关于针对土地经营者的反洗钱、反恐怖融资及反扩散融资协议
ຂໍ້ຕົກລົງວ່າດ້ວຍ ການຕ້ານການຟອກເງິນ, ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ ສຳລັບຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ
Agreement on Anti-Money Laundering, Counter-Terrorist Financing and Counter-Proliferation Financing for Land Operators
简介
该法规要求老挝境内持证土地经营者履行反洗钱、反恐怖融资及反扩散融资义务,包括风险评估、客户尽职调查和风险管理。
Summary
This regulation requires licensed land operators in Laos to fulfill obligations against money laundering, terrorist financing, and proliferation financing, including risk assessment, customer due diligence, and risk management.
ບົດສະຫຼຸບ
ກົດໝາຍສະບັບນີ້ກຳນົດໃຫ້ຜູ້ປະກອບການທີ່ດິນທີ່ມີໃບອະນຸຍາດໃນ ສປປ ລາວ ປະຕິບັດໜ້າທີ່ຕ້ານການຟອກເງິນ, ຕ້ານການສະໜັບສະໜູນການກໍ່ການຮ້າຍ ແລະ ຕ້ານການແຜ່ຂະຫຍາຍອາວຸດທຳລາຍລ້າງ, ລວມທັງການປະເມີນຄວາມສ່ຽງ, ການກວດສອບຄວາມຮູ້ຈັກລູກຄ້າ ແລະ ການຄຸ້ມຄອງຄວາມສ່ຽງ.
条文
第ມາດຕາ 1条
第2条 反洗钱、反恐怖融资和防扩散大规模毁灭性武器对于土地经营者的义务是指土地经营者根据法律和相关法规规定的自身责任范围行使权利和履行义务,主要包括风险评估和风险管理、内部控制、客户尽职调查以及强化客户关注措施。
ພາສາລາວ (老挝语原文)
ມາດຕາ 2 ການຕ້ານການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ ສຳລັບຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ແມ່ນ ການປະຕິບັດສິດ ແລະ ພັນທະ ຂອງຜູ້ດຳເນີນທຸລະກິດດັ່ງກ່າວ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ເປັນຕົ້ນ ວຽກງານການປະເມີນ ແລະ ການບໍລິຫານຄວາມສ່ຽງ, ການຄຸ້ມຄອງພາຍໃນ, ການຊອກຮູ້ລູກຄ້າ ແລະ ມາດຕະການເພີ່ມທະວີເອົາໃຈໃສ່ລູກຄ້າ.
第ມາດຕາ 2条
第2条 适用范围
本协议适用于在老挝人民民主共和国境内依法取得许可证的从事土地相关业务的经营者。
ພາສາລາວ (老挝语原文)
ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ທີ່ໄດ້ຮັບໃບອະນຸຍາດ ຢ່າງຖືກຕ້ອງຕາມກົດໝາຍ ທີ່ເຄື່ອນໄຫວ ໃນດິນແດນຢູ່ ສປປ ລາວ.
第ມາດຕາ 3条
第5条 土地相关业务风险评估 反洗钱、资助恐怖主义和扩散大规模杀伤性武器工作包括以下内容:
1. 国家层面的反洗钱和资助恐怖主义风险评估;
2. 土地相关业务经营者的风险评估。
ພາສາລາວ (老挝语原文)
ມາດຕາ 5 ການປະເມີນຄວາມສ່ຽງທຸລະກິດກ່ຽວກັບທີ່ດິນ ວຽກງານການຕ້ານ ການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ ປະກອບມີດັ່ງນີ້:
1. ການປະເມີນຄວາມສ່ຽງລະດັບຊາດ ດ້ານການຕ້ານ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ;
2. ການປະເມີນຄວາມສ່ຽງຂອງຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ.
第ມາດຕາ 4条
第4条 国家洗钱和恐怖融资风险评估
国家洗钱和恐怖融资风险评估是土地管理和开发司与反洗钱信息办公室的职责,负责收集全国范围内土地相关业务实体的实施信息,以打击洗钱和恐怖融资,这是根据国际反洗钱组织条件确定的国家风险评估报告的一部分。
评估结果必须在农业和林业部领导同意后向反洗钱信息办公室报告,以纳入老挝人民民主共和国的国家风险评估报告。
完成土地相关业务风险评估后,土地管理和开发司应与相关部门协调,传播与农业和环境部门以及土地相关业务经营者相关的国家风险评估结果。
国家洗钱和恐怖融资风险评估的结果将用于按照风险管理原则对土地相关业务经营者进行风险评估,以确定哪些业务具有高风险、中等风险和低风险,依据风险管理原则。
农业和林业部土地管理和开发司以及省级农业和林业厅应对其已颁发土地相关业务许可证的业务进行风险评估,按照关于土地相关业务的协议规定执行。
ພາສາລາວ (老挝语原文)
ມາດຕາ 4 ການປະເມີນຄວາມສ່ຽງລະດັບຊາດ ດ້ານການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ
ການປະເມີນຄວາມສ່ຽງລະດັບຊາດ ດ້ານການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແມ່ນຄວາມຮັບຜິດຊອບຂອງກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ສົມທົບກັບສຳນັກງານຂໍ້ມູນຕ້ານການຟອກເງິນ ດຳເນີນການເກັບກຳຂໍ້ມູນ ກ່ຽວກັບການຈັດຕັ້ງປະຕິບັດຂອງບັນດາທຸລະກິດກ່ຽວກັບທີ່ດິນ ໃນຂອບເຂດທົ່ວປະເທດ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຊຶ່ງເປັນສ່ວນໜຶ່ງທີ່ໄດ້ກຳນົດໄວ້ໃນບົດປະເມີນຄວາມສ່ຽງລະດັບຊາດ ຕາມເງື່ອນໄຂຂອງອົງການຕ້ານການຟອກເງິນສາກົນ.
