关于药用及商品用辣木管理的协议
ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງພຶດປໍແກ້ວ ນຳໃຊ້ທາງການແພດ ແລະ ເປັນສິນຄ້າ
Agreement on Management of Moringa for Medicinal and Commercial Use
简介
该协议调整药用及商品用罂粟的种植、加工、进出口等全链条活动,核心是规定企业须获投资与卫生部门双重许可,并满足技术、资质、安全等条件。
Summary
This agreement regulates the entire chain of activities involving the cultivation, processing, import, and export of poppies for medicinal and commercial purposes, requiring enterprises to obtain dual permits from investment and health authorities and meet technical, qualification, and safety conditions.
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງກິດຈະກຳທັງໝົດຂອງການປູກ, ການປຸງແຕ່ງ, ການນຳເຂົ້າ-ສົ່ງອອກ ຝິ່ນທີ່ໃຊ້ເປັນຢາ ແລະ ການຄ້າ, ໂດຍຫຼັກການສຳຄັນແມ່ນກຳນົດໃຫ້ວິສາຫະກິດຕ້ອງໄດ້ຮັບໃບອະນຸຍາດສອງຝ່າຍຈາກກະຊວງການເງິນ ແລະ ກະຊວງສາທາລະນະສຸກ, ພ້ອມທັງຕອບສະໜອງເງື່ອນໄຂດ້ານເຕັກນິກ, ຄຸນສົມບັດ ແລະ ຄວາມປອດໄພ.
条文
第ມາດຕາ 1条
第2条 药用和商品用大麻的管理是指对大麻在种植、采收、生产加工、进口、出口、运输、销售、储存、科学研究等活动中的研究、审议、许可、监督、检查、评估和报告。
ພາສາລາວ (老挝语原文)
ມາດຕາ 2 ການຄຸ້ມຄອງ ພືດປໍແກ້ວ ທາງການແພດ ແລະ ເປັນສິນຄ້າ ແມ່ນ ການຄົ້ນຄວ້າ, ພິຈາລະນາ, ອະນຸຍາດ, ຕິດຕາມ ກວດກາ, ປະເມີນຜົນ ແລະ ລາຍງານ ກິດຈະການ ກ່ຽວກັບພືດປໍແກ້ວ ໃນການປູກ, ຖອດຮີດ, ຜະລິດ ປຸງແຕ່ງ, ນຳເຂົ້າ, ສົ່ງອອກ, ຂົນສົ່ງ, ຈຳໜ່າຍ, ເກັບຮັກສາ, ຄົ້ນຄວ້າວິໄຈທາງດ້ານວິທະຍາສາດ.
第ມາດຕາ 2条
第2条 适用范围
本协议适用于管理和开展以下活动的企业及组织:种植、采收、生产、加工、进出口、运输、销售、储存或持有、科学研究,涉及药用和商品用途的罂粟植物。
ພາສາລາວ (老挝语原文)
ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ມີຂອບເຂດການນຳໃຊ້ສຳລັບ ວິສາຫະກິດ ແລະ ການຈັດຕັ້ງທີ່ຄຸ້ມຄອງດຳເນີນກິດຈະການ ການປູກ, ຖອດຮິດ, ຜະລິດ, ປຸງແຕ່ງ, ນຳເຂົ້າ-ສົ່ງອອກ, ຂົນສົ່ງ, ຈຳໜ່າຍ, ເກັບຮັກສາ ຫຼື ມີຄອບຄອງ, ຄົ້ນຄວ້າວິໄຈທາງດ້ານວິທະຍາສາດ ຈາກພືດປໍແກ້ວ ເພື່ອນຳໃຊ້ໃນທາງການແພດ ແລະ ເປັນສິນຄ້າ.
第ມາດຕາ 3条
第3条 活动类型
关于用于医疗和作为商品的药用植物活动有以下5种类型:
1. 种植;
2. 采收、生产、加工;
3. 储存;
4. 销售和使用;
5. 进出口、运输。
这些活动必须获得计划投资部投资促进局的批准,按照投资规定,并取得卫生部技术方面的许可。
ພາສາລາວ (老挝语原文)
ມາດຕາ 3 ປະເພດກິດຈະການ
ປະເພດກິດຈະການກ່ຽວກັບພືດປໍແກ້ວເພື່ອນຳໃຊ້ໃນທາງການແພດ ແລະ ເປັນສິນຄ້າ ມີ 05 ປະເພດ:
1. ການປູກ;
2. ຖອດຮີດ, ຜະລິດ, ປຸງແຕ່ງ;
3. ເກັບຮັກສາ;
4. ຈຳໜ່າຍ ແລະ ນຳໃຊ້;
5. ນຳເຂົ້າ-ສົ່ງອອກ, ຂົນສົ່ງ.
ເຊິ່ງກິດຈະການເຫຼົ່ານີ້ ຕ້ອງໄດ້ຮັບການອະນຸມັດຈາກກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ຕາມລະບຽບການລົງທຶນ ແລະ ໄດ້ຮັບອະນຸຍາດທາງດ້ານວິຊາການ ຈາກ ກະຊວງສາທາລະນະສຸກ.
第ມາດຕາ 4条
第4条 申请经营活动的条件
申请有关罂粟经营活动的许可,必须具备以下条件:
1. 必须是获得计划投资部或政府授权的相关负责委员会批准投资的企业;
2. 必须持有卫生部颁发的技术登记许可证;
3. 必须具备官方规定的地点或便利设施条件;
4. 必须具有相关所有步骤的措施计划、总体计划和操作手册;
5. 必须具备对已确定或经卫生部认证的物质进行管理研究的条件。
ພາສາລາວ (老挝语原文)
ມາດຕາ 4 ເງື່ອນໄຂການຂໍອະນຸຍາດດຳເນີນກິດຈະການ
ການຂໍອະນຸຍາດດຳເນີນກິດຈະການກ່ຽວກັບພືດປໍ່ແກ້ວ ຕ້ອງມີເງື່ອນໄຂ ດັ່ງນີ້:
1. ຕ້ອງເປັນວິສາຫະກິດທີ່ໄດ້ຮັບອະນຸຍາດການລົງທຶນ ຈາກ ກະຊວງແຜນການ ແລະ ການລົງທຶນ ຫຼື ຄະນະຮັບຜິດຊອບກ່ຽວຂ້ອງທີ່ໄດ້ຮັບການມອບໝາຍຈາກລັດຖະບານ;
2. ຕ້ອງມີໃບອະນຸຍາດທະບຽນວິຊາການ ຈາກ ກະຊວງສາທາລະນະສຸກ;
3. ຕ້ອງມີເງື່ອນໄຂດ້ານສະຖານທີ່ ຫຼື ພື້ນທີ່ອຳນວຍຄວາມສະດວກຕາມທີ່ທາງການໄດ້ກຳນົດໄວ້;
4. ຕ້ອງມີແຜນມາດຕະການ, ແຜນແມ່ບົດ ແລະ ຄູ່ມືການປະຕິບັດງານທຸກຂັ້ນຕອນທີ່ກ່ຽວຂ້ອງ;
5. ຕ້ອງມີເງື່ອນໄຂໃນການວິໄຈເພື່ອຄຸ້ມຄອງ ສານທີ່ໄດ້ກຳນົດ ຫຼື ໄດ້ຮັບການຢັ້ງຢືນ ຈາກ ກະຊວງສາທາລະນະສຸກ.
