພື່ອເຊື່ອມໂຍງກັບຖານຂໍ້ມູນຂອງກະຊວງການເງິນ.
第ມາດຕາ 3条
第3条 标准检查
矿产质量检查应符合标准,具体如下:
1. 矿产必须在矿产检验研究室内进行,并采用国际标准方法;
2. 将经过详细破碎的样品送入矿产检验研究设备;
3. 将检验结果的准确性和矿产质量认证与标准进行比较,以确定矿产的浓度含量;
4. 其他标准。
ພາສາລາວ (老挝语原文)
ມາດຕາ 3 ການກວດກາມາດຕະຖານ
ການກວດກາຄຸນນະພາບແຮ່ທາດ ໃຫ້ໄດ້ມາດຕະຖານ ມີດັ່ງນີ້:
1. ແຮ່ທາດຕ້ອງດຳເນີນຢູ່ພາຍໃນຫ້ອງວິໄຈກວດກາແຮ່ທາດ ແລະ ນຳໃຊ້ວິທີການທີ່ໄດ້ມາດຕະຖານສາກົນ;
2. ນຳຕົວຢ່າງທີ່ຜ່ານການບົດລະອຽດ ເຂົ້າເຄື່ອງກວດກາວິໄຈແຮ່ທາດ;
3. ນຳຜົນການກວດກາຄວາມຖືກຕ້ອງ ແລະ ຢັ້ງຢືນຄຸນນະພາບແຮ່ທາດ ມາປຽບທຽບກັບມາດຕະຖານ ເພື່ອຊອກຫາປະລິມານຄວາມເຂັ້ມຂຸ້ນຂອງແຮ່ທາດ;
4. ມາດຕະຖານອື່ນໆ.
第ມາດຕາ 4条
第4条 出口目的地矿物质量检验证明书
出口目的地矿物质量检验证明书内容如下:
1. 基本信息,包括证书编号、签发日期、客户名称及取样信息;
2. 各类矿物的标准及规格;
3. 矿物浓度值;
4. 签字盖章。
ພາສາລາວ (老挝语原文)
ມາດຕາ 4 ໃບຢັ້ງຢືນຜົນການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ
ໃບຢັ້ງຢືນຜົນການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ ມີເນື້ອໃນດັ່ງນີ້:
1. ຂໍ້ມູນພື້ນຖານ ປະກອບດ້ວຍ ລະຫັດໃບຢັ້ງຢືນ, ວັນທີອອກ, ຊື່ລູກຄ້າ ແລະ ຂໍ້ມູນການເກັບຕົວຢ່າງ;
2. ມາດຕະຖານ ແລະ ຂໍ້ກຳນົດຂອງແຮ່ທາດແຕ່ລະຊະນິດ;
3. ຄ່າຄວາມເຂັ້ມຂຸ້ນຂອງແຮ່ທາດ;
4. ລົງລາຍເຊັນ ແລະ ປະທັບຕາ.
