预包装饮用水协议(修订版)
ຂໍ້ຕົກລົງວ່າດ້ວຍ ນ້ຳດື່ມໃນພາຊະນະບັນຈຸປິດ (ສະບັບປັບປຸງ)
Pre-Packaged Drinking Water Agreement (Revised)
简介
该法规调整老挝境内预包装饮用水的生产、进出口与分销,核心内容为规定水源、水质、工厂设立及瓶装水的物理、化学与微生物标准。
Summary
This regulation governs the production, import, export, and distribution of pre-packaged drinking water in Laos, specifying standards for water sources, water quality, factory establishment, and physical, chemical, and microbiological criteria for bottled water.
ບົດສະຫຼຸບ
ກົດໝາຍນີ້ຄຸ້ມຄອງການຜະລິດ, ການນຳເຂົ້າ-ສົ່ງອອກ ແລະ ການຈຳໜ່າຍນ້ຳດື່ມທີ່ບັນຈຸພ້ອມໃນລາວ, ເນື້ອໃນຫຼັກກຳນົດມາດຕະຖານແຫຼ່ງນ້ຳ, ຄຸນນະພາບນ້ຳ, ການສ້າງຕັ້ງໂຮງງານ ແລະ ມາດຕະຖານທາງກາຍະພາບ, ເຄມີ ແລະ ຈຸລິນຊີຂອງນ້ຳບັນຈຸຂວດ.
条文
第ມາດຕາ 1条
第2条 包装饮用水
包装饮用水是指从符合标准的水源获得,经过生产和消毒过程,然后装入密封良好的容器中,并按照食品标签规定粘贴标签的水;可能含有天然存在或添加的矿物质、二氧化碳气体,但不得添加糖、香料、调味剂或其他营养素,且不包括含酒精饮料。矿泉水、天然矿泉水。
ພາສາລາວ (老挝语原文)
ມາດຕາ 2 ນ້ຳດື່ມໃນພາຊະນະບັນຈຸປິດ
ນ້ຳດື່ມໃນພາຊະນະບັນຈຸປິດ ແມ່ນນ້ຳທີ່ໄດ້ມາຈາກແຫຼ່ງນ້ຳທີ່ໄດ້ມາດຕະຖານ, ຜ່ານຂະບວນການຜະລິດ ແລະ ຂ້າເຊື້ອ ແລ້ວບັນຈຸໃນພາຊະນະປິດແຈບດີ ພ້ອມທັງຕິດສະຫຼາກ ຕາມຂໍ້ຕົກລົງວ່າດ້ວຍສະຫຼາກອາຫານ; ອາດຈະມີແຮ່ທາດ, ອາຍແກັສກາກໂບນິກ (CO2) ທີ່ເກີດຂຶ້ນຕາມທຳມະຊາດ ຫຼື ຕື່ມໃສ່, ຊຶ່ງບໍ່ໃຫ້ມີການຕື່ມນ້ຳຕານ, ແຕ່ງກິ່ນ, ລົດຊາດ ຫຼື ສານອາຫານອື່ນ ແລະ ບໍ່ລວມເອົາເຄື່ອງດື່ມທີ່ມີທາດເຫຼົ້າ. ນ້ຳດື່ມແຮ່ທາດ, ນ້ຳແຮ່ທາດທຳມະຊາດ.
第ມາດຕາ 2条
第3条 术语定义(修订)
本协议中使用的术语定义如下:
1. 水的硬度 指水中钙离子(Ca2+)和镁离子(Mg2+)的溶解量;
2. 水的酸碱度(pH) 指测量水的酸碱度;
3. 病媒动物 指动物、家畜或昆虫,是导致病原体传播到食品的主要原因,例如老鼠、猫、鸟、苍蝇、蚂蚁、蟑螂;
4. 致病微生物 指引起人类疾病的微生物,例如腹泻、食物中毒,并能污染食品。重要的致病微生物包括沙门氏菌属、大肠杆菌、金黄色葡萄球菌、产气荚膜梭菌、霍乱弧菌等;
5. 良好生产规范(GMP) 指符合国际食品法典(Codex Alimentarius)CAC/RCP 1-1969(最新修订版)的食品卫生操作通用原则;
6. 危害分析与关键控制点(HACCP) 指根据生产步骤确定、评估和控制饮用水安全危害点的系统;
7. 饮用水生产用水 指来自地下水、河流、井水、溪水、泉水、矿泉水和自来水的用水;
8. 饮用水生产者 指实际从事饮用水生产过程的人员;
9. 技术专家 指控制饮用水生产、质量和安全的人员;
10. 食品工业工厂 指拥有10马力以上机器动力或10名以上工人的工厂,包括三种规模:小型工厂为机器动力10至50马力或工人10至50人,中型工厂为机器动力51至200马力或工人51至200人,大型工厂为机器动力201马力以上或工人201人以上。
