关于橡胶质量检验与认证协议
ຂໍ້ຕົກລົງວ່າດ້ວຍ ການກວດສອບ ແລະ ຢັ້ງຢືນຄຸນນະພາບຢາງພາລາ
Agreement on Rubber Quality Inspection and Certification
简介
该法规适用于老挝境内橡胶生产、加工、进出口及销售活动,规定质量检验认证程序、标签要求及申请材料,确保符合国家标准。
Summary
This regulation applies to rubber production, processing, import, export, and sales in Laos, specifying procedures for quality inspection and certification, labeling requirements, and application documents to ensure compliance with national standards.
ບົດສະຫຼຸບ
ກົດໝາຍນີ້ໃຊ້ກັບການຜະລິດ, ການປຸງແຕ່ງ, ການນຳເຂົ້າ-ສົ່ງອອກ ແລະ ການຈຳໜ່າຍຢາງພາລາໃນລາວ, ກຳນົດຂັ້ນຕອນການກວດສອບຄຸນນະພາບ, ຂໍ້ກຳນົດປ້າຍກຳກັບ ແລະ ເອກະສານສະໝັກ ເພື່ອຮັບປະກັນຕາມມາດຕະຖານແຫ່ງຊາດ.
条文
第ມາດຕາ 1条
第2条 橡胶质量检验与认证
橡胶质量检验与认证是指对生产、加工、进口、出口和销售的橡胶质量进行跟踪、检查和认证,以确保其符合法律、法规、国家标准、区域和国际标准。
ພາສາລາວ (老挝语原文)
ມາດຕາ 2 ການກວດສອບ ແລະ ຢັ້ງຢືນຄຸນນະພາບຢາງພາລາ
ການກວດສອບ ແລະ ຢັ້ງຢືນຄຸນນະພາບຢາງພາລາ ແມ່ນການຕິດຕາມ ກວດກາ, ກວດສອບ ແລະ ຢັ້ງຢືນ ຄຸນນະພາບຢາງພາລາ ທີ່ຜະລິດ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ໃຫ້ມີຄວາມຖືກຕ້ອງສອດຄ່ອງກັບ ກົດໝາຍ, ລະບຽບການ, ມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ.
第ມາດຕາ 2条
第2条 适用范围
本协议适用于在老挝人民民主共和国境内从事橡胶生产、加工、进口、出口和分销的个人、法人和组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດຜະລິດ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ຢາງພາລາ ຢູ່ ສປປ ລາວ.
第ມາດຕາ 3条
第3条 橡胶的种类
橡胶有以下六种:
1. 鲜胶乳;
2. 杯凝胶;
3. 绉片和烟片;
4. 压缩干胶块;
5. 通过凝固获得的胶板和胶乳;
6. 胶片、胶块和压缩干胶碎块。
ພາສາລາວ (老挝语原文)
ມາດຕາ 3 ປະເພດຂອງຢາງພາລາ
ຢາງພາລາ ມີ ຫົກ ປະເພດ ດັ່ງນີ້:
1. ນ້ຳຢາງສົດ;
2. ຢາງກົນຖ້ວຍ;
3. ຢາງແຜ່ນລິດ ແລະ ລົມຄວັນ;
4. ຢາງກ້ອນອັດແຫ້ນ;
5. ແຜ່ນຢາງທີ່ໄດ້ມາຈາກການແຂງຕົວ ແລະ ນ້ຳຢາງ;
6. ແຜ່ນຢາງ, ກ້ອນຢາງ ແລະ ເສດຢາງກ້ອນອັດແຫ້ນ.