第ມາດຕາ 5条
第5条 申请技术注册的条件
旨在经营与植物保护相关业务的企业,必须按照以下条件申请技术注册:
1. 是药剂师或化学家,为老挝籍,持有相关教育机构颁发的学士学位证书,并具有5年以上药剂工作经验,且有相关部门出具的专业服务证明;
2. 对于相关专业服务证明,如果是国家工作人员,则由相关国家机关出具证明;如果是私营部门专业服务人员,除由相关部门证明外,还需经省级、首都级相关管理机关认可;
3. 在老挝人民民主共和国有住所;
4. 在申请地点有常驻条件,如无常驻条件,须书面报告各阶段的活动计划;
5. 身体健康,无精神病或传染病,不吸毒;
6. 不在诉讼期间,未因药剂专业失误或贩卖毒品被判刑,或因任何故意违法行为受到纪律处分。
ພາສາລາວ (老挝语原文)
ມາດຕາ 5 ເງື່ອນໄຂການຂໍອະນຸຍາດທະບຽນວິຊາການ
ວິສາຫະກິດ ທີ່ມີຈຸດປະສົງດຳເນີນກິດຈະການກ່ຽວກັບພືດປໍແກ້ວ ຕ້ອງຂໍອະນຸຍາດທະບຽນວິຊາການຕາມເງື່ອນໄຂດັ່ງລຸ່ມນີ້:
1. ເປັນເພສັດຊະກອນ ຫຼື ນັກເຄມີສາດ ທີ່ເປັນຄົນສັນຊາດລາວ ທີ່ມີໃບປະກາດສະນິຍະບັດປະລິນຍາຕີ ທີ່ອອກໃຫ້ໂດຍສະຖາບັນການສຶກສາທີ່ກ່ຽວຂ້ອງ ແລະ ຕ້ອງມີປະສົບການຮັບໃຊ້ວຽກງານ ເພສັດຊະກຳ 05 ປີ ຂຶ້ນໄປ ໂດຍມີໃບຢັ້ງຢືນຮັບໃຊ້ວິຊາສະເພາະຈາກພາກສ່ວນທີ່ກ່ຽວຂ້ອງ;
2. ສຳລັບໃບຢັ້ງຢືນການຮັບໃຊ້ວິຊາສະເພາະ ກ່ຽວຂ້ອງ ຖ້າແມ່ນພະນັກງານທີ່ໄດ້ສັງກັດລັດ ແມ່ນອົງການຈັດຕັ້ງລັດກ່ຽວຂ້ອງເປັນຜູ້ຢັ້ງຢືນ, ໃນກໍລະນີຝ່າຍການຮັບໃຊ້ວິຊາສະເພາະໃນພາກເອກະຊົນ ນອກຈາກຢັ້ງຢືນຈາກພາກສ່ວນກ່ຽວຂ້ອງແລ້ວ ຍັງຕ້ອງຜ່ານການຢັ້ງຢືນຮັບຮູ້ຈາກພາກລັດທີ່ເປັນອົງການຄຸ້ມຄອງກ່ຽວຂ້ອງຂັ້ນແຂວງ, ນະຄອນຫຼວງຕື່ມອີກ;
3. ມີທີ່ຢູ່ໃນປະເທດ ສ ປ ປ ລາວ;
4. ມີເງື່ອນໄຂ ປະຈຳການຢູ່ສະຖານທີ່ຂໍອະນຸຍາດ, ໃນກໍລະນີ ບໍ່ມີເງື່ອນໄຂ ປະຈຳການຢູ່ສະຖານທີ່ໄດ້ຮັບອະນຸຍາດ ຕ້ອງແຈ້ງແຜນປະຕິບັດງານ ຂອງການເຄື່ອນໄຫວຢ່າງເປັນລາຍລັກອັກສອນ ເປັນແຕ່ລະໄລຍະ;
5. ມີສຸຂະພາບດີ, ບໍ່ເປັນໂລກຈິດ ຫຼື ພະຍາດຕິດແປດ, ບໍ່ເສບຢາເສບຕິດ;
6. ບໍ່ຢູ່ໃນໄລຍະດຳເນີນຄະດີ ຫຼື ຖືກປະຕິບັດວິໄນຍ້ອນການຜິດພາດທາງດ້ານວິຊາຊີບ ເພສັດຊະກຳ ຫຼື ຄ້າຂາຍຢາເສບຕິດໃຫ້ໂທດ ຫຼື ຍ້ອນການກະທຳຜິດໃດໜຶ່ງໂດຍເຈດຕະນາ.