ຜົນການປະເມີນ ຕ້ອງໄດ້ລາຍງານໃຫ້ແກ່ສຳນັກງານຂໍ້ມູນຕ້ານການຟອກເງິນ ຕາມການເຫັນດີຂອງຄະນະນຳກະຊວງກະສິກຳ ແລະ ສິ່ງແວດລ້ອມ ເພື່ອປະກອບເຂົ້າບົດລາຍງານຄວາມສ່ຽງລະດັບຊາດ ຂອງ ສປປ ລາວ.
ພາຍຫຼັງສຳເລັດການປະເມີນຜົນຄວາມສ່ຽງທຸລະກິດກ່ຽວກັບທີ່ດິນ ແລ້ວໃຫ້ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ດຳເນີນການເຜີຍແຜ່ຜົນການປະເມີນຄວາມສ່ຽງລະດັບຊາດ ທີ່ຕິດພັນກັບຂະແໜງການກະສິກຳ ແລະ ສິ່ງແວດລ້ອມ ແລະ ຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ.
ຜົນຂອງການປະເມີນຄວາມສ່ຽງລະດັບຊາດ ກ່ຽວກັບວຽກງານການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຈະໄດ້ນຳມາຈັດຕັ້ງປະຕິບັດການປະເມີນຄວາມສ່ຽງ ຕາມຫຼັກການບໍລິຫານຄວາມສ່ຽງ ຂອງບັນດາຜູ້ທີ່ດຳເນີນທຸລະກິດກ່ຽວກັບທີ່ດິນ ເພື່ອໃຫ້ຮູ້ວ່າທຸລະກິດໃດທີ່ມີຄວາມສ່ຽງສູງ, ຄວາມສ່ຽງກາງ ແລະ ຄວາມສ່ຽງຕ່ຳ ຕາມຫຼັກການບໍລິຫານຄວາມສ່ຽງ.
ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ພະແນກກະສິກຳ ແລະ ສິ່ງແວດລ້ອມ ຂັ້ນແຂວງ ດຳເນີນການປະເມີນຄວາມສ່ຽງທຸລະກິດກ່ຽວກັບທີ່ດິນ ທີ່ຕົນເອງໄດ້ອອກໃບອະນຸຍາດດຳເນີນທຸລະກິດກ່ຽວກັບທີ່ດິນ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍທຸລະກິດກ່ຽວກັບທີ່ດິນ.
第ມາດຕາ 5条
第5条 土地经营者的风险评估
土地经营者必须按照反洗钱、反恐怖融资和防扩散大规模杀伤性武器的风险评估原则,通过识别、评估、监测和降低风险来进行风险评估,包括客户;现有和新开发的产品和服务;服务渠道、方法和新技术在经营中的使用;以及法律规定的区域或国家。进行风险评估后,土地经营者必须定期审查和更新其政策、原则、程序或内部规定。
土地经营者的风险评估应按以下方式进行:
1. 评估经土地经营者所有者或其授权管理该业务的人员批准的反洗钱、反恐怖融资和防扩散大规模杀伤性武器工作的政策、法规、控制和程序,以促进风险评估和降低风险。评估结果必须报告给依法批准土地经营业务的农业和环境部门。
2. 考虑以下因素:(1) 客户,(2) 现有和新开发的产品和服务,(3) 服务渠道、方法和新技术在经营中的使用,(4) 在确定风险等级前考虑区域或国家,包括确定风险管理模式,以及 (5) 将国家风险评估结果用于评估自身业务风险;
3. 根据风险评估结果,定期按风险等级审查和更新反洗钱、反恐怖融资和防扩散大规模杀伤性武器的措施;
4. 定期向农业和环境保护部土地管理和开发司以及省级农业和环境保护厅报告风险评估结果。
ພາສາລາວ (老挝语原文)
ມາດຕາ 5 ການປະເມີນຄວາມສ່ຽງຂອງຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ
ຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ຕ້ອງດຳເນີນການປະເມີນຄວາມສ່ຽງ ຕາມຫຼັກການປະເມີນຄວາມສ່ຽງດ້ານການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ ດ້ວຍການກຳນົດ, ຕີລາຄາ, ຕິດຕາມ ແລະ ຫຼຸດຜ່ອນຄວາມສ່ຽງນັ້ນ ເປັນຕົ້ນ ລູກຄ້າ; ຜະລິດຕະພັນ ແລະ ການບໍລິການ ທີ່ມີຢູ່ ແລະ ສ້າງຂຶ້ນໃໝ່; ຊ່ອງທາງການໃຫ້ບໍລິການ, ວິທີການ ແລະ ເຕັກໂນໂລຊີແບບໃໝ່ ໃນການດຳເນີນທຸລະກິດ; ລວມທັງພື້ນທີ່ ຫຼື ປະເທດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ພາຍຫຼັງດຳເນີນການປະເມີນຄວາມສ່ຽງ ຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ຕ້ອງໄດ້ດຳເນີນການທົບທວນ ແລະ ປັບປຸງ ນະໂຍບາຍ, ຫຼັກການ, ຂັ້ນຕອນ ຫຼື ລະບຽບການພາຍໃນຂອງຕົນ ໃນແຕ່ລະໄລຍະ.
