关于对违反烟草控制法律法规者处以罚款及其他措施政令

ດຳລັດວ່າດ້ວຍ ການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຄວບຄຸມຢາສູບ

Decree on Fines and Other Measures for Violations of Tobacco Control Laws

简介

该政令规定了对违反烟草控制法规行为的罚款标准及其他措施,涵盖烟草产品定义、禁止销售场所及违规处罚原则。

Summary

This decree sets fines and other measures for violations of tobacco control regulations, covering definitions of tobacco products, places where sales are prohibited, and principles for penalizing violations.

ບົດສະຫຼຸບ

ຄຳສັ່ງນີ້ກຳນົດມາດຕະຖານການປັບໄໝ ແລະ ມາດຕະການອື່ນໆ ສຳລັບການລະເມີດລະບຽບການຄວບຄຸມຢາສູບ, ກວມເອົານິຍາມຜະລິດຕະພັນຢາສູບ, ສະຖານທີ່ຫ້າມຈຳໜ່າຍ ແລະ ຫຼັກການລົງໂທດການລະເມີດ.

条文

第ມາດຕາ 1条

第2条(修订)罚款和其他措施
罚款是对违反有关烟草控制的法律法规但尚未构成刑事犯罪的行政违法行为所采取的经济措施,罚款金额按照本法令规定的标准执行。
其他措施是对违反有关烟草控制的法律法规者采取的措施,包括教育、警告、扣押、没收、销毁烟草产品、暂停经营活动或吊销营业执照、进出口许可证、批发和零售许可证。

ພາສາລາວ (老挝语原文)

ມາດຕາ 2 (ປັບປຸງ) ການປັບໃໝ ແລະ ມາດຕະການອື່ນ
ການປັບໃໝ ແມ່ນ ມາດຕະການທາງດ້ານການເງິນ ທີ່ນຳໃຊ້ຕໍ່ຜູ້ລະເມີດທາງດ້ານບໍລິຫານ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ກ່ຽວກັບກົດໝາຍ ແລະ ລະບຽບການ ກ່ຽວກັບການຄວບຄຸມຢາສູບ ຕາມອັດຕາຄ່າປັບໃໝ ຕາມທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້.
ມາດຕະການອື່ນ ແມ່ນ ມາດຕະການທີ່ນຳໃຊ້ຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການ ກ່ຽວກັບການຄວບຄຸມຢາສູບ ເປັນຕົ້ນ ການສຶກສາອົບຮົມ, ກ່າວເຕືອນ, ການກັກ, ຍຶດ, ທຳລາຍ ຜະລິດຕະພັນຢາສູບ, ໂຈະການເຄື່ອນໄຫວທຸລະກິດ ຫຼື ຖອນໃບອະນຸຍາດດຳເນີນທຸລະກິດ, ໃບອະນຸຍາດ ນຳເຂົ້າ-ສົ່ງອອກ, ຈຳໜ່າຍ ແລະ ຊື້ຂາຍ.

第ມາດຕາ 2条

第2条(修订)术语解释

本法令中使用的术语定义如下:

1. 烟草产品 指烟丝、卷烟、雪茄、新型烟草制品以及以烟叶为全部或部分原料、或以尼古丁为成分、或以烟叶提取物制成的其他类型烟草;

2. 新型烟草制品 指含有尼古丁成分、使用电能的产品,例如电子烟、水烟或巴拉库、蒸汽型电子烟;

3. 水烟或巴拉库 指使用热能通过管道吸入或呼出混合在水中的尼古丁蒸汽的烟草产品;

4. 蒸汽型电子烟 指使用电力系统产生热量并蒸发蒸汽的设备型烟草产品;

5. 接受、提供来自烟草公司及经营者的赞助、支持 指各种形式的接受和给予,包括现金、贷款、奖金、研究经费、奖学金、考察、物资、医疗设备、通用办公设备、车辆、木料、礼品、纪念品、赠品、激励措施以及举办显示社会责任的活动;

6. 禁止销售烟草产品的场所 指不允许批发、购买、销售烟草产品的地点,例如公共卫生服务场所、教育场所、体育场所、政府及私人办公室、殡仪馆、文化馆、博物馆、剧院、体育馆、电影院、公共交通工具内部、宗教场所、公园、动物园、儿童游乐场、传统节日及各种社交活动。

ພາສາລາວ (老挝语原文)

