ຄຳສັ່ງວ່າດ້ວຍ ການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ
关于加强法院登记工作指令
Instruction on Strengthening Court Registration Work
ບົດສະຫຼຸບ
ກົດໝາຍສະບັບນີ້ຮຽກຮ້ອງໃຫ້ບັນດາພະແນກການ ແລະ ປະຊາຊົນໃນແຂວງອັດຕະປື ປະຕິບັດຕາມກົດໝາຍວ່າດ້ວຍການຈົດທະບຽນສານຢ່າງເຂັ້ມງວດ, ບັງຄັບໃຫ້ມີການຮັບຮອງສັນຍາຊື້-ຂາຍ, ກູ້ຢືມ, ອະສັງຫາລິມະຊັບ ແລະ ເອກະສານຕ່າງໆ ເພື່ອຮັບປະກັນຜົນບັງຄັບໃຊ້ທາງກົດໝາຍ ແລະ ຫຼຸດຜ່ອນຂໍ້ຂັດແຍ່ງ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ຄະນະກຳມະການປົກຄອງແຂວງ ເລກທີ 5/ປຄປຂ
ອັດຕະປື, ວັນທີ 1 ພຶດສະພາ 2016
ຄຳສັ່ງ
ວ່າດ້ວຍ ການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ
ເຖິງ: ບັນດາທ່ານຫົວຫ້າພະແນກການ, ຫົວຫ້າອົງການທຽບເທົ່າ ອ້ອມຂ້າງແຂວງ, ຫົວຫ້າກອງບັນຊາການ ປກຊ ແຂວງ, ຫົວຫ້າກອງບັນຊາການ ປກສ ແຂວງ, ສາຂາທະນາຄານທຸລະກິດ ທັງພາກລັດ ແລະ ເອກະຊົນ, ປະທານ ຄະນະກຳມະການປົກຄອງເມືອງ 5 ຕົວເມືອງ, ສະຖາບັນການເງິນຈຸລະພາກ, ບໍລິສັດ, ຫ້າງຮ້ານ, ນັກທຸລະກິດ ແລະ ພໍແມ່ປະຊາຊົນ ໃນທົ່ວແຂວງ;
- ອີງຕາມ ມາດຕາ 20, ຂໍ້ທີ 16 ຂອງກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບເລກທີ 78/ສພຊ, ວັນທີ 20 ມີນາ 2025;
- ອີງຕາມ ກົດໝາຍວ່າດ້ວຍ ທະບຽນສານ ສະບັບເລກທີ 24/ສພຊ, ລົງວັນທີ 29 ທັນວາ 2022;
ອີງຕາມ ປະມວນກົດແພ່ງ ເລກທີ 55/ສພຊ, ນະຄອນຫຼວງວຽງຈັນ, ວັນທີ 6 ທັນວາ 2018;
- ອີງຕາມ ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 10/ນຍ, ລົງວັນທີ 01 ເມສາ 2016 ວ່າດ້ວຍການເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານທະບຽນສານ;
- ອີງຕາມ ຫັງສືສະເຫຼີ ຂອງພະແນກຍຸຕິທຳແຂວງ ສະບັບເລກທີ 67/ພຍຂ, ລົງວັນທີ 12 ກຸມພາ 2026;
ວຽກງານທະບຽນສານ ເປັນວຽກງານຫຼັກ ທີ່ມີບົດບາດສຳຄັນຂອງຂະແໜງຍຸຕິທຳ ໃນການຢັ້ງຢືນຄວາມຖືກຕ້ອງຕາມຄວາມເປັນຈິງ ແລະ ກົດໝາຍ ຂອງສັນຍາ, ເອກະສານ ຫຼື ຕາມການກຳນົດຂອງກົດໝາຍ, ຕາມຄວາມສະໝັກໃຈຂອງຄູ່ສັນຍາ ຫຼື ຜູ້ຂໍຢັ້ງຢືນ, ແນໃສ່ເພີ່ມທະວີນິຕິທຳ, ປົກປ້ອງ ສິດ ແລະ ຜົນປະໂຫຍດ ອັນຊອບທຳ ຂອງ
ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງ, ປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ແລະ ການພັດທະນາເສດຖະກິດ ສັງຄົມ ຂອງແຂວງ; ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ທະບຽນສານ ເຫັນວ່າຄວາມຮັບຮູ້ ແລະ ເຂົ້າໃຈ ຂອງສັງຄົມ ເຖິງຄວາມໜາຍ ຄວາມສຳຄັນ, ຜົນປະໂຫຍດ ທີ່ຈະໄດ້ຮັບຈາກການຢັ້ງຢືນ ໂດຍຂະແໜງທະບຽນສານ ແລະ ໜ່ວຍງານທະບຽນສານເມືອງ ຍັງບໍ່ທັນກວ້າງຂວາງ, ຫຼາຍພາກສ່ວນຍັງຖືເບົາ ພາໃຫ້ເກິດມີຫຼາຍສັນຍາ ຫຼື ຫຼາຍເອກະສານ ບໍ່ຖືກຕ້ອງ ຈຶ່ງເປັນສາເຫດຫຶ່ງ ທີ່ພາໃຫ້ເກິດມີຂໍ້ຂັດແຍ່ງ, ສ້າງຄວາມສັບສົນ ໃຫ້ແກ່ການຈັດຕັ້ງພັກ ລັດ ເຮັດໃຫ້ສັງຄົມ ບໍ່ມີຄວາມສະຫງົບ, ເນື່ອງມາຈາກສັນຍາ ແລະ ເອກະສານນັ້ນບໍ່ຖືກຕ້ອງ ຕາມກົດໝາຍ ແລະ ຄວາມເປັນຈິງ ເປັນຕົ້ນພິໄນກຳ, ລາຍເຊັນ, ລາຍໂປ້ມື, ເອກະສານສຳເນົາ ແລະ ອື່ນໆ;
ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ຂອງສັງຄົມ, ກ່ຽວກັບ ວຽກງານທະບຽນສານ ແລະ ເຮັດໃຫ້ກົດໝາຍວ່າດ້ວຍທະບຽນສານ ໄດ້ຮັບການປະຕິບັດຢ່າງເປັນເອກະພາບ, ໃນຂອບເຂດແຂວງອັດຕະປື, ທັງເປັນການຍົກສູງຄຸນນະພາບໃນການຢັ້ງຢືນສັນຍາ ຫຼື ເອກະສານອື່ນ ໃຫ້ມີຄຸນຄ່າທາງດ້ານກົດໝາຍ, ເປັນຫຼັກຖານໃຫ້ແກ່ການພິຈາລະນາຄະດີຂອງສານ, ຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ປະກອບສ່ວນສຳຄັນເຂົ້າໃນການສ້າງຄວາມຍຸຕິທຳ ແລະ ສີວິໄລຂອງສັງຄົມ;
ປະທານຄະນະກຳມະການປົກຄອງແຂວງ ອອກຄຳສັ່ງ:
1. ໃຫ້ບັນດາພະແນກການ, ອົງການລັດທຽບເທົ່າຂັ້ນແຂວງ, ອົງການຈັດຕັ້ງສັງຄົມ, ເມືອງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົງເພີ່ມທະວີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍທະບຽນສານ ແລະ ນິຕິກຳຕ່າງໆ
