ຂໍ້ຕົກລົງວ່າດ້ວຍ ສະຫຼາກຜະລິດຕະພັນອາຫານ ແລະ ອຸປະກອນກ່ຽວກັບອາຫານສຳລັບເດັກອ່ອນ ແລະ ເດັກນ້ອຍ

婴幼儿食品及食品相关产品标签协议

Agreement on Labeling of Infant Food and Food-Related Products

ບົດສະຫຼຸບ

ຂໍ້ຕົກລົງນີ້ຄຸ້ມຄອງການຕິດສະຫຼາກອາຫານເດັກອ່ອນ ແລະ ວັດສະດຸສຳພັດໃນ ສປປ ລາວ, ບັງຄັບໃຫ້ມີການລະບຸຂໍ້ມູນຄວາມປອດໄພ, ໂພຊະນາການ ແລະ ຄຳເຕືອນເປັນພາສາລາວ ເພື່ອຊີ້ນຳການຜະລິດ, ການນຳເຂົ້າ ແລະ ການຈຳໜ່າຍ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 1 ສະຫຼາກ ຜະລິດຕະພັນອາຫານ ແລະ ອຸປະກອນ ກ່ຽວກັບອາຫານສຳລັບເດັກອ່ອນ ແລະ ເດັກນ້ອຍ

ສະຫຼາກ ຜະລິດຕະພັນອາຫານ ແລະ ອຸປະກອນ ກ່ຽວກັບ ອາຫານ ສຳລັບເດັກອ່ອນ ແລະ ເດັກນ້ອຍ ແມ່ນ ເຄື່ອງໝາຍການຄ້າ, ຮູບພາບ ຫຼື ຂໍ້ຄວາມທີ່ຕິດຢູ່ພາຊະນະຫຸ້ມຫໍ່ບັນຈຸອາຫານ ແລະ ອຸປະກອນ ກ່ຽວກັບ ອາຫານ ເພື່ອຈຸດປະສົງໃຫ້ຂໍ້ມູນ ກ່ຽວກັບ ຜູ້ຜະລິດ, ຜູ້ນຳເຂົ້າ, ຜູ້ຈຳໜ່າຍ, ການນຳໃຊ້ ແລະ ການເກັບຮັກສາ. ສະຫຼາກ ເປັນອົງປະກອບທີ່ມີບົດບາດສຳຄັນ ຊຶ່ງບັງຄັບໃຫ້ລະບຸຂໍ້ມູນລາຍລະອຽດທີ່ຈຳເປັນ ດ້ານຄວາມປອດໄພ, ດ້ານໂພຊະນາການ ທີ່ເໝາະສົມກັບອາຍຸຂອງເດັກອ່ອນ ແລະ ເດັກນ້ອຍ ແນໃສ່ເພື່ອແນະນຳ ຜູ້ປະກອບການ, ຜູ້ຊົມໃຊ້ ລວມທັງພໍ່ແມ່, ຜູ້ປົກຄອງ ແລະ ຜູ້ດູແລເດັກ.

ມາດຕາ ມາດຕາ 2

ມາດຕາ 2 ຂອບເຂດການນຳໃຊ້

ຂໍຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວຂ້ອງກັບການ ຄຸ້ມຄອງ, ຜະລິດ, ນຳເຂົ້າ ແລະ ຈຳໜ່າຍ ຜະລິດຕະພັນ ແລະ ອຸປະກອນກ່ຽວກັບອາຫານສຳລັບເດັກອ່ອນ ແລະ ເດັກນ້ອຍ.

ມາດຕາ ມາດຕາ 3

ມາດຕາ 3 ສະຫຼາກຜະລິດຕະພັນອາຫານ ສຳລັບເດັກອ່ອນ ແລະ ເດັກນ້ອຍ
ຜະລິດຕະພັນອາຫານ ສຳລັບເດັກອ່ອນ ແລະ ເດັກນ້ອຍ ທີ່ຜະລິດ, ນຳເຂົ້າ ແລະ ຈຳໜາຍ ໃນ ສປປ ລາວ ຕ້ອງໃສ່ສະຫຼາກທີ່ ມີຊື່ ແລະ ເນື້ອໃນ ເປັນພາສາລາວ ໃຫ້ຖືກຕ້ອງ ຕາມຂໍ້ຕົກລົງສະບັບນີ້. ອົງປະກອບສະຫຼາກຕ້ອງມີດັ່ງລຸ່ມນີ້:
1. ຊື່ຂອງຜະລິດຕະພັນ;
2. ສ່ວນປະສົມ ຫຼື ສ່ວນປະກອບຂອງຜະລິດຕະພັນອາຫານ;
3. ນໍ້າໜັກ ຫຼື ບໍລິມາດໃນການບັນຈຸ;
4. ຊື່ທີ່ຢູ່ຂອງສະຖານທີດຳເນີນທຸລະກິດອາຫານ ແລະ ເງື່ອນໄຂໃນການຕິດຕໍ່ຂອງຜູ້ຜະລິດ ຫຼື ຜູ້ນຳເຂົ້າ;
5. ວັນເດືອນປີຜະລິດ ແລະ ວັນເດືອນປີໝົດອາຍຸ;
6. ເລກທີຂຶ້ນທະບຽນ ອຍ ຂອງຜະລິດຕະພັນອາຫານ;
7. ຂໍ້ແນະນຳໃນການນຳໃຊ້, ເກັບຮັກສາ ແລະ ຄຳເຕືອນ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 11 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