【草案·未生效】外国律师在老挝人民民主共和国执业管理协议(草案)
"ຮ່າງ" ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງວິຊາຊີບຂອງທະນາຍຄວາມຕ່າງປະເທດຢູ່ ສປປ ລາວ
Draft Agreement on Management of Foreign Lawyers Practicing in the Lao People's Democratic Republic
简介
null
条文
第ມາດຕາ 1条
第8条 执业许可证的内容
外国律师在老挝人民民主共和国执业许可证包括以下内容:
- 外国律师的姓名,用老挝语和外语书写;
- 许可证登记号;
- 所属单位(企业)及企业办公地址;
- 法律服务类型和领域;
- 许可期限。
ພາສາລາວ (老挝语原文)
ມາດຕາ 8 ເນື້ອໃນໃບອະນຸຍາດການເຄື່ອນໄຫວວິຊາຊີບກົດໝາຍ
ໃບອະນຸຍາດການເຄື່ອນໄຫວວິຊາຊີບກົດໝາຍຂອງທະນາຍຄວາມຕ່າງປະເທດ ຢູ່ ສປປລາວ ປະກອບດ້ວຍເນື້ອໃນດັ່ງນີ້:
- ຊື່ ແລະ ນາມສະກຸນ ຂອງທະນາຍຄວາມຕ່າງປະເທດ ເປັນພາສາລາວ ແລະ ພາສາຕ່າງປະເທດ ;
- ເລກໃບທະບຽນອະນຸຍາດ;
- ບ່ອນສັງກັດ (ວິສາຫະກິດ) ແລະ ທີ່ຕັ້ງສຳນັກງານຂອງວິສາຫະກິດ;
- ປະເພດ ຂົງເຂດການໃຫ້ບໍລິການກົດໝາຍ.
- ອາຍຸຂອງການອະນຸຍາດ.
第ມາດຕາ 2条
第9条 许可期限、保存和公布信息
外国律师的法律执业许可期限根据法律服务企业与外国律师之间的服务合同/1年确定,无论该外国律师是否为该法律服务企业的合伙人或股东。法律执业许可可以根据本协议续期。
获得许可的法律服务企业必须在其办公场所公布外国律师的法律执业许可证,连同企业注册证和律师事务所营业执照。
如果外国律师的法律执业许可证丢失,法律服务企业可以申请补发新证。
个人、法人实体和组织可以免费查验外国律师的法律执业许可证的真实性或索取副本,但须遵循特定程序和规定。
ພາສາລາວ (老挝语原文)
ມາດຕາ 9 ອາຍຸຂອງການອະນຸຍາດ, ການເກັບຮັກສາ ແລະ ການເຜີຍແຜ່ຂໍ້ມູນ
ການອະນຸຍາດການເຄື່ອນໄຫວວິຊາຊີບກົດໝາຍຂອງທະນາຍຄວາມຕ່າງປະເທດ ມີອາຍຸຕາມສັນຍາບໍລິການລະຫວ່າງວິສາຫະກິດກົດໝາຍ ແລະ ທະນາຍຄວາມຕ່າງປະເທດ/1 ປີ ໂດຍບໍ່ຂຶ້ນກັບວ່າທະນາຍຄວາມຕ່າງປະເທດນັ້ນ ເປັນຮຸ້ນສ່ວນ ຫຼື ຜູ້ຖືຮຸ້ນໃນວິສາຫະກິດກົດໝາຍດັ່ງກ່າວຫຼືບໍ່. ການອະນຸຍາດການເຄື່ອນໄຫວວິຊາຊີບກົດໝາຍ ສາມາດຕໍ່ໄດ້ຕາມຂໍ້ຕົກລົງສະບັບນີ້.
ວິສາຫະກິດກົດໝາຍ ທີ່ໄດ້ຮັບອະນຸຍາດ ຕ້ອງເຜີຍແຜ່ໃບອະນຸຍາດວິຊາຊີບກົດໝາຍ ຂອງທະນາຍຄວາມຕ່າງປະເທດ ຢູ່ສຳນັກງານຂອງຕົນ ໄປພ້ອມກັບໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດກົດໝາຍ.
