橡胶法令
ດຳລັດວ່າດ້ວຍ ຢາງພາລາ
Rubber Decree
简介
该法令调整老挝境内橡胶种植、加工、贸易及管理活动,核心内容为规范橡胶从种植到出口的全流程,并明确国家政策与各方责任。
Summary
This decree regulates rubber cultivation, processing, trade, and management activities in Laos, focusing on standardizing the entire process from planting to export and clarifying state policies and responsibilities of parties.
ບົດສະຫຼຸບ
ຂໍ້ກຳນົດນີ້ຄຸ້ມຄອງກິດຈະກຳການປູກ, ການປຸງແຕ່ງ, ການຄ້າ ແລະ ການບໍລິຫານຢາງພາລາໃນລາວ, ເນື້ອໃນຫຼັກແມ່ນການກຳນົດຂັ້ນຕອນການປູກຈົນເຖິງການສົ່ງອອກ ແລະ ຊີ້ແຈງນະໂຍບາຍຂອງລັດ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນ.
条文
第ມາດຕາ 1条
第2条 橡胶
橡胶是从橡胶树获得的产物,包括新鲜胶乳、杯凝胶,以及用于加工成产品在国内销售和出口的橡胶木。
ພາສາລາວ (老挝语原文)
ມາດຕາ 2 ຢາງພາລາ
ຢາງພາລາ ແມ່ນ ຜົນຜະລິດ ທີ່ໄດ້ຈາກຕົ້ນໄມ້ຢາງພາລາ ຊຶ່ງປະກອບດ້ວຍ ນໍ້າຢາງສົດ, ຢາງກ້ອນຖ້ວຍ ລວມທັງ ໄມ້ຢາງພາລາ ເພື່ອປຸງແຕ່ງເປັນຜະລິດຕະພັນ ຈຳໜ່າຍ ພາຍໃນ ແລະ ສົ່ງອອກຕ່າງປະເທດ .
第ມາດຕາ 2条
第3条 词语解释
本法令中使用的词语具有以下含义:
1. 橡胶产品是指经过加工成为半成品和成品的橡胶,如压紧胶块、烟熏胶片及其他橡胶产品;
2. 橡胶收集站是指用于储存、收购、销售橡胶的收集场所;
3. 橡胶加工厂是指将新鲜胶乳、杯胶块加工成新鲜胶片、半成品和成品的场所、建筑物和机器。
ພາສາລາວ (老挝语原文)
ມາດຕາ 3 ການອະທິບາຍຄຳສັບ
ຄຳສັບທີ່ນຳໃຊ້ໃນດຳລັດສະບັບນີ້ ມີຄວາມໝາຍດັ່ງນີ້:
1. ຜະລິດຕະພັນຢາງພາລາ ໝາຍເຖິງ ຢາງພາລາທີ່ຜ່ານຂະບວນການປຸງແຕ່ງ ເປັນຜະລິດຕະພັນເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ເຊັ່ນ ຢາງກ້ອນອັດແຫ້ນ, ຢາງແຜ່ນຮົມຄວັນ ແລະ ຜະລິດຕະພັນຢາງພາລາອື່ນໆ;
2. ລານທ້ອນໂຮມຢາງພາລາ ໝາຍເຖິງ ສະຖານທີ່ເກັບທ້ອນໂຮມຢາງພາລາສຳລັບເກັບ ຊື້ ຂາຍ;
3. ໂຮງງານປຸງແຕ່ງຢາງພາລາ ໝາຍເຖິງ ສະຖານທີ່, ອາຄານ ແລະ ເຄື່ອງຈັກ ທີ່ນຳເອົານ້ຳຢາງສົດ, ຢາງກ້ອນຖ້ວຍ ມາປຸງແຕ່ງໃຫ້ເປັນຢາງແຜ່ນສົດ, ຜະລິດຕະພັນເຄິ່ງສຳເລັດຮູບ ແລະ ສຳເລັດຮູບ.
