食品注册协议(修订版)
ຂໍ້ຕົກລົງວ່າດ້ວຍ ການຂຶ້ນທະບຽນອາຫານ (ສະບັບປັບປຸງ)
Food Registration Agreement (Revised)
简介
该法规调整老挝境内食品生产、进口与出口活动,核心是建立基于风险等级的食品登记制度,要求经营者申报产品信息并接受检查,以保障食品安全。
Summary
This regulation governs food production, import, and export activities in Laos, establishing a risk-based food registration system requiring operators to declare product information and undergo inspections to ensure food safety.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການຜະລິດ, ການນຳເຂົ້າ ແລະ ການສົ່ງອອກສະບຽງອາຫານໃນລາວ, ໂດຍສຸມໃສ່ການສ້າງລະບົບທະບຽນສະບຽງອາຫານຕາມລະດັບຄວາມສ່ຽງ, ຮຽກຮ້ອງໃຫ້ຜູ້ປະກອບການແຈ້ງຂໍ້ມູນຜະລິດຕະພັນ ແລະ ຮັບການກວດກາ ເພື່ອຮັບປະກັນຄວາມປອດໄພດ້ານສະບຽງອາຫານ.
条文
第ມາດຕາ 1条
第2条 食品登记(修订)
食品登记是指食品经营者以书面形式详细申报每种食品的名称、配方、成分、生产工艺、形状、重量、数量、包装单位及标签,包括对经营场所进行检查、取样、研究食品质量和安全,以审议颁发食品登记证。
ພາສາລາວ (老挝语原文)
ມາດຕາ 2 ການຂຶ້ນທະບຽນອາຫານ (ປັບປຸງ)
ການຂຶ້ນທະບຽນອາຫານ ແມ່ນການແຈ້ງຊື່, ສູດຕຳລາ, ສ່ວນປະກອບ, ກຳມະວິທີການຜະລິດ, ຮູບແບບ, ນ້ຳໜັກ, ປະລິມານ, ຫົວໜ່ວຍບັນຈຸຫຸ້ມຫໍ່ ແລະ ສະຫຼາກ ຂອງອາຫານແຕ່ລະລາຍການຢ່າງລະອຽດເປັນລາຍລັກອັກສອນໂດຍຜູ້ດຳເນີນທຸລະກິດອາຫານ ລວມທັງການກວດກາສະຖານທີ່ປະກອບການ, ເກັບຕົວຢ່າງ, ວິໄຈຄຸນນະພາບ ແລະ ຄວາມປອດໄພຂອງອາຫານ ເພື່ອພິຈາລະນາອອກທະບຽນອາຫານ.
第ມາດຕາ 2条
第2条 术语解释
本协议中使用的术语定义如下:
1. 食品 指任何物质或物质,无论是成品、半成品还是未加工的形式,例如:新鲜食品、生食品,供人类消费,包括含酒精和不含酒精的饮料、饮用水、冰块、补充食品、医用食品、其他产品以及用于生产、制备、加工的任何物质,例如:食品添加剂、食品处理剂,但不包括化妆品、烟草和药品;
2. 补充食品 指以食品为主要成分,富含浓缩营养素的产品,形式为片剂、胶囊、粉末、颗粒、液体或其他非传统食品形式,用于促进健康;
3. 新型食品 指在老挝人民民主共和国以前没有消费历史或未曾使用过的新方法生产的食品;
4. 高风险食品 指针对高风险消费群体的食品,例如:婴幼儿、儿童、病人和老人,或特殊食品,例如:烟熏食品、真空包装食品、罐头食品、婴幼儿食品;任何延长食品保质期的过程以及即食食品,致敏食品,例如:乳制品、坚果、贝类、生鸡蛋在食品中,病人食品,高水分和高蛋白质食品,需要温度控制系统(附件:按风险类别划分的食品产品清单);
