ດຳລັດວ່າດ້ວຍ ການຄຸ້ມຄອງບໍລິເວນຊາຍແດນ

关于边境地区管理政令

Decree on Management of Border Areas

ບົດສະຫຼຸບ

ກົດໝາຍນີ້ຄຸ້ມຄອງກິດຈະກຳການບໍລິຫານເຂດຊາຍແດນຂອງລາວ, ເນື້ອໃນຫຼັກແມ່ນກຳນົດເຂດຊາຍແດນ, ຂອບເຂດຫ້າມ, ມາດຕະຖານການຕິດຕັ້ງປ້າຍ, ແລະ ຄຸ້ມຄອງພຶດຕິກຳຂອງບຸກຄົນ ແລະ ອົງກອນທີ່ກ່ຽວຂ້ອງ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການຄຸ້ມຄອງບໍລິເວນຊາຍແດນ
ການຄຸ້ມຄອງບໍລິເວນຊາຍແດນ ແມ່ນ ການ ຄວບຄຸມ, ຕິດຕາມ ກວດກາ ການເຄື່ອນໄຫວຢູ່ບໍລິເວນຊາຍແດນ ເປັນຕົ້ນ ການ ຢູ່ອາໄສ ແລະ ປະຕິບັດໜ້າທີ່, ການເຂົ້າ-ອອກ, ເດີນທາງຜ່ານ, ການເຄື່ອນໄຫວຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ການນຳໃຊ້ຍານພາຫະນະ, ດຳເນີນ ໂຄງການພັດທະນາ ແລະ ກິດຈະການ.

ມາດຕາ ມາດຕາ 2

ມາດຕາ 2 ຂອບເຂດການນຳໃຊ້ດຳລັດ
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນ ກັບວຽກງານຄຸ້ມຄອງບໍລິເວນຊາຍແດນ ຂອງ ສປປ ລາວ.

ມາດຕາ ມາດຕາ 3

ມາດຕາ 4 ບໍລິເວນຊາຍແດນ
ບໍລິເວນຊາຍແດນ ແມ່ນ ບ້ານ ທີ່ມີເຂດແດນສ່ວນໜຶ່ງ ຕິດກັບຊາຍແດນແຫ່ງຊາດ ລວມທັງ ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດອື່ນ ຢູ່ບໍລິເວນຊາຍແດນ. ການກຳນົດເຂດແດນ ຂອງບໍລິເວນຊາຍແດນ ໃຫ້ນັບແຕ່ຊາຍແດນແຫ່ງຊາດ ເຂົ້າມາຈົນສຸດເຂດບ້ານ ທີ່ມີເຂດແດນສ່ວນໜຶ່ງ ຕິດກັບຊາຍແດນແຫ່ງຊາດ. ໃນບໍລິເວນຊາຍແດນ ມີການກຳນົດ ຂອບເຂດຊາຍແດນ ແລະ ເຂດຫວງຫ້າມ ຊຶ່ງມີປ້າຍບົ່ງບອກສະເພາະ. ບ້ານ ທີ່ກຳນົດເປັນບ້ານບໍລິເວນຊາຍແດນ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 31 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