第ມາດຕາ 5条
第5条 文件提交
申请出口前矿产质量检验所需提交的文件如下:
1. 经工业和贸易部批准的矿产销售计划;
2. 矿产出口许可证和/或证明;
3. 矿产产品销售申报单;
4. 资源费计算单及通过系统提交的交付通知;
5. 资源费义务缴纳证明;
6. 矿产转移证明;
7. 矿产转移跟踪记录;
8. 矿产买卖合同;
9. 矿产原产地证明;
10. 简易纳税申报单;
11. 详细纳税申报单;
12. 货物价格申报单;
13. 装箱单;
14. 出口前质量检验机构出具的矿产质量证明;
15. 其他相关文件。
ພາສາລາວ (老挝语原文)
ມາດຕາ 5 ການປະກອບເອກະສານ
ເອກະສານປະກອບໃນການຂໍການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກມີດັ່ງນີ້:
1. ແຜນການຈຳໜ່າຍແຮ່ທາດ ທີ່ໄດ້ຮັບຮອງຈາກກະຊວງອຸດສາຫະກຳ ແລະ ການຄ້າ;
2. ໃບອະນຸຍາດ ແລະ/ຫຼື ໃບຢັ້ງຢືນການສົ່ງອອກແຮ່ທາດ;
3. ບັງສີແຈ້ງການຈຳໜ່າຍຜະລິດຕະພັນແຮ່ທາດ;
4. ໃບຄິດໄລ່ລາຄາຄ່າຊັບພະຍາກອນ ແລະ ໃບແຈ້ງມອບຜ່ານລະບົບໄຊຂງ;
5. ໃບຢັ້ງຢືນການມອບພັນທະຄ່າຊັບພະຍາກອນ;
6. ໃບຢັ້ງຢືນການເຄື່ອນຍ້າຍແຮ່ທາດ;
7. ບົດບັນທຶກຕິດຕາມການເຄື່ອນຍ້າຍແຮ່ທາດ;
8. ສັນຍາຊື້ຂາຍແຮ່ທາດ;
9. ໃບຢັ້ງຢືນແຫຼ່ງກຳເນີດແຮ່ທາດ;
10. ໃບແຈ້ງພາສີໂດຍສັງເຂບ;
11. ໃບແຈ້ງພາສີເປັນລາຍລະອຽດ;
12. ໃບແຈ້ງລາຄາສິນຄ້າ;
13. ໃບລາຍການຫຸ້ມຫໍ່;
14. ໃບຢັ້ງຢືນຄຸນນະພາບແຮ່ທາດຈາກຫ້ອງກວດກາຄຸນນະພາບກ່ອນການສົ່ງອອກ;
15. ເອກະສານອື່ນໆ ທີ່ກ່ຽວຂ້ອງ.
第ມາດຕາ 6条
第6条 纳税申报程序
纳税人或纳税服务机构必须详细办理纳税申报手续,附上与出口矿产品或经过加工成为成品的矿产品相关的文件,包括出口前由质量检验机构出具的质量检验证明;同时正确、完整地缴纳出口税和各种费用,依照法律和法规。
ພາສາລາວ (老挝语原文)
ມາດຕາ 6 ຂັ້ນຕອນການແຈ້ງພາສີ
ຜູ້ແຈ້ງພາສີ ຫຼື ຜູ້ບໍລິການແຈ້ງພາສີ ຕ້ອງດຳເນີນຂັ້ນຕອນການແຈ້ງພາສີເປັນລາຍລະອຽດ, ປະກອບເອກະສານທີ່ກ່ຽວຂ້ອງກັບການສົ່ງອອກແຮ່ທາດ ຫຼື ແຮ່ທາດທີ່ຜ່ານຂະບວນການປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ລວມທັງໃບຢັ້ງຢືນຜົນການກວດກາຄຸນນະພາບແຮ່ທາດ ກ່ອນການສົ່ງອອກ ຈາກຫ້ອງກວດກາຄຸນນະພາບ; ພ້ອມທັງຊຳລະຄ່າພາສີຂາອອກ ແລະ ຄ່າທຳນຽມຕ່າງໆໃຫ້ຖືກຕ້ອງ ຄົບຖ້ວນ ຕາມກົດໝາຍ ແລະ ລະບຽບການ.
第ມາດຕາ 7条
第7条 服务费率的确定
服务费率的确定应遵循以下原则:
1. 符合法律、相关规章以及各时期经济-社会的发展;
2. 在全国范围内集中统一;
3. 透明、公开、公正且可核查。
ພາສາລາວ (老挝语原文)
ມາດຕາ 7 ການກຳນົດອັດຕາຄ່າບໍລິການ
ການກຳນົດອັດຕາຄ່າບໍລິການ ໃຫ້ປະຕິບັດດັ່ງນີ້:
1. ສອດຄ່ອງກັບກົດໝາຍ, ລະບຽບການທີ່ກ່ຽວຂ້ອງ ແລະ ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນແຕ່ລະໄລຍະ;
2. ລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ;
3. ໂປ່ງໃສ, ເປີດເຜີຍ, ຍຸຕິທຳ ແລະ ສາມາດກວດສອບໄດ້.