ມາດຕາ 2 (ປັບປຸງ) ການອະທິບາຍຄຳສັບ

ຄຳສັບ ທີ່ໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍ ດັ່ງນີ້:

1. ຜະລິດຕະພັນຢາສູບ ໝາຍເຖິງ ຢາເສັ້ນ, ຢາຊອງ, ຢາຊີກ້າ, ຢາສູບຮູບແບບໃໝ່ ແລະ ຢາສູບຊະນິດອື່ນ ທີ່ນຳໃຊ້ໃບຢາສູບເປັນວັດຖຸດິບທັງໝົດ ຫຼື ສ່ວນໃດສ່ວນໜຶ່ງ ຫຼື ມີສານນິໂກຕີນ ເປັນສ່ວນປະກອບ ຫຼື ສານສະກັດຈາກໃບຢາສູບ;

2. ຢາສູບຮູບແບບໃໝ່ ໝາຍເຖິງ ຜະລິດຕະພັນຢາສູບ ທີ່ບັນຈຸສານນິໂກຕິນ ເປັນສ່ວນປະກອບ ໂດຍນຳໃຊ້ພະລັງງານໄຟຟ້າ ເປັນຕົ້ນ ຢາສູບໄຟຟ້າ, ຢາສູບຊີຊາ ຫຼື ບາຣາກຸ, ຢາສູບໄຟຟ້າແບບລະເຫີຍອາຍ;

3. ຢາສູບຊີຊາ ຫຼື ບາຣາກຸ ໝາຍເຖິງ ຜະລິດຕະພັນຢາສູບ ທີ່ນຳໃຊ້ພະລັງງານຄວາມຮ້ອນ ເພື່ອສູບ ແລະ ສູດດົມ ເອົາສານລະເຫີຍນີໂກຕີນ ທີ່ປະສົມໃນນໍ້າ ຜ່ານທໍ່ ເຂົ້າປາກ ຫຼື ດັງ;

4. ຢາສູບໄຟຟ້າແບບລະເຫີຍອາຍ ໝາຍເຖິງ ຜະລິດຕະພັນຢາສູບ ທີ່ນຳໃຊ້ອຸປະກອນ ໂດຍນຳໃຊ້ລະບົບໄຟຟ້າ ທີ່ກໍໃຫ້ເກີດຄວາມຮ້ອນ ແລະ ລະເຫີຍອາຍ;

5. ການຮັບ, ໃຫ້ ອຸປະຖຳ, ສະໜັບສະໜູນ ຈາກບໍລິສັດຢາສູບ ແລະ ຜູ້ປະກອບການ ໝາຍເຖິງ ການຮັບ ແລະ ການມອບ ທຸກຮູບແບບ ເປັນຕົ້ນ ເງິນສົດ, ເງິນກູ້, ລາງວັນ, ທຶນສຳລັບການຄົ້ນຄວ້າ, ວິໄຈ, ທຶນການສຶກສາ, ທັດສະນະສຶກສາ, ວັດຖຸປະກອນ, ອຸປະກອນການແພດ, ອຸປະກອນຮັບໃຊ້ຫ້ອງການທົ່ວໄປ, ພາຫະນະ, ເບັ້ຍໄມ້, ເຄື່ອງຕ້ອນ, ຂອງຝາກ, ຂອງຂວັນ, ສິ່ງຈູງໃຈ ແລະ ການຈັດກິດຈະກຳທີ່ສະແດງຄວາມຮັບຜິດຊອບຕໍ່ສັງຄົມ;

6. ສະຖານທີ່ຫ້າມຂາຍຢາສູບ ໝາຍເຖິງ ສະຖານທີ່ ທີ່ບໍ່ອະນຸຍາດໃຫ້ ຈຳໜ່າຍ, ຊື້ ຂາຍ ຜະລິດຕະພັນຢາສູບ ເປັນຕົ້ນ ສະຖານທີ່ ບໍລິການສາທາລະນະສຸກ, ການສຶກສາ, ກິລາ, ຫ້ອງການລັດ ແລະ ເອກະຊົນ, ໂຮງມະຫໍລະສົບ, ຫໍວັດທະນະທຳ, ຫໍພິພິທະພັນ, ໂຮງລະຄອນ, ໂຮງກາຍະສິນ, ໂຮງຮູບເງົາ, ພາຍໃນພາຫະນະໂດຍສານສາທາລະນະ, ສາສະນະສະຖານ, ສວນສາທາລະນະ, ສວນສັດ, ສະໜາມເດັກຫຼິ້ນ, ງານບຸນປະເພນີ ແລະ ງານສັງຄົມຕ່າງໆ.

