ຂໍ້ຕົກລົງວ່າດ້ວຍ ການກຳນົດເນື້ອໃນແບບພິມ ແລະ ການພິມຕາມແບບພິມ ໃບທະບຽນຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້
关于确定土地使用权证及林地使用权证格式内容与印制规范的协议
Agreement on Determining the Format, Content, and Printing Specifications of Land Use Rights Certificates and Forest Land Use Rights Certificates
ບົດສະຫຼຸບ
ຂໍ້ຕົກລົງນີ້ກຳນົດຮູບແບບ, ເນື້ອໃນ ແລະ ມາດຕະຖານການພິມໃບຢັ້ງຢືນສິດນຳໃຊ້ທີ່ດິນປ່າໄມ້ ແລະ ໃບຢັ້ງຢືນສິດນຳໃຊ້ປ່າໄມ້ໃນເຂດປ່າໄມ້ຂອງລາວ, ຊີ້ແຈງປະເພດໃບຢັ້ງຢືນ, ຂໍ້ມູນອົງປະກອບ ແລະ ຂັ້ນຕອນການອອກໃບຢັ້ງຢືນ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ
ໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແມ່ນ ເອກະສານທີ່ບັນທຶກຂໍ້ມູນຈາກການຂຶ້ນທະບຽນອອກໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ຕາມເລກລຳດັບ ໂດຍມີ ລາຍເຊັນ ແລະ ຕາປະທັບ ຂອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມຂັ້ນເມືອງ.
ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ແມ່ນ ເອກະສານທີ່ເປັນຫຼັກຖານຕົ້ນຕໍອັນໜຶ່ງອັນດຽວ ກ່ຽວກັບສິດໃນການນຳໃຊ້ທີດິນປ່າໄມ້ ຊຶ່ງໄດ້ຄັດສຳເນົາຢ່າງຖືກຕ້ອງຈາກໃບທະບຽນຢັ້ງຢືນການນຳໃຊ້ທີດິນ ເພື່ອມອບໃຫ້ແກ່ຜູ້ເປັນເຈົ້າຂອງສິດໃນການນຳໃຊ້ທີ່ດິນປ່າໄມ້ພຽງໃບດຽວ ນຳໃຊ້ເປັນຫຼັກຖານ ຕາມກຳນົດເວລາບໍ່ເກີນ ຫ້າສິບປີ, ມີເນື້ອທີ່ ບໍ່ເກີນຊາວ ເຮັກຕາ ຕໍ່ ຄອບຄົວ ແລະ ສາມາດຕໍ່ໄດ້ ຕາມການເຫັນດີ ຂອງອົງການລັດທີ່ກ່ຽວຂ້ອງ.
ມາດຕາ ມາດຕາ 2
ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວ ກ່ຽວກັບ ການກຳນົດເນື້ອໃນແບບພິມ ແລະ ການພິມຕາມແບບພິມໃບທະບຽນຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ຢູ່ ສປປ ລາວ.
ມາດຕາ ມາດຕາ 3
ມາດຕາ 4 ປະເພດເນື້ອໃນແບບພິມໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້
ເນື້ອໃນແບບພິມໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ທີ່ສາມາດເຊື່ອມຕໍ່ກັບຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຂອງກະຊວງປ້ອງກັນຄວາມສະຫງົບ ຊຶ່ງມີສອງປະເພດດັ່ງນີ້:
1. ເນື້ອໃນແບບພິມໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ຂອງບຸກຄົນ.
2. ເນື້ອໃນແບບພິມໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ຂອງລັດ, ລວມນ.
ໜ້ານີ້ສະແດງ 3 ມາດຕາທຳອິດ ຈາກທັງໝົດ 14 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