ວິສາຫະກິດກົດໝາຍ ສາມາດຂໍໃຫ້ອອກໃບອະນຸຍາດໃໝ່ໄດ້ໃນກໍລະນີທີ່ໃບອະນຸຍາດເຄື່ອນໄຫວວິຊາຊີບກົດໝາຍ ຂອງທະນາຍຄວາມຕ່າງປະເທດ ຫາກເສຍຫາຍ.
ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ສາມາດກວດກາຄວາມຖືກຕ້ອງ ຫຼື ຂໍສຳເນົາໃບອະນຸຍາດວິຊາຊີບກົດໝາຍຂອງທະນາຍຄວາມຕ່າງປະເທດ ໄດ້ໂດຍບໍ່ເສຍຄ່າ ແລະ ຕ້ອງປະຕິບັດຕາມຂັ້ນຕອນ ແລະ ລະບຽບການສະເພາະ.
第ມາດຕາ 3条
第10条 提议暂停外国律师的法律执业活动
个人、组织或法人可以向司法部书面提议暂停已获许可的外国律师的法律执业活动,并附上以下任一理由:
1. 该外国律师可能有违反律师职业道德的行为或做法,例如对委托人不忠诚,既向委托人提供咨询,又向与委托人相反的一方提供咨询;不遵守服务合同。
2. 该外国律师可能有分裂团结、性别歧视或不尊重民族优良风俗习惯的行为或言论,或者发表与其法律咨询专业无关的政治性言论。
3. 有其他被视为违法的行为。
ພາສາລາວ (老挝语原文)
ມາດຕາ 10 ການສະເໜີໃຫ້ໂຈະການເຄື່ອນໄຫວວິຊາຊີບກົດໝາຍ
ບຸກຄົນ, ການຈັດຕັ້ງ ຫຼື ນິຕິບຸກຄົນ ສາມາດສະເໜີ ໃຫ້ກະຊວງຍຸຕິທຳ ໂຈະການເຄື່ອນໄຫວວິຊາຊີບກົດໝາຍ ຂອງທະນາຍຄວາມຕ່າງປະເທດ ທີ່ໄດ້ຮັບອະນຸຍາດ ເປັນລາຍລັກອັກສອນພ້ອມດ້ວຍເຫດຜົນ ໃດໜຶ່ງ ດັ່ງນີ້:
1. ທະນາຍຄວາມຕ່າງປະເທດດັ່ງກ່າວ ອາດມີການປະພຶດ ຫຼື ການປະຕິບັດ ທີ່ຂັດຕໍ່ຈັນຍາບັນຂອງທະນາຍຄວາມ ເຊັ່ນ ບໍ່ສຸດໃຈ ຕໍ່ລູກຄວາມ ດ້ວຍການໃຫ້ຄຳປຶກສາ ທັງໃຫ້ລູກຄວາມ ແລະ ຝ່າຍທີ່ກົງກັນຂ້າມກັບລູກຄວາມ; ບໍ່ປະຕິບັດຕາມສັນຍາບໍລິການ.
2. ທະນາຍຄວາມຕ່າງປະເທດດັ່ງກ່າວ ອາດມີການປະພຶດ ຫຼື ມີຄຳເຫັນທີ່ມີລັກສະນະແບ່ງແຍກຄວາມສາມັກຄີ, ຈຳແນກເພດ ຫຼື ບໍ່ເຄົາລົບຮີດຄອງປະເພນີອັນດີງາມຂອງເຜົ່າ ຫຼື ມີຄຳເຫັນຕໍ່ທາງດ້ານການເມືອງ ທີ່ບໍ່ກ່ຽວຂ້ອງກັບການໃຫ້ຄຳເຫັນ ຄຳປຶກສາທາງດ້ານກົດໝາຍ ຕາມວິຊາສະເພາະຂອງຕົນ.
3. ມີພຶດຕິກຳອື່ນທີ່ເຫັນວ່າ ເປັນການລະເມີດກົດໝາຍ.
