ຄຳສັ່ງວ່າດ້ວຍ ການເພີ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງປົກປັກຮັກສາປ່າໄມ້, ທີ່ດິນປ່າໄມ້, ການປ້ອງກັນສະກັດກັ້ນໄຟໄໝ້ລາມປ່າ ແລະ ຄວບຄຸມມົົນລະພິດທາງອາກາດ (ຝຸ່ນ PM 2.5) ໃນຂອບເຂດທົ່ວແຂວງ ອັດຕະປື

关于加强阿速坡省全境森林、林地管理保护、森林火灾预防及空气污染(PM2.5粉尘)管控责任的命令

Order on Strengthening Responsibilities for Forest and Forest Land Management, Protection, Forest Fire Prevention, and Air Pollution (PM2.5 Dust) Control in Attapeu Province

ບົດສະຫຼຸບ

ກົດໝາຍສະບັບນີ້ຮຽກຮ້ອງໃຫ້ອົງການປົກຄອງທຸກຂັ້ນໃນແຂວງອັດຕະປື ເພີ່ມທະວີການປົກປັກຮັກສາປ່າໄມ້ ແລະ ດິນປ່າ, ປ້ອງກັນໄຟປ່າ, ແລະ ຄວບຄຸມມົນລະພິດທາງອາກາດ PM2.5, ໂດຍເນັ້ນໃສ່ການສະກັດກັ້ນການບຸກລຸກທີ່ດິນປ່າ ແລະ ການເຜົາປ່າແບບຜິດກົດໝາຍ.

ມາດຕາ

ມາດຕາ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ຄະນະກຳມະການປົກຄອງແຂວງ ເລກທີ 71/ປຄປຂ
ອັດຕະປື, ວັນທີ 2 ກໍລະກົດ 1996

ຄຳສັ່ງ
ວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງ
ປົກປັກຮັກສາປ່າໄມ້, ທີ່ດິນປ່າໄມ້, ການປ້ອງກັນສະກັດກັ້ນໄຟໄໝ້ລາມປ່າ ແລະ
ຄວບຄຸມມົນລະພິດທາງອາກາດ (ຝຸ່ນ PM2.5) ໃນຂອບເຂດທົ່ວແຂວງອັດຕະປື

ເຖິງ: ພະແນກການ, ອົງການທຽບເທົາພະແນກການອ້ອມຂ້າງແຂວງ, ກອງບັນຊາການ
ປກຊ-ປກສ, ຄະນະກຳມະການປົກຄອງເມືອງ 05 ຕົວເມືອງ ແລະ ການຈັດຕັ້ງບ້ານ.

- ອີງຕາມ ມາດຕາທີ 20, ຂໍ້ທີ 16 ຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 78/ສພຊ, ລົງວັນທີ 20 ມີນາ 2025;
- ອີງຕາມ ຄຳສັ່ງຂອງກະຊວງກະສິກຳ ແລະ ປ່າໄມ້ ກ່ຽວກັບການເພີ່ມທະວີຄວາມຮັບຜິດຊອບສະກັດກັ້ນ
ໄຟໃຫ້ລາມປ່າ ແລະ ການຖາງປ່າເຮັດໄຮ່, ບຸກລຸກເນື້ອທີ່ປ່າໄມ້ເພື່ອທຳການຜະລິດ ສະບັບເລກທີ 0191/ກປ, ລົງວັນທີ 26 ມັງກອນ 2022;

- ອີງຕາມ ຄຳສັ່ງຂອງທ່ານເຈົ້າແຂວງອັດຕະປື ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ສະບັບເລກທີ 16/ຈຂອປ, ລົງວັນທີ 21 ກໍລະກົດ 2023;

- ອີງຕາມ ແຈ້ງການຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ກ່ຽວກັບ ການເພີ່ມທະວີ ຄວາມເຂັ້ມງວດ ໃນການປ້ອງກັນ ສະກັດກັ້ນໄຟໄໝ້ລາມປ່າ ແລະ ຄວບຄຸມມົນລະພິດທາງອາກາດ (ຝຸ່ນ PM2.5) ໃນຂອບເຂດທົ່ວປະເທດ ສະບັບເລກທີ 0120/ກສ, ລົງວັນທີ 15 ມັງກອນ 2026;

- ອີງຕາມ ຫັງສືສະເໜີຂອງພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ສະບັບເລກທີ 055/ກສຂ.ອປ, ລົງ
ວັນທີ 10 ກຸມພາ 2026.