第ມາດຕາ 8条
第8条 服务费计算单位
出口前在目的地进行矿产质量检查的服务费按固定费率收取,按每01单位(吨、克、克拉等)0.35-0.94美元的价格确定,适用于各类矿产(服务费率的详细信息见附件)。
ພາສາລາວ (老挝语原文)
ມາດຕາ 8 ຫົວໜ່ວຍຄິດໄລ່ຄ່າບໍລິການ
ອັດຕາຄ່າບໍລິການກວດກາຄຸນນະພາບແຮ່ທາດ ກ່ອນການສົ່ງອອກຢູ່ປາຍທາງ ແມ່ນເກັບໃນອັດຕາເດັດຖານ ໂດຍກຳນົດເອົາລາຄາລະຫວ່າງ 0.35-0.94 ໂດລາສະຫະລັດ ຕໍ່ 01 ຫົວໜ່ວຍ (ໂຕນ, ກຣາມ, ກະຮັດ ແລະ ອື່ນໆ) ຂອງແຮ່ທາດແຕ່ລະປະເພດ (ສຳລັບລາຍລະອຽດອັດຕາຄ່າບໍລິການໄດ້ມີເອກະສານຊ້ອນທ້າຍຄັດຕິດ).
第ມາດຕາ 9条
第9条 支付
服务费支付如下:
1. 矿产质量检验室向经营者开具收款单,并须在出口前支付;
2. 通过财政部的现代化集中系统支付。
ພາສາລາວ (老挝语原文)
ມາດຕາ 9 ການຊຳລະ
ການຊຳລະຄ່າບໍລິການ ມີດັ່ງນີ້:
1. ຫ້ອງກວດກາຄຸນນະພາບແຮ່ທາດ ອອກໃບເກັບເງິນໃຫ້ກັບຜູ້ປະກອບການ ແລະ ຕ້ອງຊຳລະກ່ອນການສົ່ງອອກ;
2. ຊຳລະຜ່ານລະບົບລວມສູນທັນສະໄບນ ຂອງກະຊວງການເງິນ.
第ມາດຕາ 10条
第10条 总结报告
出口目的地的矿产质量检验室必须收集、建立数据库,以便与海关部门现代化管理系统连接,用于汇总和报告与矿产出口相关的数据,主要包括:矿产的类型、数量和质量;运输车辆或集装箱的数量、出口口岸/站点、出口公司以及服务费收入总额,按月、季度、半年和年度报告。
ພາສາລາວ (老挝语原文)
ມາດຕາ 10 ການສະຫຼຸບລາຍງານ
ຫ້ອງກວດກາຄຸນນະພາບແຮ່ທາດກ່ອນສົ່ງອອກຢູ່ປາຍທາງ ຕ້ອງເກັບກຳ, ສ້າງຖານຂໍ້ມູນເພື່ອເຊື່ອມຕໍ່ເຂົ້າກັບລະບົບຄຸ້ມຄອງຫັນສະໄໝຂອງຂະແໜງພາສີ ເພື່ອສະຫຼຸບສັງລວມ ແລະ ລາຍງານຂໍ້ມູນທີ່ຕິດພັນກັບການສົ່ງອອກແຮ່ທາດ ເປັນຕົ້ນແມ່ນ: ປະເພດ, ບໍລິມາດ ແລະ ຄຸນນະພາບຂອງແຮ່ທາດ; ຈຳນວນລົດຂົນສົ່ງ ຫຼື ຕູ້ຄອນເທນເນີ, ດ່ານ/ສະຖານີ ທີ່ສົ່ງອອກ, ບໍລິສັດຜູ້ສົ່ງອອກ ແລະ ຍອດລາຍຮັບຄ່າບໍລິການ ເປັນລາຍເດືອນ, ໄຕມາດ, 6 ເດືອນ ແລະ ປະຈຳປີ.
