关于确定土地使用权证及林地使用权证格式内容与印制规范的协议

ຂໍ້ຕົກລົງວ່າດ້ວຍ ການກຳນົດເນື້ອໃນແບບພິມ ແລະ ການພິມຕາມແບບພິມ ໃບທະບຽນຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້

Agreement on Determining the Format, Content, and Printing Specifications of Land Use Rights Certificates and Forest Land Use Rights Certificates

简介

该协议规范老挝林地区域土地使用权证和林地使用证的格式、内容与印制标准,明确证件类型、信息要素及签发程序。

Summary

This agreement standardizes the format, content, and printing standards of land use rights certificates and forest land use certificates in Laos, specifying certificate types, information elements, and issuance procedures.

ບົດສະຫຼຸບ

ຂໍ້ຕົກລົງນີ້ກຳນົດຮູບແບບ, ເນື້ອໃນ ແລະ ມາດຕະຖານການພິມໃບຢັ້ງຢືນສິດນຳໃຊ້ທີ່ດິນປ່າໄມ້ ແລະ ໃບຢັ້ງຢືນສິດນຳໃຊ້ປ່າໄມ້ໃນເຂດປ່າໄມ້ຂອງລາວ, ຊີ້ແຈງປະເພດໃບຢັ້ງຢືນ, ຂໍ້ມູນອົງປະກອບ ແລະ ຂັ້ນຕອນການອອກໃບຢັ້ງຢືນ.

条文

第ມາດຕາ 1条

第2条 土地使用登记证和土地使用证
土地使用登记证是记录从森林土地区域土地使用证登记中按顺序编号的信息的文件,由县级农业和环境办公室主任签字盖章。
森林土地区域的土地使用证是唯一的主要文件,涉及森林土地使用权,是从土地使用登记证正确复制而来,仅颁发给森林土地使用权人一份,作为凭证,使用期限不超过五十年,面积每户不超过二十公顷,并可根据相关国家机构的同意续期。

ພາສາລາວ (老挝语原文)

ມາດຕາ 2 ໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ
ໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແມ່ນ ເອກະສານທີ່ບັນທຶກຂໍ້ມູນຈາກການຂຶ້ນທະບຽນອອກໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ຕາມເລກລຳດັບ ໂດຍມີ ລາຍເຊັນ ແລະ ຕາປະທັບ ຂອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມຂັ້ນເມືອງ.
ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ແມ່ນ ເອກະສານທີ່ເປັນຫຼັກຖານຕົ້ນຕໍອັນໜຶ່ງອັນດຽວ ກ່ຽວກັບສິດໃນການນຳໃຊ້ທີດິນປ່າໄມ້ ຊຶ່ງໄດ້ຄັດສຳເນົາຢ່າງຖືກຕ້ອງຈາກໃບທະບຽນຢັ້ງຢືນການນຳໃຊ້ທີດິນ ເພື່ອມອບໃຫ້ແກ່ຜູ້ເປັນເຈົ້າຂອງສິດໃນການນຳໃຊ້ທີ່ດິນປ່າໄມ້ພຽງໃບດຽວ ນຳໃຊ້ເປັນຫຼັກຖານ ຕາມກຳນົດເວລາບໍ່ເກີນ ຫ້າສິບປີ, ມີເນື້ອທີ່ ບໍ່ເກີນຊາວ ເຮັກຕາ ຕໍ່ ຄອບຄົວ ແລະ ສາມາດຕໍ່ໄດ້ ຕາມການເຫັນດີ ຂອງອົງການລັດທີ່ກ່ຽວຂ້ອງ.

第ມາດຕາ 2条

第2条 适用范围
本协议适用于在老挝人民民主共和国林地区域内从事确定印刷版式内容以及按照土地登记证和土地使用证印刷版式进行印刷的个人、法人和组织。

ພາສາລາວ (老挝语原文)

ມາດຕາ 2 ຂອບເຂດການນຳໃຊ້
ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເຄື່ອນໄຫວ ກ່ຽວກັບ ການກຳນົດເນື້ອໃນແບບພິມ ແລະ ການພິມຕາມແບບພິມໃບທະບຽນຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ຢູ່ ສປປ ລາວ.

第ມາດຕາ 3条

第4条 森林地区土地使用权登记证和土地使用权证的内容类型

森林地区土地使用权登记证和土地使用权证的内容,能够与公安部的人口数据库和身份证相连接,有以下两种类型:

1. 个人森林地区土地使用权登记证和土地使用权证的内容。

2. 国家森林地区土地使用权登记证和土地使用权证的内容,包括。

ພາສາລາວ (老挝语原文)

ມາດຕາ 4 ປະເພດເນື້ອໃນແບບພິມໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້

ເນື້ອໃນແບບພິມໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ທີ່ສາມາດເຊື່ອມຕໍ່ກັບຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຂອງກະຊວງປ້ອງກັນຄວາມສະຫງົບ ຊຶ່ງມີສອງປະເພດດັ່ງນີ້:

1. ເນື້ອໃນແບບພິມໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ຂອງບຸກຄົນ.