第ມາດຕາ 3条
第3条 国家关于橡胶工作的政策
国家创造条件并便利个人在国家认可使用权的林地区域种植橡胶,通过颁发证书和签订有期限的林地使用合同,在防护林、保护林和生产林区域内,依照法律和法规进行。
国家鼓励个人、法人和组织在已规划用于果树或多年生作物种植的农业用地上种植橡胶,该土地已依法获得合法使用权,以创造收入、成为商品并为加工提供原材料。
国家鼓励和促进个人、法人和组织种植橡胶,通过制定适当的政策,如:承认和保护权益、提供技术咨询服务、信贷政策、免除森林恢复费和森林资源费以及其他依法规定的政策。
ພາສາລາວ (老挝语原文)
ມາດຕາ 3 ນະໂຍບາຍຂອງລັດກ່ຽວກັບວຽກງານຢາງພາລາ
ລັດສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ບຸກຄົນປູກຢາງພາລາໃນເຂດທີ່ລັດໄດ້ຮັບຮູ້ສິດນຳໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ ດ້ວຍການອອກໃບຢັ້ງຢືນ ແລະ ສັນຍາການນຳໃຊ້ທີ່ດິນປ່າໄມ້ແບບມີກຳນົດ ໃນເຂດປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ຕາມກົດໝາຍ ແລະ ລະບຽບການ.
ລັດຊຸກຍູ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ປູກຢາງພາລາໃສ່ທີ່ດິນກະສິກຳ ເຂດທີ່ໄດ້ຈັດສັນການນຳໃຊ້ສຳລັບທີ່ດິນປູກຕົ້ນໄມ້ໃຫ້ໝາກ ຫຼື ພືດອາຍຸຍາວ ທີ່ໄດ້ຮັບສິດນຳໃຊ້ທີ່ດິນຢ່າງຖືກຕ້ອງຕາມກົດໝາຍ ເພື່ອສ້າງລາຍຮັບ, ເປັນສິນຄ້າ ແລະ ເປັນວັດຖຸດິບສະໜອງໃຫ້ແກ່ການປຸງແຕ່ງ.
ລັດຊຸກຍູ້ ແລະ ສົ່ງເສີມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ປູກຢາງພາລາ ດ້ວຍການວາງນະໂຍບາຍທີ່ເໝາະສົມ ເຊັ່ນ: ການຮັບຮູ້ ແລະ ປົກປ້ອງສິດຜົນປະໂຫຍດ, ການບໍລິການທາງດ້ານເຕັກນິກວິຊາການ, ນະໂຍບາຍດ້ານສິນເຊື່ອ, ຍົກເວັ້ນຄ່າບູລະນະປ່າໄມ້ ແລະ ຄ່າຊັບພະຍາກອນປ່າໄມ້ ແລະ ນະໂຍບາຍອື່ນ ຕາມກົດໝາຍ.
第ມາດຕາ 4条
第4条 橡胶工作原则
橡胶工作必须遵循以下原则:
1. 符合方针、政策、法律、土地分配总体规划、国家经济社会发展计划和林业战略;
2. 在全国范围内实行集中统一管理;
3. 保障按照市场需求向加工厂供应原材料;
4. 保障橡胶的使用实现最大效益,不对环境造成负面影响,特别是土壤、水和自然资源的质量,以及经济和社会;
5. 与相关部门、组织和地方行政机构协调,在人民的参与下,有效管理、保护、开发和使用橡胶。
ພາສາລາວ (老挝语原文)
ມາດຕາ 4 ຫຼັກການກ່ຽວກັບວຽກງານຢາງພາລາ
ວຽກງານຢາງພາລາ ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:
1. ສອດຄ່ອງກັບ ແນວທາງ ນະໂຍບາຍ, ກົດໝາຍ, ແຜນແມ່ບົດຈັດສັນທີ່ດິນ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນຍຸດທະສາດປ່າໄມ້;
2. ຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ;
3. ຮັບປະກັນການສະໜອງ ວັດຖຸດິບ ໃຫ້ແກ່ໂຮງງານປຸງແຕ່ງ ຕາມຄວາມຕ້ອງການຂອງຕະຫຼາດ;
4. ຮັບປະກັນການນຳໃຊ້ຢາງພາລາ ໃຫ້ເກີດຜົນປະໂຫຍດສູງສຸດ, ບໍ່ສ້າງຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ເປັນຕົ້ນ ຄຸນນະພາບຂອງ ດິນ, ນ້ຳ ແລະ ຊັບພະຍາກອນທຳມະຊາດ ລວມທັງເສດຖະກິດ-ສັງຄົມ;
5. ປະສານສົມທົບກັບຂະແໜງການ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ຢາງພາລາ ຢ່າງມີປະສິດທິຜົນ ໂດຍການມີສ່ວນຮ່ວມ ຂອງປະຊາຊົນ.