第ມາດຕາ 11条
第11条 其他相关中央和地方部门:为在目的地出口前进行矿产质量检查工作的组织实施提供便利和合作;提供与在源头进行矿产检查研究相关的文件及其他相关信息。
ພາສາລາວ (老挝语原文)
ມາດຕາ 11 ຂະແໜງການອື່ນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ: ອຳນວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດວຽກງານການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ປາຍທາງ; ສະໜອງບັນດາເອກະສານທີ່ຕິດພັນກັບການກວດກາວິໄຈແຮ່ທາດຢູ່ຕົ້ນທາງ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ.
第ມາດຕາ 12条
第12条 禁止行为
禁止相关公务员或官员有以下行为:
1) 滥用职权、职务谋取私利;
2) 索要、勒索或收受财产,充当行贿或受贿中介;
3) 为个人、法人或组织担任关于出口前矿产质量检查工作的经纪人或顾问;
4) 不公正、不正确地对个人、法人、国家机关和私营组织履行职责;
5) 阻碍、拖延、疏忽履行职责,伪造矿产质量检查结果文件,伪造签名、印章,出具或销毁文件不当;
6) 隐瞒、掩盖和提供不真实的信息;
7) 未经授权向外部人员披露关于矿产质量检查的特定机密信息;
8) 有其他违反法律和法规的行为。
禁止经营者有以下行为:
1) 未经目的地质量检查出口矿产;
2) 伪造矿产质量检查结果证书、印章、签名及相关文件;
3) 隐瞒、掩盖和提供关于出口矿产的不真实信息;
4) 拒绝合作或阻碍矿产质量检查;
5) 无事实依据地诽谤或诋毁国家组织和工作人员,包括矿产质量检查办公室工作人员;
6) 移动或运输矿产超重、超量、超尺寸或与文件不符;
7) 以各种方式向矿产质量检查人员行贿;
8) 使用暴力或冒用他人名义威胁国家工作人员和矿产质量检查官员;
9) 将质量检查结果证书用于其他运输车辆或集装箱,与向矿产质量检查办公室官员申报的车牌号或集装箱代码不符;
10) 将矿产质量检查结果证书提供给第三方;
11) 有其他违反法律和法规的行为。
ພາສາລາວ (老挝语原文)
ມາດຕາ 12 ຂໍ້ຫ້າມ
ຫ້າມພະນັກງານ-ລັດຖະກອນ ຫຼື ເຈົ້າໜ້າທີ່ທີ່ກ່ຽວຂ້ອງມີພຶດຕິກຳໃດໆ ດັ່ງນີ້:
1) ສວຍໃຊ້ໜ້າທີ່, ຕຳແໜ່ງ ເພື່ອຜົນປະໂຫຍດສ່ວນຕົວຂອງຕົນ;
2) ຂໍເງິນ, ທວງເອົາ ຫຼື ຮັບຊັບສິນ, ເປັນສື່ກາງໃນການໃຫ້ ຫຼື ຮັບສິນບົນ;
3) ເປັນນາຍໜ້າ, ທີ່ປຶກສາໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ກ່ຽວກັບວຽກງານກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກ ໃຫ້ກັບຜູ້ປະກອບການ;
4) ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທຳ, ບໍ່ຖືກຕ້ອງຕໍ່ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງລັດ ແລະ ເອກະຊົນ;
5) ກີດຂວາງ, ຖ່ວງດຶງ, ລະເລີຍຕໍ່ການປະຕິບັດໜ້າທີ່, ປອມແປງເອກະສານຜົນການກວດກາຄຸນນະພາບແຮ່ທາດ, ປອມແປງລາຍເຊັນ, ກາປະທັບ, ອອກເອກະສານ ຫຼື ທຳລາຍເອກະສານ ໂດຍບໍ່ຖືກຕ້ອງ;
6) ປິດບັງ, ຊຸກເຊື່ອງ ແລະ ໃຫ້ຂໍ້ມູນບໍ່ຖືກຕ້ອງຕາມຄວາມເປັນຈິງ;
7) ເປີດເຜີຍຂໍ້ມູນຄວາມລັບສະເພາະ ກ່ຽວກັບການກວດກາຄຸນນະພາບແຮ່ທາດ ໃຫ້ກັບບຸກຄົນພາຍນອກ ໂດຍບໍ່ໄດ້ຮັບອະນຸຍາດ;
8) ມີພຶດຕິກຳອື່ນໆທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.