ໃນການປະເມີນຄວາມສ່ຽງ ຂອງຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ໃຫ້ປະຕິບັດ ດັ່ງນີ້:
1. ປະເມີນກ່ຽວກັບນະໂຍບາຍ, ກົດລະບຽບ, ການຄວບຄຸມ ແລະ ຂັ້ນຕອນ ການຈັດຕັ້ງປະຕິບັດວຽກງານການຕ້ານການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ ທີ່ຖືກຮັບຮອງຈາກເຈົ້າຂອງຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ຫຼື ຜູ້ທີ່ຖືກມອບໝາຍຈາກເຈົ້າຂອງທຸລະກິດ ໃນການຄຸ້ມຄອງບໍລິຫານທຸລະກິດດັ່ງກ່າວ ເພື່ອອຳນວຍຄວາມສະດວກໃນການປະເມີນຄວາມສ່ຽງ ແລະ ຫຼຸດຜ່ອນຄວາມສ່ຽງ. ຜົນຂອງການປະເມີນ ຕ້ອງລາຍງານໃຫ້ຂະແໜງການກະສິກຳ ແລະ ສິ່ງແວດລ້ອມ ທີ່ອະນຸຍາດດຳເນີນທຸລະກິດກ່ຽວກັບທີ່ດິນ ຕາມກົດໝາຍ ແລະ ລະບຽບການ.
2. ພິຈາລະນາປັດໄຈທີ່ກ່ຽວກັບ (1) ລູກຄ້າ, (2) ຜະລິດຕະພັນ ແລະ ການບໍລິການ ທີ່ມີຢູ່ ແລະ ສ້າງຂຶ້ນໃໝ່, (3) ຊ່ອງທາງການໃຫ້ບໍລິການ, ວິທີການ ແລະ ເຕັກໂນໂລຊີແບບໃໝ່ ໃນການດຳເນີນທຸລະກິດ, (4) ພື້ນທີ່ ຫຼື ປະເທດ ກ່ອນການກຳນົດລະດັບຄວາມສ່ຽງ ລວມທັງກຳນົດຮູບແບບໃນການບໍລິຫານຄວາມສ່ຽງ ແລະ (5) ນຳເອົາຜົນການປະເມີນຄວາມສ່ຽງລະດັບຊາດ ມາປະເມີນຜົນຄວາມສ່ຽງທຸລະກິດຂອງຕົນ;
3. ທົບທວນ ແລະ ປັບປຸງ ຕາມຜົນຂອງການປະເມີນຄວາມສ່ຽງ ກ່ຽວກັບການຕ້ານການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ ເປັນແຕ່ລະໄລຍະ ຕາມລະດັບຄວາມສ່ຽງ;
4. ລາຍງານຜົນການປະເມີນຄວາມສ່ຽງ ໃຫ້ແກ່ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ພະແນກກະສິກຳ ແລະ ສິ່ງແວດລ້ອມ ຂັ້ນແຂວງ ເປັນແຕ່ລະໄລຍະ.
第ມາດຕາ 6条
第6条 土地经营者的风险管理
土地经营者必须进行风险管理,通过对客户进行风险分级,考虑各等级客户的评估结果,以确定在采取加强关注措施收集客户信息方面的严格程度,并采取适当措施管理反洗钱、资助恐怖主义和扩散大规模杀伤性武器方面的风险。
如果认为客户风险较高,土地经营者必须按照本协议第21条的规定采取强化措施,通过增加对业务关系及交易活动的监控频率,以发现异常交易。
如果认为客户风险较低,土地经营者必须按照本协议第22条的规定采取简化措施。
土地经营者必须采取适当措施,在提供服务、进行交易及与新旧客户建立业务关系之前,管理反洗钱、资助恐怖主义和扩散大规模杀伤性武器方面的风险,并定期进行审查。
ພາສາລາວ (老挝语原文)
ມາດຕາ 6 ການບໍລິຫານຄວາມສ່ຽງຂອງຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ
ຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ຕ້ອງມີການດຳເນີນການບໍລິຫານຄວາມສ່ຽງ ດ້ວຍການຈັດຊັ້ນລະດັບຄວາມສ່ຽງຂອງລູກຄ້າ ໂດຍການພິຈາລະນາຈາກຜົນການປະເມີນຄວາມສ່ຽງ ຂອງລູກຄ້າແຕ່ລະລະດັບ ເພື່ອກຳນົດຄວາມເຂັ້ມງວດ ໃນການດຳເນີນມາດຕະການເພີ່ມທະວີການເອົາໃຈໃສ່ ໃນການເກັບກຳຂໍ້ມູນລູກຄ້າຂອງຕົນ ພ້ອມທັງມີມາດຕະການທີ່ເໝາະສົມ ໃນການບໍລິຫານຄວາມສ່ຽງ ກ່ຽວກັບການຕ້ານການຟອກເງິນ, ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ.