5. 中风险食品 指来自加工场所、多菜品餐厅的食品,涉及原料处理、复杂制备,包括煮沸、冷藏、临时加热,其中包含各种危险食品,例如:即食食品或加热后立即食用的食品;示例:生肉和生禽肉,必须在食用前煮熟,冷冻鱼产品,低酸食品,果汁等,这些食品有控制检查食源性疾病风险因素的历史;
6. 低风险食品 指在零售店销售的食品、包装食品、不提供给弱势群体的食品、快餐店、菜品少的餐厅、即时制备、烹饪和服务的食品,无冷藏、短时间保温,包括加工食品、用于加工的原料、干包装食品或成品食品,以及历史上被认为是低风险且可在生产过程中控制的食品。低风险食品示例:干包装食品、干谷物类食品、干豆类、糖产品、油、脂肪、发酵食品、果酱、果冻和干腌制品,豆类(花生除外,因含黄曲霉毒素);
7. 医用食品 指专门用于医疗的食品,通过特定方法或配方生产,专供病人使用,且仅在医生指导下使用,旨在作为唯一或部分食品来源,根据病人的进食、消化、吸收、代谢或某些营养素的摄入状况,或需要医生规定的特定营养素,且无法通过正常饮食达到营养素需求;
8. 食品接触材料 指在生产、加工、包装、捆扎和储存食品过程中使用的物质或材料,以防止污染、中毒,并对消费者安全;
9. 食品委托生产 指工厂或公司接受许可经营者的委托生产食品;
10. 食品工业工厂 指机器功率10马力或劳动力10人以上的工厂,包括三种规模:小型工厂:机器功率10至50马力或劳动力10至50人;中型工厂:机器功率51至200马力或劳动力51至200人;大型工厂:机器功率201马力或劳动力201人以上;
11. 家庭式小型工厂 指场所、厂房建筑,使用机器、设备,机器功率低于10马力或使用劳动力低于10人。
ພາສາລາວ (老挝语原文)
ມາດຕາ 2 ອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍດັ່ງນີ້:
1. ອາຫານ ໝາຍເຖິງ ວັດຖຸ ຫຼື ສານໃດໜຶ່ງ ຊຶ່ງຢູ່ໃນຮູບແບບສຳເລັດຮູບ, ເຄິ່ງສຳເລັດຮູບ ຫຼື ບໍ່ທັນໄດ້ປຸງແຕ່ງ ເຊັ່ນ: ອາຫານສົດ, ດິບ ເພື່ອການບໍລິໂພກຂອງຄົນ ລວມທັງເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ບໍ່ມີທາດເຫຼົ້າ, ນ້ຳດື່ມ, ນ້ຳກ້ອນ, ອາຫານເສີມ, ອາຫານທາງການແພດ, ຜະລິດຕະພັນອື່ນ ແລະ ສານໃດໜຶ່ງທີ່ນຳໃຊ້ໃນການຜະລິດ, ກະກຽມປຸງແຕ່ງ ເຊັ່ນ: ທາດເພີ່ມອາຫານ, ທາດທີ່ໃຊ້ບຳບັດອາຫານ ແຕ່ບໍ່ລວມເອົາເຄື່ອງສຳອາງ, ຢາສູບ ແລະ ຢາປົວພະຍາດ;
2. ອາຫານເສີມ ໝາຍເຖິງ ຜະລິດຕະພັນທີ່ໄດ້ມາຈາກອາຫານເປັນສ່ວນປະກອບຫຼັກ ແລະ ອຸດົມດ້ວຍສານອາຫານທີ່ມີປະລິມານເຂັ້ມຂຸ້ນ ຢູ່ໃນຮູບແບບ ເມັດ, ແຄບຊູນ, ຜົງ, ເກັດ, ຂອງແຫຼວ ແລະ ຮູບແບບອື່ນ ຊຶ່ງບໍ່ແມ່ນຮູບແບບອາຫານຕາມປົກກະຕິ ໃຊ້ເພື່ອສົ່ງເສີມສຸຂະພາບ;