ຫ້າມຜູ້ປະກອບການມີພຶດຕິກຳໃດໆ ດັ່ງນີ້:
1) ສົ່ງອອກແຮ່ທາດ ໂດຍບໍ່ໄດ້ຮັບການກວດກາຄຸນນະພາບຈາກປາຍທາງ;
2) ປອມແປງໃບຢັ້ງຢືນຜົນການກວດກາຄຸນນະພາບແຮ່ທາດ, ຕາປະທັບ, ລາຍເຊັນ ແລະ ເອກະສານຕ່າງໆ ທີ່ກ່ຽວຂ້ອງ;
3) ປິດບັງ, ຊຸກເຊື່ອງ ແລະ ໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງຕາມຄວາມເປັນຈິງຂອງແຮ່ທາດທີ່ສົ່ງອອກ;
4) ປະຕິເສດການຮ່ວມມື ຫຼື ຂັດຂວາງ ການກວດກາຄຸນນະພາບແຮ່ທາດ;
5) ໃສ່ຮ້າຍປ້າຍສີ ຫຼື ໂຄສະນາທັບຖົມ ການຈັດຕັ້ງ ແລະ ພະນັກງານຂອງລັດ ລວມທັງພະນັກງານຫ້ອງກວດກາຄຸນນະພາບແຮ່ທາດ ໂດຍບໍ່ມີຂໍ້ມູນຄວາມຈິງ;
6) ເຄື່ອນຍ້າຍ ຫຼື ຂົນສົ່ງແຮ່ທາດເກີນນ້ຳໜັກ, ເກີນຈຳນວນ, ເກີນຂະໜາດ ຫຼື ບໍ່ຖືກຕ້ອງກັບເອກະສານ;
7) ໃຫ້ສິນບົນແກ່ພະນັກງານທີ່ກວດກາຄຸນນະພາບແຮ່ທາດ ດ້ວຍວິທີການຕ່າງໆ;
8) ໃຊ້ຄວາມຮຸນແຮງ ແລະ ແອບອ້າງຊື່ຜູ້ອື່ນ ເພື່ອນາບຂູ່ພະນັກງານລັດ ແລະ ເຈົ້າໜ້າທີ່ກວດກາຄຸນນະພາບແຮ່ທາດ;
9) ນຳໃຊ້ໃບຢັ້ງຢືນຜົນການກວດກາຄຸນນະພາບ ໃຫ້ກັບລົດຂົນສົ່ງ, ຕູ້ຄອນເທນເນີ ຄັນອື່ນ ທີ່ບໍ່ກົງກັບເລກທະບຽນລົດ ຫຼື ລະຫັດຕູ້ຄອນເທນເນີ ທີ່ໄດ້ແຈ້ງກັບເຈົ້າໜ້າທີ່ຫ້ອງກວດກາຄຸນນະພາບແຮ່ທາດ;
10) ນຳໃຊ້ໃບຢັ້ງຢືນຜົນການກວດກາຄຸນນະພາບແຮ່ທາດ ໃຫ້ກັບບຸກຄົນທີ່ສາມ;
11) ມີພຶດຕິກຳອື່ນໆ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.
本页展示前 12 条,全文共 16 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读