ພາສາລາວ (老挝语原文)
ມາດຕາ 3 ຄວາມໝາຍຂອງຄຳສັບ (ປັບປຸງ)
ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ມີຄວາມໝາຍດັ່ງນີ້:
1. ຄວາມກະດ້າງຂອງນ້ຳ ໝາຍເຖິງ ປະລິມານການລະລາຍຂອງທາດການຊີອອມ (Ca2+) ແລະ ແມັກເນຊີອອມ (Mg2+) ໃນນ້ຳ;
2. ຄ່າຄວາມເປັນກົດ-ດ່າງ (pH) ຂອງນ້ຳ ໝາຍເຖິງ ການວັດແທກຄວາມເປັນກົດ-ດ່າງ ໃນນ້ຳ;
3. ສັດພາຫະນຳເຊື້ອ ໝາຍເຖິງ ສັດ, ສັດລ້ຽງ ຫຼື ແມງໄມ້ ທີ່ເປັນສາເຫດສຳຄັນໃນການນຳເອົາເຊື້ອພະຍາດມາສູ່ອາຫານ ເປັນຕົ້ນ ໜູ, ແມວ, ນົກ, ແມງວັນ, ມົດ, ແມງສາບ;
4. ຈຸລິນຊີທີ່ກໍ່ໃຫ້ເກີດເປັນພະຍາດ ໝາຍເຖິງ ເຊື້ອຈຸລິນຊີທີ່ເປັນສາເຫດຂອງການເກີດພະຍາດໃນຄົນ ເປັນຕົ້ນ ພະຍາດຖອກທ້ອງ, ອາຫານເປັນພິດ ແລະ ສາມາດປົນເປື້ອນກັບອາຫານ. ຈຸລິນຊີທີ່ກໍ່ໃຫ້ເກີດເປັນພະຍາດທີ່ສຳຄັນໄດ້ແກ່ Salmonella spp., Escherichia coli, Staphylococcus aureus, Clostridium perfringens, Vibrio cholerae, ແລະ ອື່ນໆ;
5. ຫຼັກການຜະລິດທີ່ດີຂອງອາຫານ (GMP) ໝາຍເຖິງ ຫຼັກການທົ່ວໄປກ່ຽວກັບການປະຕິບັດສຸຂະອະນາໄມອາຫານ ທີ່ສອດຄ່ອງກັບກົດລະຫັດອາຫານສາກົນ (Codex Alimentarius) CAC/RCP 1-1969, ສະບັບປັບປຸງຫຼ້າສຸດ;
6. ການວິເຄາະຫາຈຸດອັນຕະລາຍທີ່ຕ້ອງຄວບຄຸມ (HACCP) ໝາຍເຖິງ ລະບົບທີ່ກຳນົດ, ປະເມີນ ແລະ ຄວບຄຸມຈຸດທີ່ເປັນອັນຕະລາຍຕໍ່ຄວາມປອດໄພຂອງນ້ຳດື່ມ ຕາມຂັ້ນຕອນການຜະລິດ;
7. ນ້ຳທີ່ນຳມາຜະລິດນ້ຳດື່ມ ໝາຍເຖິງ ນ້ຳທີ່ໄດ້ມາຈາກ ນ້ຳບາດານ, ແມ່ນ້ຳ, ນ້ຳສ້າງ, ນ້ຳຫ້ວຍ, ນ້ຳລິນ, ນ້ຳອອກບໍ່ ແລະ ນ້ຳປະປາ;
8. ຜູ້ຜະລິດນ້ຳດື່ມ ໝາຍເຖິງ ບຸກຄົນທີ່ເຮັດວຽກຕົວຈິງຢູ່ໃນຂະບວນການຜະລິດນ້ຳດື່ມ;
9. ເຕັກນິກວິຊາການ ໝາຍເຖິງ ການຄວບຄຸມ ການຜະລິດ, ຄຸນນະພາບ ແລະ ຄວາມປອດໄພຂອງນ້ຳດື່ມ;
10. ໂຮງງານອຸດສາຫະກຳອາຫານ ໝາຍເຖິງ ໂຮງງານທີ່ມີກຳລັງແຮງຂອງເຄື່ອງຈັກ 10 ແຮງມ້າ ຫຼື ຈຳນວນແຮງງານ 10 ຄົນຂຶ້ນໄປ, ປະກອບມີສາມຂະໜາດຄື: ໂຮງງານຂະໜາດນ້ອຍ ແມ່ນມີກຳລັງແຮງຂອງເຄື່ອງຈັກ 10 ຫາ 50 ແຮງມ້າ ຫຼື ຈຳນວນແຮງງານ 10 ຫາ 50 ຄົນ, ໂຮງງານຂະໜາດກາງ ແມ່ນມີກຳລັງແຮງຂອງເຄື່ອງຈັກ 51 ຫາ 200 ແຮງມ້າ ຫຼື ຈຳນວນແຮງງານ 51 ຫາ 200 ຄົນ, ໂຮງງານຂະໜາດໃຫຍ່ ແມ່ນມີກຳລັງແຮງຂອງເຄື່ອງຈັກ 201 ແຮງມ້າ ຫຼື ຈຳນວນແຮງງານ 201 ຄົນຂຶ້ນໄປ.