第ມາດຕາ 6条
第6条 种植许可条件
申请许可种植用于医疗和商业用途的非玻璃植物的企业,应按照本协议第7条规定的技术注册许可条件执行,并遵守以下具体条件:
1. 必须有符合规定条件的技术分析报告;
2. 每份许可证的非玻璃植物种植特许面积不超过100(一百)公顷;
3. 若在多个地块种植,须详细注明所在区域,以便于管理和避免重复发放同一地点的许可证;
4. 确定种植地点,并注明特许区域及可核查的经纬度坐标,以避免重复许可;
5. 确定种植方式(露天或遮阴/封闭式)以及非玻璃植物用于医疗用途的种植技术;
6. 用于种植的种子必须按照相关规定进行登记,并得到卫生部的认可;
7. 种子进口许可将根据申请进行审议,依据每公顷平均52,000粒种子或2.2公斤种子对应已准备好的种植面积公顷数计算;
8. 必须具备能够安全管理和控制活动的系统,采用多种方法,如闭路电视或其他方法,以防止无关人员进入;
9. 储存必须有安全、干燥的房间,能够储存种子/叶子/花束,并处理收获后的废弃物/垃圾;
10. 必须建立基于药用植物良好种植规范的控制体系,用于医疗非玻璃植物的种植,包括标准操作程序、分析、收获、运输和报告系统。
ພາສາລາວ (老挝语原文)
ມາດຕາ 6 ເງື່ອນໄຂການອະນຸຍາດປູກ
ວິສາຫະກິດທີ່ຂໍອະນຸຍາດປູກພືດບໍ່ແກ້ວ ນຳໃຊ້ໃນທາງການແພດ ແລະ ເປັນສິນຄ້າ ແມ່ນໃຫ້ປະຕິບັດຕາມເງື່ອນໄຂການຂໍອະນຸຍາດທະບຽນວິຊາການ ຕາມທີ່ລະບຸໄວ້ໃນ ມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ແລະ ໃຫ້ປະຕິບັດຕາມເງື່ອນໄຂສະເພາະດັ່ງນີ້:
1. ຕ້ອງມີບົດວິພາກ ດ້ານເຕັກນິກວິຊາການໃຫ້ສອດຄ່ອງຕາມເງື່ອນໄຂທີ່ກຳນົດໄວ້;
2. ເນື້ອທີ່ສຳປະທານປູກພືດບໍ່ແກ້ວ ແຕ່ລະອະນຸຍາດບໍ່ເກີນ 100 (ໜຶ່ງຮ້ອຍ) ເຮັກຕາ ຕໍ່ໃບອະນຸຍາດ;
3. ໃນກໍລະນີປູກຢູ່ຫຼາຍຊຸດໃຫ້ລະບຸເຂດທີ່ຕັ້ງລະອຽດ ເພື່ອເປັນຫຼັກຖານໃຫ້ແກ່ການຄຸ້ມຄອງ ແລະ ຫຼີກລ້ຽງການອອກອະນຸຍາດສະຖານທີ່ຊ້ຳຊ້ອນກັນ;
4. ກຳນົດສະຖານທີ່ປູກ ພ້ອມລະບຸ ເຂດສຳປະທານ ພ້ອມເສັ້ນຂະໜານ ແລະ ເສັ້ນແວງ ທີ່ສາມາດກວດສອບໄດ້ ເພື່ອຫຼີກລ້ຽງ ການອະນຸຍາດຊ້ຳຊ້ອນ;
5. ກຳນົດຮູບແບບການເພາະປູກ ແບບກາງແຈ້ງ ຫຼື ແບບໃນຮົ່ມ (ແບບປິດ) ພ້ອມທັງເຕັກນິກວິຊາການ ຂອງການປູກພືດບໍ່ແກ້ວ ເພື່ອນຳໃຊ້ໃນທາງການແພດ;
6. ແກ່ນພັນທີ່ຈະນຳມາປູກ ຕ້ອງໄດ້ຮັບການຂຶ້ນທະບຽນຕາມລະບຽບການທີ່ກ່ຽວຂ້ອງ ແລະ ຮັບຮອງຈາກ ກະຊວງສາທາລະນະສຸກ;
7. ການຂໍອະນຸຍາດນຳເຂົ້າແກ່ນພັນ ແມ່ນຈະພິຈາລະນາຕາມການສະເໜີ ໂດຍ ອີງໃສ່ການຄິດໄລ່ 1 ເຮັກຕາ ຕໍ່ ແກ່ນພັນພືດ ຈຳນວນສະເລ່ຍ 52.000 ແກ່ນ ຫຼື 2,2 ກິໂລກຣາມ ຕໍ່ຈຳນວນ ເຮັກຕາ ຂອງ ສະຖານທີ່ປູກ ທີ່ໄດ້ກະກຽມຄວາມພ້ອມ;
8. ຕ້ອງມີລະບົບທີ່ສາມາດຄຸ້ມຄອງ, ຄວບຄຸມ ການເຄື່ອນໄຫວ ທີ່ປອດໄພ ດ້ວຍຫຼາຍວິທີການ ເຊັ່ນ: ກ້ອງວົງຈອນປິດ ຫຼື ວິທີການອື່ນໆ ເພື່ອປ້ອງກັນການເຂົ້າເຖິງ ຂອງບຸກຄົນທີ່ບໍ່ກ່ຽວຂ້ອງ;
9. ການເກັບຮັກສາ ຕ້ອງມີຫ້ອງທີ່ປອດໄພ, ແຫ້ງ ທີ່ສາມາດເກັບຮັກສາ ແກ່ນ/ໃບ/ຊໍ່ດອກ ແລະ ການກຳຈັດສິ່ງເສດເຫຼືອ/ຂີ້ເຫຍື້ອ ຫຼັງຈາກເກັບກ່ຽວ;
10. ຕ້ອງມີລະບົບການຄວບຄຸມ ໂດຍອີງໃສ່ ຫຼັກການການປະຕິບັດການປູກທີ່ດີ ສຳລັບພືດເປັນຢາ ທີ່ຈະນຳໃຊ້ໃນການປູກພືດບໍ່ແກ້ວທາງການແພດ, ມີຂັ້ນຕອນການປະຕິບັດທີ່ເປັນມາດຕະຖານການວິເຄາະ, ການເກັບກ່ຽວ, ການຂົນສົ່ງ ແລະ ລະບົບການລາຍງານ.
