食品进出口及过境协议(修订版)
ຂໍ້ຕົກລົງວ່າດ້ວຍ ການນຳເຂົ້າ - ສົ່ງອອກ, ແລະ ຜ່ານແດນອາຫານ (ສະບັບປັບປຸງ)
Agreement on Import, Export, and Transit of Food (Revised)
简介
该法规调整老挝食品进出口及过境活动,核心内容为定义相关术语、明确适用范围、规定登记许可程序及贸易原则(如相互承认、非歧视、透明度)。
Summary
This regulation governs the import, export, and transit of food in Laos, defining relevant terms, specifying scope, registration and licensing procedures, and trade principles such as mutual recognition, non-discrimination, and transparency.
ບົດສະຫຼຸບ
ກົດໝາຍສະບັບນີ້ຄຸ້ມຄອງການນຳເຂົ້າ, ສົ່ງອອກ ແລະ ຜ່ານແດນອາຫານຂອງລາວ, ເນື້ອໃນຫຼັກປະກອບດ້ວຍການກຳນົດຄຳສັບທີ່ກ່ຽວຂ້ອງ, ຊີ້ແຈງຂອບເຂດການນຳໃຊ້, ກຳນົດຂັ້ນຕອນການຈົດທະບຽນ ແລະ ອະນຸຍາດ ພ້ອມທັງຫຼັກການການຄ້າ (ເຊັ່ນ: ການຮັບຮູ້ເຊິ່ງກັນແລະກັນ, ການບໍ່ຈຳແນກ, ຄວາມໂປ່ງໃສ).
条文
第ມາດຕາ 1条
第2条 食品的进口、出口和过境(修订)
食品、食品添加剂、食品容器和包装材料的进口、出口和过境,包括食品捐赠,是指对进口、出口、临时进口、临时出口、转口和过境的食品、食品添加剂、食品容器和包装材料进行登记、许可、检查和监督。
ພາສາລາວ (老挝语原文)
ມາດຕາ 2 ການນຳເຂົ້າ - ສົ່ງອອກ ແລະ ຜ່ານແດນອາຫານ (ປັບປຸງ)
ການນຳເຂົ້າ - ສົ່ງອອກ ແລະ ຜ່ານແດນ ອາຫານ, ທາດເພີ່ມອາຫານ, ພາຊະນະບັນຈຸ ແລະ ຫຸ້ມຫໍ່ອາຫານ ລວມທັງການບໍລິຈາກອາຫານ ແມ່ນການຂຶ້ນທະບຽນ, ອອກອະນຸຍາດ, ກວດກາ ແລະ ຕິດຕາມ ອາຫານ, ທາດເພີ່ມອາຫານ, ພາຊະນະບັນຈຸ ແລະ ຫຸ້ມຫໍ່ອາຫານນຳເຂົ້າ, ສົ່ງອອກ, ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ອາຫານ.
第ມາດຕາ 2条
第2条 词语解释(修订)
本协议中使用的词语含义如下:
1. 食品 指成品、半成品形态的物体或物质,包括新鲜、生鲜食品,供人消费,包括饮料、其他饮料产品以及在生产、制备、加工或调配中使用的任何物质,但不包括化妆品、烟草和用作药品的物质;
2. 进口-出口 指将食品带出或带入老挝人民民主共和国,包括临时进口和进口用于展示;
3. 过境 指通过老挝人民民主共和国领土将食品运往第三国;
4. 临时进口 指进口食品、食品添加剂用于生产、改制、分装、转运、展示或在一段时间内存放于仓库,旨在再出口,不允许在老挝人民民主共和国销售、分销和销毁;
5. 临时出口 指将食品从老挝人民民主共和国带往国外展示、研究、试验、科研,未销售或转让所有权,然后返回老挝人民民主共和国;
6. 转口进口 指将食品和食品添加剂带入老挝人民民主共和国,以便停留、转运、仓储,然后转口至第三国,未在老挝人民民主共和国销售、分销和销毁;
7. 进口用于展示的食品 指允许仅用于展示目的进口的食品,数量按税法规定;
8. 食品添加剂 指为技术目的添加到食品中的物质,包括形状、味道、气味、颜色等,用于食品的生产、制备、加工、处理、包装、运输和储存,可能直接或间接影响食品的特定特性;