第ມາດຕາ 3条
第3条 适用范围(修订)
本协议适用于在老挝人民民主共和国境内从事封闭容器饮用水生产、进出口和分销的个人、法人或组织以及经营者。
ພາສາລາວ (老挝语原文)
ມາດຕາ 3 ຂອບເຂດການນຳໃຊ້ (ປັບປຸງ)
ຂໍ້ຕົກລົງສະບັບນີ້ມີຂອບເຂດການນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ຄຸ້ມກອງ ແລະ ຜູ້ດຳເນີນທຸລະກິດດ້ານ ການຜະລິດນ້ຳດື່ມໃນພາຊະນະບັນຈຸປິດພາຍໃນ, ສົ່ງອອກ-ນຳເຂົ້າ ແລະ ຈຳໜ່າຍ ຜະລິດຕະພັນໃນ ສປປ ລາວ.
第ມາດຕາ 4条
第4条 饮用水生产厂的设立和经营
有意设立饮用水生产厂的个人、法人或组织,必须向工业和贸易部门进行企业登记,并在设立和经营工厂前,获得卫生部门的技术批准。
ພາສາລາວ (老挝语原文)
ມາດຕາ 4 ການສ້າງຕັ້ງ ແລະ ດຳເນີນກິດຈະການໂຮງງານຜະລິດນ້ຳດື່ມ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຈຸດປະສົງ ສ້າງຕັ້ງໂຮງງານຜະລິດນ້ຳດື່ມ ຕ້ອງໄດ້ຂຶ້ນທະບຽນວິສາຫະກິດ ຈາກຂະແໜງການອຸດສາຫະກຳ ແລະ ການຄ້າ ແລະ ຕ້ອງໄດ້ຜ່ານການຕົກລົງເຫັນດີທາງດ້ານເຕັກນິກວິຊາການຈາກຂະແໜງການສາທາລະນະສຸກ ກ່ອນການສ້າງຕັ້ງ ແລະ ດຳເນີນກິດຈະການໂຮງງານ.
第ມາດຕາ 5条
第5条 用于生产饮用水的水
用于生产饮用水的水必须来自清洁的水源,不得含有化学物质、微生物、废弃物和放射性物质,其含量不得对消费者健康造成危害,且处于良好环境中,远离污染区域,如厕所、污水池、化工厂、养殖场、垃圾场、拥挤社区及其他可能污染水源的区域,距离至少35米,并采取预防、维护和清洁措施,防止污染、动物或人的干扰。
用于生产饮用水的水必须经过初步消毒处理,并必须经过国家研究中心或卫生部认可的实验室的质量和安全检测,标准如下:
1. 物理标准
物理标准范围如下:
- 气味、味道:无;
- 异物:无;
- 色度 < 15 单位(Pt-Co);
- 浊度 < 20 NTU;
2. 化学标准
允许的最高化学标准范围不得超过以下:
- pH值 6-9;
- 总硬度(以CaCO3计)< 300 毫克/升;
- 砷(As)< 0.01 毫克/升;
- 钡(Ba)< 0.7 毫克/升;
- 硼(B)< 0.5 毫克/升;
- 氯化物(Cl)< 250 毫克/升;
- 二氧化氯(ClO2)< 0.5 毫克/升;
- 镉(Cd)< 0.003 毫克/升;
- 铬(Cr)< 0.05 毫克/升;
- 铜(Cu)< 2 毫克/升;
- 氟化物(F)< 1.5 毫克/升;
- 铅(Pb)< 0.05 毫克/升;
- 锰(Mn)< 0.5 毫克/升;
- 汞(Hg)< 0.001 毫克/升;
- 硝酸盐(NO3)< 50 毫克/升;
- 铁(Fe)< 0.3 毫克/升;
- 氰化物(CN)< 0.1 毫克/升;
- 农药:不得超过对健康有害的量;
3. 微生物标准
微生物标准范围如下:
- 总大肠菌群 < 2.2 MPN/100 毫升;
- 大肠杆菌(E. coli):100毫升中不得检出;
- 致病微生物:不得检出;
- 沙门氏菌(Salmonella):100毫升中不得检出;
- 葡萄球菌(Staphylococcus):100毫升中不得检出。
ພາສາລາວ (老挝语原文)
ມາດຕາ 5 ນ້ຳທີ່ນຳມາຜະລິດນ້ຳດື່ມ
