ຂໍ້ຕົກລົງວ່າດ້ວຍ ຖິ່ນກຳເນີດ
关于原产地协议
Agreement on Rules of Origin
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການຈົດທະບຽນ, ການບໍລິຫານ ແລະ ການນຳໃຊ້ແຫຼ່ງກຳເນີດພາຍໃນປະເທດລາວ, ໂດຍກຳນົດເງື່ອນໄຂການຈົດທະບຽນ, ສິດ ແລະ ພັນທະຂອງຜູ້ຖືສິດ ແລະ ກົນໄກການກວດກາ ເພື່ອປະຕິບັດກົດໝາຍວ່າດ້ວຍຊັບສິນທາງປັນຍາໃຫ້ເປັນເອກະພາບ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 1 ຈຸດປະສົງ
ຂໍຕົກລົງສະບັບນີ້ ກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບວຽກງານຖິ່ນກຳເນີດ ເປັນຕົ້ນ
ການຈົດທະບຽນ, ການດຳເນີນການຫຼັງການຈົດທະບຽນ, ກາບນາຍຖິ່ນກຳເນີດແຫ່ງຊາດ, ສິດ ແລະ ໜ້າທີ່
ຂອງເຈົ້າຂອງຖິ່ນກຳເນີດ ແລະ ໜ່ວຍງານກວດກາ, ການເປັນຜູ້ຕາງໜ້າ ແລະ ການຄຸ້ມຄອງວຽກງານຖິ່ນກຳ
ເນີດ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ມີຄວາມເປັນເອກະພາບໃນ
ຂອບເຂດທົ່ວປະເທດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຫັນເປັນອຸດສາຫະ
ກຳ ແລະ ທັນສະໄໝ ຕາມທິດສີຂຽວ ແລະ ຍືນຍົງ.
ມາດຕາ ມາດຕາ 2
ມາດຕາ 2 ຖິ່ນກຳເນີດ
ຖິ່ນກຳເນີດ ແມ່ນ ຊື່ ຫຼື ສັນຍາລັກ ທີ່ບົ່ງບອກທີ່ມາຂອງສິນຄ້າຈາກ ດິນແດນ, ເຂດ ຫຼື ທ້ອງຖິ່ນຂອງປະເທດໃດໜຶ່ງ ຊຶ່ງເປັນຄຸນລັກສະນະສະເພາະທີ່ສຳຄັນ ພາໃຫ້ສິນຄ້າມີຄຸນນະພາບ, ມີຊື່ສຽງ ຫຼື ຄຸນລັກສະນະອື່ນ ທີ່ຕິດພັນກັບແຫຼ່ງທີ່ມາທາງພູມສາດ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 35 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