ຂໍ້ຕົກລົງວ່າດ້ວຍ ການປະເມີນລາຄາທີ່ດິນ ເພື່ອເປັນພື້ນຖານຄິດໄລ່ອາກອນທີ່ດິນພາຍໃນແຂວງ ບໍລິຄຳໄຊ
关于波里坎赛省土地估价作为土地税计算基础的协议
Agreement on Land Valuation in Bolikhamxay Province as Basis for Land Tax Calculation
ບົດສະຫຼຸບ
ຂໍ້ຕົກລົງນີ້ຄຸ້ມຄອງການປະເມີນລາຄາທີ່ດິນໃນແຂວງບໍລິຄຳໄຊ ເປັນພື້ນຖານການຄິດໄລ່ພາສີທີ່ດິນ ໂດຍກຳນົດລາຄາສະເພາະຕາມເຂດ, ການນຳໃຊ້ ແລະ ປະເພດຖະໜົນ ແລະ ສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນເພື່ອຮັບປະກັນຄວາມໂປ່ງໃສ ແລະ ຍຸຕິທຳ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ການປະເມີນລາຄາທີ່ດິນ ເພື່ອເປັນພື້ນຖານຄິດໄລ່ອາກອນທີ່ດິນ
ການປະເມີນລາຄາທີ່ດິນ ເພື່ອເປັນພື້ນຖານຄິດໄລ່ອາກອນທີ່ດິນ ແມ່ນການກຳນົດລາຄາທີ່ດິນຢູ່ໃນແຕ່ລະເຂດພາຍໃນແຂວງບໍລິຄຳໄຊ ໂດຍອີງໃສ່ຈຸດພິເສດທາງດ້ານທີ່ຕັ້ງພູມສັນຖານ, ໂຄງລ່າງພື້ນຖານ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ;
ມາດຕາ ມາດຕາ 2
ມາດຕາ 4 ນະໂຍບາຍຂອງລັດ
ລັດສົ່ງເສີມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນ ພາຍໃນແຂວງໃຫ້ຄວາມຮ່ວມມື ແລະ ປະກອບສ່ວນ ໃນການເສຍພັນທະອາກອນທີ່ດິນ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃນການພັດທະນາວຽກງານອາກອນທີ່ດິນ, ເປີດກວ້າງໃຫ້ທຸກພາກສ່ວນມີຄຳຄິດ ຄຳເຫັນ ແລະ ສະເໜີບັນຫາຕ່າງໆ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທຸກພາກສ່ວນພາຍໃນແຂວງ;
ມາດຕາ ມາດຕາ 3
ມາດຕາ 5 ຫຼັກການ
1. ຖືກຕ້ອງ - ສອດຄ້ອງກັບແນວທາງນະໂຍບາຍຂອງພັກ - ລັດ, ກົດໝາຍ ລະບຽບການ ຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ;
2. ປະສານສົມທົບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ໃນການສ້າງ ແລະ ນຳໃຊ້ຂໍ້ຕົກລົງ ວ່າດ້ວຍການປະເມີນລາຄາທີ່ດິນ ເພື່ອເປັນພື້ນຖານຄິດໄລ່ອາກອນທີ່ດິນ ໃຫ້ມີປະສິດທິຜົນ;
3. ຮັບປະກັນຫຼັກການລວມສູນເປັນເອກະພາບ ໃນການຈັດຕັ້ງປະຕິບັດການປະເມີນລາຄາທີ່ດິນ ເພື່ອເປັນພື້ນຖານຄິດໄລ່ອາກອນທີ່ດິນ ພາຍໃນແຂວງ;
4. ການມີສ່ວນຮ່ວມຂອງການຈັດຕັ້ງທຸກຂັ້ນ, ທັງພາກລັດ, ເອກະຊົນ, ພົນລະເມືອງ ແລະ ສື່ສານມວນຊົນ;
5. ຮັບປະກັນຄວາມສະຫງົບ, ຖືກຕ້ອງ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດສອບໄດ້;
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 48 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