ນ້ຳທີ່ນຳມາຜະລິດນ້ຳດື່ມ ຕ້ອງໄດ້ມາຈາກແຫຼ່ງນ້ຳທີ່ສະອາດ, ບໍ່ປົນເປື້ອນສານເຄມີ, ເຊື້ອຈຸລິນຊີ, ວັດຖຸສິ່ງເສດເຫຼືອ ແລະ ແສງກຳມັນຕະພາບລັງສີ ໃນປະລິມານທີ່ບໍ່ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ, ຢູ່ໃນສະພາບແວດລ້ອມທີ່ດີ, ຫ່າງຈາກບໍລິເວນສິ່ງເປິເປື້ອນ ເຊັ່ນ ວິດຖ່າຍ, ບ່ອນເກັບນ້ຳເປື້ອນ, ໂຮງງານອຸດສາຫະກຳເຄມີ, ບ່ອນລ້ຽງສັດ, ບ່ອນຖິ້ມຂີ້ເຫຍື້ອ, ຊຸມຊົນແອອັດ ແລະ ບ່ອນເປິເປື້ອນອື່ນ ທີ່ສາມາດເກີດການປົນເປື້ອນເຂົ້າມາສູ່ແຫຼ່ງນ້ຳໃນໄລຍະຫ່າງຢ່າງນ້ອຍ 35 ແມັດ, ມີມາດຕະການໃນການປ້ອງກັນ, ບຳລຸງຮັກສາ ແລະ ອະນາໄມ ບໍ່ໃຫ້ເປິເປື້ອນ, ຖືກລົບກວນຈາກສັດ ຫຼື ຄົນ.
ນ້ຳທີ່ນຳມາຜະລິດນ້ຳດື່ມ ຕ້ອງເປັນນ້ຳທີ່ໄດ້ຜ່ານການບຳບັດຂ້າເຊື້ອເບື້ອງຕົ້ນ ແລະ ຕ້ອງໄດ້ຜ່ານການວິໄຈທາງດ້ານຄຸນນະພາບ ແລະ ຄວາມປອດໄພ ຈາກສູນວິໄຈແຫ່ງຊາດ ຫຼື ຫ້ອງວິໄຈທີ່ກະຊວງສາທາລະນະສຸກຮັບຮູ້ ໂດຍມີມາດຕະຖານດັ່ງນີ້:
1. ມາດຕະຖານທາງດ້ານວັດຖຸ
ຂອບເຂດມາດຕະຖານທາງດ້ານວັດຖຸມີດັ່ງລຸ່ມນີ້:
- ກິ່ນ, ລົດຊາດ ບໍ່ມີ;
- ສິ່ງວັດຖຸແປກປອມ ບໍ່ມີ;
- ສີ < 15 ຫົວໜ່ວຍ (Pt-Co);
- ຄວາມຂຸ່ນ < 20 NTU;
2. ມາດຕະຖານທາງດ້ານເຄມີ
ຂອບເຂດມາດຕະຖານທາງດ້ານເຄມີອະນຸຍາດສູງສຸດບໍ່ໃຫ້ເກີນດັ່ງລຸ່ມນີ້:
- ຄວາມເປັນກົດ-ດ່າງ (pH) 6-9;
- ຄວາມກະດ້າງລວມຂອງນ້ຳ (CaCO3) < 300 ມກ/ລ;
- ອາຊີນິກ ຫຼື ສານໜູ (As) < 0.01 ມກ/ລ;
- ບາຣີອອມ (Ba) < 0.7 ມກ/ລ;
- ໂບຣອນ (B) < 0.5 ມກ/ລ;
- ກລໍລີນ (Cl) < 250 ມກ/ລ;
- ກລໍໄຣ (ClO2) < 0.5 ມກ/ລ;
- ແຄດມີອອມ (Cd) < 0.003 ມກ/ລ;
- ໂຄຣມີອອມ (Cr) < 0.05 ມກ/ລ;
- ທອງ (Cu) < 2 ມກ/ລ;
- ຟຣູອໍໄຣ (F) < 1.5 ມກ/ລ;
- ຊືນ (Pb) < 0.05 ມກ/ລ;
- ມັງການ (Mn) < 0.5 ມກ/ລ;
- ບາຫຼອດ (Hg) < 0.001 ມກ/ລ;
- ໄນເຕຣດ (NO3) < 50 ມກ/ລ;
- ເຫຼັກ (Fe) < 0.3 ມກ/ລ;
- ໄຊຍາໄນ (CN) < 0.1 ມກ/ລ;
- ຢາປາບສັດຕູພືດ ບໍ່ໃຫ້ພົບເກີນປະລິມານທີເປັນອັນຕະລາຍຕໍ່ສຸຂະພາບ;
3. ມາດຕະຖານທາງດ້ານຈຸລິນຊີ
ຂອບເຂດມາດຕະຖານທາງດ້ານຈຸລິນຊີ ມີດັ່ງລຸ່ມນີ້:
- ເຊື້ອໂຄລີຟອມລວມ (Total Coliform) < 2.2 MPN/100 ມລ;
- ເຊື້ອອີໂຄໄລ (E. coli) ບໍ່ພົບໃນ 100 ມລ;
- ເຊື້ອຈຸລິນຊີທີ່ກໍ່ໃຫ້ເກີດເປັນພະຍາດ ບໍ່ພົບ;
- ເຊື້ອຊານໂມເນລາ (Salmonella) ບໍ່ພົບໃນ 100 ມລ;
- ເຊື້ອສະຕາຟີໂລກອກກັດສ໋ (Staphylococcus) ບໍ່ພົບໃນ 100 ມລ.
