ຂໍ້ຕົກລົງວ່າດ້ວຍ ການກວດສອບ ແລະ ຢັ້ງຢືນຄຸນນະພາບຢາງພາລາ
关于橡胶质量检验与认证协议
Agreement on Rubber Quality Inspection and Certification
ບົດສະຫຼຸບ
ກົດໝາຍນີ້ໃຊ້ກັບການຜະລິດ, ການປຸງແຕ່ງ, ການນຳເຂົ້າ-ສົ່ງອອກ ແລະ ການຈຳໜ່າຍຢາງພາລາໃນລາວ, ກຳນົດຂັ້ນຕອນການກວດສອບຄຸນນະພາບ, ຂໍ້ກຳນົດປ້າຍກຳກັບ ແລະ ເອກະສານສະໝັກ ເພື່ອຮັບປະກັນຕາມມາດຕະຖານແຫ່ງຊາດ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການກວດສອບ ແລະ ຢັ້ງຢືນຄຸນນະພາບຢາງພາລາ
ການກວດສອບ ແລະ ຢັ້ງຢືນຄຸນນະພາບຢາງພາລາ ແມ່ນການຕິດຕາມ ກວດກາ, ກວດສອບ ແລະ ຢັ້ງຢືນ ຄຸນນະພາບຢາງພາລາ ທີ່ຜະລິດ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບ ກົດໝາຍ, ລະບຽບການ, ມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ.
ມາດຕາ ມາດຕາ 2
ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດຜະລິດ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ຢາງພາລາ ຢູ່ ສປປ ລາວ.
ມາດຕາ ມາດຕາ 3
ມາດຕາ 3 ປະເພດຂອງຢາງພາລາ
ຢາງພາລາ ມີ ຫົກ ປະເພດ ດັ່ງນີ້:
1. ນ້ຳຢາງສົດ;
2. ຢາງກົນຖ້ວຍ;
3. ຢາງແຜ່ນລິດ ແລະ ລົມຄວັນ;
4. ຢາງກ້ອນອັດແຫ້ນ;
5. ແຜ່ນຢາງທີ່ໄດ້ມາຈາກການແຂງຕົວ ແລະ ນ້ຳຢາງ;
6. ແຜ່ນຢາງ, ກ້ອນຢາງ ແລະ ເສດຢາງກ້ອນອັດແຫ້ນ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 17 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