第ມາດຕາ 5条
第5条 适用范围
本令适用于在老挝人民民主共和国境内从事和涉及橡胶工作的个人、法人或组织,无论是国内还是国外的。
ພາສາລາວ (老挝语原文)
ມາດຕາ 5 ຂອບເຂດການນຳໃຊ້
ດຳລັດສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບວຽກງານຢາງພາລາ ຢູ່ ສປປ ລາວ.
第ມາດຕາ 6条
第6条 橡胶管理
橡胶管理包括以下活动:
1. 橡胶数据收集;
2. 种植园登记和橡胶种植认证;
3. 割胶;
4. 砍伐橡胶树;
5. 橡胶买卖;
6. 橡胶品种、木材和产品的进口、出口和过境;
7. 橡胶、橡胶木和橡胶产品的运输;
8. 橡胶标准的制定;
9. 橡胶研究试验;
10. 工厂管理;
11. 环境标准的实施。
ພາສາລາວ (老挝语原文)
ມາດຕາ 6 ການຄຸ້ມຄອງຢາງພາລາ
ການຄຸ້ມຄອງຢາງພາລາ ປະກອບດ້ວຍ ກິດຈະການ ດັ່ງນີ້:
1. ການເກັບກຳຂໍ້ມູນຢາງພາລາ;
2. ການຂຶ້ນທະບຽນປ່າປູກ ແລະ ຢັງຢືນໄມ້ປູກ ຢາງພາລາ;
3. ການຂີດຢາງພາລາ;
4. ຕັດໄມ້ຢາງພາລາ;
5. ການຊື້ ຂາຍ ຢາງພາລາ;
6. ການນຳເຂົ້າ ສົ່ງອອກ ແລະ ສົ່ງຜ່ານ ແນວພັນ ໄມ້ ແລະ ຜະລິດຕະພັນ ຢາງພາລາ;
7. ການເຄືອນຍ້າຍ ຢາງພາລາ ໄມ້ຢາງພາລາ ແລະ ຜະລິດຕະພັນຢາງພາລາ;
8. ການກຳນົດມາດຕະຖານຢາງພາລາ;
9. ການຄົ້ນຄວ້າທົດລອງ ຢາງພາລາ;
10. ການຄຸ້ມຄອງໂຮງງານ;
11. ການປະຕິບັດມາດຕະຖານສິ່ງແວດລ້ອມ.
第ມາດຕາ 7条
第7条 橡胶数据收集
橡胶数据收集是指收集关于种植、登记、割胶、砍伐、加工、买卖、出口、进口和过境橡胶的统计数据以及其他必要信息,来自个人、法人或组织,并以电子形式和纸质形式存储在数据库系统中。
农业和环境部门负责收集橡胶相关信息,包括提供和交换上述数据,并与相关部门、机构和地方政府协调。
ພາສາລາວ (老挝语原文)
ມາດຕາ 7 ການເກັບກຳຂໍ້ມູນຢາງພາລາ
ການເກັບກຳຂໍ້ມູນຢາງພາລາ ແມ່ນ ການເກັບກຳສະຖິຕິ ການປູກ, ການຂຶ້ນທະບຽນ, ການຂີດຢາງ, ການຕັດໄມ້, ການປຸງແຕ່ງ, ການຊື້ຂາຍ, ການສົ່ງອອກ, ການນຳເຂົ້າ ແລະ ສົ່ງຜ່ານ ຢາງພາລາ ແລະ ຂໍ້ມູນອື່ນ ທີ່ຈຳເປັນ ຈາກ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ແລະ ເກັບຮັກສາໄວ້ ໃນລະບົບຖານຂໍ້ມູນ ດ້ວຍຮູບແບບເອເລັກໂຕຣນິກ ແລະ ໃນຮູບແບບເຈ້ຍ.