2. ເນື້ອໃນແບບພິມໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ຂອງລັດ, ລວມນ.

第ມາດຕາ 4条

第4条 个人林地土地使用证和土地使用权证书的印刷内容。
个人林地土地使用证和土地使用权证书的外观为14号纸(210 x 297毫米),正面为白色,有国徽、国名、国家格言、指向地图北方的箭头符号。边框为黄色,带有白色花纹。背面规定了权利、义务、禁止事项以及丧失林地使用权的条件。
同一林地的土地使用证和土地使用权证书包括以下内容:
省、万象市农林环境厅;
县、市农林环境办公室;
编号;
签发次数;
条形码;
内容:
地块位置;
省/万象市;
县/市;
区;
村;
组;
发给;
出生日期、国籍、职业;
现住址:村、组、区、县、省;
丈夫或妻子的姓名;
国籍、职业;
林地使用权的取得方式;
林地使用权的所有权状况;
林地类型、区域;
林地使用目的;
土地使用证登记簿册号、页号、地籍图号;
地块号、面积(平方米);

ພາສາລາວ (老挝语原文)

ມາດຕາ 4 ເນື້ອໃນແບບພິມໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ຂອງບຸກຄົນ.
ລັກສະນະພາຍນອກ ຂອງໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ຂອງບຸກຄົນ ມີຂະໜາດເຈ້ຍ 14 (210 x 297 ມິລີແມັດ), ດ້ານໜ້າເປັນສີຂາວ, ມີເຄື່ອງໝາຍຊາດ, ຊື່ປະເທດ, ຄຳຂວັນຂອງຊາດ, ສັນຍາລັກລູກສອນຊີ້ບອກໄປທາງທິດເໜືອຂອງແຜນທີ່ປະເທດ. ຂອບເປັນສີເຫຼືອງ ທີ່ມີລາຍເປັນສີຂາວ. ສຳລັບດ້ານຫຼັງ ໄດ້ກຳນົດ ສິດ, ພັນທະ, ຂໍ້ຫ້າມ ແລະ ການເສຍສິດນຳໃຊ້ທີດິນປ່າໄມ້ ຂອງຜູ້ໄດ້ຮັບໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້.
ໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ອັນດຽວກັນ ຊຶ່ງປະກອບມີ ດັ່ງນີ້:
ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ;
ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ;
ເລກທີ;
ອອກຄັ້ງທີ;
ບາໂຄດ;
ນື້ອໃນ:
ທີຕັ້ງຕອນດິນ;
ແຂວງ/ນະຄອນຫຼວງວຽງຈັນ;
ເມືອງ/ນະຄອນ;
ຕາແສງ;
ບ້ານ;
ຫົວຍ;
ອອກໃຫ້ແກ່;
ວັນເດືອນປີເກີດ, ສັນຊາດ, ອາຊີບ;
ທີຢູ່ປັດຈຸບັນ ບ້ານ, ຫົວຍ, ຕາແສງ, ເມືອງ, ແຂວງ;
ຊື່ ແລະ ນາມສະກຸນ ຜົວ ຫຼື ເມຍ;
ສັນຊາດ, ອາຊີບ;
ການໄດ້ມາຂອງສິດນຳໃຊ້ທີດິນປ່າໄມ້;
ຖານະຄວາມເປັນເຈົ້າຂອງສິດນຳໃຊ້ທີດິນປ່າໄມ້;
ປະເພດທີດິນປ່າໄມ້, ເຂດ;
ເປົ້າໝາຍການນຳໃຊ້ທີດິນປ່າໄມ້;
ປຶ້ມທະບຽນໃບຢັ້ງຢືນການນຳໃຊ້ທີດິນ ເຫຼັ້ມທີ, ໃບທີ, ແຜນທີ່ຕາດິນເລກທີ;
ຕອນດິນເລກທີ, ເນື້ອທີດິນ (ຕາແມັດ);

第ມາດຕາ 5条

第5条 地块图 出具地点、日期、月、年、签名和农业与环境办公室主任的印章(县、市)。

ພາສາລາວ (老挝语原文)

ມາດຕາ 5 ແຜນທີຕອນດິນ ອອກໃຫ້ທີ່, ວັນທີ, ເດືອນ, ປີ, ລາຍເຊັນ ແລະ ຕາປະທັບ ຂອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ.