ກ່ຽວກັບ ວຽກງານທະບຽນສານຢ່າງເຂັ້ມງວດ ໂດຍໃຫ້ຖືເອົາການເຄົາລົບ ແລະ ປະຕິບັດກົດໝາຍວ່າດ້ວຍທະບຽນສານ ເປັນຂະບວນການຫຼັກທີ່ສຳຄັນ ໃນການສ້າງສັງຄົມ ໃຫ້ເປັນສັງຄົມທີ່ມີຄວາມຍຸຕິທຳ ແລະ ສີວິໄລ ຕາມແນວທາງຂອງພັກ, ປະກອບສ່ວນອັນສຳຄັນ ເຂົ້າໃນພາລະກິດສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງແຂວງອັດຕະປື;
2. ໃຫ້ບັນດາພະແນກການ, ອົງການລັດທຽບເທົ່າຂັ້ນແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ, ເອກະຊົນ ແລະ ພົນລະເມືອງລາວ, ຄົນຕ່າງປະເທດ ຮັບຮູ້ ແລະ ປະຕິບັດຢ່າງເປັນເອກະພາບ ໃນການນຳເອົາສັນຍາ ແລະ ເອກະສານປະເພດຕ່າງໆ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍທະບຽນສານ (ສະບັບປັບປຸງ) ເລກທີ 24/ສພຊ, ວັນທີ 29 ທັນວາ 2022 ມາຢັ້ງຢືນເຊິ່ງປະກອບມີດັງນີ້:
2.1. ສັນຍາທີ່ຕ້ອງນຳມາຢັ້ງຢືນ ມີດັງນີ້:
- ສັນຍາຊື້ຂາຍ, ແລກປ່ຽນ, ເຊົ່າຊື້, ມອບ ແລະ ໂອນ ພາຫານະທີ່ມີການຂຶ້ນທະບຽນທຸກປະເພດ;
- ສັນຍາຊື້ຂາຍ, ແລກປ່ຽນ, ເຊົ່າ, ມອບ ແລະ ໂອນ ອະສັງຫາລິມະຊັບ (ທີ່ດິນ, ເຮືອນ);
- ສັນຍາກູ້ຢືມ ທີ່ມີການຄ້າປະກັນດ້ວຍອະສັງຫາລິມະຊັບ ຫຼື ພາຫານະທີ່ມີການຂຶ້ນທະບຽນ;
- ສັນຍາ ແລະ ນິຕິກຳທີ່ມີການປ່ຽນແປງສິດນຳໃຊ້ທີ່ດິນ ແລະ ການເຄື່ອນໄຫວສິດນຳໃຊ້ທີ່ດິນ ເຊັ່ນ: ການສືບທອດມູນມໍລະດົກຕາມກົດໝາຍ ແລະ ການສືບທອດມູນມໍລະດົກຕາມພິນັຍກຳ, ສັນຍາຂາຍຝາກ, ສັນຍາແລກປ່ຽນ;
- ສັນຍາຊື້ຂາຍ, ສັນຍາຮຸ້ນສ່ວນ, ສັນຍາແຮງງານ, ສັນຍາມອບ, ໂອນ ຮຸ້ນ ຫຼື ກິດຈະການທຸກປະເພດ;
- ສັນຍາສຳປະທານ ລະຫວ່າງນິຕິບຸກຄົນ ກັບ ພາກລັດ, ສັນຍາເຊົ່າລະຫວ່າງບຸກຄົນ ກັບ ນິຕິບຸກຄົນ;
- ສັນຍາຮັບເຫຼົາກໍ່ສ້າງ-ສ້ອມແປງໂຄງຮ່າງພື້ນຖານ ທີ່ກ່ຽວຂ້ອງກັບການລົງທຶນຂອງລັດ;
ສັນຍາກູ້ຢືມ ແລະ ສັນຍາຄ້າປະກັນເງິນກູ້ ຂອງທະນາຄານ ແລະ ສະຖາບັນການເງິນຈຸລະພາກ ທີ່ມີການຄ້າປະກັນດ້ວຍອະສັງຫາລິມະຊັບ ຫຼື ອະສັງຫາລິມະຊັບ ແລະ ບັນຊີເງິນຝາກ ທຸກຄັ້ງ ຕ້ອງມາຢັ້ງຢືນທະບຽນ.
ນອກຈາກສັນຍາທີ່ກ່າວມາຂ້າງເທີງນີ້ແລ້ວ ສັນຍາອື່ນກໍສາມາດນຳມາຢັ້ງຢືນທະບຽນສານໄດ້.