第ມາດຕາ 4条
第4条 审议暂停外国律师法律执业活动
自收到关于提议暂停外国律师法律执业活动的申请之日起,司法行政与促进司应根据具体情况处理如下:
1. 涉及律师职业道德的,将申请及相关文件提交律师协会审查委员会审议,律师协会审查委员会须在收到司法行政与促进司的提议之日起3个工作日内出具意见,并将该意见书面告知司法行政与促进司;在此情况下,在律师协会审查委员会出具意见后,司法行政与促进司须就是否暂停被提议的外国律师的法律执业活动作出决定;
2. 认为有充分理由暂停外国律师法律执业活动的,司法行政与促进司须在3个工作日内向司法部长提议暂停其法律执业活动;
3. 认为涉及违反相关合同(如不履行合同)的,应通知该外国律师所属的法律事务所并附上期限要求其纠正;
4. 涉及违反其他法律的,应建议提议暂停该律师法律执业活动的人按照法律程序处理,视情节轻重而定;
5. 有外国个人或其他部门就该外国律师违反法律提出提议,并附上提议文件。
ພາສາລາວ (老挝语原文)
ມາດຕາ 4 ການພິຈາລະນາໂຈະການເຄື່ອນໄຫວວິຊາຊີບກົດໝາຍ
ນັບແຕ່ວັນທີ່ໄດ້ຮັບຄຳຮ້ອງກ່ຽວກັບການສະເໜີໂຈະການເຄື່ອນໄຫວວິຊາຊີບກົດໝາຍຂອງທະນາຍຄວາມຕ່າງປະເທດແລ້ວ, ໃຫ້ກົມຄຸ້ມຄອງ ແລະ ສົ່ງເສີມລະບົບຍຸຕິທຳ ປະຕິບັດດັ່ງນີ້, ຂຶ້ນກັບກໍລະນີ:
1. ໃນກໍລະນີທີ່ກ່ຽວຂ້ອງກັບຈັນຍາບັນຂອງທະນາຍຄວາມ, ສົ່ງຄຳຮ້ອງພ້ອມດ້ວຍເອກະສານປະກອບໃຫ້ຄະນະກວດກາຂອງສະພາທະນາຍຄວາມພິຈາລະນາ, ຊຶ່ງຄະນະກວດກາສະພາທະນາຍຄວາມຕ້ອງລົງຄຳເຫັນພາຍໃນກຳນົດ 3 ວັນທາງລັດຖະການ ນັບແຕ່ວັນໄດ້ຮັບຄຳສະເໜີຈາກກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ແລະ ສົ່ງຄຳເຫັນນັ້ນເປັນລາຍລັກອັກສອນໃຫ້ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳຊາບ; ໃນກໍລະນີນີ້, ພາຍຫຼັງທີ່ໄດ້ການລົງຄຳເຫັນຂອງຄະນະກວດກາສະພາທະນາຍຄວາມແລ້ວ, ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ຕ້ອງມີຄຳເຫັນ ໂຈະ ຫຼື ບໍ່ໂຈະການເຄື່ອນໄຫວວິຊາຊີບຂອງທະນາຍຄວາມຕ່າງປະເທດທີ່ຖືກສະເໜີນັ້ນ;
2. ໃນກໍລະນີທີ່ເຫັນວ່າມີເຫດຜົນພຽງພໍໃນການໂຈະການເຄື່ອນໄຫວວິຊາຊີບຂອງທະນາຍຄວາມຕ່າງປະເທດ, ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ຕ້ອງສະເໜີໃຫ້ລັດຖະມົນຕີກະຊວງຍຸຕິທຳ ໂຈະການເຄື່ອນໄຫວວິຊາຊີບ ພາຍໃນກຳນົດ 3 ວັນທາງລັດຖະການ.
3. ໃນກໍລະນີທີ່ເຫັນວ່າເປັນການລະເມີດສັນຍາທີ່ກ່ຽວຂ້ອງ ເຊັ່ນ ການບໍ່ປະຕິບັດສັນຍາ ໃຫ້ແຈ້ງພ້ອມດ້ວຍກຳນົດເວລາ ໃຫ້ວິສາຫະກິດກົດໝາຍທີ່ທະນາຍຄວາມຕ່າງປະເທດຜູ້ນັ້ນສັງກັດຢູ່ແກ້ໄຂ.