第ມາດຕາ 4条
第4条 标签和标志
生产、加工、进出口和销售的橡胶必须粘贴标签和标志,并置于容器外表面,使其易于看见、清晰且不可擦除。标签内容必须用老挝语书写,内容如下:
1. 在老挝人民民主共和国生产、加工、进口、出口和销售的产品名称;
2. 种类、质量等级;
3. 工厂名称和地址;
4. 重量、单位(克);
5. 生产日期;
6. 商标;
7. 生产批次;
8. 说明和储存方法;
9. 国家标准标志。
对于外文标签和标志,必须由依法获得许可的翻译公司将其内容翻译成老挝语并保持一致。
ພາສາລາວ (老挝语原文)
ມາດຕາ 4 ສະຫຼາກ ແລະ ເຄື່ອງໝາຍ
ຢາງພາລາ ທີ່ຜະລິດ, ປຸງແຕ່ງ, ນຳເຂົ້າ-ສົ່ງອອກ ແລະ ຈຳໜ່າຍ ຕ້ອງຕິດສະຫຼາກ ແລະ ເຄື່ອງໝາຍ ແລະ ໃສ່ຕ້ານນອກຂອງພາຊະນະບັນຈຸໃຫ້ເຫັນໄດ້ງ່າຍ, ຈະແຈ້ງດີ ແລະ ບໍ່ສາມາດລຶບໄດ້, ເນື້ອໃນສະຫຼາກຕ້ອງຂຽນເປັນພາສາລາວ ຊຶ່ງມີເນື້ອໃນ ດັ່ງນີ້:
1. ຊື່ຜະລິດຕະພັນ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ຢູ່ ສປປ ລາວ
2. ປະເພດ, ຊັ້ນຄຸນນະພາບ
3. ຊື່ໂຮງງານ ແລະ ສະຖານທີ່ຕັ້ງ
4. ນ້ຳໜັກ, ຫົວໜ່ວຍ (ແກຣມ)
5. ວັນ, ເດືອນ, ປີ ຜະລິດ
6. ເຄື່ອງໝາຍການຄ້າ
7. ຊຸດຜະລິດ
8. ຂໍ້ແນະນຳ ແລະ ການເກັບຮັກສາ
9. ກາບໝາຍມາດຕະຖານແຫ່ງຊາດ
ສຳລັບສະຫຼາກ ແລະ ເຄື່ອງໝາຍ ທີ່ເປັນພາສາຕ່າງປະເທດ ຕ້ອງໄດ້ຮັບການແປເນື້ອໃນສອດຄ່ອງກັບພາສາລາວ ຈາກບໍລິສັດແປພາສາ ທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມກົດໝາຍ.
第ມາດຕາ 5条
第5条 申请橡胶质量检验和认证
有意申请橡胶质量检验和认证的个人、法人实体和组织,应向标准与计量司或口岸进出口产品质量检验部门提交申请书,并附上以下文件:
1. 按照标准与计量司印制的表格填写的申请书;
2. 从相关部门取得的橡胶生产、加工、进口、出口和销售营业执照副本;
3. 如有,从工业和贸易部门取得的橡胶生产、加工、进口、出口和销售许可证副本;
4. 从标准与计量司取得的国家标准认证证书副本。
ພາສາລາວ (老挝语原文)
ມາດຕາ 5 ການສະເໜີຂໍກວດສອບ ແລະ ຢັ້ງຢືນຄຸນນະພາບຢາງພາລາ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງສະເໜີຂໍກວດສອບ ແລະ ຢັ້ງຢືນຄຸນນະພາບຢາງພາລາ ໃຫ້ຍື່ນຫັງສືສະເໜີຕໍ່ກົມມາດຕະຖານ ແລະ ວັດແທກ ຫຼື ຂະແໜງກວດສອບຄຸນນະພາບຜະລິດຕະພັນ-ສິນຄ້າ ປະຈຳດ່ານເຂົ້າ-ອອກ ຊຶ່ງຕ້ອງປະກອບເອກະສານ ດັ່ງນີ້:
1. ຫັງສືສະເໜີ ຕາມແບບພິມຂອງກົມມາດຕະຖານ ແລະ ວັດແທກ;
2. ສຳເນົາເອກະສານດຳເນີນທຸລະກິດການຜະລິດ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ຢາງພາລາ ຈາກຂະແໜງການກ່ຽວຂ້ອງ;
3. ສຳເນົາໃບປັດປືນແເໜການຜະລິດ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ຮັບຮອງຈາກຂະແໜງອຸດສາຫະກຳ ແລະ ການຄ້າ ຖ້າມີ;
4. ສຳເນົາໃບປັດຢືນການບັນຍາຍມາດຕະຖານແຫ່ງຊາດ ຈາກກົມມາດຕະຖານ ແລະ ວັດແທກ.