第ມາດຕາ 6条

第6条 国家土地和林地使用登记证的内容与格式,包括国家土地和林地使用登记证及林地区域土地使用证的外观特征,包括A4纸尺寸(210×297毫米),正面为白色,有国徽、国名、国家格言、地图上指向北方的箭头符号。边框为黄色,带有白色花纹。背面规定了林地区域土地使用证持有人的权利、义务、禁止事项及丧失林地使用权的条件。土地登记证和林地区域土地使用证内容相同,包括以下内容:林地区域土地使用证;省、万象市农林环境厅;县、市农林环境办公室;编号;签发次数;条形码;地块位置;省/万象市;县/市;区;村;沟渠;发给;林地使用权的取得;林地类型、区域;林地使用目标;土地使用证登记簿卷号、页号、地籍图号;地块号、面积(平方米);比例尺;地块图;签发地点、日期、月、年、签字及县、市农林环境办公室主任印章。

ພາສາລາວ (老挝语原文)

ມາດຕາ 6 ເນື້ອໃນແບບພິມໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ປ່າໄມ້ ຂອງລັດ, ລວມທັງລັກສະນະພາຍນອກ ຂອງໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ຂອງລັດ, ລວມທັງມີຂະໜາດເຈ້ຍ A4 (210 x 297 ມິລີແມັດ), ດ້ານໜ້າເປັນສີຂາວ, ມີເຄື່ອງໝາຍຊາດ, ຊື່ປະເທດ, ຄຳຂວັນຂອງຊາດ, ສັນຍາລັກລູກສອນຊີ້ບອກໄປທາງທິດເໜືອຂອງແຜນທີ່ປະເທດ. ຂອບເປັນສີເຫຼືອງມີລາຍເປັນສີຂາວ. ສຳລັບດ້ານຫຼັງໄດ້ກຳນົດສິດ, ພັນທະ, ຂໍ້ຫ້າມ ແລະ ການເສຍສິດນຳໃຊ້ປ່າໄມ້ ແລະ ທີດິນປ່າໄມ້ ຂອງຜູ້ໄດ້ຮັບໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້. ໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ມີເນື້ອໃນອັນດຽວກັນ ຊຶ່ງປະກອບມີດັ່ງນີ້: ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້; ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ; ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ; ເລກທີ; ອອກຄັ້ງທີ; ບາໂຄດ; ທີຕັ້ງຕອນດິນ; ແຂວງ/ນະຄອນຫຼວງວຽງຈັນ; ເມືອງ/ນະຄອນ; ຕາແສງ; ບ້ານ; ຫວຍ; ອອກໃຫ້ແກ່; ການໄດ້ມາຂອງສິດນຳໃຊ້ທີດິນປ່າໄມ້; ປະເພດທີດິນປ່າໄມ້, ເຂດ; ເປົ້າໝາຍການນຳໃຊ້ທີ່ດິນປ່າໄມ້; ປຶ້ມທະບຽນໃບຢັ້ງຢືນການນຳໃຊ້ທີດິນ ເຫຼັ້ມທີ, ໃບທີ, ແຜນທີ່ຕາດິນເລກທີ; ຕອນດິນເລກທີ, ເນື້ອທີດິນ (ຕາແມັດ); ມາດຕາສ່ວນ; ແຜນທີ່ຕອນດິນ; ອອກໃຫ້ທີ່, ວັນທີ, ເດືອນ, ປີ, ລາຍເຊັນ ແລະ ຕາປະທັບ ຂອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ.

第ມາດຕາ 7条

第7条 森林地区土地使用权登记证和土地使用权证明书表格的印制
土地管理和开发司直接负责印制森林地区土地使用权登记证和土地使用权证明书表格,然后送交省级农业和环境厅,以便转交县级农业和环境办公室。对于按照森林地区土地使用权登记证和土地使用权证明书表格的印制,应按照本协议第5条和第6条的规定执行,使用老挝土地登记数据库程序(Lao Land Registry)。
省级农业和环境厅应通知其辖区内所有各方知晓本协议关于使用森林地区土地使用权登记证和土地使用权证明书表格的规定。

ພາສາລາວ (老挝语原文)

ມາດຕາ 7 ການຈັດພິມແບບພິມໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້
ກົມຄຸ້ມຄອງ ແລະ ພັດທະນາທີດິນ ເປັນຜູ້ຮັບຜິດຊອບໂດຍກົງ ໃນການຈັດພິມແບບພິມໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້, ແລ້ວຈັດສົ່ງໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມຂັ້ນແຂວງ ເພື່ອນຳສົ່ງໃຫ້ຫ້ອງການກະສິກຳ ແລະ ສິ່ງແວດລ້ອມຂັ້ນເມືອງ. ສຳລັບການພິມຕາມແບບພິມ ໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ແມ່ນປະຕິບັດຕາມມາດຕາ 5 ແລະ ມາດຕາ 6 ຂອງຂໍ້ຕົກລົງສະບັບນີ້ ໂດຍນຳໃຊ້ໂປຣແກຣມຖານຂໍ້ມູນທະບຽນທີດິນ ລາວແລນເຣັກ (Lao Land Registry).
ພະແນກກະສິກຳ ແລະ ສິ່ງແວດລ້ອມຂັ້ນແຂວງ ອອກແຈ້ງການໃຫ້ທຸກພາກສ່ວນພາຍໃນທ້ອງຖິ່ນຂອງຕົນ ໄດ້ຮັບຊາບ ກ່ຽວກັບການນຳໃຊ້ແບບພິມ ໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ຕາມຂໍ້ຕົກລົງສະບັບນີ້.