ຖ້າຫາກ ເຫັນວ່າລູກຄ້າມີຄວາມສ່ຽງສູງ ຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ຕ້ອງດຳເນີນມາດຕະການແບບລົງເລິກ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 21 ຂອງຂໍ້ຕົກລົງສະບັບນີ້ ໂດຍການເພີ່ມຄວາມຖີ່ໃນການຕິດຕາມກວດກາ ສາຍພົວພັນທຸລະກິດ ລວມທັງການເຄື່ອນໄຫວທຸລະກຳ ເພື່ອຊອກຫາທຸລະກຳ ທີ່ຜິດປົກກະຕິ.
ຖ້າຫາກເຫັນວ່າລູກຄ້າມີຄວາມສ່ຽງຕໍ່າ ຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ຕ້ອງດຳເນີນມາດຕະການແບບງ່າຍດາຍ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 22 ຂອງຂໍ້ຕົກລົງສະບັບນີ້.
ຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ຕ້ອງມີມາດຕະການທີ່ເໝາະສົມ ເພື່ອການບໍລິຫານຄວາມສ່ຽງດ້ານການຟອກເງິນ, ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ ກ່ອນການໃຫ້ບໍລິການ, ການດຳເນີນທຸລະກຳ ແລະ ການສ້າງສາຍພົວພັນທຸລະກິດ ກັບລູກຄ້າຂອງຕົນ ທັງເກົ່າ ແລະ ໃໝ່ ພ້ອມທັງມີການທົບທວນຄືນເປັນແຕ່ລະໄລຍະ.
第ມາດຕາ 7条
第7条 低风险指标
低风险指标如下:
1. 来自客户的风险指标须考虑如下:
1.1. 能够识别收入及资金来源并有证据证明的公务员或私营部门人员;
1.2. 被免除所得税的低收入民众;
1.3. 其他由土地相关业务经营者或相关组织另行规定的特征。
2. 来自地区或国家的低风险指标须考虑如下:
2.1. 已被评估为有效实施反洗钱、打击恐怖主义融资及扩散大规模杀伤性武器工作的地区或国家,由可信的国际组织评估;
2.2. 被可信的国际组织评估为腐败或犯罪水平较低的地区或国家。
ພາສາລາວ (老挝语原文)
ມາດຕາ 7 ຕົວຊີ້ບອກຄວາມສ່ຽງຕໍ່າ
ຕົວຊີ້ບອກທີ່ມີຄວາມສ່ຽງຕໍ່າ ມີດັ່ງນີ້:
1. ຕົວຊີ້ບອກຄວາມສ່ຽງຕໍ່າ ທີ່ເກີດຈາກລູກຄ້າ ຕ້ອງໄດ້ພິຈາລະນາ ດັ່ງນີ້:
1.1. ພະນັກງານລັດ ຫຼື ເອກະຊົນ ທີ່ສາມາດຮັບຮູ້ລາຍໄດ້ ແລະ ແຫຼ່ງທີ່ມາຂອງເງິນ ໂດຍມີຂໍ້ມູນຫຼັກຖານຢັ້ງຢືນ;
1.2. ປະຊາຊົນ ຜູ້ທີ່ມີລາຍໄດ້ຕໍ່າ ຊຶ່ງໄດ້ຖືກຍົກເວັ້ນຈາກການຫັກອາກອນລາຍໄດ້;
1.3. ລັກສະນະອື່ນ ທີ່ຜູ້ດຳເນີນທຸລະກິດກ່ຽວກັບທີດິນ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງ ເປັນຜູ້ກຳນົດເພີ່ມເຕີມ.
2. ຕົວຊີ້ບອກ ຄວາມສ່ຽງຕໍ່າ ທີ່ເກີດຈາກເຂດພື້ນທີ່ ຫຼື ປະເທດ ຕ້ອງພິຈາລະນາ ດັ່ງນີ້:
2.1. ເຂດພື້ນທີ່ ຫຼື ປະເທດ ທີ່ໄດ້ຮັບການປະເມີນແລ້ວວ່າມີການຈັດຕັ້ງປະຕິບັດວຽກງານການຕ້ານການຟອກເງິນ, ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ ທີ່ມີປະສິດທິພາບ ຈາກອົງການສາກົນທີ່ສາມາດເຊື່ອຖືໄດ້;
2.2. ເຂດພື້ນທີ່ ຫຼື ປະເທດ ທີ່ໄດ້ຮັບການປະເມີນ ຈາກອົງການສາກົນ ທີ່ສາມາດເຊື່ອຖື ໄດ້ວ່າມີການສໍ້ລາດບັງຫຼວງ ຫຼື ອາຊະຍາກຳ ໃນລະດັບທີ່ຕໍ່າ.