9. 食品安全管理机构 指根据食品法规定的具有食品安全管理权限的机构,国际通称为:食品安全管理局(Food Safety Authority);
10. 认可第三方机构 指由老挝人民民主共和国食品安全管理机构或食品出口国食品安全管理机构授权的机构,以执行与食品安全控制相关的活动;
11. 认证 指由食品安全管理机构或官方认可的第三方机构对质量和食品安全的正式认可;
12. 官方食品检测实验室 指由卫生部认可和授权的食品检测实验室;
13. 食品捐赠 指通过个人、法人、国家组织、国际组织和基金会(国内或国外)进口-出口和过境食品以援助人民,捐赠者不期望从受赠者处获得利润、义务或回报。
ພາສາລາວ (老挝语原文)
ມາດຕາ 2 ການອະທິບາຍຄຳສັບ (ປັບປຸງ)
ບັນດາຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍດັ່ງນີ້:
1. ອາຫານ ໝາຍເຖິງ ວັດຖຸ ຫຼື ສານ ຊຶ່ງຢູ່ໃນຮູບແບບ ສຳເລັດຮູບ, ເຄິ່ງສຳເລັດຮູບ ເປັນຕົ້ນ ອາຫານສົດ, ດິບ, ເພື່ອການບໍລິໂພກຂອງຄົນລວມທັງເຄື່ອງດື່ມ, ເຄື່ອງດື່ມລິດຕະພັນອື່ນ ແລະ ສານໃດໆທີ່ນຳໃຊ້ ໃນການຜະລິດ, ການກະກຽມປຸງແຕ່ງ ຫຼື ການແຕ່ບໍ່ລວມເອົາເຄື່ອງສຳອາງ, ຢາສູບ ແລະ ສານທີ່ນຳໃຊ້ເປັນຢາປົວພະຍາດ;
2. ການນຳເຂົ້າ - ສົ່ງອອກ ໝາຍເຖິງ ການນຳເອົາອາຫານອອກ ຫຼື ນຳເຂົ້າມາໃນ ສປປ ລາວ ລວມທັງການນຳເຂົ້າຊົ່ວຄາວ ແລະ ນຳເຂົ້າເພື່ອວາງສະແດງ;
3. ການຜ່ານແດນ ໝາຍເຖິງ ການຂົນສົ່ງອາຫານໄປຍັງປະເທດທີສາມ ທີ່ຜ່ານດິນແດນຂອງ ສປປ ລາວ;
4. ການນຳເຂົ້າຊົ່ວຄາວ ໝາຍເຖິງ ການນຳເຂົ້າອາຫານ, ທາດເພີ່ມອາຫານ ເພື່ອມາຜະລິດ, ແປຮູບ, ແບ່ງບັນຈຸ, ຄ່ຽນຖ່າຍ, ວາງສະແດງ ຫຼື ຈັດເກັບໄວ້ໃນສາງສິນຄ້າໄລຍະເວລາໃດໜຶ່ງ ແນໃສ່ເພື່ອສົ່ງອອກຄືນ ຊຶ່ງບໍ່ອະນຸຍາດໃຫ້ຈຳໜ່າຍ, ແຈກຢາຍ ແລະ ທຳລາຍ ໃນ ສປປ ລາວ;
5. ການສົ່ງອອກຊົ່ວຄາວ ໝາຍເຖິງ ການນຳເອົາອາຫານຈາກ ສປປ ລາວ ເພື່ອໄປວາງສະແດງ, ຄົ້ນຄວ້າ, ທົດລອງ, ວິໄຈ ຢູ່ຕ່າງປະເທດ ໂດຍບໍ່ໄດ້ຈຳໜ່າຍ ຫຼື ມອບໂອນກຳມະສິດ ແລ້ວນຳກັບຄືນ ເຂົ້າມາ ໃນ ສປປ ລາວ;
6. ການນຳເຂົ້າເພື່ອສົ່ງອອກຕໍ່ ໝາຍເຖິງ ການນຳເອົາອາຫານ ແລະ ທາດເພີ່ມອາຫານ ເຂົ້າມາ ໃນ ສປປ ລາວ ເພື່ອພັກເຊົາ, ຄ່ຽນຖ່າຍ, ເກັບມ້ຽນໃນສາງ ແລ້ວສົ່ງອອກຕໍ່ ໄປຍັງປະເທດທີສາມ ໂດຍບໍ່ໄດ້ຈຳໜ່າຍ, ແຈກຢາຍ ແລະ ທຳລາຍ ຢູ່ໃນ ສປປ ລາວ;
7. ອາຫານທີ່ນຳເຂົ້າມາເພື່ອວາງສະແດງ ໝາຍເຖິງ ອາຫານທີ່ອະນຸຍາດໃຫ້ນຳເຂົ້າສະເພາະການວາງສະແດງ ໃນປະລິມານຕາມທີ່ໄດ້ກຳນົດໃນກົດໝາຍ ວ່າດ້ວຍພາສີ;