ເພື່ອຮັບປະກັນ ຄວາມເປັນເອກະພາບ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄຳສັ່ງ ແລະ ແຈ້ງການຕ່າງໆຂອງສູນກາງ ໃນການເພີ່ມທະວີຄວາມຮັບຜິດຊອບ ໃນການຄຸ້ມຄອງປົກປັກຮັກສາປ່າໄມ້, ທີ່ດິນປ່າໄມ້, ປ້ອງກັນສະກັດກັ້ນ ໄຟໄໝ້ລາມປ່າ ແລະ ຄວບຄຸມມົນລະພິດທາງອາກາດ (ຝຸ່ນ PM2.5) ໃນຂອບເຂດທົ່ວແຂວງອັດຕະປື ພ້ອມທັງແກ້ໄຂປະກົດການຫຍໍ້ທໍ່ ໃນການບຸກລຸກທຳລາຍປ່າໄມ້, ການຈັບຈອງ, ຊື້-ຂາຍ ທີ່ດິນປ່າໄມ້, ການຖາງປ່າ ແລະ ຈູດປ່າ ໂດຍບໍ່ມີການຄວບຄຸມ ທີ່ຄາດວ່າຈະເກີດຂຶ້ນ ໃນໄລຍະເດືອນ ກຸມພາ ຫາ ເມສາ ທີ່ເປັນຂະບວນແຜ່ລາມ ເປັນບໍລິເວນກວ້າງ, ຊຶ່ງການກະທຳເຫຼົ່ານີ້ ກໍໃຫ້ເກີດມົນລະພິດທາງອາກາດ (ໝອກຄວັນ) ເຊັ່ນ: ຝຸ່ນລະອອງຂະນາດນ້ອຍກວ່າ 2.5 ໄມຄຣອນ (ຝຸ່ນ PM2.5) ເພີ່ມຂຶ້ນຢ່າງຫຼວງຫຼາຍ ທີ່ສົ່ງຜົນກະທົບອັນຮ້າຍ
ແຮງຕໍ່ສຸຂະພາບ ແລະ ການດຳລົງຊິວິດຂອງປະຊາຊົນ.

ປະທານຄະນະກຳມະການປົກຄອງແຂວງ ອອກ ຄຳສັ່ງ:

1. ໃຫ້ບັນດາ ພະແນກການ, ອົງການທຽບເທົ່າພະແນກການອ້ອມຂ້າງແຂວງ, ກອງບັນຊາການ ປກຊ-ປກສ, ຄະນະກຳມະການປົກຄອງເມືອງ ແລະ ບ້ານ ເພີ່ມທະວີຄວາມ ເຂັ້ມງວດ ແລະ ເອົາໃຈໃສ່ປະຕິບັດຫ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບຂອງຕົນ ໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ແລະ ທີ່ດິນປ່າໄມ້ ບໍ່ໃຫ້ຖືກທຳລາຍ ໂດຍຖືເອົາວຽກງານດັ່ງກ່າວ ເປັນຫ້າທີ່ການເມືອງ, ເປັນຕົວຊີ້ວັດ ຕໍ່ຜົນໄດ້ຜົນເສຍ ໃນການນຳພາ-ຊີ້ນຳ ຂອງຄະນະພັກ ແລະ ຄະນະກຳມະການປົກຄອງທຸກຂັ້ນ;