ຂະແໜງການກະສິກຳ ແລະ ສິ່ງແວດລ້ອມ ເກັບກຳຂໍ້ມູນ ກ່ຽວກັບຢາງພາລາ ລວມທັງ ສະໜອງ ແລະ ແລກປ່ຽນຂໍ້ມູນດັ່ງກ່າວ ໂດຍສົມທົບກັບຂະແໜງການ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.
第ມາດຕາ 8条
第8条 种植林登记和橡胶种植树木认证
个人、法人或组织拥有种植林或橡胶种植树木的,必须进行种植林登记或种植树木认证,以确认其对所种植的橡胶树胶和橡胶木的所有权和来源,便利管理、保护、利用和执行依法促进种植的政策。
个人、法人或组织拥有橡胶种植林的,应向农业和环境部门提交种植林登记申请。对于在面积低于一千六百平方米或分散种植的橡胶种植树木,应向乡镇管理委员会进行种植树木认证。
种植林登记和橡胶种植树木认证另行规定。
ພາສາລາວ (老挝语原文)
ມາດຕາ 8 ການຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ ຢາງພາລາ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີປ່າປູກ ຫຼື ໄມ້ປູກ ຢາງພາລາ ຕ້ອງໄດ້ ຂຶ້ນທະບຽນປ່າປູກ ຫຼື ຢັ້ງຢືນໄມ້ປູກ ເພື່ອ ຢັ້ງຢືນກຳມະສິດ ແລະ ແຫຼ່ງທີ່ມາຂອງ ນ້ຳຢາງ ແລະ ໄມ້ຢາງພາລາ ທີ່ຕົນປູກ, ອຳນວຍຄວາມສະດວກໃນການ ຄຸ້ມຄອງ, ປົກປັກຮັກສາ, ນຳໃຊ້ ແລະ ປະຕິບັດນະໂຍບາຍສົ່ງເສີມການປູກ ຕາມກົດໝາຍ.
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີປ່າປູກຢາງພາລາ ໃຫ້ຍື່ນຄຳຮ້ອງຂໍຂຶ້ນທະບຽນປ່າປູກ ຕໍ່ຂະແໜງ ການກະສິກຳ ແລະ ສິ່ງແວດລ້ອມ. ສຳລັບ ໄມ້ປູກຢາງພາລາ ທີ່ປູກໃນເນື້ອທີ່ຕ່ຳກວ່າ ໜຶ່ງພັນຫົກຮ້ອຍຕາແມັດ ຫຼື ປູກແບບກະແຈກກະຈາຍ ໃຫ້ຢັ້ງຢືນໄມ້ປູກ ຕໍ່ຄະນະກຳມະການປົກຄອງຕາແສງ.
ການຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ ຢາງພາລາ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
第ມາດຕາ 9条
第9条 橡胶割胶
个人、法人和组织作为橡胶种植园的所有者,可以割胶,无需申请许可,但必须向县级农业和环境办公室提供信息,以便监测和收集数据。
割胶必须保证质量、产量、产胶年限,并保证割胶技术方面,例如橡胶树的年龄从五年以上,依据橡胶树的实际生长情况,割胶起点距地面从一百五十厘米以下,且周长测量从五十厘米以上。产胶量大的割胶时间是从凌晨五点到六点,每棵树每天割胶不超过一次。
割胶者必须按照正确的橡胶割胶技术规范操作。
橡胶割胶的技术规范另行规定。
ພາສາລາວ (老挝语原文)
ມາດຕາ 9 ການຂີດຢາງພາລາ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເປັນເຈົ້າຂອງປ່າປູກຢາງພາລາ ສາມາດຂີດໄດ້ ໂດຍບໍ່ຈຳເປັນຕ້ອງຂໍອະນຸຍາດ ແຕ່ຕ້ອງສະໜອງຂໍ້ມູນ ໃຫ້ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ຂັ້ນເມືອງ ເພື່ອຕິດຕາມ ແລະ ເກັບກຳຂໍ້ມູນ.