8. ທາດເພີ່ມອາຫານ ໝາຍເຖິງ ສານທີ່ເພີ່ມໃສ່ອາຫານ ເພື່ອຈຸດປະສົງທາງດ້ານເຕັກນິກ ລວມທັງຮູບຮ່າງ, ລົດຊາດ, ກິ່ນ, ສີ ແລະ ອື່ນໆ ທີ່ນຳໃຊ້ໃນການຜະລິດ, ການກະກຽມ, ປຸງແຕ່ງ, ການບຳບັດ, ການຫຸ້ມຫໍ່, ການຂົນສົ່ງ ແລະ ການເກັບຮັກສາອາຫານ ຊຶ່ງອາດເປັນຜົນທາງກົງ ຫຼື ທາງອ້ອມ ຕໍ່ຄຸນລັກສະນະສະເພາະຂອງອາຫານ;
9. ອົງການຄຸ້ມຄອງຄວາມປອດໄພອາຫານ ໝາຍເຖິງ ອົງການທີ່ມີອຳນາດຄຸ້ມຄອງກ່ຽວກັບຄວາມປອດໄພອາຫານທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍອາຫານ ຊຶ່ງເອີ້ນເປັນພາສາສາກົນວ່າ: ອົງການຄຸ້ມຄອງຄວາມປອດໄພອາຫານ (Food Safety Authority);
10. ການຮັບຮອງເອົາອົງກອນທີສາມ ໝາຍເຖິງ ອົງກອນ ທີ່ໄດ້ຮັບອະນຸຍາດ ໂດຍອົງການຄຸ້ມຄອງຄວາມປອດໄພອາຫານ ຂອງ ສປປ ລາວ ຫຼື ຈາກອົງການຄຸ້ມຄອງຄວາມປອດໄພອາຫານຂອງປະເທດສົ່ງອອກອາຫານ ເພື່ອປະຕິບັດກິດຈະກຳ ທີ່ກ່ຽວຂ້ອງກັບການຄວບຄຸມຄວາມປອດໄພອາຫານ;
11. ການຢັ້ງຢືນ ໝາຍເຖິງ ການຮັບຮອງຢ່າງເປັນທາງການ ດ້ານຄຸນນະພາບ ແລະ ຄວາມປອດໄພອາຫານ ໂດຍອົງການຄຸ້ມຄອງຄວາມປອດໄພອາຫານ ຫຼື ອົງກອນທີສາມທີ່ຖືກຮັບຮູ້ເປັນທາງການ;
12. ຫ້ອງວິໄຈອາຫານທີ່ເປັນທາງການ ໝາຍເຖິງ ຫ້ອງວິໄຈອາຫານທີ່ຖືກຮັບຮູ້ ແລະ ອະນຸຍາດຈາກກະຊວງສາທາລະນະສຸກ;
13. ການບໍລິຈາກອາຫານ ໝາຍເຖິງ ການນຳເຂົ້າ - ສົ່ງອອກ ແລະ ຜ່ານແດນ ອາຫານ ເພື່ອໄປຊ່ວຍເຫຼືອປະຊາຊົນ ໂດຍຜ່ານ ບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງຂອງລັດ, ສາກົນ ແລະ ມູນນິທິ ທັງພາຍໃນ ຫຼື ຕ່າງປະເທດ ຊຶ່ງຜູ້ໃຫ້ການບໍລິຈາກ ບໍ່ໄດ້ຫວັງຜົນກຳໄລ, ຂໍ້ຜູກມັດ ຫຼື ສິ່ງຕອບແທນ ຈາກຜູ້ຮັບ.
第ມາດຕາ 3条
第4条 适用范围(修订)
本协议适用于从事食品、食品添加剂、食品容器及包装的进口、出口、临时进口、临时出口、转口和过境以及食品捐赠业务的个人、法人、国内和国外组织,但不包括由农业和林业部门管理的初级农产品的进口、出口、临时进口、临时出口、转口和过境。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້ (ປັບປຸງ)
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດກ່ຽວກັບການນຳເຂົ້າ, ສົ່ງອອກ, ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ອາຫານ, ທາດເພີ່ມອາຫານ, ພາຊະນະບັນຈຸ ແລະ ຫຸ້ມຫໍ່ອາຫານ ລວມທັງ ການບໍລິຈາກອາຫານ, ຊຶ່ງບໍ່ລວມເອົາການນຳເຂົ້າ, ສົ່ງອອກ, ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ຜະລິດຕະພັນກະສິກຳເບື້ອງຕົ້ນທີ່ຄຸ້ມຄອງໂດຍຂະແໜງການກະສິກຳ ແລະ ປ່າໄມ້.