第ມາດຕາ 6条
第6条 瓶(桶)装饮用水标准(修订)
1. 物理标准
物理标准范围如下:
- 无异味、无异味;
- 无肉眼可见异物;
- 色度 < 15 毫克/升(铂钴色度单位);
- 浊度 < 5 单位(散射浊度单位)。
2. 化学标准(修订)
化学标准允许最高限值不得超过以下:
- pH值 6.5-8.5;
- 总硬度(以碳酸钙计)< 100 毫克/升;
- 砷(As)< 0.01 毫克/升;
- 钡(Ba)< 0.7 毫克/升;
- 硼(B)< 0.5 毫克/升;
- 氯化物(Cl)< 250 毫克/升;
- 镉(Cd)< 0.003 毫克/升;
- 铬(Cr)< 0.05 毫克/升;
- 铜(Cu)< 2 毫克/升;
- 氟化物(F)< 1.5 毫克/升;
- 硒(Se)< 0.05 毫克/升;
- 锰(Mn)< 0.5 毫克/升;
- 汞(Hg)< 0.001 毫克/升;
- 硝酸盐(NO3)< 50 毫克/升;
- 铁(Fe)< 0.3 毫克/升;
- 氰化物(CN)< 0.1 毫克/升;
- 农药不得超过对健康有害的剂量。
3. 微生物标准(修订)
微生物标准范围如下:
- 总大肠菌群 < 1 CFU/100 毫升 或 < 2.2 MPN/100 毫升;
- 大肠埃希氏菌 < 1 CFU/100 毫升 或未检出 MPN/100 毫升;
- 致病菌未检出;
- 沙门氏菌在100毫升中未检出;
- 金黄色葡萄球菌在100毫升中未检出。
ພາສາລາວ (老挝语原文)
ມາດຕາ 6 ມາດຕະຖານນໍ້າດື່ມໃນພາຊະນະບັນຈຸປິດ (ປັບປຸງ)
1. ມາດຕະຖານທາງດ້ານວັດຖຸ
ຂອບເຂດມາດຕະຖານທາງດ້ານວັດຖຸມີດັ່ງລຸ່ມນີ້:
- ກິ່ນ, ລົດຊາດ ບໍ່ມີ;
- ສິ່ງວັດຖຸແປກປອມ ບໍ່ມີ;
- ສີ < 15 ມກ/ລ (Pt-Co);
- ຄວາມຂຸ່ນ < 5 ໜ່ວຍ (NTU).
2. ມາດຕະຖານທາງດ້ານເຄມີ (ປັບປຸງ)
ຂອບເຂດມາດຕະຖານທາງດ້ານເຄມີອະນຸຍາດສູງສຸດບໍ່ໃຫ້ເກີນດັ່ງລຸ່ມນີ້:
- ຄວາມເປັນກົດ-ດ່າງ (pH) 6.5-8.5;
- ຄວາມກະດ້າງລວມຂອງນໍ້າ (CaCO3) < 100 ມກ/ລ;
- ອາກເຊນິກ ຫຼື ສານໜູ (As) < 0.01 ມກ/ລ;
- ບາຣີອອມ (Ba) < 0.7 ມກ/ລ;
- ບໍຣອນ (B) < 0.5 ມກ/ລ;
- ກລໍລີນ (Cl) < 250 ມກ/ລ;
- ແຄດມີອອມ (Cd) < 0.003 ມກ/ລ;
- ໂຄຣມີອອມ (Cr) < 0.05 ມກ/ລ;
- ທອງ (Cu) < 2 ມກ/ລ;
- ຟີຣູອໍໄຣ (F) < 1.5 ມກ/ລ;
- ຊີນ (Se) < 0.05 ມກ/ລ;
- ມັງການ (Mn) < 0.5 ມກ/ລ;
- ບາຫຼອດ (Hg) < 0.001 ມກ/ລ;
- ໄນເຕຣດ (NO3) < 50 ມກ/ລ;
- ເຫຼັກ (Fe) < 0.3 ມກ/ລ;
- ໄຊຍາໄນ (CN) < 0.1 ມກ/ລ;
- ຢາປາບສັດຕູພືດ ບໍ່ໃຫ້ພົບເກີນປະລິມານທີເປັນອັນຕະລາຍຕໍ່ສຸຂະພາບ.
