ຄຳສັ່ງວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງການຜະລິດ ສະກັດກັ້ນການລັກລອບ ນຳເຂົ້າ, ຈຳໜ່າຍ ອາຫານສັດ ແລະ ຢາສັດຕະວະແພດ
关于加强饲料和兽药生产管理、打击走私进口和销售行为的命令
Order on Strengthening Management of Feed and Veterinary Drug Production and Combating Smuggling and Illegal Sales
ບົດສະຫຼຸບ
ຄຳສັ່ງນີ້ຮຽກຮ້ອງໃຫ້ເພີ່ມທະວີການຄຸ້ມຄອງການຜະລິດອາຫານສັດ ແລະ ຢາສັດ, ສະກັດກັ້ນການລັກລອບນຳເຂົ້າ ແລະ ຈຳໜ່າຍ, ບັງຄັບໃຫ້ຜະລິດຕະພັນທັງໝົດຈົດທະບຽນກັບກົມປະມົງ ແລະ ສັດຕະວະແພດ, ແລະ ຫ້າມການອອກໃບອະນຸຍາດນຳເຂົ້າທີ່ຜິດກົດໝາຍ.
ມາດຕາ
ມາດຕາ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເລກ
ນະຄອນຫຼວງວຽງຈັນ, ວັນທີ 1 ພະຈິກ 2016
ຄຳສັ່ງ
ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງການຜະລິດ, ສະກັດກັ້ນ
ການລັກລອບ ນຳເຂົາ, ຈຳຫ່າຍ ອາຫານສັດ ແລະ ຢາສັດຕະວະແພດ
ເຖິງ: - ທ່ານ ຫົວຫ້າ ຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວຫ່ວຍວິຊາການລະດັບສອງ ທີ່ຂຶ້ນ
ກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ;
- ທ່ານ ຫົວຫ້າ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ;
- ທ່ານ ຫົວຫ້າ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ.
- ອີງຕາມ ກົດໝາຍ ວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 08/ສພຊ, ລົງວັນ
ທີ 1 ພະຈິກ 2016;
- ອີງຕາມ ດຳລັດ ວ່າດ້ວຍອາຫານສັດ ສະບັບເລກທີ 02/ລບ, ລົງວັນທີ 02 ມັງກອນ 2020;
- ອີງຕາມ ດຳລັດ ວ່າດ້ວຍຢາສັດຕະວະແພດ ສະບັບເລກທີ 199/ລບ, ລົງວັນທີ 13 ມີນາ 2020;
- ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ສະບັບເລກທີ 534/ນຍ, ລົງວັນທີ 14 ສິງຫາ 2025;
- ອີງຕາມ ຫັງສືສະເຫຼີ ຂອງກົມລ້ຽງສັດ ແລະ ການປະມົງ ສະບັບເລກທີ 0209/ກລປ, ລົງວັນທີ 21 ມັງກອນ 2026;
- ອີງຕາມ ຫັງສືສະເຫຼີ ຂອງຫ້ອງການ ສະບັບເລກທີ 0696/ຫກ, ລົງວັນທີ 1 ກຸມພາ 2026.