第ມາດຕາ 8条

第8条 在森林土地区域的土地使用登记证和土地使用证明书的表格上打印详细内容

根据本协议第5条和第6条的规定,在森林土地区域的土地使用登记证和土地使用证明书的表格上打印详细内容,应使用老挝土地登记数据库程序(Lao Land Registry Database),该程序包含森林土地区域土地使用证明书的两种内容如下:

1. 在发给国家的森林土地区域土地使用证明书上打印内容;

2. 在发给个人的森林土地区域土地使用证明书上打印内容。

ພາສາລາວ (老挝语原文)

ມາດຕາ 8 ການພິມເນື້ອໃນລະອຽດໃສ່ແບບພິມໃບທະບຽນຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຢັ້ງຢືນການນຳໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້

ການພິມເນື້ອໃນລະອຽດໃສ່ແບບພິມໃບທະບຽນຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຢັ້ງຢືນການນຳໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 5 ແລະ ມາດຕາ 6 ຂອງຂໍ້ຕົກລົງສະບັບນີ້ ໃຫ້ນຳໃຊ້ໂປຣແກຣມຖານຂໍ້ມູນທະບຽນທີ່ດິນ ລາວແລນເຣັກ (Lao Land Registry Database) ຊຶ່ງປະກອບມີສອງເນື້ອໃນໃບຢັ້ງຢືນການນຳໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ ດັ່ງນີ້:

1. ການພິມເນື້ອໃນໃສ່ໃບຢັ້ງຢືນການນຳໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ ອອກໃຫ້ແກ່ລັດ;

2. ການພິມເນື້ອໃນໃສ່ໃບຢັ້ງຢືນການນຳໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ ອອກໃຫ້ແກ່ບຸກຄົນ.

第ມາດຕາ 9条

第9条 在林地使用证明书上打印内容 发给国家、集体,执行如下:

1. 编号:按土地登记证和土地使证在林地内每块地按村内顺序打印;

2. 签发次数:打印土地登记证和土地使用证在林地内每次变更的次数,并打印为国际数字(从第1、2、3开始依次);

3. 地块位置:打印省、万象首都、县、区、市和村的代码数字,共九位数字,如前两位是省、万象首都代码,中间三位是县、市代码,最后四位是村代码。如有区代码,则按顺序补充打印;

4. 发给:如发给党组织、国家机构,直接打印该组织名称。对于集体,打印使用林地的一个或多个村名;

5. 林地使用权的取得:按授予林地使用权的决定名称打印,并注明该决定的编号和日期;

6. 林地类型:按各类林地名称打印,如国家防护林、省、县、村防护林;国家自然保护区、省、县、村自然保护区以及国家生产林。对于区域,按地块所在区域打印,如平原、高原和山地,同时补充打印如市区、郊区、农村;

7. 林地使用目的:

7.1 对于党组织、国家机构:按授予林地使用权的目的打印,如进行农业生产、植树:期限不超过五十年;

7.2 对于集体:按授予林地使用权的目的打印,如建设用地或生产用地(稻田、菜园、养殖场、果园和鱼塘)、墓地、圣地,视具体情况而定;期限不超过五十年;

8. 土地使用证登记簿卷号、页号和地籍图号:

8.1 土地使用证登记簿卷号:按土地使用证登记簿的顺序号打印;

8.2 页号:按土地登记证和土地使用证在林地内的编号顺序打印;

8.3 地籍图号:按“甲2”表格打印信息;

9. 地块编号、面积和比例:

9.1 地块编号:按“甲2”表格打印信息;

9.2 面积:按“甲2”表格打印信息,单位打印为平方米;

9.3 比例:按“甲2”表格打印信息;

10. 签发地点:打印县/市名称。

11. 日期、月、年:按县、市农业环境局局长签署的日期打印。

如县、市农业环境局局长授权副局长临时负责,在签署土地登记证和土地使用证在林地内时,在局长上方写“代签”字样,并在局长下方写“副局长”字样。

ພາສາລາວ (老挝语原文)

ມາດຕາ 9 ການພິມເນື້ອໃນໃສໃບຢັ້ງຢືນການນຳໃຊ້ທີດິນໃນເຂດທີດິນປ່າໄມ້ ອອກໃຫ້ແກ່ ລັດ, ລວມຫູ່ ໃຫ້ປະຕິບັດ ດັ່ງນີ້:

1. ເລກທີ: ໃຫ້ພິມຕາມເລກລຳດັບການອອກໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ແຕ່ລະຕອນພາຍໃນບ້ານ;

2. ອອກຄັ້ງທີ: ໃຫ້ພິມຈຳນວນຄັ້ງ ຂອງການອອກໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ທີ່ມີການປ່ຽນແປງໃບຢັ້ງຢືນການນຳໃຊ້ທີດິນແຕ່ລະຄັ້ງ ແລະ ໃຫ້ພິມເປັນເລກສາກົນ (ເລີ່ມຈາກລຳດັບທີ 1, 2, 3 ແລະ ຕໍ່ໆໄປ);

3. ທີຕັ້ງຕອນດິນ: ໃຫ້ພິມຕົວເລກລະຫັດ ແຂວງ, ນະຄອນຫຼວງວຽງຈັນ, ເມືອງ, ຕາແສງ, ນະຄອນ ແລະ ບ້ານ ບ່ອນທີດິນຕັ້ງຢູ່ ໂດຍມີ ເກົ້າ ຕົວເລກ ເຊັ່ນ ສອງ ຕົວເລກທຳອິດ ແມ່ນລະຫັດ ແຂວງ, ນະຄອນຫຼວງວຽງຈັນ, ສາມ ຕົວເລກທາງກາງ ແມ່ນ ລະຫັດ ເມືອງ, ນະຄອນ ແລະ ສີ່ ຕົວເລກສຸດທ້າຍ ແມ່ນ ລະຫັດ ບ້ານ ບ່ອນທີດິນຕັ້ງຢູ່. ຖ້າມີເລກລະຫັດຕາແສງ ກໍໃຫ້ພິມໃສ່ຕື່ມຕາມລຳດັບ;

4. ອອກໃຫ້ແກ່: ໃນກໍລະນີອອກໃຫ້ແກ່ ອົງການຈັດຕັ້ງພັກ, ລັດ ໃຫ້ພິມຊື່ຂອງອົງການຈັດຕັ້ງດັ່ງກ່າວໃສ່ເລີຍ. ສຳລັບ ລວມຫູ່ ໃຫ້ພິມຊື່ບ້ານດຽວ ຫຼື ຫຼາຍບ້ານ ທີ່ນຳໃຊ້ທີດິນປ່າໄມ້ຮ່ວມກັນ;

5. ການໄດ້ມາຂອງສິດນຳໃຊ້ທີດິນປ່າໄມ້: ໃຫ້ພິມຕາມຊື່ຂອງຂໍ້ຕົກລົງ ທີ່ໄດ້ມອບສິດນຳໃຊ້ທີດິນປ່າໄມ້ ໂດຍໃສ່ເລກທີ, ລົງວັນທີ ຂອງຂໍ້ຕົກລົງດັ່ງກ່າວ;

6. ປະເພດທີດິນປ່າໄມ້: ໃຫ້ພິມຊື່ຕາມແຕ່ລະປະເພດທີດິນປ່າໄມ້ ເຊັ່ນ ປ່າປ້ອງກັນແຫ່ງຊາດ, ປ່າປ້ອງກັນລະດັບ ແຂວງ, ເມືອງ ແລະ ບ້ານ; ປ່າສະຫງວນແຫ່ງຊາດ, ປ່າສະຫງວນລະດັບ ແຂວງ, ເມືອງ ແລະ ບ້ານ ແລະ ປ່າຜະລິດແຫ່ງຊາດ. ສຳລັບເຂດ ໃຫ້ພິມຕາມເຂດທີ່ຕັ້ງຂອງຕອນດິນ ເຊັ່ນ ທົ່ງພຽງ, ພູພຽງ ແລະ ພູດອຍ ພ້ອມກັນນັ້ນ ໃຫ້ພິມຕື່ມ ເຊັ່ນ ຕົວເມືອງ, ຊານເມືອງ ແລະ ຊົນນະບົດ;

7. ເປົ້າໝາຍການນຳໃຊ້ທີດິນປ່າໄມ້:

7.1 ສຳລັບ ອົງການຈັດຕັ້ງພັກ, ລັດ: ໃຫ້ພິມຕາມເປົ້າໝາຍຂອງການມອບສິດນຳໃຊ້ທີດິນປ່າໄມ້ ເປັນຕົ້ນ ທຳການຜະລິດການກະສິກຳ, ປູກໄມ້: ມີກຳນົດເວລາບໍ່ເກີນ ຫ້າສິບ ປີ;