第ມາດຕາ 3条

第4条(新) 关于罚款和其他措施的原则

对违反烟草控制法律和法规者进行罚款和采取其他措施,必须遵循以下原则:

1. 符合法律和法规;
2. 集中统一管理,在全国范围内统一;
3. 确保有序、快速、高效和高效力;
4. 确保罚款率的执行统一、正确、透明、公正和可核查;
5. 确保与相关部委、机构、地方行政机关和其他部门的协调配合。

ພາສາລາວ (老挝语原文)

ມາດຕາ 4 (ໃໝ່) ຫຼັກການກ່ຽວກັບການປັບໃໝ ແລະ ມາດຕະການອື່ນ

ການປັບໃໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຄວບຄຸມຢາສູບ ຕ້ອງປະຕິບັດຕາມຫຼັກການດັ່ງນີ້:

1. ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
2. ຄຸ້ມຄອງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນສູງ;
4. ຮັບປະກັນການປະຕິບັດອັດຕາຄ່າປັບໃໝ ເປັນເອກະພາບ, ຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້;
5. ຮັບປະກັນການປະສານສົມທົບກັບ ກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງ.

第ມາດຕາ 4条

第4条 适用范围
本命令适用于在老挝人民民主共和国违反有关烟草控制法律和法规的个人、法人实体和组织。

ພາສາລາວ (老挝语原文)

ມາດຕາ 4 ຂອບເຂດການນຳໃຊ້
ຄຳສັ່ງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຄວບຄຸມຢາສູບ ຢູ່ ສປປ ລາວ.

第ມາດຕາ 5条

第5条(修订) 香烟支、包和条的不正确包装

烟草公司包装的香烟每包少于或多于20支、每条少于或多于10包、每箱少于或多于50条,将被处以以下罚款:

1. 第一次违规,罚款20,000,000基普;
2. 第二次违规,罚款40,000,000基普;
3. 第三次违规,罚款80,000,000基普。

ພາສາລາວ (老挝语原文)

ມາດຕາ 5 (ປັບປຸງ) ການບັນຈຸ ກອກ, ຊອງ ແລະ ຕູດ ຢາສູບ ໂດຍບໍ່ຖືກຕ້ອງຕາມກົດໝາຍ

ບໍລິສັດຢາສູບ ທີ່ບັນຈຸຢາສູບ ໜ້ອຍກວ່າ ຫຼື ຫຼາຍກວ່າ ຊາວກອກ ຕໍ່ໜຶ່ງຊອງ, ສິບຊອງ ຕໍ່ໜຶ່ງຕູດ, ຫ້າສິບຕູດຕໍ່ໜຶ່ງຫີບ ຈະຖືກປັບໃໝ ດັ່ງນີ້:

1. 20.000.000 ກີບ ສຳລັບການລະເມີດ ຄັ້ງທີໜຶ່ງ;
2. 40.000.000 ກີບ ສຳລັບການລະເມີດ ຄັ້ງທີສອງ;
3. 80.000.000 ກີບ ສຳລັບການລະເມີດ ຄັ້ງທີສາມ.

第ມາດຕາ 6条

第6条 禁止销售散装烟草制品和流动或移动摊位
任何人如销售散装烟草制品和流动或移动摊位,将被处以罚款如下:
1. 第一次违规,罚款200,000基普;
2. 第二次违规,罚款400,000基普;
3. 第三次及以上违规,罚款800,000基普。
烟草制品批发商、零售商如销售散装烟草制品和流动或移动摊位,将被处以罚款如下:
1. 第一次违规,罚款10,000,000基普;
2. 第二次违规,罚款20,000,000基普;
3. 第三次违规,罚款30,000,000基普。

ພາສາລາວ (老挝语原文)