3. ມາດຕະຖານທາງດ້ານຈຸລິນຊີ (ປັບປຸງ)
ຂອບເຂດມາດຕະຖານທາງດ້ານຈຸລິນຊີ ມີດັ່ງລຸ່ມນີ້:
- ເຊື້ອໂຄລີຟອມລວມ (Total Coliform) < 1 CFU/100 ml ຫຼື < 2.2 MPN/100 ml;
- ເຊື້ອອີ ໂຄໄລ (Escherichia coli) < 1 CFU/100 ml ຫຼື ບໍ່ພົບ MPN/100 ml;
- ເຊື້ອຈຸລິນຊີທີ່ກໍໃຫ້ເກີດເປັນພະຍາດ ບໍ່ພົບ;
- ເຊື້ອຊານໂມເນລາ (Salmonella spp.) ບໍ່ພົບໃນ 100 ml;
- ເຊື້ອສະຕາຟີໂລກອກກັດສໍ (Staphylococcus aureus) ບໍ່ພົບໃນ 100 ml.
第ມາດຕາ 7条
第7条 饮用水产品标签(修订)
封闭容器中饮用水产品的标签必须遵守关于预包装食品标签的协议,具体如下:
1. 产品名称;
2. 包装容量;
3. 工厂名称、地址及生产者的联系方式;
4. 生产日期、保质期及生产批号;
5. 食品与药品司颁发的注册号;
6. 储存说明;
7. 若为他人生产,必须在标签上注明生产者、经销商的名称、地址和联系电话,并注册该产品;
8. 如有关于饮用水产品的声明,必须获得食品与药品司的批准。
ພາສາລາວ (老挝语原文)
ມາດຕາ 7 ສະຫຼາກຂອງຜະລິດຕະພັນນ້ຳດື່ມ (ປັບປຸງ)
ສະຫຼາກຂອງຜະລິດຕະພັນນ້ຳດື່ມໃນພາຊະນະບັນຈຸປິດຕ້ອງປະຕິບັດຕາມຂໍ້ຕົກລົງ ວ່າດ້ວຍສະຫຼາກຂອງຜະລິດຕະພັນອາຫານທີ່ບັນຈຸໃນເຄື່ອງທຸ້ມທໍ່ ດັ່ງນີ້:
1. ຊື່ຜະລິດຕະພັນ;
2. ບໍລິມາດໃນການບັນຈຸ;
3. ຊື່, ທີ່ຕັ້ງຂອງໂຮງງານ ແລະ ເງື່ອນໄຂຕິດຕໍ່ຂອງຜູ້ຜະລິດ;
4. ວັນເດືອນປີ ຜະລິດ, ໝົດອາຍຸ ແລະ ຊຸດຜະລິດ;
5. ເລກທະບຽນ ທີ່ກົມອາຫານ ແລະ ຢາອອກໃຫ້;
6. ຄຳແນະນຳໃນການເກັບຮັກສາ;
7. ໃນກໍລະນີຜະລິດໃຫ້ບຸກຄົນອື່ນ ຕ້ອງໄດ້ລະບຸຊື່, ທີ່ຢູ່ ແລະ ເບີໂທຕິດຕໍ່ຂອງຜູ້ຜະລິດ, ຜູ້ຈຳໜ່າຍໃສ່ສະຫຼາກ ພ້ອມທັງຂຶ້ນທະບຽນຜະລິດຕະພັນດັ່ງກ່າວ;
8. ຖ້າມີການກ່າວອ້າງກ່ຽວກັບຜະລິດຕະພັນນ້ຳດື່ມຕ້ອງໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ.
第ມາດຕາ 8条
第8条 饮用水产品名称的使用
在密封容器中饮用水产品名称的使用必须遵守以下规定:
1. 饮用水产品名称必须含义明确、简短、简洁,只能有一个名称;
2. 使用的语言必须是老挝语或老挝语和外语并用,清晰可读,老挝语必须大于外语并位于外语之上。
ພາສາລາວ (老挝语原文)
ມາດຕາ 8 ການໃສ່ຊື່ຜະລິດຕະພັນນ້ຳດື່ມ
ການໃສ່ຊື່ຜະລິດຕະພັນນ້ຳດື່ມໃນພາຊະນະບັນຈຸປິດຕ້ອງປະຕິບັດດັ່ງນີ້:
1. ຊື່ຜະລິດຕະພັນນ້ຳດື່ມຕ້ອງມີຄວາມໝາຍສົມສັ້ນກະທັດຮັດ, ໃຫ້ມີຊື່ດຽວ;
2. ພາສາທີ່ໃຊ້ຕ້ອງເປັນພາສາລາວ ຫຼື ທັງພາສາລາວ ແລະ ພາສາຕ່າງປະເທດ, ອ່ານໄດ້ຢ່າງຈະແຈ້ງ, ພາສາລາວຕ້ອງໃຫຍ່ກວ່າ ແລະ ຢູ່ເທິງພາສາຕ່າງປະເທດ.