4. ໃນກໍລະນີທີ່ເປັນການລະເມີດກົດໝາຍອື່ນ ໃຫ້ແນະນຳຜູ້ສະເໜີຂໍໂຈະການເຄື່ອນໄຫວວິຊາຊີບທະນາຍຄວາມດັ່ງກ່າວ ດຳເນີນຕາມຂັ້ນຕອນຕາມກົດໝາຍ, ແລ້ວແຕ່ກໍລະນີໜັກ ຫຼື ເບົາ;
5. ມີການສະເໜີຈາກບຸກຄົນ ຫຼື ພາກສ່ວນອື່ນຂອງຕ່າງປະເທດ ກ່ຽວກັບການລະເມີດກົດໝາຍຂອງທະນາຍຄວາມຕ່າງປະເທດດັ່ງກ່າວ ພ້ອມທັງເອກະສານປະກອບການສະເໜີ.
第ມາດຕາ 5条
第5条 撤销许可和删除外国律师姓名
当发现外国律师被暂停执业活动且未在规定期限内纠正问题,或者有关于该律师行为的终审判决时,司法行政与促进司法系统司必须进行研究并提交司法部长审议撤销该律师的法律执业许可。
被撤销许可后,司法行政与促进司法工作司必须在3个工作日内书面通知该律师事务所和该外国律师,并且必须将该外国律师的姓名从已获许可的外国律师数据库中删除,同时书面通知律师协会,期限为3个工作日。
被撤销许可和删除姓名的外国律师不得再申请在老挝人民民主共和国从事法律执业活动。
ພາສາລາວ (老挝语原文)
ມາດຕາ 5 ການຖອນການອະນຸຍາດ ແລະ ລຶບຊື່ທະນາຍຄວາມຕ່າງປະເທດ
ເມື່ອເຫັນວ່າທະນາຍຄວາມຕ່າງປະເທດ ຫາກຖືກໂຈະການເຄື່ອນໄຫວວິຊາຊີບ ແລະ ບໍ່ໄດ້ແກ້ໄຂບັນຫາຕາມກຳນົດເວລາທີ່ແຈ້ງແລ້ວ ຫຼື ໃນກໍລະນີທີ່ມີຄຳຕັດສິນຂອງສານເປັນຂັ້ນສຸດທ້າຍ ກ່ຽວກັບການປະພຶດຂອງຜູ້ກ່ຽວ ກົມຄຸ້ມຄອງ ແລະ ສົ່ງເສີມລະບົບຍຸຕິທຳ ຕ້ອງຄົ້ນຄວ້າແລ້ວສະເໜີລັດຖະມົນຕີກະຊວງຍຸຕິທຳ ພິຈາລະນາຖອນການອະນຸຍາດການເຄື່ອນໄຫວວິຊາຊີບກົດໝາຍ ຂອງທະນາຍຄວາມດັ່ງກ່າວ.
ພາຍຫຼັງທີ່ໄດ້ຖືກຖອນການອະນຸຍາດແລ້ວ, ກົມຄຸ້ມຄອງ ແລະ ສົ່ງເສີມວຽກງານຍຸຕິທຳ ຕ້ອງແຈ້ງໃຫ້ວິສາຫະກິດກົດໝາຍ ແລະ ທະນາຍຄວາມຕ່າງປະເທດນັ້ນຊາບເປັນລາຍລັກອັກສອນ ພາຍໃນກຳນົດ 3 ວັນທາງລັດຖະການ ແລະ ຕ້ອງລຶບຊື່ທະນາຍຄວາມຕ່າງປະເທດດັ່ງກ່າວອອກຈາກລະບົບຖານຂໍ້ມູນທະນາຍຄວາມຕ່າງປະເທດ ທີ່ໄດ້ຮັບອະນຸຍາດ ພ້ອມທັງແຈ້ງ ສະພາທະນາຍຄວາມ ເປັນລາຍລັກອັກສອນ ພາຍໃນກຳນົດ 3 ວັນ ທາງລັດຖະການ.
ທະນາຍຄວາມຕ່າງປະເທດ ທີ່ຖືກຖອນການອະນຸຍາດ ແລະ ຖືກລຶບຊື່ບໍ່ສາມາດ ຂໍອະນຸຍາດເຄື່ອນໄຫວວິຊາຊີບກົດໝາຍ ຢູ່ ສປປລາວ ໄດ້ອີກ.