ມາດຕາ 6 (ໃຫ້) ການຂາຍຜະລິດຕະພັນຢາສູບ ເປັນກອກ ແລະ ແບບແຜງລອຍ ຫຼື ແບບເຄື່ອນທີ່
ບຸກຄົນໃດ ຫາກຂາຍຜະລິດຕະພັນຢາສູບ ເປັນກອກ ແລະ ແບບແຜງລອຍ ຫຼື ແບບເຄື່ອນທີ່ ຈະຖືກປັບໃໝ ດັ່ງນີ້:
1. 200,000 ກີບ ສຳລັບການລະເມີດ ຄັ້ງທີໜຶ່ງ;
2. 400,000 ກີບ ສຳລັບການລະເມີດ ຄັ້ງທີສອງ;
3. 800,000 ກີບ ສຳລັບການລະເມີດ ຄັ້ງທີສາມຂຶ້ນໄປ.
ຜູ້ຈຳໜ່າຍ, ຂາຍຍ່ອຍ ຜະລິດຕະພັນຢາສູບ ຫາກຂາຍຜະລິດຕະພັນຢາສູບ ເປັນກອກ ແລະ ແບບແຜງລອຍ ຫຼື ແບບເຄື່ອນທີ່ ຈະຖືກປັບໃໝ ດັ່ງນີ້:
1. 10,000,000 ກີບ ສຳລັບການລະເມີດ ຄັ້ງທີໜຶ່ງ;
2. 20,000,000 ກີບ ສຳລັບການລະເມີດ ຄັ້ງທີສອງ;
3. 30,000,000 ກີບ ສຳລັບການລະເມີດ ຄັ້ງທີສາມ.

第ມາດຕາ 7条

第7条(修订)不正确或未经授权的烟草制品生产、进口

烟草公司及经营者若生产未印制健康警示和标签的烟草制品,或进口包装内卷烟支数、盒装和条装数量少于或多于法律规定、非正规渠道、变质、劣质的烟草制品,将被处以如下罚款:
1. 第一次违规罚款100,000,000基普;
2. 第二次违规罚款200,000,000基普;
3. 第三次违规罚款400,000,000基普。

烟草公司及经营者若生产、进口无印花税票、无消费税票、未注明包装内卷烟支数的烟草制品,将被处以如下罚款:
1. 第一次违规罚款10,000,000基普;
2. 第二次违规罚款20,000,000基普;
3. 第三次违规罚款40,000,000基普。

ພາສາລາວ (老挝语原文)

ມາດຕາ 7 (ປັບປຸງ) ການຜະລິດ, ນຳເຂົ້າຜະລິດຕະພັນຢາສູບໂດຍບໍ່ຖືກຕ້ອງ ຫຼື ບໍ່ໄດ້ຮັບອະນຸຍາດ

ບໍລິສັດຢາສູບ ແລະ ຜູ້ປະກອບການ ຫາກ ຜະລິດ ຜະລິດຕະພັນຢາສູບ ໂດຍບໍ່ພິມຄຳເຕືອນສຸຂະພາບ ແລະ ສະຫຼາກ ຫຼື ນຳເຂົ້າ ຜະລິດຕະພັນຢາສູບ ທີ່ບັນຈຸ ກອກ, ຊອງ ແລະ ຕຸດ ຢາສູບ ຫ້ອຍ ຫຼື ຫຼາຍກວ່າ ກົດໝາຍກຳນົດ, ຢາສູບ ນອກລະບົບ, ເຖື່ອນ, ເສຍຄຸນ ຈະຖືກປັບໃໝ ດັ່ງນີ້:
1. 100,000,000 ກີບ ສຳລັບການລະເມີດ ຄັ້ງທີໜຶ່ງ;
2. 200,000,000 ກີບ ສຳລັບການລະເມີດ ຄັ້ງທີສອງ;
3. 400,000,000 ກີບ ສຳລັບການລະເມີດ ຄັ້ງທີສາມ.

ບໍລິສັດຢາສູບ ແລະ ຜູ້ປະກອບການ ຫາກ ຜະລິດ, ນຳເຂົ້າ ຜະລິດຕະພັນຢາສູບ ທີ່ບໍ່ມີ ສະແຕັມພາສີ, ສະແຕັມອາກອນ, ບໍ່ລະບຸຈຳນວນກອກບັນຈຸ ຈະຖືກປັບໃໝ ດັ່ງນີ້:
1. 10,000,000 ກີບ ສຳລັບການລະເມີດ ຄັ້ງທີໜຶ່ງ;
2. 20,000,000 ກີບ ສຳລັບການລະເມີດ ຄັ້ງທີສອງ;
3. 40,000,000 ກີບ ສຳລັບການລະເມີດ ຄັ້ງທີສາມ.