ການຂີດຢາງພາລາ ຕ້ອງຮັບປະກັນ ຄຸນນະພາບ, ປະລິມານ ອາຍຸການໃຫ້ ນ້ຳຢາງ ແລະ ຕ້ອງຮັບປະກັນ ທາງດ້ານເຕັກນິກຂອງການຂີດຢາງພາລາ ເປັນຕົ້ນ ອາຍຸຂອງຕົ້ນຢາງພາລາ ແຕ່ ຫ້າປີ ຂຶ້ນໄປ ໂດຍອີງໃສ່ການເຕີບໂຕຕົວຈິງຂອງຕົ້ນຢາງພາລາ, ຈຸດເລີ່ມຕົ້ນຂີດຢາງ ຫ່າງຈາກໜ້າດິນ ແຕ່ ໜຶ່ງຮ້ອຍຫ້າສິບຊັງຕີແມັດ ລົງມາ ແລະ ມີເສັ້ນຜ່າສູນກາງວັດຮອບ ແຕ່ ຫ້າສິບຊັງຕີແມັດ ຂຶ້ນໄປ. ໄລຍະເວລາຂີດທີ່ໃຫ້ນ້ຳຢາງຫຼາຍ ແມ່ນເລີ່ມ ແຕ່ ຫ້າ ຫາ ຫົກ ໂມງ ເຊົ້າ ແລະ ແຕ່ລະຕົ້ນ ໃຫ້ຂີດບໍ່ເກີນມື້.
ຜູ້ຂີດຢາງພາລາ ຕ້ອງປະຕິບັດຕາມເຕັກນິກວິຊາການ ຂອງການຂີດຢາງພາລາ ຢ່າງຖືກຕ້ອງ.
ສຳລັບ ເຕັກນິກວິຊາການ ຂອງການຂີດຢາງພາລາ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
第ມາດຕາ 10条
第10条 橡胶树砍伐
个人、法人及组织,凡拥有已按照本法令第9条规定进行造林登记或确认人工林橡胶树的橡胶种植林的,可以砍伐,无需按照技术程序进行勘查和申请许可,但在砍伐前,必须向县级农业和环境办公室报告并通知砍伐地点、株数,并附上造林登记证或人工林橡胶树确认书,以确认所有权。
对于用于家庭和公共利益的橡胶树砍伐,将免除资源费、补偿费和各种税费,但必须向村委会报告木材数量或木材重量。
ພາສາລາວ (老挝语原文)
ມາດຕາ 10 ການຕັດໄມ້ຢາງພາລາ
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີເປັນເຈົ້າຂອງປ່າປູກຢາງພາລາ ທີ່ໄດ້ຂຶ້ນທະບຽນປ່າປູກ ຫຼື ຢັ້ງຢືນໄມ້ປູກ ຢາງພາລາ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 9 ຂອງດຳລັດສະບັບນີ້ ສາມາດຕັດໄດ້ ໂດຍບໍ່ຈຳເປັນສຳຫຼວດ ແລະ ຂໍອະນຸຍາດ ຕາມຂັ້ນຕອນທາງດ້ານວິຊາການ ແຕ່ກ່ອນຈະຕັດນັ້ນ ຕ້ອງລາຍງານ ແລະ ແຈ້ງ ສະຖານທີ່, ຈຳນວນຕົ້ນ ທີ່ຈະຕັດໃຫ້ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ຂັ້ນເມືອງ ໂດຍຄັດຕິດໃບທະບຽນປ່າປູກ ຫຼື ໃບຢັ້ງຢືນໄມ້ປູກ ຢາງພາລາ ເພື່ອຢັ້ງຢືນກຳມະສິດ.
ສຳລັບ ການຕັດໄມ້ຢາງພາລາ ເພື່ອໃຊ້ໃນຄອບຄົວ ແລະ ສາທາລະນະປະໂຫຍດນັ້ນ ຈະໄດ້ຮັບການຍົກເວັ້ນຄ່າຊັບພະຍາກອນ, ຄ່າບູລະນະ ແລະ ຄ່າພັນທະຕ່າງໆ ແຕ່ຕ້ອງໄດ້ລາຍງານຈຳນວນບໍລິມາດໄມ້ ຫຼື ນ້ຳໜັກຂອງໄມ້ ໃຫ້ຄະນະກຳມະການປົກຄອງຕາແສງ.