第ມາດຕາ 8条
第8条 高风险指标
高风险指标如下:
甲、来自客户的高风险指标,应考虑如下:
1. 客户身份或实际受益人核实结果具有以下任一特征:
1.1. 股权结构复杂或异常,与正常业务经营相比;
1.2. 为政治公众人物;
1.3. 从事高风险业务或职业;
1.4. 客户业务或交易活动以现金为主,与其业务不符;
1.5. 非老挝国籍或未在老挝人民民主共和国居住;
1.6. 客户为实际受益人或被授权管理、占有、使用、受益、进行土地使用权买卖或管理资本或任何与土地相关的资产,且该资产已依法达成协议;
1.7. 有证据证明客户为高风险客户;
1.8. 其他由土地经营者或相关组织另行规定的特征。
2. 经检查发现客户的交易活动或建立业务关系以异常方式进行。
乙、产品、交易或渠道或新技术服务方面的风险指标,应考虑如下:
1. 与无营业执照或无经营许可证的法人建立土地业务关系或进行交易;
2. 建立土地业务关系或进行交易时未披露真实姓名;
3. 以不透明方式建立土地业务关系或进行交易;
4. 其他由土地经营者或相关组织另行规定的特征。
丙、来自高风险地区或国家产生的风险指标,应考虑如下:
1. 由可靠来源(如评估报告、详细评估报告或关于反洗钱、打击恐怖融资及扩散大规模杀伤性武器工作缺陷的进展报告)确定的国家,如下:
1.1. 被国际组织(如联合国等)实施制裁、禁运或其他类似措施的国家;
1.2. 由可靠来源确定该国涉及腐败问题或其他犯罪问题;
1.3. 由可靠来源确定的国家或地区,该国存在资助或支持恐怖主义或扩散大规模杀伤性武器,或被认为有恐怖组织或扩散大规模杀伤性武器组织在其境内活动。
ພາສາລາວ (老挝语原文)
ມາດຕາ 8 ຕົວຊີ້ບອກຄວາມສ່ຽງສູງ
ຕົວຊີ້ບອກຄວາມສ່ຽງສູງ ມີດັ່ງນີ້:
ກ. ຕົວຊີ້ບອກຄວາມສ່ຽງສູງ ທີ່ເກີດຈາກລູກຄ້າ ຕ້ອງພິຈາລະນາ ດັ່ງນີ້:
1. ກໍລະນີຜົນການຢັ້ງຢືນຕົວຕົນ ຫຼື ຜູ້ໄດ້ຮັບຜົນປະໂຫຍດທີ່ແທ້ຈິງ ຂອງລູກຄ້າ ມີລັກສະນະໃດໜຶ່ງ ດັ່ງນີ້:
1.1. ໂຄງສ້າງກ່ຽວກັບຜູ້ຖືຮຸ້ນມີຄວາມສະລັບຊັບຊ້ອນ ຫຼື ມີຄວາມຜິດປົກກະຕິ ເມື່ອທຽບໃສ່ການດຳເນີນທຸລະກິດ ຕາມປົກກະຕິທົ່ວໄປ;
1.2. ເປັນບຸກຄົນ ທີ່ມີສະຖານະພາບທາງການເມືອງ;
1.3. ດຳເນີນທຸລະກິດ ຫຼື ປະກອບອາຊີບ ທີ່ມີຄວາມສ່ຽງສູງ;
1.4. ການດຳເນີນທຸລະກິດ ຫຼື ການເຄື່ອນໄຫວທຸລະກຳ ຂອງລູກຄ້າທີ່ນຳໃຊ້ເງິນສົດເປັນຫຼັກ ຊຶ່ງບໍ່ສອດຄ່ອງກັບທຸລະກິດຂອງລູກຄ້າ;
1.5. ບໍ່ແມ່ນສັນຊາດລາວ ຫຼື ບໍ່ໄດ້ອາໄສຢູ່ໃນ ສປປ ລາວ;
1.6. ເປັນລູກຄ້າ ທີ່ໄດ້ຮັບຜົນປະໂຫຍດທີ່ແທ້ຈິງ ຫຼື ຜູ້ທີ່ໄດ້ຮັບມອບໝາຍໃຫ້ຄຸ້ມຄອງ, ຄອບຄອງ, ນຳໃຊ້, ໄດ້ຮັບຜົນປະໂຫຍດ, ດຳເນີນການຊື້ ຂາຍ ສິດນຳໃຊ້ທີ່ດິນ ຫຼື ບໍລິຫານທຶນ ຫຼື ຊັບສິນໃດໜຶ່ງ ທີ່ຕິດພັນກັບທີ່ດິນ ທີ່ມີການຕົກລົງກັນຢ່າງຖືກຕ້ອງຕາມກົດໝາຍ;
1.7. ມີຂໍ້ມູນຫຼັກຖານ ທີ່ຢັ້ງຢືນວ່າເປັນລູກຄ້າ ທີ່ມີຄວາມສ່ຽງສູງ;
1.8. ລັກສະນະອື່ນ ທີ່ຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງ ເປັນຜູ້ກຳນົດເພີ່ມເຕີມ.