第ມາດຕາ 6条
第15条 申请续延法律职业活动许可
有意申请续延外国律师法律职业活动许可的法律企业,必须在许可证有效期届满前1(一)个月,按照本协议规定的程序提出续延申请。
ພາສາລາວ (老挝语原文)
ມາດຕາ 15 ການສະເໜີຕໍ່ການອະນຸຍາດການເຄື່ອນໄຫວວິຊາຊີບກົດໝາຍ
ວິສາຫະກິດກົດໝາຍ ທີ່ມີຈຸດປະສົງ ການອະນຸຍາດ ການເຄື່ອນໄຫວ ວິຊາຊີບກົດໝາຍ ຂອງ
ທະນາຍຄວາມຕ່າງປະເທດ ຕ້ອງໄດ້ ສະເໜີຂໍຕໍ່ການອະນຸຍາດ ລ່ວງໜ້າ 1 (ໜຶ່ງ) ເດືອນ ກ່ອນ ອາຍຸຕາມ
ໃບອະນຸຍາດ ຈະສິ້ນສຸດ ຕາມຂັ້ນຕອນທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.
第ມາດຕາ 7条
第7条 申请续延许可的申请书及附件
申请续延外国律师在老挝人民民主共和国执业许可的律师事务所应提交以下文件:
1. 按照特定表格填写的续延许可申请书;
2. 按照特定表格填写的关于已获许可的外国律师根据先前提交的经营计划或活动计划开展活动的总结报告;
3. 由相关部门出具的关于先前期间履行财务义务的证明文件,例如外国律师的工资税缴纳证明、律师协会会费缴纳证明等;
4. 律师事务所与律师之间的新版服务合同副本;
5. 护照、工作许可证及其他相关文件的副本。
ພາສາລາວ (老挝语原文)
ມາດຕາ 7 ຄຳຮ້ອງ ແລະ ເອກະສານປະກອບ ໃນການຂໍຕໍ່ການອະນຸຍາດ
ວິສາຫະກິດກົດໝາຍ ທີ່ສະເໜີ ຂໍຕໍ່ການອະນຸຍາດ ການເຄື່ອນໄຫວ ວິຊາຊີບຂອງທະນາຍຄວາມຕ່າງປະເທດ ຢູ່ ສປປ ລາວ ໃຫ້ ລຸ່ມນີ້:
1. ຄຳຮ້ອງຂໍຕໍ່ການອະນຸຍາດ ຕາມແບບພິມສະເພາະ;
2. ບົດລາຍງານສະຫຼຸບກ່ຽວກັບການເຄື່ອນໄຫວຂອງທະນາຍຄວາມຕ່າງປະເທດ ທີ່ໄດ້ຮັບອະນຸຍາດ ຕາມແຜນດຳເນີນທຸລະກິດ ຫຼື ແຜນການເຄື່ອນໄຫວທີ່ສະເໜີຜ່ານມາ ຕາມແບບພິມສະເພາະ;
3. ສຳເນົາຢັ້ງຢືນການປະຕິບັດພັນທະທາງດ້ານການເງິນ ໃນໄລຍະຜ່ານມາ ຈາກພາກສ່ວນກ່ຽວຂ້ອງ ເຊັ່ນ ໃບຢັ້ງຢືນການມອບອາກອນເງິນເດືອນຂອງທະນາຍຄວາມຕ່າງປະເທດ, ການເສຍເງິນບຳລຸງສະມາຊິກສະພາທະນາຍຄວາມ ແລະ ອື່ນໆ;
4. ສຳເນົາສັນຍາບໍລິການ ສະບັບໃໝ່ ລະຫວ່າງວິສາຫະກິດກົດໝາຍ ແລະ ທະນາຍຄວາມ;
5. ສຳເນົາໜັງສືເດີນທາງ, ໃບອະນຸຍາດເຮັດວຽກ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ.