第ມາດຕາ 6条
第6条 橡胶质量认证的审议
在收到本协议第7条规定的正确和完整的文件后,标准与计量司或进出口产品-商品质量检验处必须按照本协议第9条和第10条规定的检验形式和原则进行橡胶质量的检验和认证。
标准与计量司或进出口产品-商品质量检验处必须在收到文件之日起十个工作日内审议并颁发生产、加工、进口、出口和国内销售的橡胶质量认证。
ພາສາລາວ (老挝语原文)
ມາດຕາ 6 ການພິຈາລະນາອອກໃບຢັ້ງຢືນຄຸນນະພາບຢາງພາລາ
ພາຍຫຼັງໄດ້ຮັບເອກະສານຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ກຳນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ກົມມາດຕະຖານ ແລະ ວັດແທກ ຫຼື ຂະແໜງກວດສອບຄຸນນະພາບຜະລິດຕະພັນ-ສິນຄ້າ ປະຈຳດ່ານເຂົ້າ-ອອກ ຕ້ອງດຳເນີນການກວດສອບ ແລະ ຢັ້ງຢືນຄຸນນະພາບຢາງພາລາ ຕາມຮູບແບບ ແລະ ຫຼັກການກວດສອບ ຕາມທີ່ກຳນົດໄວ້ໃນມາດຕາ 9 ແລະ 10 ຂອງຂໍ້ຕົກລົງສະບັບນີ້.
ກົມມາດຕະຖານ ແລະ ວັດແທກ ຫຼື ຂະແໜງກວດສອບຄຸນນະພາບຜະລິດຕະພັນ-ສິນຄ້າ ປະຈຳດ່ານເຂົ້າ-ອອກ ຕ້ອງພິຈາລະນາອອກໃບຢັ້ງຢືນຄຸນນະພາບຢາງພາລາ ທີ່ຜະລິດ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍ ພາຍໃນ ສິບວັນ ລັດຖະການ ນັບແຕ່ວັນທີ່ໄດ້ຮັບເອກະສານເປັນຕົ້ນໄປ.
第ມາດຕາ 7条
第9条 橡胶质量检查形式
橡胶质量检查有三种形式如下:
1. 根据提议进行橡胶质量检查;
2. 按常规计划每六个月和/或每年一次进行橡胶质量检查;
3. 突击式橡胶质量检查,将进行未事先通知的检查。
ພາສາລາວ (老挝语原文)
ມາດຕາ 9 ຮູບແບບການກວດສອບຄຸນນະພາບຢາງພາລາ
ການກວດສອບຄຸນນະພາບຢາງພາລາ ມີ ສາມ ຮູບແບບ ດັ່ງນີ້:
1. ກວດສອບຄຸນນະພາບຢາງພາລາ ຕາມການສະເໜີ;
2. ກວດສອບຄຸນນະພາບຢາງພາລາ ຕາມແຜນປົກກະຕິ ຫົກເດືອນ ແລະ ຫຼື ຄັ້ງຕໍ່ປີ;
3. ກວດສອບຄຸນນະພາບຢາງພາລາ ແບບກະທັນຫັນ ຈະໄດ້ດຳເນີນກວດກາ ຊຶ່ງບໍ່ ໄດ້ແຈ້ງໃຫ້ຮູ້ລ່ວງໜ້າ.
第ມາດຕາ 8条
第8条 橡胶质量检验原则
橡胶质量检验应遵循以下原则:
1. 每次检验必须由标准与计量司或省、首都工业与商业厅授权的持证检查员或工作人员进行;
2. 如果检验结果符合国家、地区和国际标准,工作人员必须出具橡胶质量证明书以确认其正确性;
3. 如果质量检验结果不符合国家、地区和国际标准,相关工作人员必须做记录,并且不出具橡胶质量证明书,直到质量改进至符合国家、地区和国际标准。
ພາສາລາວ (老挝语原文)
ມາດຕາ 8 ຫຼັກການກວດສອບຄຸນນະພາບຢາງພາລາ
ການກວດສອບຄຸນນະພາບຢາງພາລາ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ການດຳເນີນການກວດສອບທຸກຄັ້ງ ຕ້ອງມີບັດເຈົ້າບນ້ຳທີ່ ຫຼື ພະນັກງານ ຊຶ່ງອອກໂດຍກົມມາດຕະຖານ ແລະ ວັດແທກ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕາມການມອບໜາຍ;
2. ຖ້າຫາກຜົນການກວດສອບ ຖືກຕ້ອງສອດຕ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ, ພະນັກງານ ຕ້ອງໄດ້ອອກໃບຢັ້ງປືນຄຸນນະພາບຢາງພາລາ ເພື່ອປັ້ງຢືນຄວາມຖືກຕ້ອງ;
3. ຫາກຜົນການກວດສອບຄຸນນະພາບ ບໍ່ສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ ພະນັກງານກ່ຽວຂ້ອງ ຕ້ອງໄດ້ເຮັດບົດບັນທຶກ ແລະ ບໍ່ອອກໃບຢັ້ງຢືນຄຸນນະພາບຢາງພາລາ ຈົນກວ່າຈະປັບປຸງຄຸນນະພາບ ໃຫ້ຖືກຕ້ອງສອດຄ່ອງຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ.