第ມາດຕາ 4条
第4条 贸易实践原则(修订)
贸易实践必须遵循以下原则:
1. 相互承认
食品与药品局或食品安全管理机构必须与具有同等食品安全管理体系或条件的贸易伙伴国,或符合本协议的老挝人民民主共和国与贸易伙伴国之间的特定协议,相互承认;
2. 非歧视性待遇
食品的进口、出口、临时进口、临时出口、转口和过境,必须对所有贸易伙伴国采取同等措施,并在国内外享有平等;
3. 透明度
食品与药品局必须提供关于食品进口、出口、临时进口、临时出口、转口和过境的现行法规和措施的信息,如有变更,必须与多个相关部门协商,通过媒体、官方公报和入境口岸及时公布,以促进贸易便利化,紧急情况除外。
食品与药品局必须确保对拟变更的法规有六十天的评议期。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການການປະຕິບັດທາງດ້ານການຄ້າ (ປັບປຸງ)
ການປະຕິບັດທາງດ້ານການຄ້າ ຕ້ອງປະຕິບັດຕາມຫຼັກການດັ່ງນີ້:
1. ການຮັບຮູ້ຊຶ່ງກັນ ແລະ ກັນ
ກົມອາຫານ ແລະ ຢາ ຫຼື ອົງການຄຸ້ມຄອງຄວາມປອດໄພອາຫານ ຕ້ອງໄດ້ມີການຮັບຮູ້ຊຶ່ງກັນ ແລະ ກັນ ກັບບັນດາປະເທດຄູ່ຄ້າ ທີ່ມີລະບົບຄຸ້ມຄອງຄວາມປອດໄພອາຫານ ຫຼື ເງື່ອນໄຂຕ່າງໆ ທີ່ມີຄວາມເທົ່າທຽມກັນ ຫຼື ມີການຕົກລົງສະເພາະລະຫວ່າງ ສປປ ລາວ ແລະ ປະເທດຄູ່ຄ້າ ທີ່ສອດຄ່ອງກັບຂໍ້ຕົກລົງສະບັບນີ້;
2. ການບໍ່ຈຳແນກປະຕິບັດ
ການນຳເຂົ້າ, ສົ່ງອອກ, ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ອາຫານ ຕ້ອງປະຕິບັດມາດຕະການໃນລັກສະນະເທົ່າທຽມກັນກັບທຸກປະເທດຄູ່ຄ້າ ແລະ ມີຄວາມສະເໝີພາບທັງພາຍໃນ ແລະ ຕ່າງປະເທດ;
3. ຄວາມໂປ່ງໃສ
ກົມອາຫານ ແລະ ຢາ ຕ້ອງສະໜອງຂໍ້ມູນກ່ຽວກັບລະບຽບການ ແລະ ມາດຕະການ ກ່ຽວກັບການນຳເຂົ້າ, ສົ່ງອອກ, ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ອາຫານ ທີ່ມີຢູ່ໃນປັດຈຸບັນ ຫຼື ຖ້າມີການປ່ຽນແປງ ຕ້ອງມີການປະກອບສ່ວນຮ່ວມກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ໂດຍເຜີຍແຜ່ຜ່ານສື່ມວນຊົນ, ໃນຈົດໝາຍເຫດທາງລັດຖະການ ແລະ ຢູ່ທີ່ດ່ານນຳເຂົ້າຢ່າງທັນການວ່ອງໄວ ເພື່ອອຳນວຍຄວາມສະດວກທາງດ້ານການຄ້າ, ຍົກເວັ້ນໃນກໍລະນີສຸກເສີນ.
ກົມອາຫານ ແລະ ຢາ ຕ້ອງຮັບປະກັນໃຫ້ມີເວລາ ຫົກສິບວັນ ສຳລັບການອອກຄຳເຫັນ ກ່ຽວກັບລະບຽບການທີ່ໄດ້ນຳສະເໜີ ເພື່ອການປ່ຽນແປງ.