3. ອາຫານໃໝ່ ໝາຍເຖິງ ອາຫານຊະນິດໜຶ່ງທີ່ບໍ່ເຄີຍມີປະຫວັດໃນການບໍລິໂພກ ຫຼື ຖືກຜະລິດໂດຍວິທີການໃໝ່ທີ່ບໍ່ເຄີຍນຳໃຊ້ໃນ ສປປ ລາວ ມາກ່ອນ;
4. ອາຫານທີ່ມີຄວາມສ່ຽງສູງ ໝາຍເຖິງ ອາຫານສຳລັບກຸ່ມຜູ້ບໍລິໂພກທີ່ມີຄວາມສ່ຽງສູງ ເຊັ່ນ: ເດັກອ່ອນ, ເດັກນ້ອຍ, ຄົນເຈັບ ແລະ ຜູ້ເຖົ້າ ຫຼື ອາຫານພິເສດ ເຊັ່ນ: ອາຫານຮົມຄວັນ, ອາຫານຫຸ້ມທໍ່ບໍ່ມີອາກາດ, ອາຫານກະປ໋ອງ, ອາຫານເດັກນ້ອຍ; ຂະບວນການໃດໜຶ່ງທີ່ຍືດອາຍຸອາຫານອອກ ແລະ ອາຫານພ້ອມກິນ, ອາຫານທີ່ເຮັດໃຫ້ແພ້ ເຊັ່ນ: ຜະລິດຕະພັນນົມ, ໝູ່, ຫອຍ, ໄຂ່ດິບໃນອາຫານ, ອາຫານສຳລັບຄົນເຈັບ, ອາຫານທີ່ມີຄວາມຊຸ່ມສູງ ແລະ ມີທາດໂປຣເຕອິນສູງ ຊຶ່ງຕ້ອງມີລະບົບຄວບຄຸມອຸນຫະພູມ (ເອກະສານຊ້ອນທ້າຍ: ລາຍການຜະລິດຕະພັນອາຫານຕາມປະເພດຄວາມສ່ຽງ);
5. ອາຫານທີ່ມີຄວາມສ່ຽງກາງ ໝາຍເຖິງ ອາຫານທີ່ມາຈາກສະຖານທີ່ປຸງແຕ່ງ, ຮ້ານອາຫານທີ່ມີຫຼາຍລາຍການອາຫານ, ການຈັດການວັດຖຸດິບ, ການກະກຽມທີ່ຊັບຊ້ອນ ລວມທັງ ການຕົ້ມ, ແຊ່ເຢັນ, ການອຸ່ນຊົ່ວຄາວ ເຊິ່ງມີອາຫານທີ່ເປັນອັນຕະລາຍຕ່າງໆ ເຊັ່ນ: ອາຫານພ້ອມກິນ ຫຼື ເຮັດໃຫ້ຮ້ອນ ແລະ ຮັບປະທານທັນທີ; ຕົວຢ່າງ: ຊີ້ນ ແລະ ໄກ່ດິບ ທີ່ຈະຕ້ອງເຮັດໃຫ້ສຸກກ່ອນການບໍລິໂພກ, ຜະລິດຕະພັນປາແຊ່ແຂງ, ຜະລິດຕະພັນອາຫານທີ່ມີກົດຕໍ່າ, ນໍ້າໝາກໄມ້ ແລະ ອື່ນໆ, ເຊິ່ງມີປະຫວັດການຄວບຄຸມກວດກາບັນດາປັດໄຈຄວາມສ່ຽງຂອງພະຍາດທີ່ເກີດຈາກອາຫານ;
6. ອາຫານທີ່ມີຄວາມສ່ຽງຕໍ່າ ໝາຍເຖິງ ອາຫານທີ່ວາງຂາຍໃນຮ້ານຂາຍຍ່ອຍ, ອາຫານຫຸ້ມທໍ່, ອາຫານທີ່ບໍ່ໄດ້ໃຫ້ກຸ່ມຄົນອ່ອນແອບໍລິໂພກ, ຮ້ານອາຫານຈານດ່ວນ, ຮ້ານອາຫານທີ່ມີລາຍການອາຫານໜ້ອຍ, ການກະກຽມ, ການແຕ່ງກິນ ແລະ ບໍລິການທັນທີ, ບໍ່ມີການແຊ່ເຢັນ, ການຮັກສາຮ້ອນໃນເວລາສັ້ນ, ລວມທັງອາຫານປຸງແຕ່ງ, ວັດຖຸດິບທີ່ຮັກສາສຳລັບການປຸງແຕ່ງ, ອາຫານແຫ້ງຫຸ້ມທໍ່ ຫຼື ອາຫານສຳເລັດຮູບ ແລະ ອາຫານທີ່ມີປະຫວັດວ່າ ເປັນອາຫານທີ່ມີຄວາມສ່ຽງຕໍ່າ ແລະ ສາມາດຄວບຄຸມໄດ້ໃນບັນດາຂັ້ນຕອນການຜະລິດ. ຕົວຢ່າງອາຫານຄວາມສ່ຽງຕໍ່າມີ: ອາຫານຫຸ້ມຫໍປະເພດແຫ້ງ, ອາຫານປະເພດເຂົ້າສາລີແຫ້ງ, ຖົ່ວແຫ້ງ, ຜະລິດຕະພັນນໍ້າຕານ, ນໍ້າມັນ, ໄຂມັນ, ອາຫານດອງ, ກວນໝາກໄມ້, ວຸ້ນ ແລະ ຜະລິດຕະພັນແຊ່ເຄັມແຫ້ງ, ປະເພດຖົ່ວຍົກເວັ້ນຖົ່ວດິນ (ທີ່ມີອາຟລາຕົກຊິນ);