2. ກໍລະນີ ຜົນການກວດສອບພົບວ່າການເຄື່ອນໄຫວທຸລະກຳ ຫຼື ການສ້າງສາຍພົວພັນທຸລະກິດ ຂອງລູກຄ້າ ດຳເນີນໄປໃນລັກສະນະທີ່ຜິດປົກກະຕິ.
ຂ. ຕົວຊີ້ບອກຄວາມສ່ຽງດ້ານຜະລິດຕະພັນ, ການດຳເນີນທຸລະກຳ ຫຼື ຊ່ອງທາງ ຫຼື ເຕັກໂນໂລຊີແບບໃໝ່ ໃນການໃຫ້ບໍລິການ ຕ້ອງພິຈາລະນາ ດັ່ງນີ້:
1. ການສ້າງສາຍພົວພັນດ້ານທຸລະກິດກ່ຽວກັບທີ່ດິນ ຫຼື ການດຳເນີນທຸລະກຳກັບນິຕິບຸກຄົນ ທີ່ບໍ່ມີໃບທະບຽນວິສາຫະກິດ ຫຼື ບໍ່ມີໃບອະນຸຍາດດຳເນີນທຸລະກິດ;
2. ການສ້າງສາຍພົວພັນດ້ານທຸລະກິດກ່ຽວກັບທີ່ດິນ ຫຼື ການດຳເນີນທຸລະກຳ ທີ່ບໍ່ມີການເປີດເຜີຍຊື່ທີ່ແທ້ຈິງ;
3. ການສ້າງສາຍພົວພັນດ້ານທຸລະກິດກ່ຽວກັບທີ່ດິນ ຫຼື ການດຳເນີນທຸລະກຳ ໃນລັກສະນະແບບບໍ່ຊ່ອງຫ້າ;
4. ລັກສະນະອື່ນ ທີ່ຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງ ເປັນຜູ້ກຳນົດເພີ່ມເຕີມ.
ຄ. ຕົວຊີ້ບອກຄວາມສ່ຽງ ຊຶ່ງເກີດຈາກເຂດພື້ນທີ່ ຫຼື ປະເທດ ທີ່ມີຄວາມສ່ຽງສູງ ຕ້ອງພິຈາລະນາ ດັ່ງນີ້:
1. ປະເທດທີ່ຖືກກຳນົດໂດຍແຫຼ່ງທີ່ສາມາດເຊື່ອຖືໄດ້ ເປັນຕົ້ນ ບົດລາຍງານການປະເມີນຜົນ, ບົດລາຍງານການປະເມີນຜົນລະອຽດ ຫຼື ບົດລາຍງານຄວາມຄືບໜ້າ ກ່ຽວກັບຂໍ້ບົກຜ່ອງທາງດ້ານວຽກງານ ຕ້ານການຟອກເງິນ, ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ ດັ່ງນີ້:
1.1. ປະເທດທີ່ຖືກມາດຕະການລົງໂທດ ຫຼື ຂວ້ຳບາດ ຫຼື ມາດຕະການອື່ນໆ ທີ່ມີລັກສະນະຄ້າຍຄືກັນ ໂດຍອົງການຈັດຕັ້ງສາກົນ ເຊັ່ນ ອົງການສະຫະປະຊາຊາດ ແລະ ອື່ນໆ;
1.2. ປະເທດທີ່ຖືກກຳນົດໂດຍແຫຼ່ງທີ່ສາມາດເຊື່ອຖືໄດ້ ວ່າປະເທດດັ່ງກ່າວຕິດພັນກັບບັນຫາສໍ້ລາດບັງຫຼວງ ຫຼື ບັນຫາອາດຊະຍາກຳອື່ນໆ;
1.3. ປະເທດ ຫຼື ພື້ນທີ່ ທີ່ຖືກກຳນົດໂດຍແຫຼ່ງທີ່ສາມາດເຊື່ອຖືໄດ້ ວ່າປະເທດດັ່ງກ່າວມີການສະໜອງທຶນ ຫຼື ສະໜັບສະໜູນ ໃຫ້ແກ່ການກໍ່ການຮ້າຍ ຫຼື ການແຜ່ຜາຍອາວຸດທຳລາຍລ້າງຜານ ຫຼື ຖືກກຳນົດວ່າມີອົງກອນກໍ່ການຮ້າຍ ຫຼື ການແຜ່ຜາຍອາວຸດທຳລາຍລ້າງຜານ ເຄື່ອນໄຫວຢູ່ພາຍໃນປະເທດ.