第ມາດຕາ 5条
第5条 一般原则(修订)
从事食品进口、出口、临时进口、临时出口、转口和过境业务的个人、法人或国内外组织,必须在向食品药品司或省、首都卫生厅(根据授权)申请许可前进行食品登记,具体细节由关于食品登记的协议规定;
申请许可可以在食品药品司、省、首都卫生厅(根据授权)申请食品进口、出口、临时进口、临时出口、转口和过境许可,并在全国范围内的国际口岸、传统口岸和地方口岸实际进行进口、出口、临时进口、临时出口、转口和过境操作,须按照卫生部确定的清单,并向口岸食品药品检查官员提交文件;
接收国内或国外食品,并按照本协议关于进出口的规定执行。
食品捐赠,捐赠者必须持有捐赠方组织和接收方的证明文件。
ພາສາລາວ (老挝语原文)
ມາດຕາ 5 ຫຼັກການທົ່ວໄປ (ປັບປຸງ)
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດກ່ຽວກັບການນຳເຂົ້າ, ສົ່ງອອກ, ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ອາຫານ ຕ້ອງໄດ້ຂຶ້ນທະບຽນອາຫານ ກ່ອນການຂໍອະນຸຍາດ ນຳກົມອາຫານ ແລະ ຢາ ຫຼື ພະແນກສາທາລະນະສຸກ ແຂວງ, ນະຄອນຫຼວງ ຕາມການມອບໝາຍ, ລາຍລະອຽດໄດ້ກຳນົດໄວ້ ໃນຂໍ້ຕົກລົງ ວ່າດ້ວຍການຂຶ້ນທະບຽນອາຫານ;
ການຂໍອະນຸຍາດ ແມ່ນສາມາດຂໍອະນຸຍາດນຳເຂົ້າ, ສົ່ງອອກ, ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນອາຫານ ຢູ່ກົມອາຫານ ແລະ ຢາ, ພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ຕາມການມອບໝາຍ ແລະ ປະຕິບັດການນຳເຂົ້າ, ສົ່ງອອກ, ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ຕົວຈິງຢູ່ດ່ານສາກົນ, ດ່ານປະເພນີ ແລະ ດ່ານທ້ອງຖິ່ນ ຕາມບັນຊີ ທີ່ກະຊວງສາທາລະນະສຸກກຳນົດ ໃນຂອບເຂດທົ່ວປະເທດ ແລະ ຕ້ອງແຈ້ງເອກະສານຕໍ່ເຈົ້າໜ້າທີ່ກວດກາອາຫານ ແລະ ຢາ ປະຈຳດ່ານ;
ຮັບອາຫານ ພາຍໃນ ຫຼື ຕ່າງປະເທດ ແລະ ປະຕິບັດຕາມການນຳເຂົ້າ - ສົ່ງອອກ ຂອງຂໍ້ຕົກລົງສະບັບນີ້.
ການບໍລິຈາກອາຫານ ຜູ້ໃຫ້ການບໍລິຈາກ ຕ້ອງມີໃບຢັ້ງຢືນຈາກອົງການຈັດຕັ້ງຂອງຜູ້ໃຫ້ ແລະ ຜູ້ຮັບ.
第ມາດຕາ 6条
第6条 食品进口、出口、临时进口、临时出口、转口和过境的条件(修订)
个人、法人或组织有意在老挝人民民主共和国进口、出口、临时进口、临时出口、转口和过境食品的,必须遵守《食品法》(修订版)第34、35、36、40、41条和本协议的规定。
食品进口、出口、临时进口、临时出口、转口和过境者必须是食品进出口公司、食品生产厂、国家机关、国际组织、非政府组织、协会和基金会,并须具备以下条件:
1. 必须有符合规定标准的适当场所用于储存和分销食品,例如仓库、需冷藏食品的冷藏室、运输工具和适当的设备,以确保食品的安全和质量保持原状;
2. 拥有经过食品安全基础培训的技术人员;
3. 有跟踪和召回存在质量和安全问题的食品产品的系统;
4. 必须保证进口到老挝人民民主共和国的食品在到期前至少剩余60%的保质期,符合标准、质量和安全,但经许可从第三国进口的过境食品除外。
食品过境者必须在过境日前至少5个工作日向食品药品局或省、首都的食品药品处提交按规定格式的文件,以供审议。
ພາສາລາວ (老挝语原文)
ມາດຕາ 6 ເງື່ອນໄຂຂອງຜູ້ນຳເຂົ້າ, ສົ່ງອອກ, ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ອາຫານ (ປັບປຸງ)
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ນຳເຂົ້າ, ສົ່ງອອກ, ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ອາຫານ ໃນ ສປປ ລາວ ຕ້ອງປະຕິບັດຕາມກົດໝາຍ ວ່າດ້ວຍອາຫານ (ສະບັບປັບປຸງ), ມາດຕາ 34, 35, 36, 40, 41 ແລະ ຂໍ້ຕົກລົງສະບັບນີ້.
