"ຮ່າງ" ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງວິຊາຊີບຂອງທະນາຍຄວາມຕ່າງປະເທດຢູ່ ສປປ ລາວ
【草案·未生效】外国律师在老挝人民民主共和国执业管理协议(草案)
Draft Agreement on Management of Foreign Lawyers Practicing in the Lao People's Democratic Republic
ມາດຕາ
ມາດຕາ ມາດຕາ 1
ມາດຕາ 8 ເນື້ອໃນໃບອະນຸຍາດການເຄື່ອນໄຫວວິຊາຊີບກົດໝາຍ
ໃບອະນຸຍາດການເຄື່ອນໄຫວວິຊາຊີບກົດໝາຍຂອງທະນາຍຄວາມຕ່າງປະເທດ ຢູ່ ສປປລາວ ປະກອບດ້ວຍເນື້ອໃນດັ່ງນີ້:
- ຊື່ ແລະ ນາມສະກຸນ ຂອງທະນາຍຄວາມຕ່າງປະເທດ ເປັນພາສາລາວ ແລະ ພາສາຕ່າງປະເທດ ;
- ເລກໃບທະບຽນອະນຸຍາດ;
- ບ່ອນສັງກັດ (ວິສາຫະກິດ) ແລະ ທີ່ຕັ້ງສຳນັກງານຂອງວິສາຫະກິດ;
- ປະເພດ ຂົງເຂດການໃຫ້ບໍລິການກົດໝາຍ.
- ອາຍຸຂອງການອະນຸຍາດ.
ມາດຕາ ມາດຕາ 2
ມາດຕາ 9 ອາຍຸຂອງການອະນຸຍາດ, ການເກັບຮັກສາ ແລະ ການເຜີຍແຜ່ຂໍ້ມູນ
ການອະນຸຍາດການເຄື່ອນໄຫວວິຊາຊີບກົດໝາຍຂອງທະນາຍຄວາມຕ່າງປະເທດ ມີອາຍຸຕາມສັນຍາບໍລິການລະຫວ່າງວິສາຫະກິດກົດໝາຍ ແລະ ທະນາຍຄວາມຕ່າງປະເທດ/1 ປີ ໂດຍບໍ່ຂຶ້ນກັບວ່າທະນາຍຄວາມຕ່າງປະເທດນັ້ນ ເປັນຮຸ້ນສ່ວນ ຫຼື ຜູ້ຖືຮຸ້ນໃນວິສາຫະກິດກົດໝາຍດັ່ງກ່າວຫຼືບໍ່. ການອະນຸຍາດການເຄື່ອນໄຫວວິຊາຊີບກົດໝາຍ ສາມາດຕໍ່ໄດ້ຕາມຂໍ້ຕົກລົງສະບັບນີ້.
ວິສາຫະກິດກົດໝາຍ ທີ່ໄດ້ຮັບອະນຸຍາດ ຕ້ອງເຜີຍແຜ່ໃບອະນຸຍາດວິຊາຊີບກົດໝາຍ ຂອງທະນາຍຄວາມຕ່າງປະເທດ ຢູ່ສຳນັກງານຂອງຕົນ ໄປພ້ອມກັບໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດກົດໝາຍ.
ວິສາຫະກິດກົດໝາຍ ສາມາດຂໍໃຫ້ອອກໃບອະນຸຍາດໃໝ່ໄດ້ໃນກໍລະນີທີ່ໃບອະນຸຍາດເຄື່ອນໄຫວວິຊາຊີບກົດໝາຍ ຂອງທະນາຍຄວາມຕ່າງປະເທດ ຫາກເສຍຫາຍ.
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສາມາດກວດກາຄວາມຖືກຕ້ອງ ຫຼື ຂໍສຳເນົາໃບອະນຸຍາດວິຊາຊີບກົດໝາຍຂອງທະນາຍຄວາມຕ່າງປະເທດ ໄດ້ໂດຍບໍ່ເສຍຄ່າ ແລະ ຕ້ອງປະຕິບັດຕາມຂັ້ນຕອນ ແລະ ລະບຽບການສະເພາະ.
ໜ້ານີ້ສະແດງ 2 ມາດຕາທຳອິດ ຈາກທັງໝົດ 11 ມາດຕາ. ເບິ່ງສະບັບເຕັມສາມພາສາໃນແອັບ ລາວປັນຍານິຕິ.
ເບິ່ງສະບັບເຕັມສາມພາສາ ແລະ ຄຳອະທິບາຍ AI ໃນແອັບ ລາວປັນຍານິຕິ← ໜ້າຫຼັກ ລາວປັນຍານິຕິ: ຖາມ-ຕອບກົດໝາຍ AI · ຮ່າງສັນຍາ · ແປ ຈີນ-ລາວ