第ມາດຕາ 8条

第8条(修订) 不当分销、销售烟草制品

分销商、零售商若分销、销售无健康警示和多种图片的烟草制品,将被处以如下罚款:

1. 第一次违法,处查获的全部烟草制品价值的三倍罚款;
2. 第二次违法,处查获的全部烟草制品价值的五倍罚款;
3. 第三次违法,处查获的全部烟草制品价值的十倍罚款。

分销商、零售商若分销、销售非正规渠道、过期、变质、无印花税票和消费税票的烟草制品,将被处以如下罚款:

1. 第一次违法,处查获的全部烟草制品价值的五倍罚款;
2. 第二次违法,处查获的全部烟草制品价值的十倍罚款;
3. 第三次违法,处查获的全部烟草制品价值的二十倍罚款。

ພາສາລາວ (老挝语原文)

ມາດຕາ 8 (ປັບປຸງ) ການຈຳໜ່າຍ, ຂາຍ ຜະລິດຕະພັນຢາສູບ ໂດຍບໍ່ຖືກຕ້ອງ

ຜູ້ຈຳໜ່າຍ, ຂາຍຍ່ອຍ ຜະລິດຕະພັນຢາສູບ ຫາກ ຈຳໜ່າຍ, ຂາຍ ຜະລິດຕະພັນຢາສູບ ທີ່ບໍ່ມີ ຄຳເຕືອນ ສຸຂະພາບ ແລະ ພາບພັຍຫຼາກຫຼາຍ ຈະຖືກປັບໃໝ ດັ່ງນີ້:

1. ສາມເທົ່າ ຂອງມູນຄ່າຜະລິດຕະພັນຢາສູບທັງໝົດທີ່ກວດພົບ ສຳລັບການລະເມີດ ຄັ້ງທີໜຶ່ງ;
2. ຫ້າເທົ່າ ຂອງມູນຄ່າຜະລິດຕະພັນຢາສູບທັງໝົດທີ່ກວດພົບ ສຳລັບການລະເມີດ ຄັ້ງທີສອງ;
3. ສິບເທົ່າ ຂອງມູນຄ່າຜະລິດຕະພັນຢາສູບທັງໝົດທີ່ກວດພົບ ສຳລັບການລະເມີດ ຄັ້ງທີສາມ.

ຜູ້ຈຳໜ່າຍ, ຂາຍຍ່ອຍ ຜະລິດຕະພັນຢາສູບ ຫາກ ຈຳໜ່າຍ, ຂາຍ ຜະລິດຕະພັນຢາສູບ ນອກລະບົບ, ເຖື່ອນ, ເສຍຄຸນນະພາບ, ບໍ່ມີສະແຕມພາສີ ແລະ ສະແຕມອາກອນ ຈະຖືກປັບໃໝ ດັ່ງນີ້:

1. ຫ້າເທົ່າ ຂອງມູນຄ່າຜະລິດຕະພັນຢາສູບທັງໝົດທີ່ກວດພົບ ສຳລັບການລະເມີດ ຄັ້ງທີໜຶ່ງ;
2. ສິບເທົ່າ ຂອງມູນຄ່າຜະລິດຕະພັນຢາສູບທັງໝົດທີ່ກວດພົບ ສຳລັບການລະເມີດ ຄັ້ງທີສອງ;
3. ຊາວເທົ່າ ຂອງມູນຄ່າຜະລິດຕະພັນຢາສູບທັງໝົດທີ່ກວດພົບ ສຳລັບການລະເມີດ ຄັ້ງທີສາມ.

第ມາດຕາ 9条

第9条 不报告烟草产品信息
烟草公司和从事烟草产品生产、进口的企业,如不向管理机关和其他相关部门书面报告成分、混合物、燃烧产生的物质、年度收入,将被处以以下罚款:
1. 第一次违规,罚款50,000,000基普;
2. 第二次违规,罚款100,000,000基普;
3. 第三次违规,罚款200,000,000基普。

ພາສາລາວ (老挝语原文)