ໃນໄລຍະຜ່ານມາ ຂະແໜງການກະສິກຳ ແລະ ສິ່ງແວດລ້ອມ ແຕ່ລະຂັ້ນ ໄດ້ເອົາໃຈໃສ່ຄຸ້ມຄອງວຽກງານ ອາຫານສັດ ແລະ ຢາສັດຕະວະແພດ ໄດ້ດີສົມຄວນ ໂດຍມີການໂຄສະນາເຜີຍແຜ່ ແລະ ຈັດຕັ້ງປະຕິບັດກົດໝາຍ
ແລະ ນິຕິກຳໃຕ້ກົດໝາຍ ຢ່າງເປັນຂະບວນ ແລະ ເຂັ້ມງວດ ພ້ອມກັນນັ້ນ ກະຊວງກະສິກຳ ແລະ ປາໄມ້ ກໍໄດ້ອອກ
ແຈ້ງການ ສະບັບເລກທີ 1146/ກປ, ລົງວັນທີ 20 ມີນາ 2024 ໃຫ້ຜູ້ດຳເນີນທຸລະກິດກ່ຽວກັບອາຫານສັດ ແລະ ຢາ
ສັດຕະວະແພດ ມາແຈ້ງຂຶ້ນທະບຽນອາຫານສັດ ແລະ ຢາສັດຕະວະແພດ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບ
ການ ເພື່ອຮັບປະກັນການຄຸ້ມຄອງ ແລະ ຕິດຕາມ ກວດກາວຽກງານດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ
ແນໃສ່ສົ່ງເສີມການນຳໃຊ້ອາຫານສັດ ແລະ ຢາສັດຕະວະແພດ ທີ່ມີຄຸນນະພາບ, ໄດ້ມາດຕະຖານ, ມີຄວາມປອດໄພ
ຕໍ່ຊີວິດ, ສຸຂະພາບຂອງຄົນ, ສັດ ແລະ ສິ່ງທີ່ມີຊີວິດອື່ນ ລວມທັງການປົກປັກຮັກສາສິ່ງແວດລ້ອມ, ທັງເປັນການປົກ
ປ້ອງ ແລະ ສົ່ງເສີມການລ້ຽງສັດ ແລະ ສັດນ້ຳ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວ ແລະ ມີຄວາມໝັ້ນຄົງທາງ
ດ້ານສະບຽງອາຫານ ພ້ອມທັງສະກັດກັ້ນການລັກລອບນຳເຂົ້າ, ຈຳນ່າຍອາຫານສັດ ແລະ ຢາສັດຕະວະແພດ.
ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະຜ່ານມາ ເຫັນວ່າ ມີບາງທ້ອງຖິ່ນ ຍັງປະຕິບັດ ກົດໝາຍ ແລະ ນິຕິກຳ ໃຕ້ກົດໝາຍ ບໍ່ທັນໄດ້ດີ ເປັນຕົ້ນ ການອອກໃບອະນຸຍາດນຳເຂົ້າຜະລິດຕະພັນອາຫານສັດ ແລະ ຢາສັດຕະວະແພດ ຍັງບໍ່ລວມສູນ ແລະ ຜູ້ປະກອບການຈຳນວນຫົ່ງ ບໍ່ສະເຫີຂຶ້ນທະບຽນອາຫານສັດ ແລະ ຢາສັດຕະວະແພດ ນຳຂະແໜງ ການກະສິກຳ ແລະ ສິ່ງແວດລ້ອມ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວ, ທັງເປັນການຊຸກຍູ້, ສົ່ງເສີມ ແລະ ປົກປ້ອງ ສິດຜົນປະໂຫຍດ ຂອງຜູ້ປະກອບການ ໃນການດຳເນີນທຸລະກິດກ່ຽວກັບອາຫານສັດ ແລະ ຢາສັດຕະວະແພດ ຈຶ່ງມີ ຄວາມຈຳເປັນ ຕ້ອງໄດ້ສືບຕໍ່ວຽກງານການຂຶ້ນທະບຽນອາຫານສັດ ແລະ ຢາສັດຕະວະແພດ ທຸກປະເພດ ໃຫ້ຖືກ ຕ້ອງຕາມກົດໝາຍ ແລະ ລະບຽບການ.
ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ອອກຄຳສັ່ງ:
1. ໃຫ້ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ເພີ່ມທະວີຄວາມເຂັ້ມງວດ ແລະ ເອົາໃຈໃສ່ປະຕິບັດໜ້າທີ່ ແລະ ຂອບເຂດສິດຂອງຕົນ ໃນການຄຸ້ມຄອງ ແລະ ຕິດຕາມ ກວດກາ ການຜະລິດ, ສະກັດກັ້ນການລັກລອບນຳເຂົ້າ, ຈຳໜ່າຍອາຫານສັດ ແລະ ຢາສັດຕະວະແພດ ໃນຂອບເຂດທ້ອງຖິ່ນຂອງຕົນ;
2. ໃຫ້ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຈັດຕັ້ງການໂຄສະນາເຜີຍແຜ່ ດຳລັດ ວ່າດ້ວຍອາຫານສັດ ສະບັບເລກທີ 02/ລບ, ລົງວັນທີ 02 ມັງກອນ 2020, ດຳລັດ ວ່າດ້ວຍຢາສັດຕະວະແພດ
ສະບັບເລກທີ 199/ລບ, ລົງວັນທີ 13 ມີນາ 2020 ແລະ ແຈ້ງການ ກ່ຽວກັບການຂຶ້ນທະບຽນອາຫານສັດ ແລະ ຢາສັດຕະວະແພດ ສະບັບເລກທີ 146/ກປ, ລົງວັນທີ 20 ມີນາ 2024 ແລະ ຄຳສັ່ງສະບັບນີ້ ໃຫ້ສັງຄົມຮັບຊາບຢ່າງກວ້າງຂວາງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍຍົກໃຫ້ເຫັນ ຄວາມສຳຄັນ, ຄວາມຈຳເປັນ ແລະ ຜົນປະໂຫຍດທີ່ໄດ້ຮັບຈາກການຂຶ້ນທະບຽນ ອາຫານສັດ ແລະ ຢາສັດຕະວະແພດ ທີ່ຜະລິດຢູ່ພາຍໃນ ຫຼື ນຳເຂົ້າ ເພື່ອຈຳໜ່າຍ ແລະ ນຳໃຊ້ ຢູ່ ສປປ ລາວ ພ້ອມທັງຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ;
3. ບໍ່ອະນຸຍາດໃຫ້ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ອອກໃບອະນຸຍາດນຳເຂົ້າອາຫານສັດ ໂດຍບໍ່ຖືກຕ້ອງຢ່າງເດັດຂາດ, ການນຳເຂົ້າອາຫານສັດ ຕ້ອງປະຕິບັດຕາມມາດຕາ 28 ແລະ ມາດຕາ 49 ຂອງ ດຳລັດ
ວ່າດ້ວຍອາຫານສັດ ສະບັບເລກທີ 02/ລບ, ລົງວັນທີ 02 ມັງກອນ 2020;
4. ບໍ່ອະນຸຍາດໃຫ້ ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ອອກໃບອະນຸຍາດນຳເຂົ້າຢາສັດຕະວະແພດ ໂດຍບໍ່ຖືກຕ້ອງຢ່າງເດັດຂາດ, ການນຳເຂົ້າຢາສັດຕະວະແພດ ຕ້ອງປະຕິບັດຕາມ ມາດຕາ 3 ແລະ ມາດຕາ 57 ຂອງ ດຳລັດ ວ່າດ້ວຍຢາສັດຕະວະແພດ ສະບັບເລກທີ 199/ລບ, ລົງວັນທີ 13 ມີນາ 2020;
5. ຜູ້ປະກອບການ ກ່ຽວກັບ ການຜະລິດ, ນຳເຂົ້າ ແລະ ຈຳໜ່າຍ ອາຫານສັດ ກ່ອນຈະດຳເນີນການ ຕ້ອງໄດ້ເອົາຜະລິດຕະພັນຂອງຕົນ ໄປຂຶ້ນທະບຽນນຳກົມລ້ຽງສັດ ແລະ ການປະມົງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 5 ຂອງດຳລັດ ວ່າດ້ວຍອາຫານສັດ ສະບັບເລກທີ 02/ລບ, ລົງວັນທີ 02 ມັງກອນ 2020 ແລະ ມາດຕາ 15 ຂອງຂໍ້ຕົກລົງ ວ່າດ້ວຍການ