7. ອາຫານທາງດ້ານການແພດ ໝາຍເຖິງ ປະເພດອາຫານທີ່ໃຊ້ສະເພາະທາງດ້ານການແພດ ຊຶ່ງຜ່ານການຜະລິດດ້ວຍວິທີ ຫຼື ສູດຕຳລາສະເພາະສຳລັບຄົນເຈັບ ແລະ ຖືກນຳໃຊ້ພາຍໃຕ້ການແນະນຳຂອງແພດເທົ່ານັ້ນ, ຊຶ່ງມີຈຸດປະສົງໃຫ້ອາຫານພຽງຢ່າງດຽວ ຫຼື ສ່ວນໃດສ່ວນໜຶ່ງ ໂດຍອີງຕາມສະພາບຂອງຄົນເຈັບໃນການຮັບອາຫານ, ການຍ່ອຍ, ການດູດຊຶມ, ເຜົາຜານ ຫຼື ບັນຈຸທາດບາງທາດບຳລຸງລ້ຽງ, ຫຼື ຜູ້ທີ່ຕ້ອງການທາດບຳລຸງລ້ຽງສະເພາະທີ່ກຳນົດໂດຍແພດ ຊຶ່ງບໍ່ສາມາດບັນລຸທາດບຳລຸງລ້ຽງໄດ້ໂດຍການກິນອາຫານຕາມປົກກະຕິ;
8. ວັດຖຸທີ່ໃຊ້ກັບອາຫານ ໝາຍເຖິງ ວັດຖຸ ຫຼື ສານທີ່ໃຊ້ໃນຂະບວນການຜະລິດ, ປຸງແຕ່ງ, ບັນຈຸ, ມັດຫໍ່ ແລະ ເກັບຮັກສາອາຫານ ທີ່ບໍ່ໃຫ້ເກີດປົນເປື້ອນ, ພິດເບື່ອ ແລະ ມີຄວາມປອດໄພສຳລັບຜູ້ບໍລິໂພກ;
9. ການຮັບຜະລິດອາຫານ ໝາຍເຖິງ ການຮັບຈ້າງຜະລິດອາຫານຂອງໂຮງງານ ຫຼື ບໍລິສັດ ທີ່ໄດ້ຮັບອະນຸຍາດດຳເນີນກິດຈະການ ໃຫ້ແກ່ຜູ້ວ່າຈ້າງຜະລິດອາຫານ;
10. ໂຮງງານອຸດສາຫະກຳອາຫານ ໝາຍເຖິງ ໂຮງງານທີ່ມີກຳລັງແຮງຂອງເຄື່ອງຈັກ 10 ແຮງມ້າ ຫຼື ຈຳນວນແຮງງານ 10 ຄົນຂຶ້ນໄປ, ປະກອບມີສາມຂະໜາດຄື: ໂຮງງານຂະໜາດນ້ອຍ ແມ່ນມີກຳລັງແຮງຂອງເຄື່ອງຈັກ 10 ຫາ 50 ແຮງມ້າ ຫຼື ຈຳນວນແຮງງານ 10 ຫາ 50 ຄົນ, ໂຮງງານຂະໜາດກາງ ແມ່ນມີກຳລັງແຮງຂອງເຄື່ອງຈັກ 51 ຫາ 200 ແຮງມ້າ ຫຼື ຈຳນວນແຮງງານ 51 ຫາ 200 ຄົນ, ໂຮງງານຂະໜາດໃຫຍ່ ແມ່ນມີກຳລັງແຮງຂອງເຄື່ອງຈັກ 201 ແຮງມ້າ ຫຼື ຈຳນວນແຮງງານ 201 ຄົນຂຶ້ນໄປ;
11. ໂຮງງານຂະໜາດນ້ອຍແບບຄອບຄົວ ໝາຍເຖິງ ສະຖານທີ່, ອາຄານໂຮງງານ ແລະ ນຳໃຊ້ເຄື່ອງຈັກ, ເຄື່ອງມືອຸປະກອນ ທີ່ມີກຳລັງແຮງຂອງເຄື່ອງຈັກຕໍ່າກວ່າ 10 ແຮງມ້າ ຫຼື ນຳໃຊ້ແຮງງານຄົນຕໍ່າກວ່າ 10 ຄົນລົງມາ.