第ມາດຕາ 8条
第8条 审议许可的条件
审议许可外国律师在老挝人民民主共和国从事法律职业,必须遵守以下条件:
1. 根据本协议第14条规定的申请和附随文件齐全、正确且真实;
2. 外国律师在老挝人民民主共和国过往的活动,根据报告和相关法律是正确的;
3. 外国律师没有违反职业道德或相关法律。
ພາສາລາວ (老挝语原文)
ມາດຕາ 8 ເງື່ອນໄຂໃນການພິຈາລະນາຕໍ່ການອະນຸຍາດ
ການພິຈາລະນາຕໍ່ການອະນຸຍາດການເຄື່ອນໄຫວວິຊາຊີບກົດໝາຍຂອງທະນາຍຄວາມຕ່າງປະເທດ ຢູ່ ສປປລາວ ຕ້ອງປະຕິບັດຕາມເງື່ອນໄຂລຸ່ມນີ້:
1. ຄຳຮ້ອງ ແລະ ເອກະສານປະກອບ ຕາມມາດຕາ 14 ຂອງຂໍ້ຕົກລົງສະບັບນີ້ ຄົບຖ້ວນ, ຖືກຕ້ອງ ແລະ ຕົວຈິງ;
2. ການເຄື່ອນໄຫວຂອງທະນາຍຄວາມຕ່າງປະເທດ ຢູ່ ສປປລາວ ໃນໄລຍະຜ່ານມາ ຖືກຕ້ອງຕາມການລາຍງານ ແລະ ຕາມກົດໝາຍທີ່ກ່ຽວຂ້ອງ;
3. ທະນາຍຄວາມຕ່າງປະເທດ ບໍ່ໄດ້ລະເມີດຈັນຍາບັນ ຫຼື ກົດໝາຍທີ່ກ່ຽວຂ້ອງ.
第ມາດຕາ 9条
第9条 审议许可的程序
对外国律师在老挝人民民主共和国从事法律职业的许可的审议,应按照本协议第7条规定的各项程序进行。
ພາສາລາວ (老挝语原文)
ມາດຕາ 9 ຂັ້ນຕອນການພິຈາລະນາຕໍ່ການອະນຸຍາດ
ການພິຈາລະນາຕໍ່ການອະນຸຍາດການເຄື່ອນໄຫວວິຊາຊີບກົດໝາຍ ຂອງທະນາຍຄວາມຕ່າງປະເທດ ຢູ່ ສປປລາວ ໃຫ້ປະຕິບັດຄືກັນກັບ ຕາມຂັ້ນຕອນຕ່າງໆ ຕາມທີ່ກຳນົດໄວ້ໃນມາດຕາ 7 ຂອງຂໍ້ຕົກລົງສະບັບນີ້.
第ມາດຕາ 10条
第10条 外国律师的权利和义务
获准从事法律职业的外国律师,除本法第18条和第36条规定外,还有以下权利和义务:
1. 严格遵守、尊重和执行老挝人民民主共和国的法律;
2. 仅就其获准的领域提供法律咨询;
3. 依法履行财务义务,如所得税法;
4. 就其获准的法律领域提供无偿法律援助;
5. 充分尊重老挝各民族的良好风俗习惯;
6. 不歧视性别、民族和民族间的团结和睦;不参与任何影响老挝人民民主共和国政治制度的活动或行为。
7. 享有法律规定的其他权利和义务。
ພາສາລາວ (老挝语原文)
ມາດຕາ 10 ສິດ ແລະ ພັນທະທະນາຍຄວາມຕ່າງປະເທດ
ທະນາຍຄວາມຕ່າງປະເທດ ທີ່ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວ ວິຊາຊີບກົດໝາຍ, ນອກຈາກທີ່ກຳນົດໄວ້ໃນມາດຕາ 18 ແລະ 36 ຂອງກົດໝາຍວ່າດ້ວຍທະນາຍຄວາມ, ຍັງມີສິດ ແລະ ພັນທະຄື:
1. ເຄົາລົບ, ນັບຖື ແລະ ປະຕິບັດກົດໝາຍຂອງ ສປປ ລາວ ຢ່າງເຄັ່ງຄັດ;
2. ໃຫ້ຄຳປຶກສາທາງດ້ານກົດໝາຍທີ່ກ່ຽວຂ້ອງກັບຂົງເຂດທີ່ຕົນໄດ້ຮັບການອະນຸຍາດ ເທົ່ານັ້ນ;
3. ປະຕິບັດພັນທະທາງດ້ານການເງິນ ຕາມກົດໝາຍ ເຊັ່ນ ກົດໝາຍວ່າດ້ວຍອາກອນລາຍໄດ້;
4. ໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍໂດຍບໍ່ເສຍຄ່າ ກ່ຽວຂ້ອງກັບຂົງເຂດກົດໝາຍ ທີ່ຕົນໄດ້ຮັບອະນຸຍາດ;
5. ເຄົາລົບຮີດຄອງປະເພນີ ອັນດີງາມຂອງປະຊາຊົນລາວບັນດາເຜົ່າ ເປັນຢ່າງດີ;
6. ບໍ່ຈຳແນກເພດ, ເຜົ່າ ແລະ ຄວາມສາມັກຄີປອງດອງລະຫວ່າງເຜົ່າ; ແລະ ບໍ່ເຂົ້າຮ່ວມການເຄື່ອນໄຫວ ຫຼື ກິດຈະກຳໃດໆ ທີ່ສ້າງຜົນກະທົບຕໍ່ລະບົບການເມືອງຂອງ ສປປ ລາວ.
