ຂໍ້ຕົກລົງວ່າດ້ວຍ ການສ້າງເມືອງ, ນະຄອນ ເປັນຕົວແບບດ້ານກິລາ-ກາຍຍະກຳມວນຊົນ

关于创建体育健身示范县市协议

Agreement on Creating Model Counties and Cities for Sports and Fitness

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງການສ້າງຕັ້ງເມືອງ ແລະ ນະຄອນຕົວແບບດ້ານການອອກກຳລັງກາຍ ແລະ ກິລາ, ເນື້ອໃນຫຼັກແມ່ນກຳນົດຫຼັກການ, ເງື່ອນໄຂ ແລະ ມາດຕະຖານການສ້າງຕັ້ງ ພ້ອມທັງຂອບເຂດການນຳໃຊ້, ເພື່ອຮັບປະກັນການມີສ່ວນຮ່ວມຂອງປະຊາຊົນທຸກຊັ້ນວັນນະ, ຄວາມໂປ່ງໃສ ແລະ ຍຸຕິທຳ ຕະຫຼອດຮອດການພັດທະນາແບບຍືນຍົງ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການສ້າງເມືອງ, ນະຄອນ ເປັນຕົວແບບດ້ານກິລາ-ກາຍຍະກຳມວນຊົນ ແມ່ນຂະບວນການຄັດເລືອກເອົາບັນດາເມືອງ, ນະຄອນ ທີ່ຄົບຖ້ວນຕາມເງື່ອນໄຂ ແລະ ມາດຕະຖານໂດຍຜ່ານວິທີການ ແລະ ຂັ້ນຕອນການປະເມີນຜົນ ທີ່ກຳນົດໄວ້.

ມາດຕາ ມາດຕາ 2

ມາດຕາ 2 ຫຼັກການກ່ຽວກັບການສ້າງເມືອງ, ນະຄອນ ເປັນຕົວແບບດ້ານກິລາ-ກາຍຍະກຳມວນຊົນ
ການເຄື່ອນໄຫວວຽກງານການສ້າງເມືອງ, ນະຄອນ ເປັນຕົວແບບດ້ານກິລາ-ກາຍຍະກຳມວນຊົນ ໃຫ້ປະຕິບັດ ຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບແນວທາງ, ນະໂຍບາຍ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ຍຸດທະສາດການພັດທະນາກິລາ-ກາຍຍະກຳ ໃນແຕ່ລະໄລຍະ;
2. ຮັບປະກັນໃຫ້ມວນຊົນທຸກເພດທຸກໄວໃຫ້ເຂົ້າເຖິງກິລາ-ກາຍຍະກຳມວນຊົນ;
3. ຮັບປະກັນ ຄວາມສະເໝີພາບ, ຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້;
4. ຮັບປະກັນຄວາມສະຫງົບ, ປອດໄພ, ຄວາມສາມັກຄີ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ມີສ່ວນຮ່ວມຂອງປະຊາຊົນໃນສັງຄົມ;
5. ສົ່ງເສີມ ການອະນຸລັກ, ປົກປັກຮັກສາສິ່ງແວດລ້ອມ, ທຳມະຊາດ, ວັດທະນະທຳ, ການທ່ອງທ່ຽວ ແລະ ຄວາມສວຍງາມຂອງຕົວເມືອງ, ນະຄອນ ຕາມທິດສີຂຽວແບບຍືນຍົງ.

ມາດຕາ ມາດຕາ 3

ມາດຕາ 3 ຂອບເຂດການນຳໃຊ້
ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວ ແລະ ພົວພັນ ກັບວຽກງານ ການສ້າງເມືອງ, ນະຄອນ ເປັນຕົວແບບດ້ານກິລາ-ກາຍຍະກຳມວນຊົນ ໃນຂອບເຂດທົ່ວປະເທດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 25 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