ມາດຕາ 9 (ໃຫ່) ການບໍ່ລາຍງານຂໍ້ມູນກ່ຽວກັບຜະລິດຕະພັນຢາສູບ
ບໍລິສັດຢາສູບ ແລະ ຜູ້ປະກອບການ ທີ່ ຜະລິດ, ນຳເຂົ້າ ຜະລິດຕະພັນຢາສູບ ຫາກບໍ່ລາຍງານຢ່າງເປັນລາຍລັກອັກສອນ ກ່ຽວກັບ ສ່ວນປະກອບ, ສ່ວນປະສົມ, ສານທີ່ເກີດຈາກການເຜົາໄໝ້, ລາຍງານລາຍຮັບປະຈຳປີ ໃຫ້ອົງການຄຸ້ມຄອງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຈະຖືກປັບໃໝ ດັ່ງນີ້:
1. 50,000,000 ກີບ ສຳລັບການລະເມີດ ຄັ້ງທີໜຶ່ງ;
2. 100,000,000 ກີບ ສຳລັບການລະເມີດ ຄັ້ງທີສອງ;
3. 200,000,000 ກີບ ສຳລັບການລະເມີດ ຄັ້ງທີສາມ.

第ມາດຕາ 10条

第10条(赞助、支持)
烟草公司及经营者如直接或间接提供赞助、支持,并以任何形式组织社会责任活动以谋取商业利益,将被处以如下罚款:
1. 第一次违法,罚款50,000,000基普;
2. 第二次违法,罚款100,000,000基普;
3. 第三次违法,罚款200,000,000基普。
直接或间接接受烟草公司、经营者任何形式赞助、支持的个人、法人及组织,将被处以如下罚款:
1. 第一次违法,罚款10,000,000基普;
2. 第二次违法,罚款15,000,000基普;
3. 第三次违法,罚款20,000,000基普。
对于个人及组织,如违法超过三次,每次按第三次罚款标准处罚。

ພາສາລາວ (老挝语原文)

ມາດຕາ 10 (ການອຸປະຖຳ, ສະໜັບສະໜູນ)
ບໍລິສັດຢາສູບ ແລະ ຜູ້ປະກອບການ ຫາກໃຫ້ການອຸປະຖຳ, ສະໜັບສະໜູນ ໂດຍທາງກົງ ແລະ ທາງອ້ອມ ແລະ ຈັດກິດຈະກຳສະແດງຄວາມຮັບຜິດຊອບຕໍ່ສັງຄົມ ທຸກຮູບແບບ ເພື່ອຜົນປະໂຫຍດທາງການຄ້າ ຈະຖືກປັບໃໝ ດັ່ງນີ້:
1. 50,000,000 ກີບ ສຳລັບການລະເມີດ ຄັ້ງທີໜຶ່ງ;
2. 100,000,000 ກີບ ສຳລັບການລະເມີດ ຄັ້ງທີສອງ;
3. 200,000,000 ກີບ ສຳລັບການລະເມີດຄັ້ງທີສາມ.
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ຮັບເອົາການອຸປະຖຳ ແລະ ສະໜັບສະໜູນ ທຸກຮູບແບບ ຈາກບໍລິສັດຢາສູບ, ຜູ້ປະກອບການ ໂດຍທາງກົງ ແລະ ທາງອ້ອມ ຈະຖືກປັບໃໝ ດັ່ງນີ້:
1. 10,000,000 ກີບ ສຳລັບການລະເມີດ ຄັ້ງທີໜຶ່ງ;
2. 15,000,000 ກີບ ສຳລັບການລະເມີດ ຄັ້ງທີສອງ;
3. 20,000,000 ກີບ ສຳລັບການລະເມີດ ຄັ້ງທີສາມ.
ສຳລັບ ບຸກຄົນ ແລະ ການຈັດຕັ້ງ ຫາກລະເມີດເກີນສາມຄັ້ງຂຶ້ນໄປ ຈະຖືກປັບໃໝ ເທົ່າກັບອັດຕາການປັບໃໝໃນຄັ້ງທີສາມ ຕໍ່ຄັ້ງ.

第ມາດຕາ 11条

第11条 通过电子媒体或在线社交媒体销售烟草制品

烟草公司及经营者若通过电子媒体或在线社交媒体销售烟草制品,将被处以罚款如下:

1. 第一次违规,罚款100,000,000基普;

2. 第二次违规,罚款200,000,000基普;

3. 第三次违规,罚款300,000,000基普。

个人、法人及组织若通过电子媒体或在线社交媒体销售烟草制品,将被处以罚款如下:

1. 第一次违规,罚款10,000,000基普;

2. 第二次违规,罚款15,000,000基普;

3. 第三次违规,罚款20,000,000基普。

对于个人及组织,若违规超过三次,则每次按第三次罚款标准处罚。

ພາສາລາວ (老挝语原文)