第ມາດຕາ 7条
第7条 提取、生产、加工麻醉品的条件
申请提取、生产、加工药用罂粟的企业,须遵守第7条规定的条件,此外还须遵守以下具体附加条件:
1. 必须有符合规定条件的技术分析报告;
2. 有用于进行提取、生产、加工和检验监测产品的建筑物、场所、设备、设施,符合卫生部制定的原则;
3. 有适当且安全的储存场所,以防止丢失或损坏,储存应分开存放,不得与其他物品混合;
4. 有绿色底色的标牌,由耐久材料制成,至少宽五十厘米、长一百厘米,并有白色老挝文字,高度至少5(五)厘米,如有国际文字,其尺寸须小于老挝文字并位于老挝文字下方,标明提取目的,例如:“用于医疗用途的提取场所”,显示许可证编号和许可证有效期,并在获许可场所的明显易见处展示;
5. 在容器或包装上贴有从罂粟提取的油品的标签,须符合安全保存的规定;
6. 有用于提取的罂粟花束、花油、籽油及其他部分的收付会计系统,有按规定的表格追踪提取的080物质数量的会计系统;
7. 如无法按已通知的提取计划进行,须在5(五)个工作日内按规定的表格向食品药品司、卫生部报告;
8. 如从提取获得的油品及罂粟其他部分丢失或损坏,须在24小时内以书面形式通知食品药品司、卫生部知悉;
9. 报告须制作两份:一份报告给食品药品司、卫生部,一份副本保存在获许可场所;
10. 获许可者须配合工作人员进行抽样,以确保符合已制定的规定;
11. 在运输680物质前,须提前7(七)天通知,注明数量、日期和时间、运输车辆和路线以及运输负责人,并随运输携带上述通知单和许可证副本。
ພາສາລາວ (老挝语原文)
ມາດຕາ 7 ເງື່ອນໄຂການອະນຸຍາດຖອດຮິດ, ຜະລິດ, ປຸງແຕ່ງ
ວິສາຫະກິດ ທີ່ຂໍອະນຸຍາດ ຖອດຮິດ, ຜະລິດ, ປຸງແຕ່ງ ຟົດປໍ່ແກ້ວ ນຳໃຊ້ໃນທາງການແພດ ແມ່ນໃຫ້ປະຕິບັດ ຕາມເງື່ອນໄຂ ທີ່ລະບຸໄວ້ໃນ ມາດຕາ 7 ນອກຈາກນັ້ນ ຕ້ອງປະຕິບັດຕາມເງື່ອນໄຂສະເພາະເພີ່ມເຕີມນີ້:
1. ຕ້ອງມີບົດວິພາກ ດ້ານເຕັກນິກວິຊາການໃຫ້ສອດຄ່ອງຕາມເງື່ອນໄຂທີ່ກຳນົດໄວ້;
2. ມີອາຄານ, ສະຖານທີ່, ອຸປະກອນ, ສິ່ງອຳນວຍຄວາມສະດວກ ສຳລັບການດຳເນີນການຖອດຮິດ, ຜະລິດ, ປຸງແຕ່ງ ແລະ ກວດກາວິໄຈ ເພື່ອຕິດຕາມຜະລິດຕະພັນ ຕາມຫຼັກການ ທີ່ກະຊວງສາທາລະນະສຸກ ວາງອອກ;
3. ມີສະຖານທີ່ ຢ່າງເໝາະສົມ ແລະ ປອດໄພ ໃນການເກັບຮັກສາ ເພື່ອປ້ອງກັນການສູນຫາຍ ຫຼື ຖືກທຳລາຍ, ການເກັບຮັກສາໃຫ້ແຍກເປັນສັດສ່ວນ ແລະ ບໍ່ໃຫ້ປົນກັບວັດຖຸອື່ນໆ;
4. ມີປ້າຍພື້ນສີຂຽວ ທີ່ເຮັດດ້ວຍວັດຖຸທີ່ຖາວອນ ຢ່າງໜ້ອຍ ມີຂະໜາດກວ້າງ ຫ້າສິບ ຊັງຕີແມັດ, ຍາວ ໜຶ່ງຮ້ອຍ ຊັງຕີແມັດ ແລະ ມີຕົວໜັງສືພາສາລາວ ສີຂາວ ທີ່ມີຂະໜາດຄວາມສູງຢ່າງໜ້ອຍ 5 (ຫ້າ) ຊັງຕີແມັດ, ຖ້າມີພາສາສາກົນ ຕ້ອງມີຂະໜາດນ້ອຍກວ່າ ແລະ ຢູ່ດ້ານລຸ່ມຂອງພາສາລາວ ເຊິ່ງສະແດງໃຫ້ເຫັນຈຸດປະສົງຂອງການຖອດຮິດ ເຊັ່ນ: “ສະຖານທີ່ເຮັດການຖອດຮິດ ເພື່ອໃຊ້ປະໂຫຍດທາງການແພດ”, ສະແດງເລກທີໜັງສືການອະນຸຍາດ ແລະ ວັນໝົດອາຍຸຂອງການອະນຸຍາດ ໂດຍໃຫ້ສະແດງໄວ້ໃນບ່ອນທີ່ຈະແຈ້ງ ເຫັນໄດ້ງ່າຍ ໃນສະຖານທີ່ ທີ່ໄດ້ຮັບອະນຸຍາດ;
5. ມີສະຫຼາກໃສ່ພາຊະນະ ຫຼື ຫີບຫໍ່ບັນຈຸ ນ້ຳມັນທີ່ຖອດຮິດໄດ້ຈາກພືດປໍ່ແກ້ວ, ໃຫ້ສອດຄ່ອງຕາມຂໍ້ກຳນົດໃນການຮັກສາຄວາມປອດໄພ;
6. ມີລະບົບບັນຊີການຮັບ-ຈ່າຍ ຊໍ່ດອກ, ນ້ຳມັນດອກ, ນ້ຳມັນແກນຈາກພືດປໍ່ແກ້ວ ແລະ ພາກສ່ວນອື່ນໆຂອງພືດປໍ່ແກ້ວ ທີ່ຈະນຳມາເຮັດການຖອດຮິດ, ມີລະບົບບັນຊີຕິດຕາມປະລິມານສານ 080 ທີ່ຖອດຮິດໄດ້ ຕາມແບບຟອມທີ່ກຳນົດ;
7. ໃນກໍລະນີທີ່ບໍ່ສາມາດດຳເນີນຕາມແຜນການຖອດຮິດ ທີ່ໄດ້ແຈ້ງໄວ້ ຕ້ອງລາຍງານໃຫ້ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຊາບ ຕາມແບບຟອມທີ່ກຳນົດ ພາຍໃນ 5 (ຫ້າ) ວັນ ລັດຖະການ;
8. ໃນກໍລະນີນ້ຳມັນທີ່ໄດ້ຈາກການຖອດຮິດ ແລະ ພາກສ່ວນອື່ນໆ ຈາກພືດປໍ່ແກ້ວ ຖືກສູນເສຍ ຫຼື ຖືກທຳລາຍ ຕ້ອງແຈ້ງເປັນລາຍລັກອັກສອນ ຕໍ່ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຮັບຊາບພາຍໃນ 24 ຊົ່ວໂມງ;
9. ບົດລາຍງານແມ່ນກຳນົດເປັນ ສອງ ສະບັບຄື: ລາຍງານ ໃຫ້ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ແລະ ເກັບສຳເນົາໄວ້ ໃນສະຖານທີ່ ທີ່ໄດ້ຮັບອະນຸຍາດ;
10. ຜູ້ທີ່ໄດ້ຮັບອະນຸຍາດຕ້ອງໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ໃນການສຸ່ມເກັບຕົວຢ່າງ ເພື່ອຄວບຄຸມໃຫ້ເປັນໄປຕາມລະບຽບການທີ່ໄດ້ກຳນົດໄວ້;
11. ກ່ອນການຂົນສົ່ງ ສານ 680 ໃຫ້ແຈ້ງ ລ່ວງໜ້າ ກ່ອນ 7 (ເຈັດ) ວັນ ໃຫ້ລະບຸຈຳນວນ, ວັນ ແລະ ເວລາ, ຍານພາຫະນະ ແລະ ເສັ້ນທາງການຂົນສົ່ງ ແລະ ຜູ້ຄວບຄຸມການຂົນສົ່ງ ພ້ອມທັງນຳໃບແຈ້ງ ດັ່ງກ່າວ ແລະ ສຳເນົາ ໜັງສື ອະນຸຍາດໄປພ້ອມການຂົນສົ່ງ.