第ມາດຕາ 9条
第9条 土地经营者的内部管理
土地经营者必须通过制定、更新和实施各项计划来进行内部控制,须考虑到洗钱、资助恐怖主义和扩散大规模杀伤性武器的风险以及经营规模,具体如下:
1. 政策、操作程序和内部监督监测;
2. 选拔、筛选和录用合格人员的程序(若土地经营者为法人);
3. 员工培训计划并持续进行培训;
4. 独立的内部审计;
5. 评估反洗钱、反恐融资和防扩散大规模杀伤性武器工作的实施效果;
6. 定期向主管机关报告反洗钱、反恐融资和防扩散大规模杀伤性武器计划的实施结果。
本条第一款规定的内部政策或规章的制定必须包括土地经营者的分支机构和集团公司。
土地经营者必须任命具备反洗钱、反恐融资和防扩散大规模杀伤性武器工作资质或经验的管理层或高级员工作为数据收集和报告人员,以协调和定期向土地管理和开发司、农林环境部以及省级农林环境厅报告上述工作。
若怀疑或发现任何涉及洗钱、资助恐怖主义和扩散大规模杀伤性武器的交易,土地经营者必须向反洗钱信息办公室报告。
ພາສາລາວ (老挝语原文)
ມາດຕາ 9 ການຄຸ້ມຄອງພາຍໃນຂອງຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ
ຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ຕ້ອງດຳເນີນການຄວບຄຸມພາຍໃນ ດ້ວຍການສ້າງ, ປັບປຸງ ແລະ ຈັດຕັ້ງປະຕິບັດບັນດາແຜນງານ ຕ້ອງຄຳນຶງເຖິງຄວາມສ່ຽງທາງດ້ານການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ ແລະ ຂະໜາດຂອງທຸລະກິດ ດັ່ງນີ້:
1. ນະໂຍບາຍ, ຂັ້ນຕອນການດຳເນີນງານ ແລະ ການຕິດຕາມກວດກາພາຍໃນ;
2. ຂັ້ນຕອນໃນການເລືອກເຟັ້ນ, ກັນຕອງ ແລະ ຮັບເອົາພະນັກງານ ທີ່ໄດ້ມາດຕະຖານ (ກໍລະນີຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ມີຖານະເປັນນິຕິບຸກຄົນ);
3. ແຜນການຝຶກອົບຮົມໃຫ້ພະນັກງານ ແລະ ດຳເນີນການຝຶກອົບຮົມຢ່າງຕໍ່ເນືອງ;
4. ການກວດກາພາຍໃນທີ່ເປັນເອກະລາດ;
5. ການປະເມີນຜົນການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ;
6. ລາຍງານຜົນການຈັດຕັ້ງປະຕິບັດແຜນງານ ເພື່ອຕ້ານການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ ຕໍ່ອົງການຄຸ້ມຄອງຂອງຕົນ ໃນແຕ່ລະໄລຍະ.
ການກຳນົດນະໂຍບາຍ ຫຼື ລະບຽບການພາຍໃນ ຕາມທີ່ໄດ້ກຳນົດໄວ້ໃນວັກທີໜຶ່ງຂອງມາດຕານີ້ ຕ້ອງລວມເອົາສາຂາ ແລະ ບໍລິສັດໃນກຸ່ມ ຂອງຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ.
ຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ຕ້ອງແຕ່ງຕັ້ງພະນັກງານເກັບກຳຂໍ້ມູນ ແລະ ລາຍງານ ໃນລະດັບຜູ້ບໍລິຫານ ຫຼື ພະນັກງານອາວຸໂສທີ່ມີຄຸນວຸດທິ ຫຼື ຜູ້ມີປະສົບການ ກ່ຽວກັບວຽກງານຕ້ານການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ ເພື່ອປະສານສົມທົບ ແລະ ລາຍງານວຽກງານດັ່ງກ່າວ ໃຫ້ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ພະແນກກະສິກຳ ແລະ ສິ່ງແວດລ້ອມ ຂັ້ນແຂວງ ຢ່າງເປັນປົກກະຕິ.
ໃນກໍລະນີຫາກມີການສົງໄສ ຫຼື ພົບເຫັນທຸລະກຳໃດໜຶ່ງ ກ່ຽວກັບການຟອກເງິນ, ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ ຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ຕ້ອງລາຍງານໃຫ້ສຳນັກງານຂໍ້ມູນຕ້ານການຟອກເງິນ.
