ຂໍ້ຕົກລົງວ່າດ້ວຍ ການກຳນົດເນື້ອໃນແບບພິມໃບຢັ້ງຢືນການສຳຫຼວດວັດແທກທີ່ດິນ
关于确定土地勘测测量证明书格式内容的协议
Agreement on Determining the Format and Content of Land Survey and Measurement Certificates
ບົດສະຫຼຸບ
ຂໍ້ຕົກລົງນີ້ກຳນົດຮູບແບບ, ເນື້ອໃນ ແລະ ຂັ້ນຕອນການພິມໃບຢັ້ງຢືນການສຳຫຼວດວັດແທກທີ່ດິນ, ນຳໃຊ້ກັບບຸກຄົນ, ນິຕິບຸກຄົນ ແລະ ອົງກອນທີ່ດຳເນີນການຮັບຮອງການສຳຫຼວດວັດແທກທີ່ດິນພາຍໃນປະເທດລາວ.
ມາດຕາ
ມາດຕາ ມາດຕາ 1
ມາດຕາ 2 ໃບຢັ້ງຢືນການສຳຫຼວດວັດແທກທີ່ດິນ
ໃບຢັ້ງຢືນການສຳຫຼວດວັດແທກທີ່ດິນ ແມ່ນ ເອກະສານບັນທຶກໃນການເກັບກຳຂໍ້ມູນກ່ຽວກັບຕອນດິນ ຊຶ່ງໄດ້ຜ່ານການສຳຫຼວດວັດແທກທີ່ດິນ ຂອງປະຊາຊົນພາຍໃນບ້ານ ຫຼື ອົງການຈັດຕັ້ງລັດ ໂດຍມີການຕົກລົງເຫັນດີ ຈາກອົງການປົກຄອງ ຫຼື ພາກສ່ວນກ່ຽວຂ້ອງ ຕາມລະບຽບການ.
ໃບຢັ້ງຢືນການສຳຫຼວດວັດແທກທີ່ດິນ ແມ່ນ ເອກະສານທີ່ເປັນຫຼັກຖານຕົ້ນຕໍ ກ່ຽວກັບສິດໃນການນຳໃຊ້ທີ່ດິນ ຊຶ່ງໄດ້ຄັດຕິດສຳນວນເອກະສານ ໃນການຢັ້ງຢືນການຮັບຮູ້ສິດນຳໃຊ້ທີ່ດິນ ໃນຂອບເຂດປ່າໄມ້ ຢ່າງຖືກຕ້ອງ ແລະ ມອບໃຫ້ແກ່ຜູ້ເປັນເຈົ້າຂອງສິດໃນການນຳໃຊ້ທີ່ດິນ ເພື່ອນຳໃຊ້ເປັນຫຼັກຖານຕາມລະບຽບການ.
ມາດຕາ ມາດຕາ 2
ມາດຕາ 2 ການຈັດພິມແບບພິມໃບຢັ້ງຢືນການສຳຫຼວດວັດແທກທີ່ດິນ
ຫ້ອງການກະສິກຳ ແລະ ສິ່ງແວດລ້ອມຂັ້ນເມືອງ ເປັນຜູ້ຮັບຜິດຊອບໂດຍກົງ ໃນການຈັດພິມແບບພິມໃບຢັ້ງຢືນການສຳຫຼວດວັດແທກທີ່ດິນ.
ການພິມໃບຢັ້ງຢືນການສຳຫຼວດວັດແທກທີ່ດິນ ໃຫ້ປະຕິບັດຕາມ ມາດຕາ 4 ຂອງຂໍ້ຕົກລົງສະບັບນີ້ ໂດຍນຳໃຊ້ໂປຣແກຣມຖານຂໍ້ມູນທະບຽນທີ່ດິນ ລາວແລນເຮັກ (Lao Land Hack) ທີ່ສາມາດເຊື່ອມຕໍ່ກັບຖານຂໍ້ມູນ ພົນລະເມືອງ ແລະ ບັດປະຈຳຕົວ ຂອງກະຊວງປ້ອງກັນຄວາມສະຫງົບ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 9 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