2. ໃຫ້ບັນດາ ພະແນກການ, ອົງການທຽບເທົ່າພະແນກການອ້ອມຂ້າງແຂວງ, ກອງບັນຊາການ ປກຊ-ປກສ, ຄະນະກຳມະການປົກຄອງເມືອງ ແລະ ບ້ານ ເປັນເຈົ້າການ ໂຄສະນາ ເຜີຍແຜ່ນະໂຍບາຍ, ກົດໝາຍ, ລະບຽບ
ການ ກ່ຽວກັບ ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ ດ້ວຍຮູບການ ແລະ ວິທີການຕ່າງໆ ໃຫ້ທົ່ວສັງຄົມຮັບຮູ້, ເຂົ້າໃຈ ແລະ ເປັນເຈົ້າການ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ;

3. ໃຫ້ພະແນກການ, ອົງການທຽບເທົ່າພະແນກການອ້ອມຂ້າງແຂວງ, ກອງບັນຊາການ ປກຊ-ປກສ ແລະ ຄະນະ ກຳມະການປົກຄອງເມືອງ 05 ຕົວເມືອງ ເປັນເຈົ້າການ ເອົາໃຈໃສ່ສືບຕໍ່ຕິດຕາມ ແລະ ຈັດຕັ້ງປະຕິບັດ ຄຳສັ່ງ ວ່າ ດ້ວຍ ການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນ ປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄຫ້ລາມປ່າ ສະບັບເລກທີ 16/ ຈຂອປ, ລົງວັນທີ 28 ກັນຍາ 2023 ຢ່າງເຂັ້ມງວດ;

4. ໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ເປັນເຈົ້າການ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກວດກາຄືນ
ເຂດແດນປ່າໄມ້ ແລະ ທີ່ດິນປ່າໄມ້ ແຕ່ລະປະເພດ ໃຫ້ລະອຽດ ໂດຍຕິດພັນກັບວຽກງານຈັດສັນທີ່ດິນ 3 ະເພດປ່າ, ພ້ອມທັງຮີບຮ້ອນ ດຳເນີນການສຳຫຼວດ ແລະ ວາງແຜນຈັດສັນຄຸ້ມຄອງ, ອອກໃບຕາດິນ, ະລູ, ຂ ໃບຢັ້ງຢືນ ການນຳໃຊ້ທີ່ດິນ ຫຼື ໃບຢັ້ງຢືນການພັດທະນາທີ່ດິນ ແລະ ເອກະສານອືນ ກ່ຽວກັບ ການຄອບຄອງນຳໃຊ້ທີ່ດິນ, ການເຊົ່າ ຫຼື ສຳປະທານທີ່ດິນ ໃນເຂດທີ່ດິນປ່າໄມ້, ຫາກເຫັນວ່າ ການອອກອະນຸຍາດ ຫຼື ການໄດ້ມາ ໂດຍບໍ່ຖືກຕ້ອງແມ່ນໃຫ້ລົບລ້າງ ແລະ ດຳເນີນຄະດີ ຕາມກົດໝາຍ ແລະ ລະບຽບການ ໃຫ້ຖືກຕ້ອງ ໂດຍການມີສ່ວນຮ່ວມ ຂອງທຸກພາກສ່ວນ ພ້ອມກັນນີ້ ກໍໃຫ້ສຶບຕໍ່ກຳນົດເຂດແດນ, ຕິດປ້າຍ ແລະ ປັກຫຼັກໜາຍ ໃຫ້ຈະແຈ້ງ ແລະ ໃຫ້ດຳເນີນການແບ່ງຄວາມຮັບຜິດຊອບ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ທີ່ດິນປ່າໄມ້ ໃຫ້ຄະນະກຳມະການປົກຄອງທ້ອງຖິ່ນ ຢ່າງຈະແຈ້ງ;
5. ໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ
ໂຄສະນາເຜີຍແຜ່ ແນະນຳ ຂໍ້ກຳນົດ, ກົດລະບຽບ, ມາດຕະການ ກ່ຽວກັບ ການສະກັດກັ້ນ, ຕ້ານ ແລະ ດັບ
ໄຟປ່າ ຄື: ກ) ເກັບກຳຂໍ້ມູນ, ກຳນົດເຂດທີ່ມີຄວາມສ່ຽງ ເພື່ອວາງແຜນສະກັດກັ້ນ ລວມທັງຕິດຕາມ ເຝົ້າລະວັງ
ໃນແຕ່ລະໄລຍະ; ຂ) ຈັດຕັ້ງໜ່ວຍງານສະເພາະກິດ, ປະກອບວັດຖຸອຸປະກອນ, ພາຫະນະເພື່ອລົງກວດກາ
ລາດຕະເວນ ພ້ອມທັງວາງມາດຕະການແກ້ໄຂ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃຫ້ທັນເວລາ;
ຄ) ຈັດຕັ້ງໜ່ວຍງານໂຄສະນາເຜີຍແຜ່, ແນະນຳເຕັກນິກວິຊາການໃຫ້ປະຊາຊົນ ທີ່ອາໄສຢູ່ໃນ ແລະ ນອກເຂດປ່າ
ປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ບ່ອນທີ່ທຳການຜະລິດ (ເຮັດໄຮ່, ເຮັດສວນ) ແລະ ເຂດທຳມາຫາກິນ
ແລະ 4) ໃນກໍລະນີໄຟໄຫ້ປ່າຮຸ່ນແຮງ ແລະ ເປັນບໍລິເວນກວ້າງ, ເຂົ້າຫາໄດ້ຍາກ ຕ້ອງໄດ້ປະສານຫາພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນແມ່ນກຳລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ແຂວງໃກ້ຄຽງ ເພື່ອຂໍຄວາມຊ່ວຍເຫຼືອໃນການມອດໄຟຢ່າງທັນການ;

6. ໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປ້ອງກັນ ແລະ ຄວບຄຸມມົນລະພິດທາງອາກາດ (ບນອກຄວັນ) ໃນຊ່ວງລະດູແລ້ງຄື: 1) ລົງສ້າງຈິດສຳນຶກ, ລາຍງານສະພາບ, ປະຊາສຳພັນຂໍມູນຂ່າວສານກ່ຽວກັບ ມົນລະພິດທາງອາກາດ (ບນອກຄວັນ) ໃຫ້ແກ່ປະຊາຊົນ, ສັງຄົມ ແລະ ສະຖານທີ່ສຶກສາ ໄດ້ຮັບຊາບຢ່າງກວ້າງຂວາງ; 2) ສັງລວມຂໍ້ມູນ, ຕິດຕາມ, ປ້ອງກັນ ແລະ ຄວບຄຸມແຫຼ່ງກຳເນີດ ມົນລະພິດທາງອາກາດ ຮ່ວມກັບຂະແຫງການທີ່ກ່ຽວຂ້ອງ ແລະ 3) ເຜີຍແຜ່ ຄຳສັ່ງສະບັບນີ້
ແລະ ຜັນຂະຫຍາຍເປັນແຈ້ງການສະເພາະ ເພື່ອຫ້າມຢ່າງເດັດຂາດ ການຈຸດສິ່ງເສດເຫຼືອທຸກປະເພດ ໃນພື້ນທີ່ກາງແຈ້ງ, ລວມທັງເຂດທີ່ດິນກະສິກຳ, ປ່າໄມ້, ທີ່ຢູ່ອາໄສ (ຄົວເຮືອນ) ແລະ ສະຖານທີ່ກຳຈັດສິ່ງເສດເຫຼືອ;