第ມາດຕາ 9条
第9条 经营者的义务
经营者负有以下义务:
1. 保证其供应的橡胶的质量和数量;
2. 对因橡胶质量不符合法律、法规、国家标准、地区和国际标准而造成的损失承担责任;
3. 配合并为官员或工作人员提供便利,并承担每次橡胶质量检查的费用;
4. 提供与申请检查和认证橡胶质量相关的完整文件;
5. 支付橡胶质量检查和认证的费用和服务费;
6. 履行法律和法规规定的其他义务。
ພາສາລາວ (老挝语原文)
ມາດຕາ 9 ພັນທະຜູ້ດຳເນີນທຸລະກິດ
ຜູ້ດຳເນີນທຸລະກິດມີພັນທະດັ່ງນີ້:
1. ຮັບປະກັນທາງດ້ານຄຸນນະພາບ ແລະ ປະລິມານຢາງພາລາ ທີ່ຕົນສະໜອງ;
2. ຮັບຜິດຊອບຕໍ່ຜົນເສຍຫາຍທີ່ເກີດຂຶ້ນ ສາເຫດຍ້ອນຄຸນນະພາບຢາງພາລາ ທີ່ບໍ່ຖືກຕ້ອງສອດຄ່ອງກັບກົດໝາຍ, ລະບຽບການ, ຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ;
3. ໃຫ້ຄວາມຮ່ວມມື ແລະ ອຳນວຍຄວາມສະດວກ ໃຫ້ແກ່ເຈົ້າໜ້າທີ່ ຫຼື ພະນັກງານ ພ້ອມທັງຮັບຜິດຊອບຄ່າໃຊ້ຈ່າຍ ໃນການລົງກວດກາຄຸນນະພາບຢາງພາລາ ແຕ່ລະຄັ້ງ;
4. ສະໜອງເອກະສານກ່ຽວຂ້ອງໃຫ້ຄົບຖ້ວນ ກ່ຽວກັບການສະເໜີຂໍກວດສອບ ແລະ ຢັ້ງຢືນຄຸນນະພາບຢາງພາລາ;
5. ຈ່າຍຄ່າທຳນຽມ ແລະ ຄ່າບໍລິການ ການກວດສອບ ແລະ ຢັ້ງຢືນຄຸນນະພາບຢາງພາລາ;
6. ປະຕິບັດພັນທະອື່ນ ຕາມກົດໝາຍ ແລະ ລະບຽບການ.
第ມາດຕາ 10条
第10条 一般禁止
禁止个人、法人及组织有以下行为:
1. 设置障碍、阻挠或不配合官员或工作人员进行橡胶质量检查;
2. 宣传和推广未经检查和认证质量的橡胶;
3. 伪造或使用关于橡胶质量检查的虚假文件;
4. 给予、中介给予或收受贿赂;
5. 其他违反法律法规的行为。
ພາສາລາວ (老挝语原文)
ມາດຕາ 10 ຂໍ້ຫ້າມທົ່ວໄປ
ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:
1. ສ້າງອຸປະສັກ, ຂັດຂວາງ ຫຼື ບໍ່ໃຫ້ການຮ່ວມມືແກ່ເຈົ້າໜ້າທີ່ ຫຼື ພະນັກງານ ໃນການໄປກວດສອບຄຸນນະພາບຢາງພາລາ;
2. ໂຄສະນາ ແລະ ສົ່ງເສີມຢາງພາລາ ທີ່ບໍ່ໄດ້ຜ່ານການກວດສອບ ແລະ ຢັ້ງຢືນຄຸນນະພາບຢາງພາລາ;
3. ປອມແປງເອກະສານ ຫຼື ນຳໃຊ້ເອກະສານປອມ ກ່ຽວກັບການກວດສອບຄຸນນະພາບຢາງພາລາ;
4. ໃຫ້, ເປັນສື່ກາງໃນການໃຫ້ ຫຼື ຮັບ ສິນບົນ;
5. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.