7.2 ສຳລັບ ລວມຫູ່: ໃຫ້ພິມຕາມເປົ້າໝາຍຂອງການມອບສິດນຳໃຊ້ທີດິນປ່າໄມ້ ເປັນຕົ້ນ ທີດິນປຸກສ້າງ ຫຼື ທີດິນທຳການຜະລິດ (ທີດິນນາ, ທີດິນສວນປູກພືດກະສິກຳ, ທີດິນຄອກລ້ຽງສັດ, ທີດິນສວນປູກໄມ້ ແລະ ທີດິນໜອງປາ), ທີດິນປ່າຊ້າ, ປ່າສັກສິດ ຕາມແຕ່ລະກໍລະນີ; ກຳນົດເວລາບໍ່ເກີນ ຫ້າສິບ ປີ;

8. ປຶ້ມທະບຽນໃບຢັ້ງຢືນການນຳໃຊ້ທີດິນເຫຼັ້ມທີ, ໃບທີ ແລະ ແຜນທີ່ຕາດິນເລກທີ:

8.1 ປຶ້ມທະບຽນໃບຢັ້ງຢືນການນຳໃຊ້ທີດິນເຫຼັ້ມທີ: ໃຫ້ພິມຕາມເລກລຳດັບຂອງປຶ້ມທະບຽນໃບຢັ້ງຢືນການນຳໃຊ້ທີດິນ;

8.2 ໃບທີ: ໃຫ້ພິມຕາມເລກລຳດັບຂອງເລກທີໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້;

8.3 ແຜນທີ່ຕາດິນເລກທີ: ໃຫ້ພິມຂໍ້ມູນຕາມແບບພິມ “ກ 2”;

9. ຕອນດິນເລກທີ, ເນື້ອທີດິນ ແລະ ມາດຕາສ່ວນ:

9.1 ຕອນດິນເລກທີ: ໃຫ້ພິມຂໍ້ມູນຕາມແບບພິມ “ກ 2”;

9.2 ເນື້ອທີດິນ: ໃຫ້ພິມຂໍ້ມູນຕາມແບບພິມ “ກ 2” ໂດຍໃຫ້ພິມຫົວໜ່ວຍເປັນຕາແມັດ;

9.3 ມາດຕາສ່ວນ: ໃຫ້ພິມຂໍ້ມູນຕາມແບບພິມ “ກ 2”;

10. ອອກໃຫ້ທີ: ໃຫ້ພິມຊື່ ເມືອງ/ນະຄອນ.

11. ວັນທີ, ເດືອນ, ປີ: ໃຫ້ພິມຕາມວັນທີຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ລົງລາຍເຊັນ.

ໃນກໍລະນີຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ມີການມອບສິດໃຫ້ຜູ້ຮອງຮັບຜິດຊອບວຽກງານແທນຊົ່ວຄາວ ກ່ອນເຊັນໃບທະບຽນຢັ້ງຢືນການນຳໃຊ້ທີດິນ ແລະ ໃບຢັ້ງຢືນການນຳໃຊ້ທີດິນ ໃນເຂດທີດິນປ່າໄມ້ ໃຫ້ຂຽນ ຄຳວ່າ “ເຊັນແທນ” ຢູ່ທາງເບື້ອງເທິງຂອງຫົວໜ້າຫ້ອງການ ພ້ອມທັງຂຽນຄຳວ່າ “ຮອງຫົວໜ້າຫ້ອງການ” ໃສ່ລຸ່ມຫົວໜ້າຫ້ອງການ.

第ມາດຕາ 10条

第10条 在林地地区土地使用权证和土地使用证背面印刷内容

在林地地区土地使用权证和土地使用证背面印刷内容,为国家、集体和个人规定了林地使用权人的权利、义务、禁止事项和丧失林地使用权的情形如下:
1. 林地使用权人的权利:
1) 使用土地不超过五十年,面积不超过每户二十公顷;
2) 保护土地;
3) 在某些情况下获得土地收益,如产品(收获果实或使用土地的收入)、森林碳信用;
4) 继承土地使用权。
2. 林地使用权人的义务:
1) 按照村庄土地和森林管理计划正确开发和使用森林和林地;
2) 保护森林和林地处于良好状态,防止侵蚀、退化、恶化,保持适当质量,不对环境、社会及自然造成不良影响;
3) 使用林地必须植树造林并保护森林,使该地块的树冠覆盖率达到百分之二十(20%)以上,但建筑用地和农业用地(水田)等无法达到百分之二十(20%)树冠覆盖率的类型除外;
4) 遵守森林和林地管理保护合同中规定的条件;
5) 按规定缴纳年度土地税、规费及土地相关服务费;
6) 不侵犯他人的权利和利益;
7) 遵守其他相关法律。
3. 获得林地使用权的禁止事项:
1) 禁止通过出售、赠与、赠与非亲属或交换土地使用权、入股等方式将森林和林地使用权转让给他人;
2) 禁止将从土地收益权中获得的林地使用权出租或抵押给他人;
3) 禁止未经有权依法决定的有关部门许可而使用林地使用权;
4) 禁止违反林地地区土地使用权证发放条件。
4. 丧失森林和林地使用权的情形:
1) 使用国家交付的森林和林地不符合目的;
2) 在三年内未使用国家交付的森林和林地,对于轮作农业的林地,未按照村庄土地和森林管理计划规定的时间使用;
3) 未按法律法规规定缴纳土地税;
4) 被法院判决丧失森林和林地使用权;
5) 违反上述第3款规定的禁止事项。