ຜູ້ນຳເຂົ້າ, ສົ່ງອອກ, ນຳເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ, ນຳເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ອາຫານ ຕ້ອງແມ່ນບໍລິສັດຂາອອກ - ຂາເຂົ້າອາຫານ, ໂຮງງານຜະລິດອາຫານ, ອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງ ທີ່ບໍ່ແມ່ນລັດຖະບານ, ສະມາຄົມ ແລະ ມູນນິທິ ຊຶ່ງຕ້ອງມີເງື່ອນໄຂດັ່ງນີ້:
1. ຕ້ອງມີສະຖານທີ່ເໝາະສົມ ໃນການເກັບຮັກສາ ແລະ ແຈກຢາຍອາຫານ ຕາມມາດຕະຖານທີ່ໄດ້ກຳນົດໄວ້ ເປັນຕົ້ນແມ່ນ ສາງ, ຫ້ອງເຢັນສຳລັບອາຫານທີ່ຕ້ອງຮັກສາຢູ່ໃນຄວາມເຢັນ, ພາຫະນະຂົນສົ່ງ ແລະ ອຸປະກອນທີ່ເໝາະສົມ ເພື່ອຮັບປະກັນຄວາມປອດໄພ ແລະ ຄຸນນະພາບຂອງອາຫານ ໃຫ້ຄົງຢູ່ໃນສະພາບເດີມ;
2. ມີວິຊາການທີ່ໄດ້ຜ່ານການຝຶກອົບຮົມຂັ້ນພື້ນຖານ ດ້ານຄວາມປອດໄພອາຫານ;
3. ມີລະບົບຕິດຕາມ ແລະ ຮຽກຄືນຜະລິດຕະພັນອາຫານ ທີ່ມີບັນຫາທາງດ້ານຄຸນນະພາບ ແລະ ຄວາມປອດໄພ;
4. ຕ້ອງຮັບປະກັນວ່າອາຫານທີ່ນຳເຂົ້າມາຮອດ ສປປ ລາວ ຕ້ອງມີອາຍຸການບໍລິໂພກໃຫ້ເຫຼືອຢ່າງນ້ອຍ 60 ເປີເຊັນ ກ່ອນທົດອາຍຸ, ບັນລຸມາດຕະຖານ, ມີຄຸນນະພາບ ແລະ ມີຄວາມປອດໄພ ຍົກເວັ້ນ ອາຫານຜ່ານແດນທີ່ໄດ້ຮັບການອະນຸຍາດນຳເຂົ້າຈາກປະເທດທີສາມ.
ຜູ້ສົ່ງຜ່ານອາຫານ ຕ້ອງຍື່ນເອກະສານຕາມແບບຟອມທີ່ໄດ້ກຳນົດໄວ້ ຢ່າງໜ້ອຍ 05 ວັນລັດຖະການ ກ່ອນວັນທີຈະສົ່ງຜ່ານ ຢູ່ກົມອາຫານ ແລະ ຢາ ຫຼື ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນຫຼວງ ຕາມການມອບໝາຍ ເພື່ອພິຈາລະນາ.
第ມາດຕາ 7条
第7条 关于食品进口的原则
在老挝人民民主共和国境内从事食品进口业务以进行销售的个人、法人或国内外组织,必须向食品和药品司或省级卫生厅(根据授权)进行食品注册。
食品进口必须遵守老挝人民民主共和国的法律、法规和食品标准,并必须确保食品安全且适合消费。
ພາສາລາວ (老挝语原文)
ມາດຕາ 7 ຫຼັກການກ່ຽວກັບການນຳເຂົ້າອາຫານ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດກ່ຽວກັບການນຳເຂົ້າອາຫານເພື່ອຈຳໜ່າຍໃນ ສປປ ລາວ ຈະຕ້ອງໄດ້ຂຶ້ນທະບຽນອາຫານ ນຳກົມອາຫານ ແລະ ຢາ ຫຼື ພະແນກສາທາລະນະສຸກແຂວງ ຕາມການມອບໝາຍ.
ການນຳເຂົ້າອາຫານຕ້ອງປະຕິບັດຕາມກົດໝາຍ, ລະບຽບການ ແລະ ມາດຕະຖານອາຫານຂອງ ສປປ ລາວ ແລະ ຕ້ອງຮັບປະກັນອາຫານມີຄວາມປອດໄພ ແລະ ເໝາະສົມແກ່ການບໍລິໂພກ.