第ມາດຕາ 10条
第10条 土地相关业务经营者分支机构及集团内部信息共享
土地相关业务经营者分支机构及集团内部的信息共享,可以基于信息敏感程度的考虑进行交换和共享,确保安全、保密并避免客户知情,例如可疑交易信息(涉嫌洗钱和恐怖融资)、电子转账、风险及强化客户尽职调查措施,在其于老挝境内经营的分支机构和集团内部。
ພາສາລາວ (老挝语原文)
ມາດຕາ 10 ການແບ່ງປັນຂໍ້ມູນ ພາຍໃນສາຂາ ແລະ ບໍລິສັດໃນກຸ່ມ ຂອງຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ
ການແບ່ງປັນຂໍ້ມູນ ພາຍໃນສາຂາ ແລະ ບໍລິສັດໃນກຸ່ມ ຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ສາມາດແລກປ່ຽນ ແລະ ແບ່ງປັນຂໍ້ມູນບົນພື້ນຖານການພິຈາລະນາຄວາມລະອຽດອ່ອນຂອງຂໍ້ມູນ, ຮັບປະກັນຄວາມປອດໄພ, ຮັກສາຄວາມລັບ ແລະ ຫຼີກລ້ຽງບໍ່ໃຫ້ລູກຄ້າຮູ້ຕົວ ເປັນຕົ້ນ ຂໍ້ມູນທຸລະກຳ ທີ່ສົງໄສວ່າເປັນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ກໍ່ການຮ້າຍ, ການໂອນເງິນທາງເອເລັກໂທຣນິກ, ຄວາມສ່ຽງ ແລະ ມາດຕະການເພີ່ມທະວີເອົາໃຈໃສ່ລູກຄ້າ ພາຍໃນສາຂາ ແລະ ບໍລິສັດໃນກຸ່ມຂອງຕົນ ທີ່ເຄື່ອນໄຫວທຸລະກິດໃນ ສປປ ລາວ.
第ມາດຕາ 11条
第11条 客户识别
从事土地相关业务的经营者,必须通过要求客户提供身份证明文件来识别客户,例如身份证、户口簿、护照、企业登记证或其他能够证明客户或代客户办理交易的人员身份的官方文件,然后准确记录、复印并妥善保管。
ພາສາລາວ (老挝语原文)
ມາດຕາ 11 ການຊອກຮູ້ລູກຄ້າ
ຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ຕ້ອງຊອກຮູ້ລູກຄ້າ ດ້ວຍການໃຫ້ລູກຄ້າ ແຈ້ງເອກະສານຢັ້ງຢືນຕົນ ເຊັ່ນ ບັດປະຈຳຕົວ, ປຶ້ມສຳມະໂນຄົວ, ຫັງສືຜ່ານແດນ, ໃບທະບຽນວິສາຫະກິດ ຫຼື ເອກະສານທາງລັດຖະການອື່ນ ທີ່ສາມາດຢັ້ງຢືນກ່ຽວກັບລູກຄ້າ ຫຼື ຜູ້ທີ່ມາເຮັດທຸລະກຳແທນລູກຄ້າ ແລ້ວບັນທຶກຢ່າງຖືກຕ້ອງ, ສຳເນົາ ແລະ ເກັບຮັກສາໄວ້ເປັນຢ່າງດີ.
第ມາດຕາ 12条
第12条 客户信息收集
土地经营者必须对具有洗钱、资助恐怖主义和扩散大规模杀伤性武器高风险、中风险和低风险的客户进行信息收集,通过收集客户、实际受益人以及被授权代为交易者的身份证明信息和文件或证据,在提供服务时或与客户建立任何业务关系之前,对各项信息和文件或证据进行核查、验证,以了解客户及其交易的真实信息,确保完整和准确。
ພາສາລາວ (老挝语原文)
ມາດຕາ 12 ການເກັບກຳຂໍ້ມູນລູກຄ້າ
ຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ຕ້ອງດຳເນີນການເກັບກຳຂໍ້ມູນລູກຄ້າ ທີ່ມີຄວາມສ່ຽງຟອກເງິນ, ສະໜອງທຶນ ໃຫ້ແກ່ການກໍການຮ້າຍ ແລະ ການແຜ່ຜາຍອາວູດທຳລາຍລ້າງຜານ ໃນລະດັບສູງ, ກາງ ແລະ ຕ່ຳ ດ້ວຍການເກັບກຳຂໍ້ມູນ ແລະ ເອກະສານ ຫຼື ຫຼັກຖານ ການຢັ້ງຢືນຕົວຕົນຂອງລູກຄ້າ, ຜູ້ໄດ້ຮັບຜົນປະໂຫຍດທີ່ແທ້ຈິງ ແລະ ຜູ້ທີ່ຖືກມອບໝາຍໃຫ້ມາເຮັດທຸລະກຳແທນ ສຳລັບຜູ້ດຳເນີນທຸລະກິດກ່ຽວກັບທີ່ດິນ ໃນເວລາໃຫ້ບໍລິການ ຫຼື ກ່ອນສ້າງສາຍພົວພັນທຸລະກິດໃດໜຶ່ງກັບລູກຄ້າ ຕ້ອງໄດ້ກວດສອບ, ພິສູດບັນດາຂໍ້ມູນ ແລະ ເອກະສານ ຫຼື ຫຼັກຖານ ໃຫ້ຮູ້ໄດ້ເຖິງຂໍ້ມູນແທ້ຈິງກ່ຽວກັບລູກຄ້າ ແລະ ທຸລະກຳຂອງລູກຄ້າ ໃຫ້ມີຄວາມຄົບຖ້ວນ ແລະ ຖືກຕ້ອງ.
本页展示前 12 条,全文共 34 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读