ພາສາລາວ (老挝语原文)

ມາດຕາ 10 ການພິມເນື້ອໃນດ້ານຫຼັງໃບທະບຽນຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້

ການພິມເນື້ອໃນດ້ານຫຼັງໃບທະບຽນຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ໃຫ້ແກ່ ລັດ, ລວມຫູ ແລະ ບຸກຄົນ ໄດ້ກຳນົດສິດ, ພັນທະ, ຂໍ້ຫ້າມ ແລະ ການເສຍສິດນຳໃຊ້ ປ່າໄມ້ ແລະ ທີ່ດິນປ່າໄມ້ ຂອງຜູ້ໄດ້ຮັບໃບຢັ້ງຢືນການນຳໃຊ້ທີ່ດິນປ່າໄມ້ ດັ່ງນີ້:
1. ສິດ ຂອງຜູ້ໄດ້ຮັບສິດນຳໃຊ້ທີ່ດິນປ່າໄມ້:
1) ຊົມໃຊ້ທີ່ດິນ ບໍ່ເກີນ ຫ້າສິບ ປີ, ມີເນື້ອທີ ບໍ່ເກີນ ຊາວເຮັກຕາ ຕໍ່ຄອບຄົວ;
2) ປົກປັກຮັກສາທີ່ດິນ;
3) ໄດ້ຮັບໝາກຜົນຈາກທີ່ດິນ ໃນບາງກໍລະນີ ເຊັ່ນ ຜົນຜະລິດ (ເກັບກູ້ ໝາກຜົນ ຫຼື ລາຍໄດ້ຈາກການນຳໃຊ້ທີ່ດິນ), ສິນເຊື່ອກາກບອນປ່າໄມ້;
4) ສືບທອດສິດນຳໃຊ້ທີ່ດິນ.
2. ພັນທະ ຂອງຜູ້ໄດ້ຮັບສິດນຳໃຊ້ທີ່ດິນປ່າໄມ້:
1) ພັດທະນາ ແລະ ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ໃຫ້ຖືກຕ້ອງຕາມແຜນຄຸ້ມຄອງທີ່ດິນ ແລະ ປ່າໄມ້ບ້ານ;
2) ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ໃຫ້ຢູ່ໃນສະພາບດີ, ບໍ່ໃຫ້ເຊາະເຈື່ອນ, ຍຸບລົງ, ເຊື່ອມໂຊມ, ຮັກສາຄຸນນະພາບໃຫ້ເໝາະສົມ, ບໍ່ສ້າງຜົນກະທົບອັນບໍ່ດີຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ;
3) ການນຳໃຊ້ທີ່ດິນປ່າໄມ້ ຕ້ອງໄດ້ປູກໄມ້ ແລະ ປົກປັກຮັກສາປ່າໄມ້ ໃຫ້ມີຄວາມປົກຫຸ້ມ ຂອງຊັ້ນເຮືອນຍອດຕົ້ນໄມ້ ຊາວ ສ່ວນຮ້ອຍ (20%) ຂຶ້ນໄປ ໃນທີ່ດິນຕອນນີ້, ຍົກເວັ້ນປະເພດທີ່ດິນປູກສ້າງ ແລະ ທີ່ດິນກະສິກຳ (ທີ່ດິນນາ) ທີ່ບໍ່ສາມາດໃຫ້ຄວາມປົກຫຸ້ມຂອງຊັ້ນເຮືອນຍອດຕົ້ນໄມ້ ໄດ້ເຖິງ ຊາວ ສ່ວນຮ້ອຍ (20%);
4) ປະຕິບັດຕາມເງື່ອນໄຂທີ່ ໄດ້ກຳນົດໄວ້ ໃນສັນຍາການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້;
5) ເສຍອາກອນທີ່ດິນປະຈຳປີ, ເສຍຄ່າທຳນຽມ ແລະ ຄ່າບໍລິການກ່ຽວກັບທີ່ດິນຕາມລະບຽບການ;
6) ບໍ່ລະເມີດສິດ ແລະ ຜົນປະໂຫຍດຂອງຜູ້ອື່ນ;
7) ປະຕິບັດຕາມກົດໝາຍອື່ນທີ່ກ່ຽວຂ້ອງ.
3. ຂໍ້ຫ້າມ ສຳລັບການໄດ້ຮັບສິດນຳໃຊ້ທີ່ດິນປ່າໄມ້:
1) ຫ້າມ ເອົາສິດນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ໃຫ້ຜູ້ອື່ນ ດ້ວຍການຂາຍ, ມອບ, ຍົກໃຫ້ຜູ້ອື່ນທີ່ບໍ່ແມ່ນສາຍຍາດ ຫຼື ແລກປ່ຽນ ສິດນຳໃຊ້ທີ່ດິນ, ການເອົາເຂົ້າເປັນຮຸ້ນ;
2) ຫ້າມ ເອົາສິດນຳໃຊ້ທີ່ດິນປ່າໄມ້ ຈາກສິດໄດ້ຮັບໝາກຜົນຈາກທີ່ດິນ ໄປໃຫ້ບຸກຄົນອື່ນ ເຊົ່າ ແລະ ຄຳປະກັນ;
3) ຫ້າມ ນຳໃຊ້ສິດນຳໃຊ້ທີ່ດິນປ່າໄມ້ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂະແໜງການທີ່ກ່ຽວຂ້ອງທີ່ມີສິດຕົກລົງຕາມກົດໝາຍ;
4) ຫ້າມລະເມີດເງື່ອນໄຂຂອງການອອກໃບຢັ້ງຢືນການນຳໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້.
4. ການເສຍສິດການນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້:
1) ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ ທີ່ລັດມອບໃຫ້ນັ້ນບໍ່ຖືກຕາມເປົ້າໝາຍ;
2) ບໍ່ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ທີ່ລັດມອບໃຫ້ພາຍໃນກຳນົດເວລາ ສາມ ປີ, ໃນກໍລະນີ ບໍ່ນຳໃຊ້ທີ່ດິນປ່າໄມ້ ທີ່ເຮັດກະສິກຳ ແບບໝູນວຽນ ຕາມເວລາ ທີ່ ໄດ້ກຳນົດໄວ້ໃນແຜນຄຸ້ມຄອງທີ່ດິນ ແລະ ປ່າໄມ້ບ້ານ;
3) ບໍ່ເສຍອາກອນທີ່ດິນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;
4) ຖືກສານຕັດສິນໃຫ້ເສຍສິດນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້;
5) ລະເມີດຂໍ້ຫ້າມທີ່ໄດ້ລະບຸໄວ້ຂໍ້ 3 ຂ້າງເທິງ.