2.2. ເອກະສານທີ່ຕ້ອງນຳມາຢັ້ງຢືນ ມີດັ່ງນີ້:
- ການແປພາສາ;
- ພິໄນກຳ;
- ກຳມະສິດ ກ່ຽວກັບຊັບເດີມ ແລະ ສິນສົມສ້າງ ຫຼື ຊັບຮ່ວມ;
- ເອກະສານສະບັບສຳເນົາຖ່າຍ: (ສະບັບກອບປີ)
- ລາຍເຊັນ ຫຼື ລາຍໂປ້ມື;
- ຮູບຖ່າຍທຽບກັບຕົວບຸກຄົນ;
- ເວລາ ແລະ ສະຖານທີ່ຢືນເອກະສານ;
- ເອກະສານອື່ນໆ;
ຈະຖືວ່າເປັນສັນຍາ ຫຼື ເອກະສານທີ່ຖືກຕ້ອງ, ສອດຄ່ອງ ແລະ ມີຄຸນຄ່າທາງດ້ານກົດໝາຍນັ້ນ, ຕ້ອງໄດ້ຮັບ
ການຢັ້ງຢືນຄວາມຖືກຕ້ອງ, ຈາກອົງການທະບຽນສານເທົ່ານັ້ນ, ໃນກໍລະນີສັນຍາ ຫຼື ເອກະສານທີ່ຍັງບໍ່ໄດ້ຮັບການຢັ້ງຢືນ ຈາກອົງການທະບຽນສານນັ້ນ, ໃຫ້ອົງການຈັດຕັ້ງລັດ ທີ່ກ່ຽວຂ້ອງແນະນຳບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ນຳໄປຢັ້ງຢືນຄວາມຖືກຕ້ອງ ຈາກອົງການທະບຽນສານທີ່ມີສິດອຳນາດກ່ອນ;
3. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ນຳເອົາສັນຍາ ຫຼື ເອກະສານຕ່າງໆ ມາຢັ້ງຢືນຄວາມຖືກຕ້ອງ ທາງດ້ານກົດໝາຍຈາກອົງການທະບຽນສານນັ້ນ, ຕ້ອງຈ່າຍຄ່າທຳນຽມ ແລະ ຄ່າບໍລິການ ຕາມກົດໝາຍວ່າດ້ວຍທະບຽນສານ ແລະ ລັດຖະບັນຍັດຂອງປະທານປະເທດ ທີ່ປະກາດໃຊ້ໃນແຕ່ລະໄລຍະ;
4. ພະແນກຍຸຕິທຳ ແຂວງ ກໍຄືຫ້ອງການຍຸຕິທຳເມືອງ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ ປະສານສົມທົບ ແລະ ຊຸກຍູ້ບັນດາພະແນກການ, ອົງການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ, ຫ້ອງການອ້ອມຂ້າງເມືອງ ໃນການຈັດຕັ້ງ
ປະຕິບັດ ແລະ ໂຄສະນາກົດໝາຍວ່າດ້ວຍທະບຽນສານ ແລະ ບັນດານິຕິກຳ ກ່ຽວກັບວຽກງານທະບຽນສານ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງ ເພື່ອໃຫ້ບັນດາຂະແໜງການ, ອົງການ ແລະ ພົນລະເມືອງທຸກຄົນ ຮັບຮູ້ ແລະ ເຂົ້າໃຈ ເຖິງຄວາມໝາຍ, ຄວາມສຳຄັນ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ ຈາກການຢັ້ງຢືນຄວາມຖືກຕ້ອງ ຂອງບັນດາສັນຍາ ແລະ ເອກະສານຕ່າງໆ ໂດຍອົງການທະບຽນສານ;
5. ໃຫ້ຄະນະກຳມະການປົກຄອງແຂວງ, ຄະນະກຳມະການປົກຄອງເມືອງ ເອົາໃຈໃສ່ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານທະບຽນສານ ໃນຂັ້ນຂອງຕົນ ປັບປຸງ ໃຫ້ມີຄວາມເຂັ້ມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ ແນໃສ່ຮັບປະກັນ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃຫ້ຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍທະບຽນສານ;
