ດຳລັດວ່າດ້ວຍ ການຈັດສັນທີ່ດິນປຸກສ້າງຂອງລັດ ເປັນບ່ອນຢູ່ອາໄສ ແລະ ຊື້ ຂາຍ ສິດນຳໃຊ້ທີ່ດິນແບບມີກຳນົດ

关于国有建设用地分配为住宅及有期限土地使用权买卖的法令

Decree on Allocation of State-Owned Construction Land for Residential Use and Time-Limited Sale of Land Use Rights

ບົດສະຫຼຸບ

ກົດໝາຍສະບັບນີ້ຄຸ້ມຄອງການແບ່ງປັນທີ່ດິນຂອງລັດເພື່ອການກໍ່ສ້າງເຮືອນຢູ່ອາໄສ ແລະ ການຊື້ຂາຍສິດນຳໃຊ້ທີ່ດິນທີ່ມີກຳນົດເວລາ, ໂດຍມີຈຸດສຳຄັນໃນການກຳນົດຂັ້ນຕອນ, ຫຼັກການ ແລະ ຂອບເຂດການນຳໃຊ້, ເພື່ອຮັບປະກັນການນຳໃຊ້ທີ່ດິນແບບຍືນຍົງ ແລະ ສິດຜົນປະໂຫຍດຂອງທຸກຝ່າຍ.

ມາດຕາ

ມາດຕາ ມາດຕາ 1

ມາດຕາ 2 ການຈັດສັນທີ່ດິນປຸກສ້າງຂອງລັດ ເປັນປອນຢູ່ອາໄສ ແລະ ຊື້ ຂາຍ ສິດນຳໃຊ້ທີ່ດິນແບບມີກຳນົດ
ການຈັດສັນທີ່ດິນປູກສ້າງຂອງລັດ ເປັນປອນຢູ່ອາໄສ ແລະ ຊື້ ຂາຍ ສິດນຳໃຊ້ທີ່ດິນແບບມີກຳນົດ ແມ່ນ
ການຈັດສັນທີ່ດິນ ເພື່ອປຸກສ້າງອາຄານ ຫຼື ເຮືອນຈັດສັນ ເປັນປອນຢູ່ອາໄສຖາວອນ ໃຫ້ແກ່ພົນລະເມືອງລາວ
ເປັນຕົ້ນ ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ດ້ວຍການປະຕິບັດນະໂຍບາຍໃຫ້ເຊົ່າ ຫຼື
ຂາຍຂາດຕົວ ຕາມລະບຽບການ ແລະ ເພື່ອ ຊື້ ຂາຍ ສິດນຳໃຊ້ທີ່ດິນແບບມີກຳນົດ.

ມາດຕາ ມາດຕາ 2

ມາດຕາ 2 ຫຼັກການກ່ຽວກັບວຽກງານຈັດສັນທີ່ດິນປູກສ້າງຂອງລັດ ເປັນບ່ອນຢູ່ອາໄສ ແລະ ຊື້ຂາຍສິດນຳໃຊ້ທີ່ດິນແບບມີກຳນົດ
ວຽກງານຈັດສັນທີ່ດິນປູກສ້າງຂອງລັດ ເປັນບ່ອນຢູ່ອາໄສ ແລະ ຊື້ຂາຍສິດນຳໃຊ້ທີ່ດິນແບບມີກຳນົດ ໃຫ້ປະຕິບັດຕາມຫຼັກການດັ່ງນີ້:
1. ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນແມ່ບົດຈັດສັນທີ່ດິນ, ແຜນຍຸດທະສາດ, ແຜນການນຳໃຊ້ທີ່ດິນ ແລະ ແຜນຜັງລວມຕົວເມືອງ;
2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຮັບປະກັນການນຳໃຊ້ທີ່ດິນປູກສ້າງຂອງລັດ ໃຫ້ມີຄວາມຍືນຍົງ;
4. ຮັບປະກັນການປະສານສົມທົບ, ແບ່ງຂັ້ນຄຸ້ມຄອງ ລະຫວ່າງຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃຫ້ຈະແຈ້ງ;
5. ຮັບປະກັນຄວາມໂປ່ງໃສ, ເປີດເຜີຍ, ຍຸຕິທຳ ແລະ ສາມາດກວດສອບໄດ້;
6. ຮັບປະກັນສິດຜົນປະໂຫຍດຂອງລັດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຕາມກົດໝາຍ.

ມາດຕາ ມາດຕາ 3

ມາດຕາ 4 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບວຽກງານຈັດສັນທີ່ດິນປຸກສ້າງຂອງລັດ ເປັນບ່ອນຢູ່ອາໄສ ແລະ ຊື້ຂາຍ ສິດນຳໃຊ້ທີ່ດິນແບບມີກຳນົດ.

ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 35 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