第ມາດຕາ 8条
第8条 储存许可条件
申请储存罂粟的企业,除遵守第7条规定的条件外,还必须遵守以下具体条件:
1. 必须有符合规定条件的技术分析报告;
2. 必须有由耐久材料制成的标牌,宽度至少50(五十)厘米,长度至少100厘米,老挝文字高度至少5(五)厘米,标明储存或持有的目的,例如:罂粟储存场所用于提取,显示许可证编号和许可截止日期,易于看见,公开在许可场所;
3. 必须有场所并保持安全,以储存罂粟的花序、花油、籽油及罂粟的其他部分,防止丢失或损坏,应分开储存,不得与其他物品混合;
4. 如果罂粟的花序、花油、籽油及罂粟的其他部分被盗、丢失或损坏,必须在24小时内书面通知食品药品局知悉;
5. 在容器或包装上必须有清晰的标签,标明许可的罂粟花序、花油、籽油及其他部分;
6. 如果无法按计划进行储存或持有以使用,必须在无法进行之日起30(三十)天内,按规定表格通知食品药品局;
7. 建立许可的罂粟花序、花油、籽油及其他部分的收付账目,并按月、年按规定表格向食品药品局报告;
8. 建立罂粟花序、花油、籽油及其他部分的收付账目时,必须制作两份,一份在30(三十)天内送交食品药品局,年度报告须在当年最后一个月提交;另一份保存在许可场所,连同关于储存和持有的文件或证明,账目中详细记录的罂粟花序、花油、籽油及其他部分,保存期限为5(五)年,自账目最后登记之日起计算;
9. 与食品药品官员及相关方合作,随机抽取罂粟花序、花油、籽油及其他部分的样品,以控制和监督其符合许可要求;
10. 在运输许可的罂粟花序、花油、籽油及其他部分前至少7(七)天提前通知,注明数量、日期、时间、车辆、运输路线及运输负责人,并随运输携带上述通知及批准文件副本;
11. 如需了解罂粟花序、花油、籽油及其他部分中1116物质的含量,应送至卫生部认可的检验机构检测。如果检测结果显示该物质含量超过官方批准的标准,应立即通知食品药品局以便迅速采取纠正措施;在等待纠正措施期间,严禁对含有超标1116物质的罂粟花序、花油、籽油及其他部分进行任何操作。
ພາສາລາວ (老挝语原文)
ມາດຕາ 8 ເງື່ອນໄຂການອະນຸຍາດເກັບຮັກສາ
ວິສາຫະກິດທີ່ມີຈຸດປະສົງການຂໍອະນຸຍາດເກັບຮັກສາພືດປໍ້ແກ້ວ ແມ່ນໃຫ້ປະຕິບັດຕາມເງື່ອນໄຂທີ່ລະບຸໄວ້ໃນມາດຕາ 7 ນອກຈາກນັ້ນ ຕ້ອງປະຕິບັດຕາມເງື່ອນໄຂສະເພາະດັ່ງນີ້:
1. ຕ້ອງມີບົດວິພາກດ້ານເຕັກນິກວິຊາການໃຫ້ສອດຄ່ອງຕາມເງື່ອນໄຂທີ່ກຳນົດໄວ້;
2. ມີປ້າຍທີ່ເຮັດດ້ວຍວັດຖຸຖາວອນ ທີ່ມີຂະໜາດກວ້າງຢ່າງໜ້ອຍ 50 (ຫ້າສິບ) ຊັງຕີແມັດ, ຍາວຢ່າງໜ້ອຍ 100 ຊັງຕີແມັດ ແລະ ມີຕົວໜັງສືພາສາລາວ ສູງຢ່າງໜ້ອຍ 5 (ຫ້າ) ຊັງຕີແມັດ ສະແດງວັດຖຸປະສົງຂອງການມີໄວ້ເກັບຮັກສາ ຫຼື ມີຄອບຄອງ ເຊັ່ນ: ສະຖານທີ່ເກັບຮັກສາພືດປໍ້ແກ້ວ ເພື່ອການຖອດຮີດ, ສະແດງເລກທີຮັບອະນຸຍາດ ແລະ ວັນສິ້ນສຸດຂອງການອະນຸຍາດ ໂດຍສະແດງໃຫ້ເຫັນໄດ້ງ່າຍ, ເປີດເຜີຍຢູ່ສະຖານທີ່ທີ່ໄດ້ຮັບອະນຸຍາດ;
3. ມີສະຖານທີ່ ແລະ ຮັກສາຄວາມປອດໄພ ເພື່ອເກັບຮັກສາ ຊໍ່ດອກ, ນ້ຳມັນດອກ, ນ້ຳມັນແກ່ນ ຈາກພືດປໍ້ແກ້ວ ແລະ ສ່ວນອື່ນໆທີ່ໄດ້ຈາກພືດປໍ້ແກ້ວ ເພື່ອປ້ອງກັນການສູນຫາຍ ຫຼື ຖືກທຳລາຍ, ໃຫ້ແຍກເກັບຮັກສາເປັນສັດສ່ວນ ແລະ ບໍ່ໃຫ້ປົນກັບວັດຖຸອື່ນໆ;
4. ໃນກໍລະນີທີ່ ຊໍ່ດອກ, ນ້ຳມັນດອກ, ນ້ຳມັນແກ່ນ ຈາກພືດປໍ້ແກ້ວ ແລະ ສ່ວນອື່ນໆທີ່ໄດ້ຈາກພືດປໍ້ແກ້ວ ຖືກລັກ ສູນຫາຍ ຫຼື ຖືກທຳລາຍ ຕ້ອງແຈ້ງເປັນລາຍລັກອັກສອນ ມາຍັງ ກົມອາຫານ ແລະ ຢາ ຮັບຊາບ ພາຍໃນ 24 ຊົ່ວໂມງ;