ຄຸ້ມຄອງໂຮງງານຜະລິດອາຫານສັດ ສະບັບເລກທີ 0675/ກປ, ລົງວັນທີ 22 ມັງກອນ 2025. ບໍ່ອະນຸຍາດໃຫ້ຈຳໜ່າຍ
ຜະລິດຕະພັນອາຫານສັດ ທີ່ບໍ່ມີການຕິດສະຫຼາກ, ໃນກໍລະນີ ມີສະຫຼາກເປັນພາສາຕ່າງປະເທດ ຕ້ອງໄດ້ແປເປັນພາສາ
ລາວ ຢ່າງຖືກຕ້ອງ ຈຶ່ງສາມາດຈຳໜ່າຍໄດ້;
6. ຜູ້ປະກອບການ ກ່ຽວກັບ ການຜະລິດ, ນຳເຂົ້າ ແລະ ຈຳໜ່າຍ ຢາສັດຕະວະແພດ ກ່ອນຈະດຳເນີນການ ຕ້ອງ
ໄດ້ເອົາຜະລິດຕະພັນຂອງຕົນ ໄປຂຶ້ນທະບຽນນຳກົມລ້ຽງສັດ ແລະ ການປະມົງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 1
ຂອງດຳລັດ ວ່າດ້ວຍຢາສັດຕະວະແພດ ສະບັບເລກທີ 199/ລບ, ລົງວັນທີ 13 ມີນາ 2020 ແລະ ມາດຕາ 17 ຂອງຂໍ້
ຕົກລົງ ວ່າດ້ວຍການຄຸ້ມຄອງໂຮງງານຜະລິດຢາສັດຕະວະແພດ ສະບັບເລກທີ 4848/ກປ, ລົງວັນທີ 02 ຕຸລາ 2024;
7. ໃຫ້ ເຈົ້າໜ້າທີ່ສັດຕະວະແພດ, ພະນັກງານ-ລັດຖະກອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງເຂັ້ມງວດໃນການ
ຕິດຕາມ ກວດກາ ການນຳເຂົ້າຜະລິດຕະພັນ ອາຫານສັດ ແລະ ຢາສັດຕະວະແພດ. ຖ້າພົບເຫັນ ອາຫານສັດ ແລະ ຢາສັດຕະວະແພດ ທີ່ຍັງບໍ່ໄດ້ຂຶ້ນທະບຽນ ແລະ ບໍ່ໄດ້ຮັບອະນຸຍາດນຳເຂົ້າ ຈາກກົມລ້ຽງສັດ ແລະ ການປະມົງ ໃຫ້ໂຈະການນຳເຂົ້າທັນທີ ພ້ອມທັງກວດສອບ ແລະ ບັນທຶກເປັນລາຍລັກອັກສອນ ໃຫ້ກົມລ້ຽງສັດ ແລະ ການປະມົງ;
8. ໃຫ້ກົມລ້ຽງສັດ ແລະ ການປະມົງ ແຕ່ງຕັ້ງຄະນະສະເພາະກິດ ເພື່ອສົມທົບກັບພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຂວງ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ, ນະຄອນ ລົງກວດກາໂຮງງານຜະລິດອາຫານສັດ, ໂຮງປະສົມອາຫານສັດ, ຮ້ານຂາຍອາຫານສັດ, ໂຮງງານຜະລິດຢາສັດຕະວະແພດ ແລະ ຮ້ານຂາຍຢາສັດຕະວະແພດ ພ້ອມທັງ ຊຸກຍູ້, ແນະນຳ ໃຫ້ຜູ້ປະກອບການ ໄປຂຶ້ນທະບຽນນຳກົມລ້ຽງສັດ ແລະ ການປະມົງ
ປະມົງ ໃຫ້ສຳເລັດກ່ອນວັນທີ 30 ມິຖຸນາ 2026. ໃນກໍລະນີພົບເຫັນການລະເມີດ ແມ່ນຈະໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການ;
9. ໃນການຈັດຕັ້ງປະຕິບັດຕົວຈິງ ຖ້າຫາກພົບເຫັນຂໍ້ຫຍຸ້ງຍາກ ໃຫ້ລາຍງານ ກົມລ້ຽງສັດ ແລະ ການປະມົງ, ະຊວງກະສິກຳ ແລະ ສິ່ງແວດລ້ອມ ເພື່ອແກ້ໄຂຢ່າງທັນການ.
ເກ - .້ ແກູ້ ຣນ .ະູ ລ ຈ“ ຮ້ |,
າສັງສະບັບນີ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົນໄປ.
511
ປອ. ລິນຄຳ ດວງສະບວັນ
← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