第ມາດຕາ 9条
第9条 饮用水生产用水的处理与消毒
用于生产饮用水的水必须在生产前进行初步处理,特别是未达到第6条标准的水,例如通过基本的石、沙、炭过滤过程,并按照卫生部饮用水标准手册中的剂量用氯进行消毒。
ພາສາລາວ (老挝语原文)
ມາດຕາ 9 ການບຳບັດ ແລະ ຂ້າເຊື້ອນ້ຳທີ່ນຳມາຜະລິດນ້ຳດື່ມ
ນ້ຳທີ່ນຳມາຜະລິດນ້ຳດື່ມຕ້ອງໄດ້ຜ່ານການບຳບັດໃນເບື້ອງຕົ້ນກ່ອນການຜະລິດ ໂດຍສະເພາະນ້ຳທີ່ບໍ່ບັນລຸມາດຕະຖານຕາມມາດຕາ 6, ເປັນຕົ້ນແມ່ນຜ່ານຂະບວນການຕອງຫີນ, ຊາຍ, ຖ່ານ ແບບພື້ນຖານ ແລະ ຂ້າເຊື້ອດ້ວຍຄຼໍລິນໃນປະລິມານຕາມຄູ່ມືມາດຕະຖານນ້ຳດື່ມ ຂອງກະຊວງສາທາລະນະສຸກ.
第ມາດຕາ 10条
第10条 生产前的水储存
经过处理和初步消毒的水,在用于生产饮用水之前,必须储存在适当的容器和场所中,水箱或储水池应易于保持卫生、清洁、不渗漏、不生锈、不产生水垢和污垢附着。应有严密的盖子,能够防止灰尘、动物、昆虫,并始终保持清洁维护,按照技术规定执行。
ພາສາລາວ (老挝语原文)
ມາດຕາ 10 ການເກັບຮັກສານ້ຳກ່ອນການຜະລິດ
ນ້ຳທີ່ຜ່ານຂະບວນການບຳບັດ ແລະ ຂ້າເຊື້ອເປື້ອງຕົ້ນ ກ່ອນຈະນຳມາຜະລິດນ້ຳດື່ມຕ້ອງເກັບຮັກສາໄວ້ໃນພາຊະນະ ແລະ ສະຖານທີ່ທີ່ເໝາະສົມ, ຖັງ ຫຼື ອ່າງເກັບນ້ຳ ຕ້ອງຮັກສາອະນາໄມໄດ້ງ່າຍ, ມີຄວາມສະອາດ, ບໍ່ຮົ່ວບໍ່ຊີມ, ບໍ່ເປັນຫ້ຽງ, ບໍ່ໃຫ້ເກີດໄຄເທົາ, ຄາບເປື້ອນເກາະຕິດ. ມີຝາປົກປິດແຈບດີ ສາມາດປ້ອງກັນຝຸ່ນ, ສັດ, ແມງໄມ້ ແລະ ມີການອະນາໄມບຳລຸງຮັກສາໃຫ້ສະອາດຢູ່ສະເໝີ ໂດຍປະຕິບັດຕາມຫຼັກວິຊາການກຳນົດ.
第ມາດຕາ 11条
第11条 工厂选址(修订)
工厂的选址必须位于适当的地点,具有良好的清洁环境,不会成为导致饮用水生产污染的原因,与住宅区分开。远离有环境污染风险的区域,例如:养殖场、垃圾场、积水、化学活动、烟尘。如果无法避免,必须采取严格的预防措施。
ພາສາລາວ (老挝语原文)
ມາດຕາ 11 ທີ່ຕັ້ງໂຮງງານ (ປັບປຸງ)
ທີ່ຕັ້ງຂອງໂຮງງານຕ້ອງຢູ່ໃນສະຖານທີ່ທີ່ເໝາະສົມ, ມີສະພາບແວດລ້ອມທີ່ສະອາດດີ ຊຶ່ງບໍ່ເປັນສາເຫດ ກໍ່ໃຫ້ເກີດການປົນເປື້ອນຕໍ່ການຜະລິດນ້ຳດື່ມໄດ້, ແຍກຈາກທີ່ຢູ່ອາໄສ. ຫ່າງຈາກບໍລິເວນທີ່ມີຄວາມສ່ຽງຕໍ່ການປົນເປື້ອນຈາກສະພາບແວດລ້ອມ ເຊັ່ນ: ບ່ອນລ້ຽງສັດ, ບ່ອນຖິ້ມຂີ້ເຫຍື້ອ, ນ້ຳຖ້ວມຂັງ, ກິດຈະກຳທາງເຄມີ, ຝຸ່ນຄວັນ. ຖ້າຫາກບໍ່ສາມາດຫຼີກລ້ຽງໄດ້ ຕ້ອງມີມາດຕະການປ້ອງກັນຢ່າງເຂັ້ມງວດ.