5. ໃຫ້ມີສະຫຼາກຈະແຈ້ງໃນພາຊະນະ ຫຼື ຫີບຫໍ່ບັນຈຸ ຊໍ່ດອກ, ນ້ຳມັນດອກ, ນ້ຳມັນແກ່ນ ຈາກພືດປໍ້ແກ້ວ ແລະ ສ່ວນອື່ນໆ ຕາມທີ່ໄດ້ຮັບອະນຸຍາດ;
6. ໃນກໍລະນີທີ່ບໍ່ສາມາດດຳເນີນການຕາມແຜນການ ເກັບຮັກສາ ຫຼື ມີຄອບຄອງເພື່ອໃຊ້ປະໂຫຍດດັ່ງກ່າວໄດ້ ໃຫ້ແຈ້ງມາຍັງ ກົມອາຫານ ແລະ ຢາ ຕາມແບບຟອມທີ່ກຳນົດ ພາຍໃນ 30 (ສາມສິບ) ວັນ ນັບແຕ່ວັນທີ່ຈະບໍ່ສາມາດດຳເນີນການໄດ້;
7. ສ້າງບັນຊີ ການຮັບ-ຈ່າຍ ຊໍ່ດອກ, ນ້ຳມັນດອກ, ນ້ຳມັນແກ່ນ ຈາກພືດປໍ້ແກ້ວ ແລະ ສ່ວນອື່ນໆ ຕາມທີ່ໄດ້ຮັບອະນຸຍາດ ແລະ ແຈ້ງມາຍັງ ກົມອາຫານ ແລະ ຢາ ປະຈຳເດືອນ, ປີ ຕາມແບບຟອມທີ່ກຳນົດໄວ້;
8. ໃນການສ້າງບັນຊີ ການຮັບ-ຈ່າຍ ຊໍ່ດອກ, ນ້ຳມັນດອກ, ນ້ຳມັນແກ່ນ ຈາກພືດປໍ້ແກ້ວ ແລະ ສ່ວນອື່ນໆ ຕ້ອງສ້າງຂຶ້ນເປັນສອງສະບັບ ສະບັບໜຶ່ງສົ່ງໃຫ້ ກົມອາຫານ ແລະ ຢາ ພາຍໃນ 30 (ສາມສິບ) ວັນ ແລະ ການລາຍງານປະຈຳປີ ຕ້ອງສົ່ງໃຫ້ໃນເດືອນສຸດທ້າຍຂອງປີນັ້ນໆ ແລະ ອີກສະບັບໜຶ່ງແມ່ນເກັບຮັກສາໄວ້ໃນສະຖານທີ່ທີ່ໄດ້ຮັບອະນຸຍາດ ພ້ອມດ້ວຍເອກະສານ ຫຼື ຫຼັກຖານກ່ຽວກັບການເກັບຮັກສາ ແລະ ມີຄອບຄອງ ຊໍ່ດອກ, ນ້ຳມັນດອກ, ນ້ຳມັນແກ່ນ ຈາກພືດປໍ້ແກ້ວ ແລະ ສ່ວນອື່ນໆ ທີ່ໄດ້ມີລາຍລະອຽດໄວ້ໃນບັນຊີດັ່ງກ່າວ ມີກຳນົດ 5 (ຫ້າ) ປີ ນັບແຕ່ມື້ທີ່ລົງລາຍການສຸດທ້າຍໃນບັນຊີ;
9. ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ອາຫານ ແລະ ຢາ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການສຸ່ມເກັບຕົວຢ່າງ ຊໍ່ດອກ, ນ້ຳມັນດອກ, ນ້ຳມັນແກ່ນ ຈາກພືດປໍ້ແກ້ວ ແລະ ສ່ວນອື່ນໆ ເພື່ອຄວບຄຸມ ແລະ ຕິດຕາມເກັບກຳໃຫ້ເປັນໄປຕາມທີ່ໄດ້ຮັບອະນຸຍາດ;
10. ແຈ້ງກ່ອນລ່ວງໜ້າ ບໍ່ຕ່ຳກວ່າ 7 (ເຈັດ) ວັນ ຂອງການຂົນສົ່ງ ຊໍ່ດອກ, ນ້ຳມັນດອກ, ນ້ຳມັນແກ່ນ ຈາກພືດປໍ້ແກ້ວ ແລະ ສ່ວນອື່ນໆ ຕາມທີ່ໄດ້ຮັບອະນຸຍາດ ໂດຍລະບຸປະລິມານ, ວັນ, ເວລາ, ຍານພາຫະນະ ແລະ ເສັ້ນທາງການຂົນສົ່ງ ແລະ ຜູ້ຄວບຄຸມການຂົນສົ່ງ ພ້ອມທັງນຳໃບແຈ້ງດັ່ງກ່າວ ແລະ ສຳເນົາໜັງສືຮັບຮອງ ໄປພ້ອມການຂົນສົ່ງ;
11. ໃນກໍລະນີທີ່ຕ້ອງການຢາກຮູ້ປະລິມານຂອງສານ 1116 ໃນ ຊໍ່ດອກ, ນ້ຳມັນດອກ, ນ້ຳມັນແກ່ນ ຈາກພືດປໍ້ແກ້ວ ແລະ ສ່ວນອື່ນໆ ໃຫ້ສົ່ງໄປກວດກາທີ່ສະຖານທີ່ກວດກາວິໄຈ ທີ່ຮັບຮອງໂດຍ ກະຊວງສາທາລະນະສຸກ. ຫາກຜົນຂອງການກວດກາວິໄຈມີ ປະລິມານຂອງສານດັ່ງກ່າວເກີນກວ່າກຳນົດ ທີ່ທາງການອະນຸມັດ ໃຫ້ແຈ້ງມາຍັງ ກົມອາຫານ ແລະ ຢາ ຮັບຊາບໂດຍໄວ ເພື່ອມີມາດຕະການແກ້ໄຂຢ່າງຮີບດ່ວນ ແລະ ໃນໄລຍະລໍຖ້າມາດຕະການແກ້ໄຂ ຫ້າມດຳເນີນການໃດໆກັບ ຊໍ່ດອກ, ນ້ຳມັນດອກ, ນ້ຳມັນແກ່ນ ຈາກພືດປໍ້ແກ້ວ ແລະ ສ່ວນອື່ນໆທີ່ມີປະລິມານສານ 1116 ເກີນມາດຕະຖານ ຢ່າງເດັດຂາດ.