6. ໃຫ້ຄະນະພັກ, ຄະນະກຳມະການປົກຄອງແຂວງ, ຄະນະກຳມະການປົກຄອງເມືອງ ເພີ່ມທະວີຄວາມເອົາໃຈໃສ່ໃກ້ຊິດຕິດແທດ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກດ້ານຕ່າງໆ ເປັນຕົ້ນງົບປະມານ, ສະຖານທີ່ເຮັດວຽກ, ພາຫະນະ ແລະ ອຸປະກອນຮັບໃຊ້ທີ່ຈຳເປັນ ໃຫ້ອົງການດັ່ງກ່າວ ສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເຕັມສ່ວນ ແນໃສ່ຮັບປະກັນບໍລິການສັງຄົມ ດ້ວຍຄວາມວ່ອງໄວ, ຖືກຕ້ອງ ແລະ ມີປະສິດທິຜົນສູງ, ປະກອບສ່ວນໃນການພັດທະນາເສດຖະກິດ ສັງຄົມຂອງແຂວງ, ພ້ອມກັນນັ້ນ ກໍໃຫ້ເອົາໃຈໃສ່ຄຸ້ມຄອງເງິນລາຍຮັບທີ່ມາຈາກຄ່າທຳນຽມ ແລະ ຄ່າບໍລິການໃນການຢັ້ງຢືນສັນຍາ ແລະ ເອກະສານຕ່າງໆ ໃຫ້ຖືກຕ້ອງ, ສອດຄ່ອງ ຕາມລັດຖະບັນຍັດຂອງປະທານປະເທດທີ່ປະກາດໃຊ້ແຕ່ລະໄລຍະ ແລະ ລະບຽບການເງິນ, ງົບປະມານ;
7. ໃຫ້ພະແນກຍຸຕິທຳແຂວງ ເພີ່ມທະວີຄວາມເອົາໃຈໃສ່ໃນການຂຶ້ນແຜນ ສະເໜີກໍ່ສ້າງ, ບຳລຸງ ແລະ ຍົກລະດັບວິຊາສະເພາະ ໃຫ້ພະນັກງານທະບຽນສານຂັ້ນຕ່າງໆ ດ້ວຍຫຼາຍຮູບການເປັນຕົ້ນ ການຝຶກອົບຮົມໄລຍະສັ້ນ, ໄລຍະຍາວ ໃຫ້ເປັນລະບົບຕໍ່ເນື່ອງ ເພື່ອໃຫ້ໄດ້ຜູ້ຊຳນານງານ ຫຼື ຊ່ຽວຊານ ໃນວຽກງານດັ່ງກ່າວ ແນໃສ່ຮັບປະກັນຍົກສູງຄຸນນະພາບ ຂອງວຽກງານທະບຽນສານ, ຮັບປະກັນສະໜອງຂໍ້ມູນທີ່ຊັດເຈນ ໃຫ້ແກ່ການດຳເນີນຄະດີ ຂອງຂະບວນການຍຸຕິທຳ ໃຫ້ມີຄວາມວ່ອງໄວ ແລະ ຖືກຕ້ອງ ທັງຮັບປະກັນ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໃຫ້ມີຄວາມເຂັ້ມງວດ ແລະ ສັກສິດຫຼາຍຂຶ້ນ;
8. ມອບໃຫ້ພະແນກຍຸຕິທຳແຂວງ ເປັນເສນາທິການໃຫ້ແກ່ຄະນະກຳມະການປົກຄອງແຂວງ ແລະ ເປັນເຈົ້າການປະສານສົມທົບ, ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ, ພ້ອມທັງສະຫຼຸບ, ສັງລວມ
ແລະ ລາຍງານ ໃຫ້ຂັ້ນເທິງ ຢ່າງເປັນປົກກະຕິ ເພື່ອຊາບ ແລະ ມີທິດຊີ້ນຳ;
9. ບັນດາຫົວໜ້າພະແນກການ, ຫົວໜ້າອົງການລັດທຽບເທົ່າຂັ້ນແຂວງ, ກອງບັນຊາການ ປກຊ, ປກສ ແຂວງ, ຄະນະກຳມະການປົກຄອງເມືອງ, ພາກສ່ວນທີ່ກ່ຽວຂ້ອງ ພົນລະເມືອງຈົ່ງຮັບຮູ້ ແລະ ໃຫ້ຄວາມຮ່ວມມືໃນການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ຢ່າງເຂັ້ມງວດ;
10. ຄຳສັ່ງສະບັບນີ້ ປ່ຽນແທນ ຄຳແນະນຳ ສະບັບເລກທີ 936/ຈຂອປ, ລົງວັນທີ 14 ກັນຍາ 2016 ແລະ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
ປະທານຄະນະກຳມະການປົກຄອງແຂວງ
ບ່ອນສົ່ງ:
ຄະນະປະຈຳພັກແຂວງຜູ້ລະ 1 ສະບັບ (ເພື່ອຊາບ);
ພະແນກການ, ອົງການລັດທຽບເທົ່າ ສະບັບ (ເພື່ອປະຕິບັດ);
ກອງບັນຊາການ ປກຊ, ປກສ ແຂວງ 1 ສະບັບ (ເພື່ອປະຕິບັດ);
ປະທານຄະນະກຳມະການປົກຄອງເມືອງ 5 ເມືອງ ໆລະ 1 ສະບັບ (ເພື່ອປະຕິບັດ);
ເກັບຮັກສາ 1 ສະບັບ.
ທະນູໄຊ ບັນຊາລິດ
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