ກົດໝາຍວ່າດ້ວຍ ຊັບພະຍາກອນທີ່ເປັນຢາ

药用资源法

Law on Medicinal Resources

ບົດສະຫຼຸບ

ກົດໝາຍສະບັບນີ້ກຳນົດການປົກປ້ອງ, ການຄຸ້ມຄອງ ແລະ ການນຳໃຊ້ຊັບພະຍາກອນຢາພື້ນເມືອງຢ່າງຍືນຍົງ, ເພື່ອແນໃສ່ປົກປ້ອງສຸຂະພາບຂອງປະຊາຊົນ ແລະ ສົ່ງເສີມການພັດທະນາການແພດພື້ນເມືອງ. ຂອບເຂດການນຳໃຊ້ກວມເອົາຊັບພະຍາກອນພືດຢາ, ສັດຢາ ແລະ ແຮ່ທາດຢາ, ກຳນົດພາລະບົດບາດຂອງອົງການຄຸ້ມຄອງທີ່ກ່ຽວຂ້ອງຢ່າງຈະແຈ້ງ, ພ້ອມທັງຄຸ້ມຄອງການເກັບກ່ຽວ, ການປູກຝັງ, ການຄ້າຂາຍ ແລະ ການນຳໃຊ້, ຫ້າມການທຳລາຍ ຫຼື ນຳໃຊ້ຊັບພະຍາກອນຢາຢ່າງຜິດກົດໝາຍ, ເພື່ອຮັກສາຄວາມສົມດຸນຂອງລະບົບນິເວດ ແລະ ຄວາມຍືນຍົງຂອງຊັບພະຍາກອນ.

ມາດຕາ

ມາດຕາ 1

ມາດຕາ 1 ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການ ຄຸ້ມຄອງ, ຕິດຕາມ
ກວດກາ ວຽກງານຊັບພະຍາກອນທີ່ເປັນຢາ ເພື່ອເຮັດໃຫ້ວຽກງານດັງກ່າວ ດຳເນີນໄປຢ່າງ ມີປະສິດທິພາບ ແລະ
ປະສິດທິຜົນ ແນໃສ່ ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ຊັບພະຍາກອນທີ່ເປັນຢາ ບໍ່ໃຫ້ ບົກແຫ້ງ.
ສູນພັນ ໃຫ້ມິຄວາມອຸດົມສົມບູນ ແລະ ຍືນຍົງ, ຮັບປະກັນການນຳໃຊ້ຊັບພະຍາກອນທີ່ເປັນຢາ ທີ່ມີຄຸນນະພາບ
ແລະ ປອດໄພ ເຂົ້າໃນການປິ່ນປົວ, ຮັກສາສຸຂະພາບຂອງຄົນ, ເຮັດໃຫ້ພົນລະເມືອງ ມີສຸຂະພາບແຂງແຮງ,
ສ້າງເປັນຜະລິດຕະພັນສົ່ງອອກ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການປົກປັກ
ຮັກສາ ແລະ ພັດທະນາປະເທດຊາດ.

ມາດຕາ 2

ມາດຕາ 2 ຊັບພະຍາກອນທີ່ເປັນຢາ
ຊັບພະຍາກອນທີ່ເປັນຢາ ແມ່ນ ພືດ. ຕົນໄມ້. ສັດ, ແຮ່ທາດ ລວມທັງ ຊາກ, ຊິ້ນສ່ວນ ທີ່ມີສັບພະຄູນ
ທາງດ້ານການຢາ ຊຶ່ງເກີດຂຶ້ນ ແລະ ຂະຫຍາຍແນວພັນຢູໃນທຳມະຊາດ ຫຼື ປູກ, ລ້ຽງ.

ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 74 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