第ມາດຕາ 11条
第11条 橡胶买卖
个人、法人或组织作为橡胶树或橡胶木的所有者,可以出售其所有的胶乳、杯凝胶以及橡胶木。
对于橡胶收购者,必须按照本法令第32条的规定获得许可。
在有橡胶收集站的情况下,必须获得县级农业和环境办公室的许可。
ພາສາລາວ (老挝语原文)
ມາດຕາ 11 ການຊື້ຂາຍຢາງພາລາ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ເປັນເຈົ້າຂອງ ປາປູກ ຫຼື ໄມ້ປູກ ຢາງພາລາ ສາມາດ ຂາຍ ນ້ຳຢາງ, ຢາງກ້ອນຖ້ວຍ ລວມທັງ ໄມ້ຢາງພາລາ ທີ່ເປັນກຳມະສິດຂອງຕົນ.
ສຳລັບ ຜູ້ເກັບຊື້ຢາງພາລາ ເຂົາເຈົ້າຕ້ອງໄດ້ຮັບອະນຸຍາດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 32 ຂອງດຳລັດສະບັບນີ້.
ໃນກໍລະນີ ມີລານທ້ອນໂຮມຢາງພາລາ ຕ້ອງໄດ້ຮັບອະນຸຍາດ ຈາກຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ຂັ້ນເມືອງ.
第ມາດຕາ 12条
第12条 橡胶种子、木材和产品的进口、出口和过境
为满足国内使用需求而进口橡胶种子、木材和产品,必须具有原产国的原产地证书,并取得农业和环境部门的许可,同时须经过植物检疫官员及其他相关官员依照法律和法规进行检查。
出口橡胶种子、木材和产品,必须向农业和环境部门申请许可,并具有工业和商业部门出具的商品原产地证书,同时履行相关法律和法规规定的财政义务。橡胶木材可以以原木形式出口,但必须具有种植园登记证和橡胶种植木材证明。
橡胶种子、木材和产品(包括胶乳和杯凝胶)的过境,无需向农业和环境部门申请许可,但须遵守相关法律和法规。
ພາສາລາວ (老挝语原文)
ມາດຕາ 12 ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ແນວພັນ, ໄມ້ ແລະ ຜະລິດຕະພັນ ຢາງພາລາ
ການນຳເຂົ້າ ແນວພັນ, ໄມ້ ແລະ ຜະລິດຕະພັນ ຢາງພາລາ ເພື່ອຕອບສະໜອງຄວາມຕ້ອງການໃນການນຳໃຊ້ພາຍໃນ ຕ້ອງມີໃບຢັ້ງຢືນແຫຼ່ງທີ່ມາຈາກປະເທດຕົ້ນທາງ ແລະ ໄດ້ຮັບອະນຸຍາດ ຈາກຂະແໜງການກະສິກຳ ແລະ ສິ່ງແວດລ້ອມ ພ້ອມທັງຜ່ານການກວດກາ ຂອງເຈົ້າໜ້າທີ່ກັກກັນພືດ ແລະ ເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງ ຕາມກົດໝາຍ ແລະ ລະບຽບການ.
ການສົ່ງອອກ ແນວພັນ, ໄມ້ ແລະ ຜະລິດຕະພັນ ຢາງພາລາ ຕ້ອງຂໍອະນຸຍາດຈາກຂະແໜງການກະສິກຳ ແລະ ສິ່ງແວດລ້ອມ ໂດຍມີໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຈາກຂະແໜງການອຸດສະຫະກຳ ແລະ ການຄ້າ ແລະ ປະຕິບັດພັນທະທາງການເງິນ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ. ສ່ວນໄມ້ຢາງພາລາ ສາມາດສົ່ງອອກເປັນທ່ອນໄດ້ ແຕ່ຕ້ອງມີໃບທະບຽນປ່າປູກ ແລະ ໃບຢັ້ງຢືນໄມ້ປູກ ຢາງພາລາ.
ການສົ່ງຜ່ານ ແນວພັນ, ໄມ້ ແລະ ຜະລິດຕະພັນ ຢາງພາລາ ລວມທັງນ້ຳຢາງ ແລະ ຢາງກ້ອນຖ້ວຍ ສາມາດດຳເນີນໄດ້ ໂດຍບໍ່ຕ້ອງຂໍອະນຸຍາດຈາກຂະແໜງການກະສິກຳ ແລະ ສິ່ງແວດລ້ອມ. ແຕ່ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.
本页展示前 12 条,全文共 55 条。查看三语全文请打开老法智 APP 页面。
在老法智 APP 中查看三语全文与 AI 解读