第ມາດຕາ 3条
第4条 适用范围
本协议适用于在老挝人民民主共和国境内从事食品生产、出口和进口业务的个人、法人或组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 4 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດຜະລິດ, ສົ່ງອອກ ແລະ ນຳເຂົ້າ ອາຫານ ຢູ່ພາຍໃນ ສປປ ລາວ.
第ມາດຕາ 4条
第4条 食品注册原则
食品注册必须遵循以下原则:
1. 确保食品的生产、出口和进口具有质量和安全,对消费者负责,符合老挝人民民主共和国的法律法规、区域和国际标准;
2. 确保基于风险原则为食品经营提供便利;
3. 确保按照法规、透明、公正和可核查的原则正确实施。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການກ່ຽວກັບການຂຶ້ນທະບຽນອາຫານ
ການຂຶ້ນທະບຽນອາຫານຕ້ອງປະຕິບັດຕາມຫຼັກການດັ່ງນີ້:
1. ຮັບປະກັນການຜະລິດ, ສົ່ງອອກ ແລະ ນຳເຂົ້າອາຫານ ໃຫ້ມີຄຸນນະພາບ ແລະ ຄວາມປອດໄພ ຕໍ່ຜູ້ບໍລິໂພກ, ສອດຄ່ອງ ຕາມລະບຽບກົດໝາຍຂອງ ສປປ ລາວ, ມາດຕະຖານພາກພື້ນ ແລະ ສາກົນ;
2. ຮັບປະກັນການອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດອາຫານຕາມຫຼັກການບົນພື້ນຖານຄວາມສ່ຽງ;
3. ຮັບປະກັນການປະຕິບັດຢ່າງຖືກຕ້ອງຕາມລະບຽບຫຼັກການ, ໂປ່ງໃສ, ຍຸດຕິທຳ ແລະ ສາມາດກວດກາໄດ້.
第ມາດຕາ 5条
第5条 国内生产的食品登记
个人、法人或组织有意从事食品业务,涉及生产、加工、分装和包装,包括接受食品生产,必须按以下规定进行登记:
1. 从工业工厂生产的食品产品,须向食品和药品司进行食品登记;
2. 从家庭式小规模工厂生产的食品产品,须向省、首都卫生厅进行食品登记。
ພາສາລາວ (老挝语原文)
ມາດຕາ 5 ການຂຶ້ນທະບຽນອາຫານທີ່ຜະລິດພາຍໃນ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດອາຫານ ກ່ຽວກັບການຜະລິດ, ປຸງແຕ່ງ, ແບ່ງບັນຈຸ ແລະ ຫຸ້ມຫໍ່ ລວມທັງການຮັບຜະລິດອາຫານ ຕ້ອງໄດ້ຂຶ້ນທະບຽນດັ່ງນີ້:
1. ຜະລິດຕະພັນອາຫານທີ່ຜະລິດຈາກໂຮງງານອຸດສາຫະກຳ ແມ່ນຂຶ້ນທະບຽນອາຫານນຳກົມອາຫານ ແລະ ຢາ;
2. ຜະລິດຕະພັນອາຫານທີ່ຜະລິດຈາກໂຮງງານຂະໜາດນ້ອຍແບບຄອບຄົວ ແມ່ນຂຶ້ນທະບຽນອາຫານນຳພະແນກສາທາລະນະສຸກແຂວງ, ນະຄອນຫຼວງ.
第ມາດຕາ 6条
第6条 国内食品注册条件(针对工业工厂)
国内食品注册条件(针对工业工厂)如下:
1. 拥有食品经营场所或生产、加工、分装、包装场所、食品工厂,已遵循良好卫生规范或良好生产规范,并依法获得食品经营许可;
2. 拥有必要的设施,以确保生产各环节的质量和安全;
3. 拥有具备食品科学和技术基础知识或经过国内外食品安全培训并获得认证的技术人员。
ພາສາລາວ (老挝语原文)
ມາດຕາ 6 ເງື່ອນໄຂການຂຶ້ນທະບຽນອາຫານພາຍໃນ ສຳລັບໂຮງງານອຸດສາຫະກຳ
ເງື່ອນໄຂການຂຶ້ນທະບຽນອາຫານພາຍໃນ ສຳລັບໂຮງງານອຸດສາຫະກຳ ມີດັ່ງນີ້:
1. ມີສະຖານທີ່ດຳເນີນທຸລະກິດອາຫານ ຫຼື ສະຖານທີ່ຜະລິດ, ປຸງແຕ່ງ, ແບ່ງບັນຈຸຫຸ້ມຫໍ່, ໂຮງງານຜະລິດອາຫານທີ່ໄດ້ປະຕິບັດຕາມຫຼັກການສຸຂະອະນາໄມອາຫານທີ່ດີ ຫຼື ການຜະລິດອາຫານທີ່ດີ ແລະ ໄດ້ຮັບອະນຸຍາດດຳເນີນທຸລະກິດອາຫານຖືກຕ້ອງຕາມກົດໝາຍ;
2. ມີສິ່ງອຳນວຍຄວາມສະດວກທີ່ຈຳເປັນ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງທຸກຂັ້ນຕອນການຜະລິດ;
3. ມີວິຊາການທີ່ມີຄວາມຮູ້ພື້ນຖານທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີອາຫານ ຫຼື ຜ່ານການຝຶກອົບຮົມ ດ້ານຄວາມປອດໄພອາຫານ ຢູ່ພາຍໃນ ຫຼື ຕ່າງປະເທດ ທີ່ມີການຢັ້ງຢືນ.