第ມາດຕາ 12条
第12条 工厂范围内的设计、结构和布局
饮用水生产工厂范围内的设计、结构和布局必须符合以下条件:
1. 为专门的饮用水生产工厂,与住宅和卫生间分开,按照良好生产规范进行正确设计;
2. 结构必须坚固密实,不吸水,建筑物从地面到天花板的高度至少350厘米,设计应便于清洁、维护,能够防止动物和昆虫;
3. 有足够宽敞的面积用于安装过滤器、机器、生产设备,并按照生产线比例布置,例如直线型(I)、L型或U型;
4. 有良好的照明系统和通风系统,且充足;
5. 在适当的地点设有垃圾丢弃处和废水处理池;
6. 建筑物内部必须为封闭空间,地面有坡度,地面、墙壁和天花板的连接处为圆角,有排水沟或排水孔及盖子,按以下比例划分区域或生产间:
- 机器间:饮用水生产机器系统和设备的安装应适合清洁和维护;
- 洗瓶间:墙壁必须贴瓷砖至少160厘米高,或采用其他适当方法。
ພາສາລາວ (老挝语原文)
ມາດຕາ 12 ການອອກແບບ, ໂຄງສ້າງ ແລະ ແຜນຜັງອາຄານໃນຂອບເຂດໂຮງງານ
ການອອກແບບ, ໂຄງສ້າງ ແລະ ແຜນຜັງອາຄານໃນຂອບເຂດໂຮງງານຜະລິດນໍ້າດື່ມຈະຕ້ອງມີເງື່ອນໄຂດັ່ງລຸ່ມນີ້:
1. ເປັນໂຮງງານຜະລິດນໍ້າດື່ມສະເພາະ, ແຍກອອກຈາກທີ່ຢູ່ອາໄສ ແລະ ຫ້ອງນໍ້າ, ມີການອອກແບບທີ່ຖືກຕ້ອງຕາມຫຼັກການຜະລິດທີ່ດີ;
2. ໂຄງສ້າງຕ້ອງມີຄວາມແຂງແກ່ນແໜ້ນໜາ, ບໍ່ດູດຊຶມນໍ້າ, ຄວາມສູງຂອງອາຄານຈາກພື້ນຫາເພດານປ່າງນ້ອຍ 350 ຊັງຕີແມັດ, ການອອກແບບຕ້ອງສະດວກໃນການອະນາໄມ, ບຳລຸງຮັກສາ, ສາມາດປ້ອງກັນສັດ ແລະ ແມງໄມ້ໄດ້;
3. ມີຂະໜາດເນື້ອທີ່ກວ້າງຂວາງພຽງພໍ ສຳລັບຕິດຕັ້ງເຄື່ອງຕອງ, ເຄື່ອງຈັກ, ອຸປະກອນການຜະລິດ ແລະ ເປັນສັດສ່ວນຕາມສາຍໄຍການຜະລິດ ເຊັ່ນ ເປັນລວງດຽວ ເສັ້ນຊື່ໂຕໄອ (I), ໂຕແອວ (L) ຫຼື ໂຕຢູ (U);
4. ມີລະບົບແສງສະຫວ່າງ ແລະ ລະບົບລະບາຍອາກາດທີ່ດີ ແລະ ພຽງພໍ;
5. ມີບ່ອນຖິ້ມຂີ້ເຫຍື້ອ ແລະ ບໍ່ບຳບັດນໍ້າເສຍໃນຈຸດທີ່ເໝາະສົມ;
6. ພາຍໃນອາຄານຕ້ອງເປັນວົງປິດ, ມີພື້ນລາດອ່ຽງ, ຈຸດຕໍ່ພື້ນ, ຝາ ແລະ ເພດານ ໃຫ້ເປັນມຸມໂຄ້ງ, ມີຮ່ອງ ຫຼື ຮູລະບາຍນໍ້າ ແລະ ຝາປິດ, ແບ່ງພື້ນທີ່ ຫຼື ຫ້ອງຜະລິດ ເປັນສັດສ່ວນດັ່ງນີ້:
- ທ້ອງເຄື່ອງຈັກ: ການຕິດຕັ້ງລະບົບເຄື່ອງຈັກຜະລິດນໍ້າດື່ມ ແລະ ອຸປະກອນຄວນເໝາະສົມແກ່ການອະນາໄມ ແລະ ບຳລຸງຮັກສາ;
- ຫ້ອງລ້າງຕຸກ: ຝາຕ້ອງຕິດກະເບື້ອງສູງ ຢ່າງໜ້ອຍ 160 ຊັງຕີແມັດ ຫຼື ມີວິທີການອື່ນ ທີ່ເໝາະສົມ.
本页展示前 12 条,全文共 48 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读