7. ໃຫ້ຄະນະກຳມະການປົກຄອງເມືອງ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ 05 ຕົວເມືອງ ເປັນເຈົ້າການສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ແລະ ບ້ານ ດຳເນີນການກວດກາ, ເກັບກຳຂໍ້ມູນ ແລະ ແກ້ໄຂ ການບຸກລຸກປ່າໄມ້, ການຈັບຈອງ, ຊື້-ຂາຍ ທີ່ດິນປ່າໄມ້ ແລະ ການດຳເນີນກິດຈະການ ຫຼື ທຸລະກິດ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງຢູ່ ໃນເຂດປ່າໄມ້ ແລະ ທີ່ດິນປ່າໄມ້, ກໍລະນີບໍ່ໄດ້ ຮັບອະນຸຍາດ ຫຼື ເຄື່ອນໄຫວບໍ່ຖືກຕ້ອງ ແມ່ນໃຫ້ຢຸດຕິ, ຍຸບເລີກ, ຮື້ຖອນ, ປະຕິບັດມາດຕະການ ແລະ ດຳເນີນ ຄະດີຕໍ່ຜູ້ລະເມີດຕາມກົດໝາຍ ຢ່າງເຂັ້ມງວດ;
8. ໃຫ້ຄະນະກຳມະການປົກຄອງເມືອງ ແລະ ບ້ານ ເປັນເຈົ້າການ ແລະ ເຂັ້ມງວດ ໃນການປ້ອງກັນ, ສະກັດກັ້ນ ການຈູດປ່າ ແບບຊະຊາຍ, ໃນກໍລະນີ ຫາກເກີດມີໄຟໄຫ້ປ່າ ຢູ່ທ້ອງຖິ່ນໃດ ແມ່ນມອບໃຫ້ທ້ອງຖິ່ນນັ້ນ ເປັນເຈົ້າການ ຈັດຕັ້ງກຳລັງ ພ້ອມທັງວັດຖຸປະກອນ ເພື່ອດັບມອດ ໃຫ້ທັນການ, ຮັບປະກັນ ບໍ່ໃຫ້ເກີດຄວາມເສຍຫາຍ ຮ້າຍແຮງ ແລະ ແຜ່ລາມ ເປັນບໍລິເວນກວ້າງ;

9. ໃຫ້ຄະນະກຳມະການຄຸ້ມຄອງໄພພິບັດທຸກຂັ້ນຖືເອົາວຽກງານປ້ອງກັນ ໄຟໄຫ້ລາມປ່າ ເປັນວຽກງານບຸລິມະສິດ ໃນຂົງເຂດໄພພິບັດຂອງແຂວງ ໂດຍການຈັດສັນງົບປະມານ, ກະກຽມວັດຖຸອຸປະກອນທີ່ຈຳເປັນ ໃນການສະກັດກັ້ນ, ຕ້ານ ແລະ ດັບມອດໄຟໄຫ້ລາມປ່າ ໃຫ້ຢູ່ໃນທ່າກຽມພ້ອມ ເພື່ອສະໜອງໃຫ້ທັນເວລາ;

10. ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຈຸດປ່າຊະຊາຍ ເພື່ອລ່າສັດປ່າ, ປູກພືດ, ເປັນສະຖານທີ່ລ້ຽງສັດ ຫຼື
ເພື່ອເປົ້ານາຍອືນ ກໍລະນີພົບເຫັນ ຜູ້ລະເມີດ ຕ້ອງຮັບຜິດຊອບ ຕໍ່ຜົນເສຍຫາຍທີ່ຕົນໄດ້ສ້າງຂຶ້ນ ແລະ ຈະຖືກດຳເນີນຄະດີ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ;

11. ໃຫ້ບັນດາ ພະແນກອ້ອມຂ້າງແຂວງ, ກອງບັນຊາການ ປກຊ-ປກສ, ຄະນະກຳມະການປົກຄອງເມືອງ ໃນຂອບເຂດທົ່ວແຂວງ ຄົ້ນຄວ້າກຳແຫ້ນ ຄຳສັ່ງ ສະບັບນີ້ ພ້ອມທັງຈັດຕັ້ງ ເຜີຍແຜ່ ແລະ ເຊື່ອມຊຶມ ໃນສັງຄົມໃຫ້ມີການຮັບຮູ້ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ;

12. ຄຳສັ່ງ ສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນ ເປັນຕົ້ນໄປ.

ປະທານຄະນະກຳມະການປົກຄອງແຂວງ

ບ່ອນນຳສົ່ງ:
< ຫ້ອງວ່າການແຂວງ 01 ສະບັບ;
> ຂະແຫງການອ້ອມຂ້າງແຂວງ 01 ສະບັບ;
< ກອງບັນຊາການ ປກຊ-ປກສ 01 ສະບັບ;
< ຫ້ອງວ່າການເມືອງ 5 ເມືອງໆລະ 01 ສະບັບ;
> ເກັບສຳເນົາໄວ້ 01 ສະບັບ.

ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ

← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