第ມາດຕາ 11条

第11条 条形码的使用
土地使用权证和林地使用权证必须使用条形码,条形码应置于土地使用权证和林地使用权证中关于地块位置数字信息的上方。

ພາສາລາວ (老挝语原文)

ມາດຕາ 11 ການໃສ່ບາໂຄດ
ໃບທະບຽນຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ຕ້ອງໃສ່ບາໂຄດ ໂດຍໃຫ້ໃສ່ເບື້ອງເທິງຂໍ້ມູນຕົວເລກກ່ຽວກັບທີ່ຕັ້ງຕອນດິນ ຂອງໃບທະບຽນຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້.

第ມາດຕາ 12条

第12条 盖章
在森林地区土地使用登记证和土地使用证上盖章,必须盖在县级农业和环境办公室主任签名的左侧三分之一处,不得覆盖或遮挡签名人的职位,不得在签名前盖章,也不得在没有签名的森林地区土地使用登记证和土地使用证上盖章。签署土地使用登记证和土地使用证的人的姓名和姓氏,必须与签名人的职位平行且垂直对齐,清晰且端正。

ພາສາລາວ (老挝语原文)

ມາດຕາ 12 ການປະທັບຕາ
ການປະທັບຕາ ໃສ່ໃບທະບຽນຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ຕ້ອງປະທັບຕາເຕັມໃສ່ລາຍເຊັນ ຂອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມຂັ້ນເມືອງ ກວມເອົາເຄິ່ງສ່ວນສາມ ຂອງລາຍເຊັນມາທາງເບື້ອງຊ້າຍ ໂດຍບໍ່ໃຫ້ທັບ ຫຼື ກວມເອົາຕຳແໜ່ງ ຂອງຜູ້ລົງລາຍເຊັນ, ບໍ່ໃຫ້ປະທັບຕາກ່ອນລົງລາຍເຊັນ ແລະ ບໍ່ໃຫ້ປະທັບຕາໃສ່ໃນໃບທະບຽນຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ ທີ່ບໍ່ມີລາຍເຊັນ. ຊື່ ແລະ ນາມສະກຸນ ຂອງຜູ້ເຊັນໃບທະບຽນຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້ໃຫ້ຂຽນຂະໜານ ແລະ ຕັ້ງສາກກັບຕຳແໜ່ງຜູ້ເຊັນ ຢ່າງຊັດເຈນ ແລະ ຊື່ຕົງ.

本页展示前 12 条,全文共 14 条。查看三语全文请打开老法智 APP 页面。

在老法智 APP 中查看三语全文与 AI 解读

← 老法智 LawLao AI 首页:老挝法律AI问答 · 合同起草 · 中老翻译