第ມາດຕາ 7条
第7条 国内食品注册条件 针对小型家庭作坊
国内食品注册条件针对小型家庭作坊如下:
必须有专门的 production 场所,按生产流程分区。在没有专门场所的情况下,必须有与居住区分开的 production 房间;
具备必要的便利设施,以确保所有生产环节的质量和安全;
遵循卫生部规定的良好食品卫生基本原则;
生产者必须经过国内或国外有认证的食品安全培训。
ພາສາລາວ (老挝语原文)
ມາດຕາ 7 ເງື່ອນໄຂການຂຶ້ນທະບຽນອາຫານພາຍໃນ ສຳລັບໂຮງງານຂະໜາດນ້ອຍແບບຄອບຄົວ
ເງື່ອນໄຂການຂຶ້ນທະບຽນອາຫານພາຍໃນ ສຳລັບໂຮງງານຂະໜາດນ້ອຍແບບຄອບຄົວມີດັ່ງນີ້:
ຕ້ອງມີສະຖານທີ່ຜະລິດສະເພາະ, ແຍກເປັນສັດສ່ວນຕາມສາຍໄຍການຜະລິດ. ໃນກໍລະນີທີ່ບໍ່ມີສະຖານທີ່ສະເພາະ ຕ້ອງມີຫ້ອງຜະລິດທີ່ແຍກຈາກທີ່ພັກອາໃສ;
ມີສິ່ງອຳນວຍຄວາມສະດວກທີ່ຈຳເປັນ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງທຸກຂັ້ນຕອນການຜະລິດ;
ປະຕິບັດຕາມຫຼັກການພື້ນຖານສຸຂະນາໄມອາຫານທີ່ດີ ຕາມກະຊວງສາທາລະນະສຸກກຳນົດ;
ຜູ້ຜະລິດຕ້ອງໄດ້ຜ່ານການຝຶກອົບຮົມດ້ານຄວາມປອດໄພອາຫານ ຢູ່ພາຍໃນ ຫຼື ຕ່າງປະເທດ ທີ່ມີການຢັ້ງຢືນ.
第ມາດຕາ 8条
第8条 工业厂房国内食品注册或续期申请文件(修订)
申请国内食品注册的工业厂房应提交以下文件:
1. 按照食品药品司表格填写的食品注册申请表(1份);
2. 加工生产工艺(1份);
3. 食品标签(1份);
4. 工厂位置图(1份);
5. 工厂内部建筑及机械设备安装图(1份);
6. 生产线流程图及工厂照片(1份);
7. 国家食品药品研究中心或其他卫生部认可的实验室出具的食品检测结果证明(1份);
8. 原包装食品样品(每种1份);
9. 食品生产者的健康证明,有效期1年(1份);
10. 良好生产规范(GMP)或良好卫生规范(GHP)证书(如有)(1份);
11. 企业注册证或工厂经营许可证(1份);
12. 食品安全科技培训证书或学位证书(1份);
13. 食品药品检查员对生产场所的检查记录(1份)。
申请国内食品续期注册的文件包括上述第1、3、6、7、9和13项。
ພາສາລາວ (老挝语原文)
ມາດຕາ 8 ການປະກອບເອກະສານຂໍຂຶ້ນ ຫຼື ຕໍ່ທະບຽນອາຫານພາຍໃນສຳລັບໂຮງງານອຸດສາຫະກຳ (ປັບປຸງ)
ເອກະສານປະກອບ ເພື່ອຂໍຂຶ້ນທະບຽນອາຫານພາຍໃນ ສຳລັບໂຮງງານອຸດສາຫະກຳມີ ດັ່ງນີ້:
1. ໃບຄຳຮ້ອງຂໍຂຶ້ນທະບຽນອາຫານ ຕາມແບບຟອມ ກົມອາຫານ ແລະ ຢາ (1 ສະບັບ);
2. ກຳມະວິທີໃນການຜະລິດປຸງແຕ່ງ (1 ສະບັບ);
3. ສະຫຼາກອາຫານ (1 ສະບັບ);
4. ແຜນວາດ ທີ່ຕັ້ງໂຮງງານ (1 ສະບັບ);
5. ແຜນວາດອາຄານພາຍໃນໂຮງງານ ແລະ ການຕິດຕັ້ງເຄື່ອງຈັກອຸປະກອນ (1 ສະບັບ);
6. ແຜນວາດສາຍໄຍການຜະລິດ ພ້ອມຮູບພາບປະກອບຂອງໂຮງງານ (1 ສະບັບ);
7. ໃບຢັ້ງຢືນຜົນການວິໄຈອາຫານຈາກສູນວິໄຈອາຫານ ແລະ ຢາແຫ່ງຊາດ ຫຼື ຫ້ອງວິໄຈອື່ນທີ່ກະຊວງສາທາລະນະສຸກຮັບຮູ້ (1 ສະບັບ);
8. ຕົວຢ່າງອາຫານທີ່ຢູ່ໃນຫົວຫງ່ວຍມັດທໍ່ເດີມ (ຊະນິດລະ 1 ຕົວຢ່າງ);
9. ໃບຢັ້ງຢືນສຸຂະພາບຂອງຜູ້ຜະລິດອາຫານ ມີອາຍຸການນຳໃຊ້ 01 ປີ (1 ສະບັບ);
10. ໃບຢັ້ງຢືນຜະລິດອາຫານທີ່ດີ (GHP) ຫຼື ສຸຂະອະນາໄມອາຫານທີ່ດີ (GAP) (ຖ້າມີ) (1 ສະບັບ);
11. ໃບທະບຽນວິສາຫະກິດ ຫຼື ໃບຢັ້ງຢືນດຳເນີນກິດຈະການໂຮງງານ (1 ສະບັບ);
12. ໃບຢັ້ງຢືນການຝຶກອົບຮົມ ຫຼື ໃບປະກາສະນິຍະບັດດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ຄວາມປອດໄພອາຫານ (1 ສະບັບ);
13. ບົດບັນທຶກການລົງກວດກາສະຖານທີ່ຜະລິດຂອງເຈົ້າຫ້າທີ່ກວດກາອາຫານ ແລະ ຢາ (1 ສະບັບ).
ເອກະສານປະກອບ ເພື່ອຂໍຕໍ່ທະບຽນອາຫານພາຍໃນມີ ຂໍ້ 1, 3, 6, 7, 9, ແລະ 13 ຂອງຂໍ້ກຳນົດຂ້າງເທິງ.
第ມາດຕາ 9条
第9条 以及旧版食品注册证书副本1份。对于其他未要求的文件,经营者必须保留副本。若工厂有扩建改造,则需补充提交第2项和第5项文件。
ພາສາລາວ (老挝语原文)
ມາດຕາ 9 ແລະ ສຳເນົາໃບຢັ້ງຢືນການຂຶ້ນທະບຽນອາຫານ ສະບັບເກົ່າ 1 ສະບັບ. ສຳລັບເອກະສານອື່ນທີ່ບໍ່ໄດ້ຮຽກຮ້ອງ ຜູ້ປະກອບການຕ້ອງເກັບສຳເນົາໄວ້. ກໍລະນີມີການປັບປຸງຕໍ່ເຕີມໂຮງງານແມ່ນໃຫ້ປະກອບເອກະສານຂໍ້ 2 ແລະ 5 ເພີ້ມໃໜ່.