第ມາດຕາ 8条
第8条 申请进口许可的文件
申请进口许可必须提交的文件如下:
1. 食品进口许可申请书(1份);
2. 老挝食品注册证书(1份);
3. 发票和装箱单(8份);
4. 出口国食品安全管理机构或卫生部认可的实验室出具的食品安全检测结果证明(1份);
5. 出口国食品安全管理机构出具的食品注册证书或食品销售许可证(1份);
6. 出口国出具的良好生产规范(GMP)证书或食品安全管理体系(ISO 22000)证书(1份);
7. 企业登记证复印件(1份);
8. 老挝语标签或贴纸(1份);
9. 食品产品样品(每种1份)。
证书有效期不得少于3个月,须为英文正本;如为副本,须由进口公司盖章。
ພາສາລາວ (老挝语原文)
ມາດຕາ 8 ການປະກອບເອກະສານຂໍອະນຸຍາດນຳເຂົ້າ
ເອກະສານທີ່ຕ້ອງປະກອບ ເພື່ອຂໍອະນຸຍາດນຳເຂົ້າມີດັ່ງນີ້:
1. ໃບຄຳຮ້ອງຂໍອະນຸຍາດ ນຳເຂົ້າອາຫານ (1 ສະບັບ);
2. ໃບຢັ້ງຢືນການຂຶ້ນທະບຽນອາຫານຂອງ ສປປ ລາວ (1 ສະບັບ);
3. ໃບແຈ້ງລາຄາສິນຄ້າ ແລະ ໃບມັດທໍ່ສິນຄ້າ (8 ສະບັບ);
4. ໃບຢັ້ງຢືນຜົນການວິໄຈທາງດ້ານຄວາມປອດໄພອາຫານ ຈາກອົງການຄຸ້ມຄອງຄວາມປອດໄພອາຫານປະເທດສົ່ງອອກ ຫຼື ຫ້ອງວິໄຈທີ່ກະຊວງສາທາລະນະສຸກຮັບຮູ້ (1 ສະບັບ);
5. ໃບຢັ້ງຢືນການຂຶ້ນທະບຽນ ຫຼື ໃບອະນຸຍາດຈຳໜາຍອາຫານ ຈາກອົງການຄຸ້ມຄອງຄວາມປອດໄພອາຫານຂອງປະເທດສົ່ງອອກ (1 ສະບັບ);
6. ໃບຢັ້ງຢືນການຜະລິດອາຫານທີ່ດີຈາກປະເທດສົ່ງອອກ (GMP) ຫຼື ໃບຢັ້ງຢືນລະບົບຄຸ້ມຄອງຄວາມປອດໄພອາຫານ (ISO 22000) (1 ສະບັບ);
7. ສຳເນົາໃບທະບຽນວິສາຫະກິດ (1 ສະບັບ);
8. ສະຫຼາກ ຫຼື ສະຕິກເກີ ເປັນພາສາລາວ (1 ສະບັບ);
9. ຕົວຢ່າງຜະລິດຕະພັນອາຫານ (ຊະນິດລະ 1 ຕົວຢ່າງ).
ໃບຢັ້ງຢືນຕ້ອງມີອາຍຸການນຳໃຊ້ບໍ່ນ້ອຍກວ່າ 03 ເດືອນ, ເປັນພາສາອັງກິດ ແລະ ສະບັບແທ້, ຖ້າເປັນສະບັບສຳເນົາ ໃຫ້ຈຳກາຂອງບໍລິສັດນຳເຂົ້າ.
第ມາດຕາ 9条
第9条 食品原产地检查
为执行双边或多边相互承认的贸易协定以发放进口许可,老挝人民民主共和国食品安全管理机构可与出口国食品安全管理机构联系协调,在原产国对食品生产场所进行检查,基于合作和既定规定。
若检查食品生产场所的请求被拒绝,则上述进口食品将不允许进入老挝人民民主共和国。
ພາສາລາວ (老挝语原文)
ມາດຕາ 9 ການກວດສອບສະຖານທີ່ຕົ້ນກຳເນີດຜະລິດຕະພັນອາຫານ
ເພື່ອປະຕິບັດຕາມການຕົກລົງທາງດ້ານການຄ້າ ສອງຝ່າຍ ຫຼື ຫຼາຍຝ່າຍ ທີ່ຮັບຮູ້ຊຶ່ງກັນ ແລະ ກັນ ໃນການອອກອະນຸຍາດນຳເຂົ້າ, ອົງການຄຸ້ມຄອງຄວາມປອດໄພອາຫານ ຂອງ ສປປ ລາວ ສາມາດຕິດຕໍ່ປະສານງານກັບອົງການຄຸ້ມຄອງຄວາມປອດໄພອາຫານ ຂອງປະເທດສົ່ງອອກ ເພື່ອດຳເນີນການກວດສອບສະຖານທີ່ຜະລິດອາຫານ ໃນປະເທດຕົ້ນກຳເນີດ ບົນພື້ນຖານການຮ່ວມມື ແລະ ລະບຽບການທີ່ກຳນົດໄວ້.
ກໍລະນີ ການສະເໜີຂໍກວດສອບສະຖານທີ່ຜະລິດອາຫານຖືກປະຕິເສດ, ຜະລິດຕະພັນອາຫານນຳເຂົ້າດັ່ງກ່າວ ຈະບໍ່ອະນຸຍາດໃຫ້ນຳເຂົ້າ ໃນ ສປປ ລາວ.