第ມາດຕາ 11条
第11条 对经营者的禁止行为
禁止经营者有以下行为:
1. 生产、加工、进口、出口和销售未经橡胶质量检验和认证的橡胶;
2. 设置障碍,阻碍执行检查、调查、检验和认证橡胶质量的工作人员履行职责;
3. 向工作人员和负责橡胶质量检验的官员行贿或与其串通;
4. 伪造或使用伪造的关于橡胶质量检验和认证的文件;
5. 有其他违反法律和法规的行为。
ພາສາລາວ (老挝语原文)
ມາດຕາ 11 ຂໍ້ຫ້າມສຳລັບຜູ້ດຳເນີນທຸລະກິດ
ຫ້າມຜູ້ດຳເນີນທຸລະກິດ ມີພຶດຕິກຳ ດັ່ງນີ້:
1. ຜະລິດ, ປຸງແຕ່ງ, ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍຢາງພາລາ ທີ່ບໍ່ໄດ້ຜ່ານການກວດສອບ ແລະ ຢັ້ງຢືນຄຸນນະພາບຢາງພາລາ;
2. ສ້າງອຸປະສັກກີດຂວາງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ໄປກວດກາ, ວິໄຈ, ກວດສອບ ແລະ ຢັ້ງຢືນຄຸນນະພາບຢາງພາລາ;
3. ໃຫ້ສິນບົນ ແລະ ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ ແລະ ພະນັກງານໄປກວດສອບຄຸນນະພາບຢາງພາລາ;
4. ປອມແປງເອກະສານ ຫຼື ນຳໃຊ້ເອກະສານປອມ ກ່ຽວກັບການກວດສອບ ແລະ ຢັ້ງຢືນຄຸນນະພາບຢາງພາລາ;
5. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.
第ມາດຕາ 12条
第12条 官员和工作人员的禁止行为
禁止官员和工作人员有以下行为:
1. 未经授权擅自履行职务;
2. 不公正、有偏见、不正确地对经营者履行职责;
3. 滥用权利、职责、职位谋取个人及其团体利益;
4. 拖延、阻挠和延长文件审议时间;
5. 伪造文件或使用伪造文件,泄露商业秘密;
6. 索取、强索、收受贿赂或以不正当方式获取其他利益;
7. 其他违反法律法规的行为。
ພາສາລາວ (老挝语原文)
ມາດຕາ 12 ຂໍ້ຫ້າມຂອງເຈົ້າໜ້າທີ່ ແລະ ພະນັກງານ
ຫ້າມເຈົ້າໜ້າທີ່ ແລະ ພະນັກງານ ມີພຶດຕິກຳ ດັ່ງນີ້:
1. ຜູ້ທີ່ບໍ່ໄດ້ຮັບການແຕ່ງຕັ້ງໄປປະຕິບັດໜ້າທີ່ ໂດຍບໍ່ໄດ້ຮັບອະນຸຍາດ;
2. ປະຕິບັດໜ້າທີ່ໂດຍບໍ່ມີຄວາມຍຸຕິທຳ, ລຳອຽງ, ບໍ່ຖືກຕ້ອງຕໍ່ຜູ້ດຳເນີນທຸລະກິດ;
3. ສວຍໃຊ້ສິດ, ໜ້າທີ່, ຕຳແໜ່ງ ເພື່ອຫາຜົນປະໂຫຍດສ່ວນຕົວ ແລະ ພັກພວກຂອງຕົນ;
4. ກົດຖ່ວງ ຖ່ວງດຶງ ແລະ ແກ່ຍາວເວລາການພິຈາລະນາເອກະສານ;
5. ປອມແປງເອກະສານ ຫຼື ໃຊ້ເອກະສານປອມ, ເປີດເຜີຍຄວາມລັບທາງທຸລະກິດ;
6. ຂໍເອົາ, ທວງເອົາ, ຮັບສິນບົນ ຫຼື ຫາຜົນປະໂຫຍດອື່ນ ໂດຍບໍ່ຖືກຕ້ອງ;
7. ພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.
本页展示前 12 条,全文共 17 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读