第ມາດຕາ 10条
第10条 家庭式小型工厂申请初次或续期国内食品登记的文件
申请初次国内食品登记的家庭式小型工厂需提交以下文件:
1. 食品登记申请表(1份);
2. 生产加工工艺规程(1份);
3. 食品标签(如有)(1份);
4. 国家食品和药品研究中心或其他卫生部认可的实验室出具的食品检验结果证明(1份);
5. 原包装食品样品(每种1份);
6. 食品生产者的健康证明,有效期1年(1份);
7. 食品药品检查员对生产场所的检查记录(1份);
8. 企业登记证(1份);
9. 科学、技术和食品安全方面的培训证书或学位证书(1份)。
申请续期国内食品登记的家庭式小型工厂需提交第10条第1、3、4、6、7项文件以及旧版国内食品产品登记证副本1份。其他未要求的文件,经营者应保留副本。
ພາສາລາວ (老挝语原文)
ມາດຕາ 10 ການປະກອບເອກະສານຂໍຂຶ້ນ ຫຼື ຕໍ່ທະບຽນອາຫານພາຍໃນ ສຳລັບໂຮງງານຂະໜາດນ້ອຍແບບຄອບຄົວ
ເອກະສານປະກອບ ເພື່ອຂໍຂຶ້ນທະບຽນອາຫານພາຍໃນ ສຳລັບໂຮງງານຂະໜາດນ້ອຍແບບຄອບຄົວມີດັ່ງນີ້:
1. ໃບຄຳຮ້ອງຂໍຂຶ້ນທະບຽນອາຫານ (1 ສະບັບ);
2. ກຳມະວິທີໃນການຜະລິດປຸງແຕ່ງ (1 ສະບັບ);
3. ສະຫຼາກອາຫານ (ຖ້າມີ) (1 ສະບັບ);
4. ໃບຢັ້ງຢືນຜົນການວິໄຈອາຫານຈາກສູນວິໄຈອາຫານ ແລະ ຢາແຫ່ງຊາດ ຫຼື ຫ້ອງວິໄຈອື່ນທີ່ກະຊວງສາທາລະນະສຸກຮັບຮູ້ (1 ສະບັບ);
5. ຕົວຢ່າງອາຫານທີ່ຢູ່ໃນຫົວຫ່ວຍມັດຫໍ່ເດີມ (ຊະນິດລະ 1 ຕົວຢ່າງ);
6. ໃບຢັ້ງຢືນສຸຂະພາບຂອງຜູ້ຜະລິດອາຫານ ມີອາຍຸການນຳໃຊ້ 01 ປີ (1 ສະບັບ);
7. ບົດບັນທຶກການລົງກວດກາສະຖານທີ່ຜະລິດຂອງເຈົ້າໜ້າທີ່ກວດກາອາຫານ ແລະ ຢາ (1 ສະບັບ);
8. ໃບທະບຽນວິສາຫະກິດ (1 ສະບັບ);
9. ໃບຢັ້ງຢືນການຝຶກອົບຮົມ ຫຼື ໃບປະກາສະນິຍະບັດດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ຄວາມປອດໄພອາຫານ (1 ສະບັບ).
ເອກະສານປະກອບ ເພື່ອຂໍຕໍ່ທະບຽນອາຫານພາຍໃນ ສຳລັບໂຮງງານຂະໜາດນ້ອຍແບບຄອບຄົວ ມີຂໍ້ 1, 3, 4, 6, 7 ຂອງມາດຕາ 10 ແລະ ສຳເນົາໃບທະບຽນຜະລິດຕະພັນອາຫານພາຍໃນສະບັບເກົ່າ 1 ສະບັບ. ສຳລັບເອກະສານອື່ນທີ່ບໍ່ໄດ້ຮຽກຮ້ອງ ຜູ້ປະກອບການຕ້ອງເກັບສຳເນົາໄວ້.
第ມາດຕາ 11条
第11条 出口食品登记
有意从事食品出口业务的个人、法人或组织,应在出口前按照第6条、第7条和第9条的规定对产品进行登记。
ພາສາລາວ (老挝语原文)
ມາດຕາ 11 ການຂຶ້ນທະບຽນອາຫານສົ່ງອອກ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດການສົ່ງອອກອາຫານ ຄວນນຳເອົາຜະລິດຕະພັນມາຂຶ້ນທະບຽນກ່ອນການສົ່ງອອກ ໂດຍປະຕິບັດຕາມມາດຕາ 6, 7 ແລະ 9.
第ມາດຕາ 12条
第12条 进口食品登记
个人、法人或组织有意从事食品或食品添加剂进口业务的,必须向食品药品司或省、首都卫生厅根据授权进行登记。
ພາສາລາວ (老挝语原文)
ມາດຕາ 12 ການຂຶ້ນທະບຽນອາຫານນຳເຂົ້າ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດການນຳເຂົ້າອາຫານ ຫຼື ທາດເພີ່ມອາຫານ ຕ້ອງໄດ້ຂຶ້ນທະບຽນນຳກົມອາຫານ ແລະ ຢາ, ຫຼື ນຳພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ຕາມການມອບໝາຍ.
本页展示前 12 条,全文共 43 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读