7. ມີສິດ ແລະ ພັນທະອື່ນໆ ຕາມທີ່ກຳນົດໄວ້ໃນກົດໝາຍ.
第ມາດຕາ 11条
第11条 律师事务所的权利和义务
接收已获准从事法律执业的外国律师的律师事务所,主要有以下权利和义务:
1. 严格遵守、尊重和执行老挝人民民主共和国的法律;
2. 管理和促进外国律师严格遵守、尊重和执行老挝人民民主共和国的法律,尊重老挝民族的优良风俗习惯,严禁歧视和分裂团结;
3. 根据法律和劳动合同/服务合同,行使和保护外国律师的权利和利益;
4. 根据司法部或相关部门的提议,提供信息并配合管理外国律师;
5. 严格履行对国家的义务,并根据自愿和自身条件为社会做出贡献;
6. 享有法律规定的其他权利和义务。
ພາສາລາວ (老挝语原文)
ມາດຕາ 11 ສິດ ແລະ ພັນທະຂອງວິສາຫະກິດກົດໝາຍ
ວິສາຫະກິດກົດໝາຍ ທີ່ຮັບເອົາ ທະນາຍຄວາມຕ່າງປະເທດ ທີ່ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວວິຊາຊີບກົດໝາຍ ມີສິດ ແລະ ພັນທະຕົ້ນຕໍ ດັ່ງນີ້:
1. ເຄົາລົບ, ນັບຖື ແລະ ປະຕິບັດກົດໝາຍຂອງ ສປປ ລາວ ຢ່າງເຄັ່ງຄັດ;
2. ຄຸ້ມຄອງ ແລະ ຊຸກຍູ້ໃຫ້ ທະນາຍຄວາມຕ່າງປະເທດ ໃຫ້ເຄົາລົບ ແລະ ປະຕິບັດກົດໝາຍຂອງ ສປປ ລາວ, ເຄົາລົບ ແລະ ນັບຖື ຮີດຄອງປະເພນີອັນດີງາມຂອງຊາດລາວ ແລະ ບໍ່ຈຳແນກ ແລະ ແບ່ງແຍກຄວາມສາມັກຄີ ຢ່າງເຄັ່ງຄັດ;
3. ນຳໃຊ້ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດຂອງທະນາຍຄວາມຕ່າງປະເທດ ຕາມກົດໝາຍ ແລະ ສັນຍາແຮງງານ/ສັນຍາບໍລິການ;
4. ສະໜອງຂໍ້ມູນ ແລະ ໃຫ້ການຮ່ວມມືໃນການຄຸ້ມຄອງທະນາຍຄວາມຕ່າງປະເທດ ຕາມການສະເໜີຂອງກະຊວງຍຸຕິທຳ ຫຼື ພາກສ່ວນກ່ຽວຂ້ອງ;
5. ປະຕິບັດພັນທະຕໍ່ລັດຢ່າງເຄັ່ງຄັດ ແລະ ປະກອບສ່ວນຊ່ວຍເຫຼືອສັງຄົມ ຕາມຄວາມສະໝັກໃຈ ແລະ ເງື່ອນໄຂຂອງຕົນ;
6. ມີສິດ ແລະ ພັນທະອື່ນໆ ຕາມທີ່ກຳນົດໄວ້ໃນກົດໝາຍ.