第ມາດຕາ 10条
第10条 检查状态和级别的确定
食品和药物司负责确定食品进口商的检查状态和级别,依据关于食品检查的第097/ກຊສ 2012号协议第5条、第6条以及检查手册,以确定真实状态和检查频率。
省、市食品和药物处负责向食品和药物司提出状态分类建议,通过提供检查数据、风险评估、食品经营者的历史记录。
ພາສາລາວ (老挝语原文)
ມາດຕາ 10 ການກຳນົດສະຖານະພາບ ແລະ ລະດັບຂອງການກວດກາ
ກົມອາຫານ ແລະ ຢາ ເປັນຜູ້ກຳນົດສະຖານະພາບ ແລະ ລະດັບການກວດກາຜູ້ນຳເຂົ້າອາຫານ ໂດຍອີງໃສ່ ຂໍ້ຕົກລົງວ່າດ້ວຍ ການກວດກາອາຫານ, ສະບັບເລກທີ 097/ກຊສ 2012; ມາດຕາ 5, ມາດຕາ 6 ແລະ ຄູ່ມືການກວດກາ ເພື່ອກຳນົດສະຖານະພາບທີ່ແທ້ຈິງ ແລະ ຄວາມຖີ່ຂອງການກວດກາ.
ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນ ເປັນຜູ້ສະເໜີມາຍັງກົມອາຫານ ແລະ ຢາ ໃນການຈັດສະຖານະພາບ ໂດຍການສະໜອງຂໍ້ມູນການກວດກາ, ການປະເມີນຄວາມສ່ຽງ, ປະຫວັດຄວາມເປັນມາຂອງຜູ້ປະກອບການທຸລະກິດອາຫານ.
第ມາດຕາ 11条
第11条 从食品与药物司向第三方授权
食品与药物司负责审议向第三方授权,包括个人、法人以及政府或私营组织,以代表其执行以下有关进口食品控制的职责:
1. 进行检查;
2. 取样;
3. 检测和研究食品;
在执行上述活动时,第三方或被授权人将受到监督和评估,以确保其实施符合所授权的范围和目标。
第三方或被授权人必须按照规定的格式向食品与药物司提交实施结果总结报告。
ພາສາລາວ (老挝语原文)
ມາດຕາ 11 ການມອບໝາຍພາລະທີ່ ຈາກກົມອາຫານ ແລະ ຢາ ໃຫ້ແກ່ອົງກອນທີສາມ
ກົມອາຫານ ແລະ ຢາ ເປັນຜູ້ພິຈາລະນາມອບໝາຍ ໃຫ້ອົງກອນທີສາມ ຊຶ່ງລວມທັງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງພາກລັດ ຫຼື ເອກະຊົນ ໃຫ້ປະຕິບັດໜ້າທີ່ກ່ຽວກັບການຄວບຄຸມອາຫານນຳເຂົ້າແທນຕົນດັ່ງຕໍ່ໄປນີ້:
1. ປະຕິບັດການກວດກາ;
2. ເກັບຕົວຢ່າງ;
3. ທົດສອບ ແລະ ວິໄຈອາຫານ;
ໃນການປະຕິບັດກິດຈະກຳຂ້າງເທິງນີ້, ບຸກຄົນທີສາມ ຫຼື ຜູ້ທີ່ຖືກມອບໝາຍຈະຖືກຕິດຕາມ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໃຫ້ມີຄວາມສອດຄ່ອງກັບຂອບເຂດຈຸດປະສົງ ແລະ ເປົ້າໝາຍຕາມທີ່ໄດ້ຮັບການມອບໝາຍ.
ບຸກຄົນທີສາມ ຫຼື ຜູ້ທີ່ຖືກມອບໝາຍຕ້ອງສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດໃຫ້ກົມອາຫານ ແລະ ຢາຕາມທີ່ໄດ້ກຳນົດ.
第ມາດຕາ 12条
第12条 证书认可
食品药品司、省食品药品处、市将认可由出口国食品安全管理机构或符合老挝食品进口条件的第三方颁发的食品安全证书。
ພາສາລາວ (老挝语原文)
ມາດຕາ 12 ການຮັບຮູ້ໃບຢັ້ງຢືນ
ກົມອາຫານ ແລະ ຢາ, ຂະແໜງອາຫານ ແລະ ຢາ ແຂວງ, ນະຄອນ ຈະຮັບຮູ້ໃບຢັ້ງຢືນຄວາມປອດໄພອາຫານທີ່ອອກໃຫ້ໂດຍ ອົງການຄຸ້ມຄອງຄວາມປອດໄພອາຫານ ຂອງປະເທດຜູ້ສົ່ງອອກ ຫຼື ບຸກຄົນທີສາມທີ່ບັນລຸຕາມເງື່ອນໄຂການນຳເຂົ້າອາຫານຂອງ ສປປ ລາວ.
本页展示前 12 条,全文共 46 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读