第ມາດຕາ 9条
第9条 销售和使用许可条件
申请销售和使用含有THC低于0.2%的玻璃植物产品的企业,必须遵守第7条规定的条件,此外,还必须遵守以下具体条件:
1. 必须按照规定的条件进行分析报告;
2. 使用的玻璃花中CBD含量不超过干重的1%;
3. 所有将在医疗领域销售和使用的食品、药品和医疗产品,必须通过研究结果进行质量控制、功效和安全性认证,以控制THC含量不超过产品重量的0.2%,且CBD含量必须至少是THC含量的四倍;
4. 在销售和使用前,必须向食品药品局注册,以保护健康并确保医疗效果。
ພາສາລາວ (老挝语原文)
ມາດຕາ 9 ເງື່ອນໄຂການອະນຸຍາດຈຳໜ່າຍ ແລະ ນຳໃຊ້
ວິສາຫະກິດ ທີ່ຂໍອະນຸຍາດຈຳໜ່າຍ ແລະ ນຳໃຊ້ຜະລິດຕະພັນຈາກພືດບົ້ງແກ້ວ ທີ່ກຳນົດໃຫ້ມີສານ THC ຕຳກວ່າ 0.2% ແລະ ຕ້ອງປະຕິບັດຕາມເງື່ອນໄຂ ທີ່ລະບຸໄວ້ ໃນ ມາດຕາ 7 ນອກຈາກນັ້ນ ຕ້ອງປະຕິບັດຕາມເງື່ອນໄຂສະເພາະດັ່ງນີ້:
1. ຕ້ອງມີບົດວິພາກ ໃຫ້ສອດຄ່ອງຕາມເງື່ອນໄຂທີ່ກຳນົດໄວ້;
2. ນຳໃຊ້ຊໍ່ດອກບົ້ງແກ້ວທີ່ມີສານ CBD ບໍ່ເກີນ 1% ຂອງນ້ຳໜັກແຫ້ງ;
3. ທຸກຜະລິດຕະພັນອາຫານ, ຢາ ແລະ ຜະລິດຕະພັນການແພດ ທີ່ຈະຈຳໜ່າຍ ແລະ ນຳໃຊ້ໃນທາງການແພດ ແມ່ນຕ້ອງໄດ້ຮັບການຄຸ້ມຄອງຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ ໂດຍການຢັ້ງຢືນຈາກຜົນການວິໄຈເພື່ອການຄວບຄຸມການບັນຈຸຂອງສານ THC ບໍ່ໃຫ້ເກີນ 0.2% ຂອງນ້ຳໜັກຜະລິດຕະພັນ ແລະ ປະລິມານຂອງສານ CBD ຕ້ອງມີຫຼາຍກວ່າສານ THC ຢ່າງໜ້ອຍສີ່ເທົ່າ;
4. ຕ້ອງໄດ້ຮັບການຂຶ້ນທະບຽນ ຈາກ ກົມອາຫານ ແລະ ຢາ ກ່ອນ ການຈຳໜ່າຍ ແລະ ນຳໃຊ້ ເພື່ອປົກປ້ອງສຸຂະພາບ ແລະ ປະສິດທິຜົນໃນທາງການແພດ.
第ມາດຕາ 10条
第10条 进出口、运输许可条件
申请进出口、运输花簇、花油、籽油来自罂粟植物及其他含有不同浓度680物质的部分的企业,必须遵守第7条规定的条件,此外还必须遵守以下条件:
1. 必须有符合规定条件的分析报告;
2. 进出口用于销售的花簇、花油、籽油来自罂粟植物及其他含有680物质浓度的部分,可在获得食品药品司、卫生部许可后进行;
3. 运输花簇、花油、籽油来自罂粟植物及其他含有680物质浓度的部分,应按照第9条第14款、第10条第10款进行。
ພາສາລາວ (老挝语原文)
ມາດຕາ 10 ເງື່ອນໄຂການອະນຸຍາດນຳເຂົ້າ-ສົ່ງອອກ, ຂົນສົ່ງ
ວິສາຫະກິດທີ່ຂໍອະນຸຍາດນຳເຂົ້າ-ສົ່ງອອກ, ຂົນສົ່ງ ຊໍ່ດອກ, ນ້ຳມັນດອກ, ນ້ຳມັນແກນ ຈາກພືດປໍ່ແກ້ວ ແລະ ພາກສ່ວນອື່ນໆ ທີ່ມີຄວາມເຂັ້ມຂຸ້ນຕ່າງໆຂອງສານ 680 ແມນ ຕ້ອງປະຕິບັດຕາມເງື່ອນໄຂທີ່ລະບຸໄວ້ໃນມາດຕາ 7 ນອກຈາກນັ້ນ ຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້:
1. ຕ້ອງມີບົດວິພາກ ໃຫ້ສອດຄ່ອງຕາມເງື່ອນໄຂທີ່ກຳນົດໄວ້;
2. ການນຳເຂົ້າ-ສົ່ງອອກ ຊໍ່ດອກ, ນ້ຳມັນດອກ, ນ້ຳມັນແກນ ຈາກພືດປໍ່ແກ້ວ ແລະ ພາກສ່ວນອື່ນໆ ທີ່ມີສານ 680 ເຂັ້ມຂຸ້ນ ທີ່ມີຈຸດປະສົງເພື່ອການຈຳໜ່າຍ ແມ່ນສາມາດດຳເນີນການໄດ້ ພາຍຫຼັງທີ່ໄດ້ຮັບອະນຸຍາດ ຈາກ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ;
3. ການຂົນສົ່ງ ຊໍ່ດອກ, ນ້ຳມັນດອກ, ນ້ຳມັນແກນ ຈາກພືດປໍ່ແກ້ວ ແລະ ພາກສ່ວນອື່ນໆ ທີ່ມີສານ 680 ເຂັ້ມຂຸ້ນ ໃຫ້ດຳເນີນການຕາມ ມາດຕາ 9 ຂໍ້ 14, ມາດຕາ 10 ຂໍ້ 10.
第ມາດຕາ 11条
第11条 申请文件
申请技术登记许可证以批准开展与麻醉药品植物相关活动的文件如下:
1. 技术登记许可证申请书;
2. 简历(附照片,不超过1年);
3. 健康证明(不超过3个月);
4. 现住址证明(附照片,不超过8个月);
5. 8:4尺寸照片(照片不超过1年);
6. 药剂师毕业证书(副本);
7. 犯罪记录证明;
8. 药剂学或化学专业服务证明;
9. 退休证明或国家机关任命书(如为国有企业);
10. 投资许可证(副本);
11. 企业登记证(副本);
12. 所有权证明/租赁合同;
13. 场地平面图:
- 特许经营区内的种植地点及通往种植地点的道路,并注明申请许可的面积坐标及邻近地点;
- 进行提取、生产、加工、储存的地点,并注明申请许可的面积、区域位置;
14. 建筑结构图:
- 室内或室外种植建筑的结构和系统(封闭系统);
- 提取、生产、加工建筑的结构和系统;
- 储存建筑的结构和系统;
15. 麻醉药品植物经营活动分析报告。
ພາສາລາວ (老挝语原文)
ມາດຕາ 11 ເອກະສານຂໍອະນຸຍາດ
ບັນດາເອກະສານຂໍອະນຸຍາດທະບຽນວິຊາການ ເພື່ອອະນຸຍາດດຳເນີນກິດຈະການກ່ຽວກັບພືດບໍ່ແກ້ວມີດັ່ງລຸ່ມນີ້:
1. ໃບຄຳຮ້ອງຂໍໃບອະນຸຍາດທະບຽນວິຊາການ;
2. ໃບຊີວະປະຫວັດຫຍໍ້ (ຕິດຮູບຖ່າຍບໍ່ເກີນ 01 ປີ);
3. ໃບຢັ້ງຢືນສຸຂະພາບ (ບໍ່ເກີນ 3 ເດືອນ);
4. ໃບຢັ້ງຢືນທີ່ຢູ່ປະຈຸບັນ (ຕິດຮູບຖ່າຍບໍ່ເກີນ 08 ເດືອນ);
5. ຮູບຖ່າຍຂະໜາດ 8:4 (ຮູບຖ່າຍບໍ່ເກີນ 01 ປີ);
6. ໃບປະກາດຊະນີຍະບັດເພສັດຊະກຳ (ສຳເນົາ);
7. ໃບແຈ້ງໂທດ;
8. ໃບຢັ້ງຢືນຮັບໃຊ້ວິຊາສະເພາະທາງດ້ານເພສັດຊະກຳ ຫຼື ນັກເຄມີສາດ;
9. ໃບຢັ້ງຢືນການອອກລັດຖະການ ຫຼື ໃບແຕ່ງຕັ້ງຂອງກົມກອງ ກໍລະນີເປັນລັດວິສາຫະກິດ;
10. ໃບອະນຸຍາດການລົງທຶນ (ສຳເນົາ);
11. ໃບທະບຽນວິສາຫະກິດ (ສຳເນົາ);
12. ໃບຢັ້ງຢືນກຳມະສິດ/ສັນຍາເຊົ່າ;
13. ແຜນວາດສະຖານທີ່:
- ສະຖານທີ່ປູກໃນເຂດສຳປະທານ ແລະ ເສັ້ນທາງເຂົ້າເຖິງສະຖານທີ່ປູກ ແລະ ບອກແຈ້ງກ່ຽວກັບພິກັດຂະໜາດພື້ນທີ່ທີ່ຂໍອະນຸຍາດ ແລະ ສະຖານທີ່ໃກ້ຄຽງ;
- ສະຖານທີ່ເຮັດການຖອດຮິດ, ຜະລິດ, ປຸງແຕ່ງ, ເກັບຮັກສາ ພ້ອມແຈ້ງຂະໜາດພື້ນທີ່, ເຂດທີ່ຕັ້ງທີ່ຂໍອະນຸຍາດ;
14. ແຜນວາດໂຄງສ້າງອາຄານ:
- ໂຄງສ້າງ ແລະ ລະບົບອາຄານປູກໃນຮົ່ມ ຫຼື ກາງແຈ້ງ (ລະບົບປິດ);
- ໂຄງສ້າງ ແລະ ລະບົບອາຄານຜະລິດຖອດຮິດ, ຜະລິດ, ປຸງແຕ່ງ;
- ໂຄງສ້າງ ແລະ ລະບົບອາຄານການເກັບຮັກສາ;
15. ບົດວິເຄາະການດຳເນີນກິດຈະການກ່ຽວກັບພືດບໍ່ແກ້ວ.
第ມາດຕາ 12条
第12条 审议程序
1. 向食品药品司、卫生部提交申请文件,以审议其完整性和正确性,然后提交给根据所提目的任命的委员会;
2. 如果文件完整、正确,将提交给任命的玻璃产品管理小组委员会,根据申请许可的活动类型进行审议批准,审议时限如下:
- 种植许可:规定30(三十)天;
- 工厂提取、生产、加工许可:规定90(九十)天;
- 销售和使用许可:规定30(三十)天;
- 进出口、运输许可:规定30(三十)天;
3. 委员会根据审议条件进行实地跟踪检查;
4. 如果申请不完整,将在5(五)个工作日内通知经营者进行修改,以便经营者在30(三十)个工作日内完成修改;
5. 如果经营者未按照第4条所述指示执行,将不予审议,文件将被撤回并通知申请人;
6. 批准将获得证明文件,以按照规定的格式表明批准。
ພາສາລາວ (老挝语原文)
ມາດຕາ 12 ຂັ້ນຕອນການພິຈາລະນາ
1. ຍື່ນເອກະສານຄຳຮ້ອງມາຍັງກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ເພື່ອພິຈາລະນາຄວາມຄົບຖ້ວນ ແລະ ຖືກຕ້ອງ ກ່ອນການນຳສະເໜີ ຕໍ່ຄະນະກຳມະການ ທີ່ໄດ້ຮັບການແຕ່ງຕັ້ງ ຕາມຈຸດປະສົງທີ່ໄດ້ສະເໜີມາ;
2. ໃນກໍລະນີ ເອກະສານຄົບຖ້ວນ ຖືກຕ້ອງ ຈະຖືກນຳສະເໜີ ຕໍ່ອະນຸກຳມະການຄຸ້ມຄອງ ຜະລິດຕະພັນແກ້ວ ທີ່ໄດ້ຮັບການແຕ່ງຕັ້ງ ເພື່ອພິຈາລະນາອະນຸມັດຕາມປະເພດການຂໍອະນຸຍາດກິດຈະການ ຊຶ່ງຈະດຳເນີນການພິຈາລະນາໃນກຳນົດເວລາດັ່ງນີ້:
- ການຂໍອະນຸຍາດ ປູກ ກຳນົດ 30 (ສາມສິບ) ວັນ;
- ການຂໍອະນຸຍາດ ໂຮງງານ ສະກັດ, ຜະລິດ, ປຸງແຕ່ງ ກຳນົດ 90 (ເກົ້າສິບ) ວັນ;
- ການຂໍອະນຸຍາດ ຈຳໜ່າຍ ແລະ ນຳໃຊ້ ກຳນົດ 30 (ສາມສິບ) ວັນ;
- ການຂໍອະນຸຍາດ ນຳເຂົ້າ-ສົ່ງອອກ, ຂົນສົ່ງ ກຳນົດ 30 (ສາມສິບ) ວັນ;
3. ຄະນະກຳມະການ ລົງຕິດຕາມ ກວດກາ ສະຖານທີ່ ຕາມ ເງື່ອນໄຂ ຂອງການພິຈາລະນາ;
4. ໃນກໍລະນີຄຳຮ້ອງບໍ່ຄົບຖ້ວນ ຈະໄດ້ແຈ້ງຄືນຫາ ຜູ້ປະກອບການ ເພື່ອປັບປຸງແກ້ໄຂ ພາຍໃນ 5 (ຫ້າ) ວັນ ລັດຖະການ ເພື່ອໃຫ້ ຜູ້ປະກອບການ ປັບປຸງແກ້ໄຂ ພາຍໃນ 30 (ສາມສິບ) ວັນ ລັດຖະການ;
5. ໃນກໍລະນີ ຜູ້ປະກອບການບໍ່ດຳເນີນຕາມການແນະນຳ ທີ່ໄດ້ລະບຸໄວ້ໃນຂໍ້ທີ 4 ຈະບໍ່ໄດ້ຮັບການພິຈາລະນາ ແລະ ເອກະສານຈະຖືກຖອນ ແລະ ແຈ້ງໃຫ້ ຜູ້ຂໍອະນຸຍາດ ຮັບຊາບ;
6. ການອະນຸຍາດ ແມ່ນຈະໄດ້ຮັບໜັງສື ຢັ້ງຢືນ ເພື່ອສະແດງເຖິງການອະນຸຍາດ ຕາມແບບຟອມທີ່ກຳນົດໄວ້.
本页展示前 12 条,全文共 35 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读