ມາດຕາ 11 (ໃຫ້) ການຂາຍຜະລິດຕະພັນຢາສູບ ຜ່ານທາງສື່ເອເລັກໂຕຣນິກ ຫຼື ສື່ສັງຄົມອອນລາຍ

ບໍລິສັດຢາສູບ ແລະ ຜູ້ປະກອບການ ຫາກຂາຍຜະລິດຕະພັນຢາສູບ ຜ່ານທາງສື່ເອເລັກໂຕຣນິກ ຫຼື ສື່ສັງຄົມອອນລາຍ ຈະຖືກປັບໃໝ ດັ່ງນີ້:

1. 100.000.000 ກີບ ສຳລັບການລະເມີດ ຄັ້ງທີໜຶ່ງ;

2. 200.000.000 ກີບ ສຳລັບການລະເມີດ ຄັ້ງທີສອງ;

3. 300.000.000 ກີບ ສຳລັບການລະເມີດ ຄັ້ງທີສາມ.

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຫາກຂາຍຜະລິດຕະພັນຢາສູບ ຜ່ານທາງສື່ເອເລັກໂຕຣນິກ ຫຼື ສື່ສັງຄົມອອນລາຍ ຈະຖືກປັບໃໝ ດັ່ງນີ້:

1. 10.000.000 ກີບ ສຳລັບການລະເມີດ ຄັ້ງທີໜຶ່ງ;

2. 15.000.000 ກີບ ສຳລັບການລະເມີດ ຄັ້ງທີສອງ;

3. 20.000.000 ກີບ ສຳລັບການລະເມີດ ຄັ້ງທີສາມ.

ສຳລັບ ບຸກຄົນ ແລະ ການຈັດຕັ້ງ ຫາກລະເມີດເກີນສາມຄັ້ງຂຶ້ນໄປ ຈະຖືກປັບໃໝ ເທົ່າກັບອັດຕາການປັບໃໝໃນຄັ້ງທີສາມ ຕໍ່ຄັ້ງ.

第ມາດຕາ 12条

第14条(修订)进口和使用自动售烟机

个人、法人实体和组织若进口和使用自动售烟机,将被处以如下罚款:

1. 每台机器10,000,000基普,用于第一次违规;
2. 每台机器20,000,000基普,用于第二次违规;
3. 每台机器30,000,000基普,用于第三次违规。

对于个人和组织,若违规超过三次,每次将按第三次罚款金额处罚。

场所所有者若允许安装自动售烟机,将被处以每台机器10,000,000基普的罚款。

ພາສາລາວ (老挝语原文)

ມາດຕາ 14 (ປັບປຸງ) ການນຳເຂົ້າ ແລະ ໃຊ້ເຄື່ອງຈັກອັດຕະໂນມັດຂາຍຜະລິດຕະພັນຢາສູບ

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຫາກນຳເຂົ້າ ແລະ ໃຊ້ເຄື່ອງຈັກອັດຕະໂນມັດຂາຍຜະລິດຕະພັນຢາສູບ ຈະຖືກປັບໃໝ ດັ່ງນີ້:

1. 10,000,000 ກີບຕໍ່ເຄື່ອງ ສຳລັບການລະເມີດຄັ້ງທີໜຶ່ງ;
2. 20,000,000 ກີບຕໍ່ເຄື່ອງ ສຳລັບການລະເມີດຄັ້ງທີ່ສອງ;
3. 30,000,000 ກີບຕໍ່ເຄື່ອງ ສຳລັບການລະເມີດຄັ້ງທີ່ສາມ.

ສຳລັບບຸກຄົນ ແລະ ການຈັດຕັ້ງ ຫາກລະເມີດເກີນສາມຄັ້ງຂຶ້ນໄປ ຈະຖືກປັບໃໝ ເທົ່າກັບອັດຕາການປັບໃໝໃນຄັ້ງທີ່ສາມ ຕໍ່ຄັ້ງ.

ເຈົ້າຂອງສະຖານທີ່ ຫາກອະນຸຍາດໃຫ້ຕິດຕັ້ງເຄື່ອງຈັກອັດຕະໂນມັດຂາຍຜະລິດຕະພັນຢາສູບ ຈະຖືກປັບໃໝ 10,000,000 ກີບຕໍ່ເຄື່ອງ.

本页展示前 12 条,全文共 33 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译